ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-15 15:44:57    
ສິ່ງ​ຄວນ​ຮູ້​ໃນ​ເວລາ​​ເກີດ​ອັກ​ຄີ​ໄພ

cri


ໃນ​ຊີວິດ​ປະຈຳ​ວັນ​ຂອງ​ພວກ​ເຮົາ, ອາດ​ຈະ​ພົບ​​ໄພອັນ​ຕະລາຍຫຼາຍ​ຢ່າງ, ຄື​​ໄພ​ນ້ຳ​ຖ້ວນ​ແລະ​ອັກ​ຄີ​ໄພ​ເປັນ​ຕົ້ນ, ​ເມື່ອ​ພວກ​ເຮົາ​ປະ​ເຊີນ​ກັບ​ສະພາບ​ການ​ດັ່ງກ່າວ​ແລ້ວ​ພວກ​ເຮົາ​ຄວນ​ເຮັດ​ແນວ​ໃດ​ແດ່? ​ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຈະ​ແນະນຳ​ສິ່ງ​ຄວນ​ຮູ້​ບາງ​ຢ່າງ​​ເພື່ອ​ຊ່ອຍຕົນ​ເອງ​ໃນ​ເວລາ​ເກີດ​ອັກຄີ​ໄພ.

1, ​ໃນ​ເວລາ​ຮ່າງກາຍ​ຖືກ​ໄຟ

ຖ້າ​ຮ່າງກາຍ​ຄົນ​ເຮົາ​ຖືກ​ໄຟ, ຢ່າ​ແລ່ນ​ໂລ​ເລ​ເດັດຂາດ, ​ເພາະວ່າ​ແລ່ນຈະ​ເຮັດ​ໃຫ້​ມີ​ລົມ​ເກີດ​ຂຶ້ນ, ອາກາດ​ສົດ​ຈະ​ໂຮມ​ມາ​ຫາ​ຮ່າງກາຍ​ຄົນ​ເຮົາ​ຢ່າງ​ຫຼວງ​ຫຼາຍ, ຈ​ະ​ເຮັດ​ໃຫ້​ໄຟ​​ໄໝ​​ໂຕ​ເຣົານັ້ນແຮງ​ຂຶ້ນ; ນອກ​ນີ້, ​ໃນ​ເວລາ​​ຖືກ​​ໄຟ​ໄໝ້​ຄາ​ຄີງ, ​ແລ່ນ​​ໄປມາໂລ​ເລຈະ​ນຳ​ເອົາ​ໄປໃຫ້​ແຫ່ງ​ອື່ນຈະ​ພາ​ໃຫ້​ມີ​ບ່ອນ​ໄໝ້​ຂຶ້ນ​ໃໝ່, ​ເຮັດ​ໃຫ້​ອັກຄີ​ໄພ​ແຜ່ລາມ​ອອກ​ໄປ.

ຖ້າ​ຕົນ​ໂຕຖືກ​ໄຟ​ໄໝ້, ກ່ອນ​ອື່ນ​ຄວນ​ຫາ​ວິທີ​ແກ້​ເສື້ອ​ຜ້າອອກ, ຖ້າ​ແກ້​ບໍ່​ທັນ, ກໍ​ໃຫ້ກີ້​ງ​​ເກືອກກັບ​ບ່ອນ​ເພື່ອ​ດັບ​ໄຟ​ຫຼື​ໃຊ້​ເຄື່ອງ​ທີ່​ບໍ່​​ໄໝ້​ງ່າຍຟາດຕີບ່ອນ​​ໄຟ​ໄໝ້; ຖ້າ​ມີ​ຄົນ​ອື່ນ​ຢູ່​​ນຳ, ​ໃຫ້​ຄົນ​ອື່ນ​ຫົດ​ນ້ຳ​ໃສ່​, ຫຼື​ວ່າ​ໂຕນ​ລົງໜອງ​ຫຼື​ຫ້ວຍທີ່​ຢູ່​ໃກ້ເພື່ອ​ດັບ​​ໄຟ.

2, ຈະ​ຫາ​ວິທີໜີ​ອອກ​ຈາກ​ເຮືອນ​ທີ່​ເກີດ​ອັກຄີ​ໄພ​ແນວ​ໃດ

ກ່ອນ​ອື່ນ​ຕ້ອງ​ແຈ້ງ​ຕຳຫຼວດ​ດັບ​ເພີງ, ຈະ​ຕື່ນ​ປານ​ໃດ​ກໍ​ຢ່າ​ລືມ​ຕ້ອງ​ແຈ້ງ​ໂດຍ​ທັນທີ​, ຕ້ອງ​ບີບ​ກະດິງ​ແຈ້ງ​ສັນຍານ​ໄພ​ຫຼື​ໂທ​ຫາ​ກົມ​ຕຳຫຼວດ​​ໂດຍ​ດ່ວນ​ໂລດ, ຖ້າ​ແຈ້ງ​ຊັກ​ຊ້າ​ຈະ​ອັນຕະລາຍ​ທີ່​ສຸດ, ທັງ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ດັບ​ໄຟ, ​ແລະ​ເຄີກ​ເວລາ​ໃຫ້​ຄົນ​ໜີ​ອອກ​ໄປ. ​ໃຫ້​ສັງ​ເກດ​ວ່າ​ຢູ່​ມໍ່​ບ່ອນ​ເກີດ​ອັກຄີ​ໄພ​​ມີ​ເຄື່ອງ​ແຈ້ງເຫດໄຟໄໝ້ຫຼື​ບໍ່, ຖ່າບໍ່ມີ, ຄວນ​ໜີ​ອອກ​ຈາກ​ບ່ອບ​ເກີດ​ໄພ​ແລ້ວຫາ​ບ່ອນ​ແຈ້ງຕຳຫຼວດ​ດັບ​ເພີງໂດຍ​ທັນທີ.

ຖັດມາ​ແມນ​ໃຫ້​ເລືອກ​ທາງ​​ໜີ​​ເພື່ອ​ເອົາ​ຕົວ​ລອດ. ​ໃຊ້​ເຄື່ອງ​ດັບ​ເພິ​ງທີ່​ມີຢູ່​ຕາມ​ແ​ຫ່ງຕ່າງໆ​ດັບ​ໄພ​ທີ່ຫາ​ກໍ່​ເກີດ​ໃໝ່​ນັ້ນ​ແມ່ນ​ວິທີ​ໜີ​ອອກ​ຈາກ​ບ່ອນ​ເກີດ​ໄຟ​​ໄໝ້ຢ່າງ​ຕັ້ງໜ້າ. ​ແຕ່​ຖ້າ​ໄຟ​ແຮງ​ໂພດ, ຕ້ອງ​ຮັກສາ​ຄວາມ​ທຸ່ນ​ທ່ຽງໃຈ​ເຢັນໆ, ຊອກ​ຮູ້​ທິດ​ທີ່​ເກີດ​ໄຟ​​ໄໝ້ແລະ​​ທິດທາງ​ລົມ, ​ພະຍາ​ຍາມແລ່ນ​ໜີ​ອອກ​ຈາກ​ເຂດ​ເກີດ​​ໄຟ​ໂດຍ​​ໄວ​ໜີໄປ​ຕາມ​ທິດ​ກົງກັນຂ້າມ​ກັບ​ທິດ​ລົມກ່ອນ​ທີ່​ອັກຄີ​ໄພຈະ​ແຜ່​ລາມ​ອອກ; ​ເມື່ອ​​ໄຟ​ເລີ່​ມທັ່ງ​ເຂົ້າ​ມາ​ຕ້ອງ​ໜີ​ຢ່າງ​ວ່ອງ​ໄວ, ຢ່າຫ່ວງນຳ​ຊັບ​ສົມບັດ​ອີກ. ​ໃນ​ເວລາ​ເລືອກ​ທາງ​ໜີ​​ນັ້ນ, ຄວນ​ອີງ​ໃສ່​ສະພາບ​ໄຟ​ໄໝ້, ​ເລືອກ​ເອົາ​ຊ່ອງ​ທາງ​ແລະ​ອຸປະກອນ​ທີ່​ງ່າຍດາຍ​ແລະ​ປອດ​ໄພ​ກວ່າ​ໝູ່, ຄື​ຂັ້ນ​ໄດ​ໜີ​ໄຟ, ຂັ້ນ​ໄດ​ທຳ​ມະ​ດາ, ຂັ້ນ​ໄດ​ດັບ​ເພິ​ງ​ເປັນ​ຕົ້ນ, ນອກ​ນີ້​ຍັງ​ອາດ​​ໃຊ້​ປ່ອງຢ້ຽມ, ລະບຽງ​ແລະ​ທໍ່​ເປັນ​ຕົ້ນ​ເພື່ອ​ເອົາ​ຕົວ​ລອດ.

ຖ້າ​ປະຕູ, ປ່ອງຢ້ຽມ, ຊ່ອງ​ທາງ​ແລະ​ຂັ້ນ​ໄດ​ລ້ວນ​ແຕ່​ຖືກ​ໄຟ​​ໄໝ້ຕັນ​ແລ້ວ, ຄວນ​ປິດ​ປະຕູ​ແລະ​ຮູ​ລົມ​ອື່ນໆ​ໂດຍ​ທັນທີ, ປ້ອງ​ກັນ​ບໍ່​ໃຫ້​ຄວັນ​ເຂົ້າ. ​ຖ້າ​ມີເງື່ອນ​ໄຂ​, ຄວນ​ຫົດ​ນ້ຳ​ເຢັນ​ໃສ່​ຫົວ​ແລະ​ຮ່າງຄີງ​ຫຼື​ເອົາ​ຜ້າປ​ຽກຫໍ່​ຫົວ​ໃຫ້​ດີ, ​ເອົາ​ຜ້າ​ຫົ່ມ​ປຽກ​ຄຸມ​ຕົນ​ໂຕ, ​ແລ້ວ​ບຸ​ກອອກ​ຈາກ​ເຂດ​ອັນຕະລາຍ. ຖ້າ​ປະຕູ​ເຮືອນ​ຮ້ອນ​ຫຼາຍ, ກໍໝາຍ​ຄວາມ​ວ່າ​ໄຟ​ໄດ້​​ໄໝ້ຕັນທາງ​ແລະ​ບໍ່​ສາມາດ​ໜີ​ອອກ​ທາງ​ປະຕູ​ໄປ​ແລ້ວຄວນ​ອັດ​ປະຕູ​ໃຫ້​ແໜ້ນ, ຫົດ​ນ້ຳ​ໃສ່​ເພື່ອ​ໃຫ້​ອຸນຫະພູມ​ຕ່ຳ​ລົງ​ແລະຮ້ອງຫາ​ການຊ່ອຍ​ເຫຼືອ.

​ເວລາ​ເກີດ​ໄຟ​ໄໝ້ຄວນ​ລະວັງ​ຄວັນ​ແລະ​ອາຍ​ພິດ. ​ເພາະ​ວ່າ​ໃນ​ເວລາ​ເກີດ​ອັກຄີ​ໄພ, ວັດຖຸ​ເຄື່ອງ​ຂອງຕ່າງໆ​ຖືກໄໝ້​, ມັນ​ທຳລາຍອັອກຊີ​ແຊນ​ໃນ​ອາກາດ​ຢ່າງ​ວ່ອງ​ໄວ, ພ້ອມ​ກັນ​ນັ້ນ, ກໍລະບາຍ​ຄວັນ​ແລະ​ອາຍ​ທີ່​ມີພິດ​ອອກ​ມາ​ຢ່າງ​ຫຼວງ​ຫຼາຍ, ຄວາມ​ໄວ​ທີ່​ຄວັນ​ແລະ​ອາຍມີ​ພິດ​ເຫຼົ່າ​ນີ້​ແມ່ນ4​ເທົ່າ​ຮອດ8​ເທົ່າ​ຂອງ​ຄວາມ​​ໄວ​ໃນ​ການ​ແລ່ນ​ຂອງ​ຄົນ, ຄົນ​ເຮົາ​ອາດ​ຈະ​ຫາຍ​ໃຈ​ຝືດ​​ຍ້ອນ​ຖືກ​ຄວັນ​ແລະ​ອາຍ​ມີພິດ​ຫຼາຍ, ສະ​ນັ້ນ​ໃນ​ເວລາ​ເກີດ​ອັກຄີ​ໄພ​ຄວນ​ເອົາ​ຜ້າປ​ຽກປິດ​ປາກ​ແລະ​ດັງ, ໝູບ​ລົງ​ແລະ​ຄານ​ໄປ​ໜ້າ, ​ເພາະວ່າ​ຢູ່​ພື້ນ​ເຮືອນ​ມີ​ຄວັນ​ໜ້ອຍ, ​ແລະ​ມີ​ອາຍ​ອັອກຊີ​ແຊນ​ຫຼາຍ.

ບັດ​ນີ້ພວກ​ເຮົາຂໍແນະນຳ​ສິ່ງ​ຄວນ​ຮູ້​ບາງ​ຢ່າງ​ເພື່ອ​ປ້ອງ​ກັນ​ອັກຄີ​ໄພ

1, ຢ່າ​ຖິ້ມ​ເຄື່ອງ​ມີ​​ເຊື້ອໄຟ​ຢ່າງ​ຊະຊາຍ, ພໍ່​ແມ່ຄວນ​ມ້ຽນ​ໄມ້​ຂີດ​ໄຟ​ແລະ​ກັບ​ໄຟ​ໃຫ້​ດີ, ປ້ອງ​ກັນ​ບໍ່​ໃຫ້​ເດັກນ້ອຍ​ເອົາ​ມາ​ຫຼິ້ນ, ​ທີ່​ອາດ​ຈະພາ​ໃຫ້​ເກີດ​ອັກຄີ​ໄພ.

2, ​ໃນ​ເວລາດື່ມ​ເຫຼົ້າ​ແລ້ວ, ຍາມອິດ​ເມື່ອຍ​ຫຼື​ວ່າ​ກ່ອນ​ຈະ​ນອນ​ຢ່າ​ນອນ​ສູບຢາຢູ່​ເທິງ​ຕຽງ​ແລະ​ຕັ່ງ​ຊາ​ລົງ.

3, ​ໃນ​ເວລາ​ອອກ​ໄປ​ທາງ​ນອກຫຼື​ກ່ອນ​ຈະ​ນອນ​ຕ້ອງມອດ​ໄຟ​ຢູ່​ໃນ​ແລະ​ນອກ​ເຮືອນ, ປິດ​ເຄື່ອງ​ໄຂ​ອັດຂອງ​ອາຍ​ແກ​ສ​ໄວ້.

4, ຢ່າ​ກອງ​ເຄື່ອງ​ຂອງ​ຢູ່​ຕາ​ມລະບຽງ​ແລະ​ຂັ້ນ​, ຮັກສາ​ໃຫ້​ທາງ​ອອກ​ປອດ​ໄພ​ແລະລຸ​ລ່ວງ​.
5, ຢ່າ​ຕໍ່ສາຍ​ໄຟຟ້າທົ່ວທີບ.

6, ​ໃນ​ເວລາ​ໃຊ້​ເຕົາລີດ​ໄຟຟ້າ, ​ເຄື່ອງ​ເປົ່າ​ຜົມໄຟຟ້າ​ແລະຈອກ​ຕົ້ມ​ນ້ຳ​ຮ້ອນ​ໄຟຟ້າເປັນ​ຕົ້ນ, ​ບໍ່​ຄວນ​ປະ​ເຄື່ອງ​ເຫຼົ່າ​ນີ້​ໄປ, ​ແລະ​ບໍ່​ຄວນ​ເອົາ​​ໄຕ້ດອກ​ໄຟຟ້າ​​ເພື່ອ​ຝີງ​ໄຟ​ຫຼື​ຂາງ​ເສື້ອ​ຜ້າ​ໃຫ້​ແຫ້ງ.
7, ຢ່າ​ໃຊ້​ໄມ້​ຂີດ​ໄຟ​ຫຼື​​ເຫຼັກໄຟ​ມາກ​ວດ​ເບິ່ງອາຍ​ແກ​ສຮົ່ວ​​ຫຼື​ບໍ່, ຄວນ​ໃຊ້​ນ້ຳສະບູ​ກ​ວດຈິ່ງ​ຖືກຕ້ອງ.

8, ຢ່າ​ໃຊ້​ເຄື່ອງສີດຢູ່ໃກ້ໄຟ, ​ເພາະ​ມັນ​ອາດ​ຈະ​ໄໝ້​ແລະ​ລະ​ເບີດ​ແລ້ວພາ​ໃຫ້​ເກີດ​ອັກຄີ​ໄພ.
9, ​ໃນ​ລະດູ​ຮ້ອນ, ​ເມື່ອ​ໄຕ້​ຢາອູດ​ຍຸງ​ນັ້ນ, ຢ່າ​ວາງ​ໄວ້​ຢູ່​ໃກ້​ກັບ​ວັດຖຸ​ໄວ​ໄຟ​ເຊັ່ນ​ຕຽງ​ແລະ​ຜ້າ​ກັ້ງ​ປ່ອງ​ຢ້ຽມ​​ເປັນ​ຕົ້ນ.

10, ນ້ຳມັນ​​ແອັດ​ຊັງ​ແລະ​ນ້ຳມັນ​ກາ​ຊວນ​ທີ່​​ແຮ​ໄວ້​ໃນ​ເຮືອນ​ຢ່າງ​ຫຼາຍ​ບໍ່​ໃຫ້ກາຍ5​ລິດ, ​ແລະ​ຄວນ​ໃຊ້​ເຄື່ອງ​ບັນຈຸ​ທີ່​​ໄດ້​ມາດຕະຖານ. ​ໃນ​ເວລາ​ຕື່ມ​ນ້ຳມັນ​​ໃສ່​ລົດ​ນັ້ນ, ຄວນ​ໄກ​ຈາກ​ໄຟ, ​ບໍ່​ຄວນ​ສູບຢາ, ຖ້າ​ບໍ່​ດັ່ງ​ນັ້ນ​ຈະ​ອັນຕະລາຍ​ຫຼາຍ, ອາດ​ຈະ​ພາ​ໃຫ້​ໄໝ້ແລະ​ລະ​ເບີດ, ພາ​ໃຫ້​ເກີດ​ອັກຄີ​ໄພ​ໄດ້.