|
 |
(GMT+08:00)
2006-08-15 15:47:23
|
 |
ເວົ້າເລື່ອງທ່ານອນທີ່ຜົນສະທ້ອນຕໍ່ສຸຂະພາບ
cri

ທ່ານຜູ້ຟັງ, ມີຫຼາຍຄົນບອກວ່ານອນຈັ່ງໃດກໍໄດ້, ຂໍແຕ່ສະບາຍກໍເປັນພໍ, ບໍ່ຕ້ອງຫົວຊານຳທ່ານອນນັ້ນຫຼາຍເກີນໄປ. ທີ່ຈິງແລ້ວ, ການນອນບໍ່ຖືກທ່າບໍ່ພຽງແຕ່ນອນບໍ່ສະບາຍເທົ່ານັ້ນ, ຫາກຍັງມີຜົນສະທ້ອນຕໍ່ສຸຂະພາບນຳອີກ. ທ່ານອນ4ແບບຕໍ່ໄປມີຄວນເລືອກຕາມຄົນ.
ນອນຫງາຍ: ຈຸດດີ: ຕາມຊາບມາ, ມີຄົນເຖິງ60%ເລືອກເອົາທ່ານອນຫງາຍ, ເພາະວ່າທ່ານອນຫງາຍບໍ່ໜີງເຕັງຖືກອະໄວຍະວະພາຍໃນ, ແມ່ນທ່ານອນທີ່ດີທີ່ສຸດ.
ແຕ່ກໍມີຈຸດອ່ອນ: ຄືຈະພາໃຫ້ກົກລີ້ນຢ່ອນລົງໄປ, ຕັນຫຼອດລົມຫາຍໃຈ, ທ່ານອນແບບນີ້ບໍ່ເໝາະສຳລັບຜູ້ມັກໂກນແລະມີພະຍາດຫຼອດລົມຫາຍໃຈ.
ທ່ານອນຂວ້ຳ: ມີຈຸດດີທີ່ວ່າອາດຮູ້ສຶກປອດໄພໃນຍາມນອນ, ທັງຊ່ອຍໃຫ້ເຄື່ອງທີ່ຄາຢູ່ໃນປາກລະບາຍອອກ; ພ້ອມກັນນັ້ນ, ກໍມີຜົນດີສຳລັບຜູ້ທີ່ມີພະຍາດກະດູກສັນຫຼັງ.
ຈຸດອ່ອນ: ແມ່ນມັນໜີບໝາກຫົວໃຈແລະປອດ, ກະທົບກະເທືອນການຫາຍໃຈ, ຜູ້ທີ່ເປັນພະຍາດຫົວໃຈ, ເລືອດດັນສູງແລະເສັ້ນເລືອດຕັນໃນສະໝອງບໍ່ຄວນນອນຂວ້ຳ.
ທ່ານອນສະແຄງເບື້ອງຊ້າຍ: ບໍ່ມີຈຸດດີຈັກຢ່າງ
ຈຸດອ່ອນ: ເພາະວ່າໝາກຫົວໃຈຂອງຄົນເຮົາຢູ່ເບື້ອງຊ້າຍ, ນອນສະແຄງເບື້ອງຊ້າຍຈະເຕັງຖືກໝາກຫົວໃຈແລະກະເພາະອາຫານ, ໂດຍສະເພາະແມ່ນຜູ້ທີ່ມີພະຍາດກະເພາະອາຫານ, ຕັບອັກເສບແລະເປັນໜີ້ວໃນບີນັ້ນບໍ່ຄວນນອນສະແຄງເບື້ອງຊ້າຍ.
ທ່ານອນສະແຄງເບື້ອງຂວາ: ຈຸດດີ: ແມ່ນບໍ່ເຕັງໝາກຫົວໃຈ, ຮູ້ສຶກແຈບໃຈ.
ສ່ວນຈຸດອ່ອນ: ແມ່ນກະທົບກະເທືອນການເໜັງຕີງຂອງປອດເບື້ອງຂວາ, ບໍ່ເໝາະສຳລັບຜູ້ເປັນພະຍາດປອດບວມ.
|
|
|