ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-15 16:07:42    
ທ່ານ​ຫລີ​ຈ້າວ​ຊິ່ງ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ຕໍ່​ຝ່າຍ​ຍີ່​ປຸ່ນ​ກ່ຽວ​ກັບ​ນາ​ຍົກ​ລັດ ຖະ​ມົນ​ຕີ​ຍີ່​ປຸ່ນ​ໄປ​ນະ​ມັດ​ສະ​ການ​ວັດ​ຢາ​ຊື​ຄຸ​ນິ

cri Author: sayvanny
ຕາມ​ຂ່າວ CRI:ຕອນ​ເຊົ້າວັນ​ທີ 15 ສິງ​ຫາ,ທ່ານ​ຫລິ​ຈ້າວ​ຊິ່ງ ລັດ​ຖະ ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຮຽກ​ພົບ​ທ່ານ​ມີ​ຢາ​ໂມ​ໂຕ​ຢູ​ຈິ​ ​ເອກ​ອັກ​ຄະ​ຣາ​ຊະ​ທູດ​ຍີ່​ປຸ່ນປະຈຳ​ຈີນ​ໂດຍ​ດ່ວນ, ຕໍ່​ວ່າ​ຕໍ່​ຂານ​ຢ່າງ​ເຄັ່ງຂຶມ​ແລະ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ​ກ່ຽວ​ກັບ​ທ່ານ​ຈູ​ນີຊີ​ໂຣ.​ໂກ​ອິຊຸ​ມິ ນາ​ຍົກ​ລັດ​ຖະ​ມົນ ຕີ​ຍີ່​ປຸ່ນ​ໄປ​ນະ​ມັດ​ສະ​ການ​ວັດ​ຊື​ຄຸ​ນິ​ອີກ​ເທື່ອ​ຫນຶ່ງ.

ທ່ານ​ຫລີ​ຈ້າວ​ຊິ່ງ​ຊີ້​ອອກ​ວ່າ, ທ່ານໂກ​ອິຊຸ​ມິດື້​ດຶງ​ໄປ​ນະມັດສະການ​ວັດ​ຢາ​ຊືຄຸ​ນິທີ່​ຕັ້ງປ້າຍ​ບູຊາ​ອາ​ຊະ​ຍາ​ກອນ​ສົງ​ຄາມ​ຊັ້ນ​ຫນຶ່ງ​ໃນ​ສະ​ໄຫມ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ,​ໄດ້​​ແຕະ​ຕ້ອງ​ຈິດ​​ໃຈ​ຂອງ​ປະ​ຊາ​ຊົນ​ຂອງ​ປະ​ເທດ​ທີ່​ປະ​ສົບ​ໄພ​ສົງຄາມ​ຮຸກ​ຮານ​ຂອງ​ລັດ​ທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ​ຢ່າງ​ຫນັກ​ຫນ່ວງ, ​ໄດ້​ທຳ ລາຍ​ພື້ນຖານ​ການ​ເມືອງ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ. ລັດ​ຖະ ບານ​ແລະ​ປະ​ຊາ​ຊົນ​ຈີນ​ຮູ້ສຶກ​ຄຽດ​ແຄ້ນ​ທີ່​ສຸດ​ແລະ​ກ່າວ​ປະນາມ​ຢ່າງ​ເຂັ້ມ ງວດຕໍ່​ເລື່ອງ​ນີ້.

ທ່ານ​ຫລີ​ຈ້າວ​ຊິ່ງ​ກ່າວ​ເນັ້ນ​ວ່າ, ຈີນ​ແມ່ນ​ປະ​ເທດ​ປະສົບ​​ເຄາະຮ້າຍ​ແຮງ​ກວ່າ​ຫມູ່​ໃນ​ສົງຄາມ​ລັດທິ​ລັດ​ຖະ​ທະ​ຫານ​ຍີ່​ປຸ່ນ​ຮຸກ​ຮານ​ຕ່າງປະ​ເທດ.ສະ​ນັ້ນ,ລັດ​ຖະ ບານ​ຍີ່​ປຸ່ນຮັບ​ຮູ້​ປະ​ຫວັດ​ສາດ​ຕອນ​ນີ້​ຢ່າງ​ຖືກ​ຕ້ອງ,​ແມ່ນ​ພື້ນ​ຖານ​ການ​ເມືອງ​ທີ່ຈະ​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ຍີ່​ປຸ່ນ​ໄດ້​ຮັບ​ການ​ຟື້ນ​ຟູ​ແລະ​ຂະ​ຫຍາຍ​ຕົວ​ພາຍ​ຫລັງ​ສົງ​ຄາມ,​ແລະ​ກໍ່​ແມ່ນ​ປະ​ຖົມ​ປັດ​ໄຈ​ສຳຄັນ​ທີ່​ໃຫ້​ສອງ​ປະ​ເທດ​ພ້ອມ​ກັນ​ມຸ້ງ​ຫນ້າ​ໄປ​ສູ່​ອະ​ນາ​ຄົດ.

ທ່ານ​ເວົ້າວ່າ, ບົນ​ພື້ນ​ຖານ​ເອ​ກະ​ສານ​ການ​ເມືອງ​ສາມ​ສະບັບ​ຈີນ​ກັບ​ຍີ່​ປຸ່ນ, ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ຈະ​ສືບ​ຕໍ່​ພ້ອມ​ກັນ​ກັບ​ນັກ​ການ​ເມືອງ​ແລະ​ປະ​ຊາ​ຊົນ​ຍີ່​ປຸ່ນ​ທີ່​ຖະ​ຫນຸ​ຖະ​ຫນອມ​ແລະ​ທຸ່ມ​ເຫື່ອ​ເທ​ແຮງ​ຮັກ​ສາ​ມິດ​ຕະ​ພາບ ຈີນ​ຍີ່​ປຸ່ນ,ອີງ​ໃສ່​ນ້ຳ​ໃຈ"ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ,ມຸ້ງ​ຫນ້າ​ໄປ​ສູ່​ອະ​ນາ ຄົດ", ​ທຸ່ມ​ເຫື່ອ​ເທ​ແຮງ​ເຂົ້າ​ໃນ​ການ​​ເຮັດ​ໃຫ້​ສອງ​ປະ​ເທດຢູ່​ຮ່ວມ​ກັນ​ໂດຍ​ສັນ ຕິ​ແລະ​ພ້ອມ​ກັນ​ພັດ​ທະ​ນາ.