ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-16 15:54:06    
ຂົວ​ທາງ​ອາ​ກາດ​060815(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍຂອງທ່ານ​ເຈ້ຍຢ່າງທີ່​ຢູ່ບ້ານ​ສີໂພນໄຊ ເມືອງແປກ ແຂວງ​ຊຽງຂວາງ,​ໃນ​ຈົດ​ໝາຍ,ທ່ານ​ເຈ້ຍ​ຢ່າງ​ໄດ້​ຂອບ​ໃຈ​ພວກ​ເຮົາ​ທີ່​ໄດ້​ຝາກ​ແບບຮຽນ​ພາສາ​ຈີນ​ແລະ​ແຜ່ນ
CD​ໃຫ້​​ເພິ່ນ​ເປັນ​ພິ​ເສດ,ພ້ອມ​ກັນ​ນັ້ນ,ຍັງ​ໄດ້​ມີ​ຄຳ​ຖາມ​ຫຼາຍ​ຂໍ້​ທີ່​ທ່ານ​ເອງສົນ​ໃຈ​ມາ,ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ທ່ານ​ເຈ້ຍ​ຢ່າງ​ທີ່​ສົ່ງຈົດ​ໝາຍ​ມາ​ຍັງ​ພວກ​ເຮົາ,​ແລະ​ຫວັງ​ໃຫ້​ຜູ້​ຟັງ​ອື່ນໆ​ຄົງ​ຈະ ຄື​ທ່ານ​ເຈ້ຍ​ຢ່າງ​ ຕັ້ງ​ຄຳ​ຖາມ​ທີ່ສົນ​ໃຈນຳ​ໃຫ້​ພວດ​​ເຮົາ,ພວກ​ເຮົາ​ຈະ​ຕອບ​​ຄຳ​ຖາມ​ທີ່​ທ່ານ​ສົນ​ໃຈນັ້ນ​ໃນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ທີ່​ອອກ​ອາກາດ​ໃນ​ທຸກ​ວັນ​ສຸກ,​​ເພື່ອມາ​ເພິ່ມການ​ແລກ​ປ່ຽນລະ​ຫວ່າງ​ລາຍການ​​ພວກ​ເຮົາ​ກັບ​ຜູ້​ຟັງທັງຫຼາຍ.

ໃນ​ຈົດ​ໝາຍ,ທ່ານ​ເຈ້ຍ​ຢ່າງ​ຍັງ​ຂຽນ​ວ່າ, "ປື້ມຮຽນ​ພາສາ​ຈີນແລະ CD ທີ່ສົ່ງ​ມາໃຫ້​ນັ້ນໄດ້ຮັບແລ້ວ,ຂອບໃຈ​ຫຼາຍໆ​ທີ່ສະ​ຫຼະເວລາ​ສົ່ງມາ​ໃຫ້​ແລະນ້ອງ​ຄິດ​ວ່າ,ສິ່ງເຫຼົ່າ​ນີ້ນ້ອງ​ຈະໃຊ້ໃຫ້​ເປັນປະ​ໂຫຍດ​ແກ່ນ້ອງ​ຫຼາຍພໍ​ສົມຄວນ.ເນື່ອງ​ໃນໂອ​ກາດ​ນີ້,ນ້ອງຂໍ​ຟັງເພງ​ຈີນເພງ​ໜຶ່ງ,ມອບໃຫ້​ເພື່ອນ​ມິດ​ຜູ້ຟັງ CRI ທຸກໆຄົນ​ທີ່ກຳລັງ​ຟັງຢູ່."

ສຸດ​ທ້າຍ,ພວ​ກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ທ່ານ​ເຈ້ຍ​ຢ່າງ ຕາມ​ຄວາມ​ປະສົງ​ຂອງ​ທ່ານ,ພ້ອມ​ດ້ວຍຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້.​ເພງ​ນີ້​ຊື່ວ່າ"​ໄສ​ຮົງ​ເຕີ​ເວີ່​ຍຊ້ຽວ",​​ແປ​ວ່າການ​ຍີ້ມຂອງ​ຮຸງ​ກິນ​ນ້ຳໃນ​ທ່າມກາງ​ສຽງ​ເພງ​ນີ້,ພວມ​ເຮົາ​ມາ​ຍິ້ມ​ນຳ​ກັນ,ພົບ​ກັນ​​ໃໝ່​​ໃນ​ມື້​ອື່ນ,ສະບາຍດີ.