ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 08:19:16    
ຂົວ​ທາງ​ອາ​ກາດ​060816(ສຽງ)

cri

ຫວ່າງ​ມໍ່ໆ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ຂອງ​ນ້ອງເປົ່າຈົວ ຈົງຕູ່​ຮ້າງທີ່​ຢູ່ບ້ານຫົວ​ຄັງ ເມືອງຊຳ​ເໜືອ ແຂວງ​ຫົວພັນ,​ໃນຈົດ​ໝາຍນ້ອງ​ເປົ່າ​ຈົວຂຽນ​ວ່າ,ນ້ອງມັກ​ຟັງ​ຊີອາໄອ​ມາຕະ​ຫຼອດ​ໄລຍະ​ເກືອບ​ສອງປີ,ເຫັນ​ວ່າ,ວິທະຍຸ​ຊີ​ອາ​ໄອ​ນີ້​ມີ​ຄວາ​ມຮູ້​ຫຼາຍ​ຕໍ່​ນ້ອງ,​ແຕ່​ຍ້ອນ​ວ່າ​ຍັງ​ເຂົ້າ​ໂຮງຮຽນ​ຢູ່,ຈຶ່ງ​ບໍ່​ມີ​ໂອກາດ​ຂຽນ​ຈົດໝາຍ​ມາ​ຖາມ​ຂ່າວ​ແລະ​ເລົ່າ​ຄວາມ​ຮູ້ສຶກ​ຂອງ​ນ້ອງ​ຕໍ່​ຊີ​ອາ​ໄອ​ໃຫ້​ພວກ​ອ້າຍ​​ເອື້ອຍ​ຮູ້ຈັກ​ເທື່ອ,​ເທື່ອ​ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ໄດ້​ຂຽນ​ຈົດໝາຍ​ສະບັບ​ນີ້​ສົ່ງ​ມາ​ໃຫ້​ຊີ​ອາ​ໄອ​ພາກ​ພາສາ​ລາວ.​ແຕ່​ກ່ອນ,ນ້ອງ​ບໍ່​ທັນ​ຮູ້​ຊີ​ອາ​ໄອ,ນ້ອງ​ບໍ່​ຮູ້​ຫຍັງ​ກ່ຽວ​ກັບ​ຈີນ​ແລະ​ບໍ່​ຮູ້​ສະພາບ​ການ​ຂອງ​ໂລກ​ເລີຍ,​ແຕ່​ເມື່ອ​ໄດ້​ຟັງ​ຂ່າວ​ຄາວ​ຈາກ​ຊີ​ອາ​ໄອ​ແລ້ວ,ພາ​ໃຫ້​ນ້ອງ​ຮູ້​ສະພາບ​ການ​ປ່ຽນ​ແປງ​ຂອງ​ສາກົນ​ແລະ​ການ​ຂະ​ຫຍາ​ຍຕົວ​ຂອງ​ເສດຖະກິດ​ຈີນ ການ​ຮ່ວມ​ມື​ລະ​ຫວ່າງ​ລັດຖະ​ບານ​ລາວ-ຈີນ​ແລະ​ອື່ນໆ,ນ້ອງ​ຍັງ​ມັກ​ຟັງ​ລາຍການ​ອື່ນໆ​ຂອງ​ຊີ​ອາ​ໄອ​ເຊັ່ນ​ວ່າ​ລາຍການ​ເພື່ອນ​ມິດ​ຜູ້​ຟັງ ສວນ​ວິທະ​ຍາສາດ​ແລະ​ການ​ສຶກສາ ສາລະ​ໜ້າ​ຮູ້​ແລະ​ສອນ​ພາສາ​ຈີນ,ນອກ​ນີ້,ນ້ອງ​ຍັງ​ມັກ​ຟັງ​ເພງ​ຈີນ​ທີ່​ສຸດ,ຢາກ​ຂໍ​ໃຫ້​ພວກ​ອ້າຍ​​ເອື້ອຍ​ເປີດ​ເພງຈີນ​ໃຫ້​ນ້ອງ​ຟັງ​ແດ່,​ເພງ​ໃດ​ກໍ່​ໄດ້​ແລະ​ຂໍ​ຝາກ​ໃຫ້​ເພື່ອນ​ມິດ​ທຸກ​ຄົນ​ທີ່​ເຄີຍ​ຕິດຕາມ​ຟັງ,ພ້ອມ​ດ້ວຍ​ພວກ​ອ້າຍ​​ເອື້ອຍ​ທີ່​ຈັດ​ລາຍການ​ຢູ່​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ຟັງ​ນຳ​ກັນ​ແດ່.​ເມື່ອ​ຟັງ​ແລ້ວ​ໃຫ້ທຸກ​ຄົນ​ຈົ່ງ​ມີ​ສຸຂະພາບ​ແຂງ​ແຮງ​ດີ​ຕະຫຼອດ​ໄປ."

ສຸພາສິດ​ຈີນ​ເວົ້າ​ວ່າ:"​ເທື່ອ​ທຳ​ອິດບໍ່​ຄຸ້ນ​ເຄີຍ,​ເທື່ອ​ທີ​ສອງ​ກໍ່​ຄຸ້ນ​ເຄີຍ".ນ້ອງ​ເປົ່າ​ຈົວ​ໄດ້​ຝາກ​ຈົດໝາຍ​ສະບັບ​ທຳ​ອິດ​ໃຫ້​ພວກ​ເຮົາ,ພວ​ກ​ເຮົາ​​ເຊື່ອ​ວ່າຈະ​ ​ມີ​ສະບັບ​ທີ​ສອງ,ສະບັບ​ທີ​ສາມ​​ແລະ​ສະບັບ​ຕໍ່ໆ​ໄປຢ່າງ​ແນ່ນອນ, ພວ​ກ​ເຮົາ​ຍິນດີ​ຕ້ອນຮັບ​ຢ່າງ​ຈິງ​ໃຈ​ຜູ້​ຟັງຈົ່ງ​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ​ເ​ລື້​ອຍໆ,ນ້ອງ​ເປົ່າ​ຈົວ​ຝາກ​ຈົດໝາຍ​ເທື່ອທຳ​ອິດ​ກໍ່​ໄດ້​ຝາກ​ໃບຕອນ​ຄຳ​ຖາມ​ເສັ້ງຄວາມ​ຮູ້​ມາ​ຍັງ​ພວກ​ເຮົາ,ນະ​ທີ່​ນີ້,ພວ​ກ​ເຮົາ​ຂອບ​ໃຈ​ນ້ອງ​ອີກ,ພ້ອມ​ກັນ​ນັ້ນ,ກໍ່ຫວັງ​ວ່າ​ຄົງ​ຈະ​ມີ​ຜູ້​ຟັງຫຼາຍ​ກວ່າ​​ເກົ່າ​ເຂົ້າ​ຮ່ວມ​ລາຍການ​.

ສຸດ​ທ້າຍ,ດວງ​ພະ​ຈັນຂໍຈັດ​​ເພງມ່ວນໆ​ເພງ​ໜຶ່ງ​ໃຫ້​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້ຕາມ​ຄວາມ​ປະສົງ​ຂອງ​ນ້ອງ​ເປົ່າ​ຈົວ,​ເພງ​ນີ້​ຊື່ວ່າ"ອີ້​ເຊີ່ງ​ໂອ່​ຕີ້​ງ",​ແປ​ວ່າ"ນັດ​ຕະ​ຫຼອດ​ໄປ".