
ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ເປົາບຸ້ນຈິ້ນແມ່ນຂ້າລາຊະການປອດໃສໄຮ້ມົນທິນທີ່ມີຊື່ສຽງດົ່ງດັງຜູ່ໜຶ່ງໃນປະຫວັດສາດຈີນ, ໃນຕະຫຼອດຊີວິດ ເພິ່ນເປັນຂ້າລາຊະການທີ່ປອດໃສໄຮ້ມົນທິນແລະທ່ຽງທຳກົງໄປກົງມາ, ບໍ່ຢ້ານກົວພວກຂຸນນາງຜູ່ມີອິດທິພົນ, ດຳເນີນຄະດີຢ່າງທ່ຽງທຳໂດຍບໍ່ໄວ້ໜ້າໄວ້ຕາໃຜໝົດ. ໃນເກືອບພັນປີມານີ້, ເປົາບຸ້ນຈິ້ນໄດ້ຮັບຄວາມເຄົາລົບແລະຍ້ອງຍໍສໍລະເສີນຈາກຄົນທັງຫຼາຍໂດຍຕະຫຼອດ. ໃນລາຍການອາລະຍະທຳຈີນພາກນີ້, ຂ້າພະເຈົ້າຈະສະເໜີເປົາບຸ້ນຈິ້ນຕົວຈິງປະຫວັດສາດສູ່ທ່ານຟັງ.
ເປົາບຸ້ນຈິ້ນເກີດໃນປີ 999, ແມ່ນນັກການເມືອງ ນັກປະຕິຮູບແລະຜູ່ຊ່ຽວຊານດ້ານກົດໝາຍທີ່ມີຄວາມຮູ້ແລະມີອຸດົມການທີ່ສຸດໃນປະຫວັດສາດຈີນ. ແຕ່ວ່າ ໃນພື້ນເມືອງຈີນ, ຄົນທັງຫຼາຍມັກເອີ້ນເປົາບຸ້ນຈິ້ນເປັນ "ຂຸນນາງປອດໃສໄຮ້ມົນທິນອັນດັບໜຶ່ງໃນໂລກ" ຫຼາຍກວ່າ. ນີ້ມີສາຍເຫດຫຍັງ?
ເປົາບຸ້ນຈິ້ນມີຊີວິດຢູ່ໃນລາຊະວົງຊົ້ງເໜືອ, ໃນຄາວນັ້ນ ປະຊາຊົນໄດ້ຫາບແບກຢ່າງໜັກໜາສາຫັດ, ສະຖານະການຢູ່ແຫ່ງຕ່າງໆຂອງຈີນປັ່ນປ່ວນວຸ້ນວາຍ ຄື ພົນທະຫານກໍ່ການກະບົດ ຊາວນາລຸກຮືຂຶ້ນເປັນຕົ້ນ. ໂດຍປະເຊີນກັບສະຖານະການການເມືອງຄືແນວນີ້, ເປົາບຸ້ນຈິ້ນມີເຈດຈຳນົງດຳເນີນການປະຕິຮູບທາງດ້ານການເມືອງ, ແລະສະເໜີວ່າ ໃນເວລາແຕ່ງຕັ້ງເຈົ້າໜ້າທີ່ນັ້ນ ຄວນແຕ່ງຕັ້ງຜູ່ມີຄວາມຮູ້ຄວາມສາມາດແລະທ່ຽງທຳ, ຫຼີກເວັ້ນຜູ່ສໍ້ໂກງໃຈຄົດ; ໃນດ້ານນະໂຍບາຍເສດຖະກິດ, ເປົາບຸ້ນຈິ້ນມີເຈດຈຳນົງຫຼຸດລາຍຈ່າຍຂອງລາຊະສຳນັກ, ຫຼຸດການກົດຂີ່ຂູດຮີດສາມັນຊົນ; ໃນນະໂຍບາຍການທະຫານແລະນະໂຍບາຍການຕ່າງປະເທດ, ເປົາບຸ້ນຈິ້ນມີເຈດຈຳນົງສ້າງປະຊາຊົນໃຫ້ຮັ່ງມີແລະສ້າງປະເທດໃຫ້ເຂັ້ມແຂງ, ປັບປຸງກຳລັງປ້ອງກັນຊາຍແດນແລະອື່ນໆ. ແຕ່ເນື່ອງຈາກຜູ່ປົກຄອງໄຮ້ຄວາມສາມາດ, ມາດຕະການປະຕິຮູບທີ່ເປົາບຸ້ນຈິ້ນສະເໜີອອກມານັ້ນ ໄດ້ຮັບການນຳໃຊ້ແລະຈັດວາງປະຕິບັດໜ້ອຍທີ່ສຸດ, ສະນັ້ນ, ຄວາມສາມາດຂອງເປົາບຸ້ນຈິ້ນຈຶ່ງໄດ້ສະແດງໃຫ້ເຫັນໃນດ້ານສະຕິປັນຍາ ທ່ຽງທຳແລະການຕັດສິນຢ່າງຂາດຕົວຂອງເພິ່ນໃນເວລາຊຳລະຄະດີນັ້ນຫຼາຍກວ່າ.
ເມື່ອຄົນຈີນກ່າວເຖິງເປົາບຸ້ນຈິ້ນ ກໍຈະນຶກເຖິງປະໂຫຍກທີ່ວ່າ "ປະຕິບັດຕາມກົດໝາຍຢ່າງເຄັ່ງຄັດທີ່ສຸດ ທ່ຽງທຳໂດຍບໍ່ໄວ້ໜ້າໃຜໝົດ". ນີ້ກ່ອນອື່ນແມ່ນໄດ້ສະແດງໃຫ້ເຫັນຈາກເປົາບຸ້ນຈິ້ນເອງ. ໃນເວລາເປົາບຸ້ນຈິ້ນເຂົ້າຮັບລາຊະການບໍ່ດົນ, ມີຍາດພີ່ນ້ອງຜູ່ໜຶ່ງລະເມີດກົດໝາຍ, ແລະຖືກກ່າວຟ້ອງຕໍ່ອົງການປົກຄອງທ້ອງຖິ່ນ. ເປົາບຸ້ນຈິ້ນໄດ້ຊຳລະຄະດີຕາມກົດໝາຍ, ຄຶຕີດ້ວຍແປ້ນ--ເມື່ອເປັນຈັ່ງຊັ້ນ, ຍາດພີ່ນ້ອງທີ່ແຕ່ເດີມຢາກສວຍໃຊ້ເປົາບຸ້ນຈິ້ນເຫຼົ່ານັ້ນ ກໍບໍ່ກ້າເຮັດຕາມລຳພັງໃຈອີກ. ເປົາບຸ້ນຈິ້ນເຄີຍດຳລົງຕຳແໜ່ງຢູ່ແຂວງກວາງຕຸ້ງ ທາງພາກໃຕ້ຂອງຈີນ, ຢູ່ແຖບເມືອງຈ້າວຊິ້ງແຂວງກວາງຕຸ້ງ, ແມ່ນບ່ອນຜະລິດຫີນຝົນມຶກຕ່ວນເຢ້ນ ເຊິ່ງແມ່ນໜຶ່ງໃນຫີນຝົນມຶກທີ່ຊື່ດັງ 4 ຊະນິດຂອງຈີນ. ເຈົ້າໜ້າທີ່ປົກຄອງທ້ອງຖິ່ນໃນເມື່ອກ່ອນ ຖືການຖະຫວາຍຫີນຝົນມຶກຕ່ວນເຢ້ນໃຫ້ຮ້ອງເຕ້ເປັນຂໍ້ອ້າງ, ສວຍໂອກາດກອບໂກຍຢ່າງບັງອາດ. ຫີນຝົນມຶກທີ່ຖືກພວກເຂົາເຈົ້າກອບໂກຍນັ້ນ ຍັງຫຼາຍກວ່າຈຳນວນທີ່ຖະຫວາຍໃຫ້ຮ້ອງເຕ້ນັ້ນຕັ້ງຫຼາຍສິບເທົ່າ. ແຕ່ພາຍຫຼັງເປົາບຸ້ນຈິ້ນໄປດຳລົງຕ່ຳແໜ່ງຢູ່ແຫ່ງນັ້ນແລ້ວ, ເພິ່ນພຽງແຕ່ເກນເອົາຫີນຝົນມຶກຕ່ວນເຢ້ນຕາມຈຳນວນທີ່ຈະຖະຫວາຍໃຫ້ຮ້ອງເຕ້ເທົ່ານັ້ນ, ເປົາບຸ້ນຈິ້ນບໍ່ໄດ້ເອົາໄວ້ຈັກແຜ່ນ.
ໃນເວລາດຳລົງຕ່ຳແໜ່ງຢູ່ທ້ອງຖິ່ນ, ບໍ່ວ່າຢູ່ບ່ອນໃດ, ເປົາບຸ້ນຈິ້ນກໍ່ຖືການຫຼຸດການຫາບແບກຂອງປະຊາຊົນແລະການປະຕິຮູບການບໍລິຫານທີ່ມີຂໍ້ຂາດຕົກບົກຜ່ອງເປັນໜ້າທີ່ຂອງຕົນ. ໃນເວລາດຳລົງຕຳແໜ່ງຢູ່ເມືອງຫຼວງ, ເປົາບຸ້ນຈິ້ນໄດ້ຍື່ນໜັງສືໃຫ້ຮ້ອງເຕ້ຫຼາຍເທື່ອ, ສະເໜີໃຫ້ຮ້ອງເຕ້ຍົກເວັ້ນອະພິສິດທີ່ພະລາຊະທານໃຫ້ຂຸນນາງຜູ່ໃກ້ຊິດ. ໃນຄາວນັ້ນ ມີຂຸນນາງຜູ່ໜຶ່ງຊື່ວ່າຈ່າງຢາວຈໍ, ຍ້ອນຫຼານສາວຂອງເຂົາເປັນສະໜົມເອກຂອງຮ້ອງເຕ້, ດັ່ງນັ້ນ ຈ່າງຢາວຈໍຈຶ່ງໄດ້ດຳລົງຕຳແໜ່ງສຳຄັນຫຼາຍຕຳແໜ່ງ, ໃນນັ້ນ ລວມທັງຕຳແໜ່ງ "ຊານຊຶສື" ທີ່ຄຸ້ມຄອງອາກອນການເງິນທົ່ວປະເທດ. ເປົາບຸ້ນຈິ້ນເຫັນວ່າ ຄວາມສາມາດຂອງຈ່າງຢາວຈໍບໍ່ເໝາະແກ່ການດຳລົງຕຳແໜ່ງ "ຊານຊຶສື", ຍິ່ງບໍ່ເໝາະແກ່ການດຳລົງຫຼາຍຕຳແໜ່ງພ້ອມກັນ, ເປົາບຸ້ນຈິ້ນເລີຍຂຽນບົດບັງຄົມທູນ 5 ບົດຕິດໆກັນໃຫ້ຊົ້ງເຢີນຈົ່ງຮ້ອງເຕ້. ໃຕ້ຄວາມຍຶດໝັ້ນຢ່າງເດັດດ່ຽວຂອງເປົາບຸ້ນຈິ້ນ, ໃນທີ່ສຸດ ຊົ້ງເຢີນຈົ່ງຮ້ອງເຕ້ໄດ້ປົດຈ່າງຢາວຈໍອອກຈາກສອງຕຳແໜ່ງ.
ຄ.ສ.ປີ 1056, ໃນເວລາເປົາບຸ້ນຈິ້ນອາຍຸ 57 ປີນັ້ນ, ເພິ່ນໄດ້ດຳລົງຕຳແໜ່ງເຈົ້າເມືອງເມືອງໄຄ່ເຟີງ ເມືອງຫຼວງຂອງລາຊະວົງຊົ້ງໃນຄາວນັ້ນ. ເຖິງວ່າເພິ່ນດຳລົງຕຳແໜ່ງເປັນເວລາພຽງແຕ່ປີປາຍກໍ່ຕາມ, ແຕ່ໃນເວລາອັນສັ້ນໆນີ້, ເປົາບຸ້ນຈິ້ນໄດ້ປະຕິບັດກົດໝາຍຢ່າງເຂັ້ມງວດ, ກ້າລົງໂທດການກະທຳຜິດກົດໝາຍຂອງຂຸນນາງຜູ່ໃຫຍ່, ເດັດດ່ຽວລະງັບຄວາມຈອງຫອງຂອງຂຸນນາງຜູ່ໃຫຍ່ໃນເມືອງຫຼວງ, ນີ້ເຮັດໃຫ້ເຈົ້າຂຸນມູນນາຍແລະຂັນທີບາງຄົນຈົນກະທັ້ງເມື່ອໄດ້ຍິນຊື່ເປົາບຸ້ນຈິ້ນກໍ່ຢ້ານກົວ.
ຄ.ສ.ປີ 1062, ເປົາບຸ້ນຈິ້ນທີ່ດຳລົງຕຳແໜ່ງຮອງເສນາອາມາດໄດ້ເຖິງແກ່ກຳ. ເມື່ອໄດ້ຮັບຂ່າວແລ້ວ ຂຸນນາງຜູ່ທ່ຽງທຳແລະສາມັນຊົນໃນເມືອງຫຼວງໄຄ່ເຢີງລ້ວນແຕ່ເສົ້າສະຫຼົດໃຈ, ຕາມບັນທຶກໃນໜັງສືປະຫວັດສາດ, ໃນຖະໜົນນ້ອຍໃຫຍ່ໃນຄາວນັ້ນ , ລ້ວນແຕ່ໄດ້ຍິນສຽງອຸທານຂອງຄົນທັງຫຼາຍເມື່ອກ່າວເຖິງການເຖິງແກ່ກຳຂອງເປົາບຸ້ນຈິ້ນ.
|