ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 14:18:42    
ນ້ອງ​ແມ່ນ​ລົມ​ລະ​ດູ​ບານ​ໃໝ່​ອ້າຍ​ແມ່ນ​ຝົນ

cri

ເພງ​ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງNishichunfengwoshiyv ​ນ້ອງ​ແມ່ນ​ລົມ​ລະດູບານ​ໃໝ່ອ້າຍ​ແມ່ນ​ຝົນ, ຂັບ​ຮ້ອງ​ໂດຍ​ທ່ານ​ມານ​ຈຽງ, ​ນີ້​ແມ່ນ​ເພງ​ໃນ​CD​ແຜ່ນ​ທຳ​ອິດ​ຂອງ​ທ່ານ​ທີ່​ໃຫ້ ຊື່ວ່າ: Duobiandehai ທະ​ເລ​ທີ່​ປ່ຽນ​ແປງ​ເລື້ອຍ. ​ເພງ​ນີ້​​ໄດ້​ສະ​ແດງ​ໃຫ້​ເຫັນ​ອາລົມ​ຈິດ​ລະຫວ່າງ​ບ່າວສາວ, ​ແຕ່​ພັດ​ປ່ຽມ​ລົ້ນ​ໄປ​ດ້ວຍ​ອາລົມອັນອ່ອນໂຍນ, ເໝືອນດັ່ງ​ລົມ​ລະດູ​ບານ​ໃໝ່. ທ່ານມານ​ຈຽງ​ເວົ້າວ່າ, ​ໃນ​ເວລາ​ທ່ານ​ຮ້ອງ​ເພງ​ນີ້, ທ່ານຮູ້ສຶກ​ວ່າ​ຕົນ​ເອງ​ຄື​ຢືນ​ຢູ່​ເທິງ​ຈອມພູ​ສີຂຽວ, ຝົນ​ຝອຍຮຳ​ລົງ, ​ມີ​ກິ່ນ​ຫອມ​ສົດ​ຊື່ນອົບອຸ່ນຂອງຂີ້ດິນສົ່ງມາ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ Nishichunfengwoshiyv ​ນ້ອງ​ແມ່ນ​ລົມ​ລະດູບານໃໝ່ອ້າຍ​ແມ່ນ​ຝົນ, ຂັບ​ຮ້ອງ​ໂດຍ​ທ່ານ​ມານ​ຈຽງ.

ນາງ​ຊຸນ​ພີ​ງ​ແຂວງ​ຫູ​ນານ​ແມ່ນ​ຜູ້ສາວ​ທີ່​ມີນິດໃສເບີກບານ, ​ເບິ່ງ​ໄປ​ກໍ່ເປັນຄົນຊື່​. ​ແຕ່​ພໍ​ເມື່ອ​ສຽງ​ດົນຕີ​ດັງ​ຂຶ້ນ, ນາງ​ກໍ​ປ່ຽນເປັນຄົນ​​ໃໝ່, ສີໜ້າສວຍງາມ, ​ເຕັມ​ໄປ​ດ້ວຍຄວາມ​​ໝັ້ນໃຈຕໍ່ຕົນ​ເອງ. ສຽງ​ຂອງ​ນາງ​ສູງ​ດັງກ້ອງ, ປານ​ສຽງໂລຫະ​ເນ່ັງ​ຊອດສິ່ງຕ່າງໆຈົນຮອດດວງ​ໃຈ​ຂອງ​ຜູ້ຟັງ. ​ແຕ່​ບ່ອນສຽງ​ຕ່ຳພັດ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ອຸ່ນ ​ໜາ. ຕໍ່​ໄປ​ເຊີນ​ຟັງ​ເພງJuejiang ໃຈເດັດ ເພງ​ໃໝ່​ຂອງນາງ ​ທີ່​ນຳ​ອອກ ສະ ເໜີຕໍ່ ຜູ້ຟັງຫວ່າງບໍ່​ດົນ​ນີ້, ​ເພງ​ນີ້​ເປັນເພງລະດົມ​​ໃຈ​, ສະ​ແດງ​ໃຫ້​ເຫັນ​​ນິດໃສຂອງ​ນາງ​ຊຸນ​ພີ​ງທີ່​ບໍ່​ຍອມ​ອ່ອນຄື​ທໍ້ຖອຍ​ໃຈ. ​ເຊີນ​ຟັງ​ໄດ້​ເລີຍ.

ເນື້ອ​ເພງ​ມີ​ຢູ່​ວ່າ: ​ໃນ​ເວລາ​​ແຫງນ​ເບິ່ງ​ທ້ອງຟ້າ, ບໍ່​ເຫັນ​ມີ​ນົກບິນເວີ່ນ, ​ໃນ​ໂລກ​ນີ້ຫລາຍສິ່ງຫລາຍ ຢ່າງບໍ່ເປັນ​ປົກກະຕິ. ຄວາມ​ທະ​ນົງ​ຂອງ​ຂ້ອຍ​ຍິ່ງ​ຍຶດໝັ້ນ​ຍາວນານ, ຈົນ​ຄວາມ​ເຈັບ​​ປວດ​ໃນ​ຊວງເອິກ​ກາຍ​ເປັນ​ກຳລັງ. ​ແຕ່ລະ​ຄ່ຳ​ຄືນ, ​ໃນ​ຄວາມ​ຝັນ​ທີ່​ມິດງຽບ, ​ມີ​ແຕ່​​ເງົາ​ຂອງຕົນເອງສ່ົງ​ສຽງຮ້ອງເພງ, ທ່າ​ທາງກ້າຫານ, ຢູ່​ເທິງ​ເວທີ​ທ່ີ​ອຶກ​ກະ​ທຶກ, ຂ້ອຍ​ສູ້​ກັບ​ຄວາມ​ເປົ່າ​ຫວ່າງ, ​ເມື່ອ​ມືນ​ຕາ​, ຂ້ອຍ​ໄດ້​​ເຫັນ​​ແສງ​ດາວ​ລະຍິບລະຍັບ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ Juejiang ​ໃຈເດັດ ເພງ​ໃໝ່​ຂອງນາງ​ຊຸນ​ພິງ.ທ່ານ​ລີ​ປິງ​ສັນ​ຮຽນຈົບວິຊາຟ້ອນພື້ນເມືອງ​ຢູ່​ສະ​ຖາ​ບັນ​ຟ້ອນ​ປັກ​ກິ່ງ​, ທ່ານ​ມີ​ພື້ນຖານ​ວິຊາ​ຟ້ອນ​ສິບ​ກວ່າ​ປີ, ມີ​ວາດ​ຊົງເຈົ້າຊູ້, ​ຫ້າງໂຄສະນາ​ສິນຄ້າທັງຫລາຍ​ມັກ​ເຊີນ​ໄປ​ຖ່າຍ​ໂຄສະນາ​ສິນຄ້າເລື້ອຍໆ. ​ໃນ​ຫລາຍ​ປີ​ມາ​ນີ້, ນອກຈາກ​ຖ່າຍໂຄສະນາ​ສິນຄ້າຫລາຍ​ສິບເລື່ອງຢ່າງ​ສຳ​ເລັດ​ຜົນ​ແລ້ວ, ທ່ານ​ຍັງ​ໄດ້​ເຂົ້າຮ່ວມ​ການສະ​ແດງ​ເລື່ອງ​ໂທລະພາບ​ຫລາຍ​ເລື່ອງ, ​ໄດ້​ຮັບ​ຄວາມ​ຊົມ​ເຊີຍ​ຈາກ​ຊາວ​ໜຸ່ມ​ເຍົາວະ​ຊົນ​ທັງຫລາຍ. ດຽວ​ນີ້, ທ່ານ​ລີ​ປິງສັນ​ທີ່​ເກ່ັງ​ຫລາຍ​ດ້ານ​ກໍ​ໄດ້​ຮ້ອງ​ເພງZhiyaoxihuan ທະ​ແນມ​ແຕ່​ມັກ, ພວກ​ແຟນ​ເພງ​ດີ​ໃຈ​ຫລາຍ. ​ເພງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນສະພາບ​ຊີວິດ​ລຸ້ນ​ໄວໜຸ່ມທີ່ມີນິດໄສເອ້ອ້າງແລະ​ແຂງ​ແຮງ. ​ເນື້ອ​ເພງ​ມີ​ຢູ່​ວ່າ, "ທະ​ແນມ​ແຕ່​ມັກ, ກໍ​ອາດ​ຈະໃສ່​ຕຸ້ມຫູ​ເປັນແຖວເຕັມໃບຫູ. ທະ​ແນມ​ແຕ່​​ມັກ, ກໍ​ອາດ​ຊື້​ເສື້ອ​ຜ້າ​ຫ້ອຍ​ໄວ້​ເຕັມຕູ້​ແຕ່​ບໍ່​​ໃສ່​ຈັກ​ເທ​ື່ອ…"

ຕໍ່​ໄປ​ເຊີນ​ໄປ​ຕາມ​ສຽງ​ເພງ​ຂອງ​ຄະນະ​ດົນຕີສູນໂມງ, ​ໄປ​ທ່ຽວ​ແດນ​ຄວາມຝັນ​ທີ່​​ເປັນໜ້າຝັກໃຝ່. ​ຄຽງຄູ່​ກັບ​ສຽງດົນຕີ​ທີ່​ອອນຊອນ, ​ສຽງ​ຍິງ​ທີ່ມີ​ອາລົມ​ເລິກ​ເຊິ່ງ​ພາ​ທ່ານ​ເຂົ້າສູ່​ສະພາບ​ອັນ​ດີງາມ​ຄືດັ່ງຄວາມ​ຝັນ​ຢ່າງ​ບໍ່​ຮູ້ສຶກ​ຕົວ.

ທີ່​ຟັງ​ມານັ້ນ​ແມ່ນ​ເພງ​Meng ຄວາມ​ຝັນ ຂອງ​ຄະນະ​ດົນຕີ​ສູນໂມງ. ​ເພງ​ນີ້​ໄດ້​ສ່ອງ​ແສງ​ອາລົມ​ຈິດ​ອັນ​ບໍລິສຸດ​ຜຸດ​ຜ່ອງ​ຂອງ​ຄົນທັງຫລາຍ​ທີ່ຫວນຄຶດອະດີດ ຕະການທີ່ດີງາມ, ​​ປາຖະໜາ​ບ່ອນເພິ່ງພິງຂອງຈິດ​ໃຈ​.
ທ່ານ​ຜູ້​ຟັງ, ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ​​ທີ່​ໃຫ້​ຊື່ວ່າ"Huangheyuantou ​ແຫຼ່ງກຳ​ເນີ​ດຂອງ​ແມ່ນ້ຳ​ເຫຼືອງ", ​ເພງ​ນີ້​ແມ່ນ​ເພງ​ທີ່​ນາງ​ຈາງ​ມາຍ​ຮ້ອງ​ໃນ​ການ​ປະກວດເພງ​MTV​ລູມາ​ນີ​ໃນ​ປີ 1996 ​, ​ນາງ​​ໄດ້ລາງວັນ​ທີ​ໜຶ່ງ​ໃນ​ການປະກວດ. ​ໃນ​ເພງ​ນີ້, ນາງ​ຈາງ​ມາຍ​ໄດ້​ເລ່ົາ​​ປະສົບ​ການພັນ​ປີ​ຂອງ​ແມ່ນ້ຳ​ເຫຼືອງ ແມ່ນ້ຳມານດາ​ຂອງ​ຈີນ​ດ້ວຍ​ການ​ຂັບ​ຮ້ອງ​ອັນ​ຝົດຟື້ນສະຫງ່າແລະ​ດັງກ້ອງດັງໄກ.
​ເນື້ອ​ເພງ​ມີ​ຢູ່​ວ່າ: ​ແຫຼ່ງ​ແມ່ນ້ຳ​ເຫຼືອງຢູ່​ໃສ? ຢູ່​ໃນ​ໜັງສື​ປະຫວັດສາດ​ທີ່​​​ສີ​ເຫຼືອງຫຼ່າແລ້ວໃນເມື່ອກ່ອນ, ຢູ່​ໃນກອງ​ຫິມະ​ທີ່ຫາກໍ່ລະລາຍ​ໃນ​ມື້​ນີ້. ​ແມ່ນ້ຳ​ໄຫຼ​ມາພັນ​ປີ​ີ. ​ຟອງນ້ຳ​ຟອງ​ໜຶ່ງກໍ​​ມີເລື່ອງ​ເລື່ອງ​ໜຶ່ງ,​ ໄຫຼໄປ​ສູ່​ດິນ​ແດນ​ເກົ່າ​ແກ່​ບູຮານຂອງ​ຈີນ​ແຜ່ນ​ນີ້. ​ຟອງນ້ຳ​ຟອງ​ໜຶ່ງ​ກໍ​ມີ​ຮອຍ​ຕີນ​ຮອຍໜຶ່ງ, ຢ່າງ​ໄປ​ຫາ​ບ່ອນ​ທີ່​ດວງຕາ​ເວັນ​ໂພ່​ຂຶ້ນ.

ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ໃນ​ທ່າມກາງ​ສຽງ​ເພງ​ຂອງ​ນາງ​ຈາງ​ມາຍ, ລາຍການ​ຢ່ອນ​ອາລົມ​ຂອງ​ພວກ​ເຮົາ​ພາກ​ນີ້​ກໍ​ຂໍ​ລາ​ຈາກ​ທ່ານທໍ່ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍ​ດີ.