ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-17 15:54:23    
ຈີນ​​ໃຊ້​ເຄື່ອງ​ມື​ເຕັກ​ນິກ​ວິ​ທະ​ຍາ​ສາດ​ຮັກ​ສາ​ສີ​ສັນ​ຂອງ​ຮູບ​ຫຸ່ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້(ສຽງ)

cri Author: shuo


ຮູບຫຸ່ນ​ທະຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ແມ່ນ​ເຄື່ອງທີ່​ຝັງ​ຮ່ວມ​ກັບ​ສົບ​ຂອງ​ຊິນ​ຊີ​ຮອງ​ເຕ້ ​ເຈົ້າ​ຊີ​ວິດ​ອົງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ຈີນ,​ໄດ້​ນາມ​ມະ​ຍົດ​ເປັນ​ສິ່ງ​ອັດ​ສະ​ຈັນ​ແຫ່ງ​ທີ​8​ຂອງ​ໂລກ.​ຫຼາຍ​ປີ​ມາ​ນີ້,​ຮູບ​ຫຸ່ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ໄດ້​ຕາງ​ໜ້າ​ຈີນ​ໄປ​ວາງ​ສະ​ແດງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ,​ເປັນ​ທູດ​ແລກປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ຈີນ​ກັບ​ປະ​ເທດ​ຕ່າງໆ.​ແຕ່​ວ່າ,ຮູບ​ປັ້ນ​ດິນ​ເຜົາ​​ທີ່​ໄດ້​ຝັງ​ຢູ່​ໃຕ້​ດິນ​ຫຼາຍ​ພັນ​ປີ​ເຫຼົ່ານີ້​ເມື່ອ​ຖືກ​ອາ​ກາດ,​ສີ​ສັນ​ລວດ​ລາຍ​ທີ່​ແຕ້ມຢູ່​​ຮູບ​ນອກ​ກໍ​ຄ່ອຍໆ​ສູນ​ຫາຍ​ໄປ​ຍ້ອນ​ເກີດ​ການ​ປ່ຽນ​ແປງ​ທາງ​ເຄ​ມີ​ກັບ​ອັອກ​ຊີ​ແຊນ.​ເພື່ອ​ຮັກສາສີ​ສັນ​ຂອງ​ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ​ຢ່າງ​​ໄດ້​ຜົນ,​ພະ​ນັກ​ງານ​ຮັກ​ສາ​ວັດ​ຖຸ ບູ​ຮານ​ຂອງ​ຈີນ​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​ຢ່າງ​ຫຼວງ​ຫຼາຍ.​ພວກ​ເພິ່ນ​ໄດ້​ໃຊ້​ວິ​ທີ​ຫຍັງ​ຈຶ່ງ​ເຮັດ​ໃຫ້​ຮູບ​ປັ້ນ​ດິນ​ເຜົາ​ເຫຼົ່າ​ນີ້​ຮັກ​ສາ​ສີ​ສັນ​ໄວ້​ໄດ້​ຄື​ເກົ່າ?​ໃນ​ລາຍ​ການ​ສວນ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ພາກ​ນີ້,​ຂໍ​​ເຊີນ​ທ່ານຟັງ​ບົດ​ແຈ້ງ​ຂ່າວ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ພວກ​ເຮົາ.

​ໃນລະດູ​ໃບ​ໄມ້​ປົ່ງ​ປີ1974,ຢູ່​ເມືອງ​ລີ​ນທົງທີ່ຕັ້ງຢູ່​ຫ່າງ​ຈາກ​ເມືອງ​ຊີ່​ອ່ານ ​ເທດສະບານ​ແຂວງ​ສານ​ຊີ່37​ກິ​ໂລ​ແມັດ,​ໃນ​ເວລາຊາວ​ກະສິກອນ​ທ້ອງ​ຖິ່ນ​ດັ່ງກ່າວ​ຂຸດ​ນ້ຳ​ສ້າງ​ນັ້ນ,​ໄດ້​ຂຸດ​ຖືກ​​ແຜ່ນ​ກະ​ເບື້ອງ​ແຕກຂອງ​ຮູບ​ປັ້ນດິນ​ເຜົາ​ຈຳນວນ​ໜຶ່ງ​ທີ່​ເລິກ​ລົງ​ໄປ​ໃນ​​ດິນ​2​ແມັດ ກວ່າ.​ການ​ຄົ້ນ​ພົບ​ອັນ​ບັງ​ເອີນ​ດັ່ງ​ກ່າວ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຢ່າງ​ສູງ​ຈາກ​ພາກ​ສ່ວນ​ບູ​ຮານ​ຄະ​ດີ​ຂອງ​ຈີນ,​ວຽກ​ງານ​ຂຸດ​ຄົ້ນ​ບູ​ຮານ​ຄະ​ດີ​ທີ່​ປະ​ຕິ​ບັດ​ແຕ່​ນັ້ນ​ມາ​ໄດ້​ເປີດ​ເຜີຍ​ໂສມ​ໜ້າ​ອັນ​ເລິກ​ລັບ​ຂອງ​ສຸ​ສານ​ຊິນ​ຊີ​ຮອງ​ເຕ້ ເຊິ່ງ​ເປັນ​ຄັງ​ສາງ​ປະ​ເສີດ​ດ້ານ​ວັດ​ທະ​ນະ​ທຳ​ທີ່​ໄດ້​ຝັງ​ຢູ່​ໃຕ້​ດິນ​ເປັນ​ເວ​ລາ​2200​ກວ່າ​ປີ​ມາ​ແລ້ວ.

ເມື່ອ​ຍ່າງ​ເຂົ້າ​ພະ​ລາດ​ຊະ​ວັງ​ໃຕ້​ດິນ​ທີ່​ຍິ່ງ​ໃຫຍ່ສະຫງ່າ​ແຫ່ງ​ນີ້,​ຈະເຫັນ​ຮູບ​ປັ້ນດິນ​​ເຜົາ​ທະ ຫານ​ຫຼາຍ​ພັນ​​ໂຕ​ທີ່​ໃຫຍ່​ສ່ຳຄົນ​ແທ້,​ໃນ​ທ່າ​ທາງ​ອົງ​ອາດ​ສະ​ຫງ່າ​ຜ່າ​ເຜີຍ,​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ອັດ​ສະ​ຈັນ​ທີ່​ສຸດ​ແມ່ນ​ເຄື່ອງ​ນຸ່ງ​ແລະ​ວາດ​ຊົງ​ຂອງ​ຮູບ​ປັ້ນ​ເຫຼົ່າ​ນີ້​ຕ່າງ​ກັນ​ໝົດ​ທຸກ​ໂຕ.​ນອກ​ນີ້,​ຍັງ​ມີ​ຮູບ​ປັ້ນ​ມ້າ​ທີ່​ໃຫຍ່​ສ່ຳ​ມ້າ​ແທ້,​ແຕ່​ລົດ​ສູ້​ຣົບ​ນຳ​ຫຼັງ.​ຮູບ​ປັ້ນ​ເຫຼົ່າ​ນີ້​ສ່ວນ​ຫຼາຍ​​ເປັນ​ສີ​ຂີ້​ເຖົ່າ,​ແຕ່​ກໍ​​ມີ​ບາງ​ໂຕ​​ໃສ່ສີ​ທີ່​ສົດ​​ໃສທີ່​ໄດ້​ເຮັດ​ໃຫ້​ພວກ​​ເຮົາ​ສົນ​ໃຈ​ນຳ​ທີ່​ສຸດ.

ທ່ານ​ໂຈ່​ວ​ເຖ ນັກຄົ້ນຄວ້າ​ຂອງ​ຫໍພິພິດທະພັນ​ຮູບ​ປັ້ນ​ທະຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ໄດ້​​​ແກ້​ບັນ​ຫາ​ດັ່ງ​ກ່າວ​ໃຫ້​ພວກ​ເຮົາ.​ທ່ານ​ເວົ້າ​ວ່າ,​ຕອນ​ທີ່​ຫາ​ກໍ​ຂຸດ​ອອກ​ຈາກ​ດິນ,ຮູບ​ປັ້ນທະ ຫານ​ແລະ​ມ້າ​ສ່ວນ​ຫຼາຍ​ຍັງ​ມີ​ສີ​ທີ່​ສົດ​ໃສ,​ທະ​ຫານ​ມີ​ຜົມ​ສີດຳ,ຜິວ​ສີດຳ​ແດງ,​ເສື້ອ​ເກາະ​ສີ​ໝາ​ກກະ​ເບົາ​ແລະ​ແຖບ​ຜ້າ​ສີ​ແດງ​ເປັນຕົ້ນ.​ແຕ່​ວ່າ,​ເມື່ອ​ຂຸດ​ອອກ​ຈາກ​ດິນ​ແລ້ວ​,ພໍ​ສຳ​ຜັດ​ກັບ​ອາ​ກາດ,​ສີ​ທີ່​ສົດ​​​ໃສ​ກໍ​ຫາຍ​​ໄປ​ໃນ​ເວ​ລາ​ສັ້ນໆ.​ທ່ານ​ເວົ້າ​ວ່າ:"ລວດ​ລາຍ​ທີ່​ມີ​ຫຼາຍ​ສີ​ສັນ ຂອງ​ຮູບ​ປັ້ນ​ທະຫານ​ແລະ​ມ້າ​ຖືກ​ທຳ​ລາຍ​ຕົ້ນຕໍ​​ມາ​ຈາກ​ສາ​ເຫດ​ສອງ​ຂໍ້:ໜຶ່ງ,​ເມື່ອ​ໄດ້​ຝັງ​ຢູ່​ໃຕ້​ດິນ2​ພັນ​ກວ່າ​ປີ​ແລ້ວ,​ຊັ້ນ​ນ້ຳ​ສີ​ທີ່​ຢູ່​ຮູບ​ນອກ​ລອກ​ອອກ​ຕົກ​ສີ;​ອັນ​ທີ​ສອງ​ແມ່ນ,​ຢູ່​ຊັ້ນ​ນ້ຳ​ສີ​ປົນ​ດ້ວຍ​ນ້ຳ​ຢາງ,​ເມື່ອ​ຂຸດ​ອອກ​ຈາກ​ດິນ​ແລ້ວ,​ເກີດ​ການ​ປ່ຽນ​ແປງ​ທາງ​ເຄມີ​ກັບ​ອັອກ​ຊີ​ແຊນ,​ຈຶ່ງ​ສູນ​ຫາຍ​ໄປ​​ຢ່າງ​ວ່ອງ​ໄວ."

ໂດຍ​ປະ​ເຊີນ​ກັບບັນຫາ​ທີ່​ຫຍຸ້ງຍາກ​ດັ່ງກ່າວ,ຫໍພິພິດທະ​ພັນ​ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ໄດ້​ລົງ​ທຶນ​ແລະ​ໃຊ້​​ແຮງ​ງານ​ຫຼາກ​ຫຼາຍ,​ສ້າງ​ຕັ້ງ​ໜ່ວຍ​ຄົ້ນ​ຄວ້າ​ການ​ຮັກ​ສາ​ລວດ ລາຍ​ທີ່​ມີ​ສີ​ສັນ​ຂອງ​ຮູບ​ປັ້ນ.​ພວກ​ເຂົາ​ເຈົ້າ​ໄດ້ດຳ​ເນີນ​ການ​ທົດ​ລອງ​ຫຼາຍ​ຢ່າງ​,​ແລະ​ຕັ້ງ​ໜ້າ​ຮ່ວມ​ມື​ກັບ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາດ​ສາດ​ທີ່​ກ່ຽວຂ້ອງ​ຂອງ​ຕ່າງ​ປະ​ເທດ,​ຈຶ່ງ​ຊອກ​ໄດ້​ວິ​ທີ​ສອງ​ຢ່າງ​ເພື່ອ​ຮັກ​ສາ​ສີ​ສັນ​ລວດ​ລາຍ​ຂອງ​ຮູບ​ຫຸ່ນ​ທະຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ຢ່າງ​ບັງ​ເກີດ​ຜົນ.

ວິທີ​ໜຶ່ງ​ແມ່ນ,ພາຍ​​ໃນ4​ນາທີ​ຫຼັງຈາກຂຸດອອກ​ຈາກ​ດິນ,​ຕ້ອງເຮັດ​ໃຫ້​ຮູບ​ປັ້ນ​ແຂງ,​ແລ້ວ​ຍ້າຍ​ຮູບ​ປັ້ນ​ໄປ​ບ່ອນ​ທີ່​ມີ​ອູນ​ຫະ​ພູມ​ແລະ​ຄວາມ​ຊຸ່ມ​ສະ​ໝ່ຳ​ສະ​ເໝີ,​ນາຍ​ຊ່າງ​ໃຊ້​ມີດ​ນ້ອຍໆ​ແລະ​ຟອຍ​ແລບໆ​​​ແກະ​ແລະ​ປັດ​ຂີ້​ດິນ​ທີ່​ຕິດ​ຢູ່​ນອກ​ລວດ​ລາຍ​ອອກ​ໝົດ.​ຖ້າ​ຢາກ​ຮັກ​ສາ​ສີ​ສັນ​ລວດ​ລາຍ​ຂອງ​ຮູບ​ປັ້ນ​ໂຕ​ໜຶ່ງ​ດ້ວຍ​ວິ​ທີ​ດັ່ງ​ກ່າວ​ໃຫ້​ແລ້ວ,​ຕ້ອງ​ໃຊ້​ເວລາ​ໜຶ່ງ​ປີ.

ນັກຄົ້ນຄວ້າ​ວິທະຍາສາດ​ໄດ້​ໃຊ້ວິທີ​ດັ່ງກ່າວ​ຮັກສາ​ສີສັນລວດລາຍຂອງຮູບ​ປັ້ນທະ​ຫານ10​ໂຕທີ່​ຫາ​ກໍ​ຂຸດ​ອອກ​ມາ.​ເມື່ອ​ໄດ້​ສັງ​ເກດ​ເບິ່ງ​ເກືອບ​ສອງ​ປີ​ແລ້ວ,​ສີ​ຂອງ​ຮູບ​ປັ້ນ​10​ໂຕ​ນີ້​ຍັງ​ສົດ​ໃສ​ແລະ​​ເປັ​ນທຳ​ມະ​ຊາດ.​ສະ​ນັ້ນ,​ໜ່ວຍ​ຜູ້​ຊ່ຽວ​ຊານ​ຂອງ​ກົມ​ວັດ​ຖຸ​ບູ​ຮານ​ແຫ່ງ​ຊາດ​ຈີນ​ຈຶ່ງ​ຢືນ​ຢັນ​ວ່າ,​ຜົນ​ສຳ​ເລັດ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ດັ່ງ​ກ່າວ​ໄດ້​ບັນ​ລຸ​ຄວາມ​ກ້າວ​ໜ້າ​ລະ​ດັບ​ໂລກ​ໃນ​ວຽກ​ງານ​ຮັກ​ສາ​​ວັດ​ຖຸ​ບູ​ຮານ​ທີ່​ເຮັດ​ດ້ວຍດິນ​​ເຜົາ​ແລະ​ທີ່​ມີ​ສີ​ສັນ ລວດ​ລາຍ.

ມີວິທີ​ອີກ​ແນວ​ໜຶ່ງ​ອາດ​ສາມາດຟື້ນ​ຟູ​ສີສັນ​ເດີມ​ຂອງ​ຮູບ​ປັ້ນດິນ​ເຜົາ​ທີ່​ໄດ້​ຕົກສີໄປແລ້ວ. ນັກ​ວິ​ທະ​ຍາ​ສາດ​ຄົ້ນ​ພົບ​ວ່າ,​ໃນ​ສະ​ໄໝ​ບູຮານ,ຄົນ​ລາດ​ຊະ​ວົງ​ຊິນ​ໄດ້​ທາ​ນ້ຳຢ​າງ​ຊັ້ນ​ໜຶ່ງ​ໃສ່​ຮູບ​ປັ້ນ​ດິນ​ເຜົາ​ກ່ອນ​ຈະ​ແຕ້ມ​ສີ​ໃສ່,​ແຕ່​ເມື່ອ​ໄດ້​ຜ່ານ​ມາ2​ພັນ​ກວ່າ​ປີ​ແລ້ວ,​ນ້ຳ​ຢາງ​ຄ່ອຍໆ​ແຫ້ງ​ແລະ​ແຕກ​ແຫງ,​ນ້ຳ​ສີ​ກໍ​ລອກ​ອອກ.​​ເພື່ອ​ແກ້​ບັນ​ຫາ​ດັ່ງ​ກ່າວ,​ຜູ້​ຊ່ຽວ​ຊານ​ດ້ານ​ບູ​ຮານ​ຄະ​ດີ​ຂອງ​ຈີນ​ແລະ​ຕ່າງ​ປະ​ເທດ​ໄດ້​ທົດ​ລອງ​ທາ​ຢາງ​ກາວ​​ໃນສະ​ໄໝ​ນີ້​ໃສ່​ກະ​ເບື້ອງ​ແຕກ​ທີ່​ສີ​ສັນ​ລວດ​ລາຍ​ລອກ​ອອກ​ແລ້ວ,​ແລ້ວ​ໃຊ້​ລັງ​ສີ​ໄຟ​ຟ້າ​ເອ​ເລັກ​ໂຕຼ​ນິກ​ພະ​ລັງ​ສູງ​ສ່ອງ​ໃສ່,​ເຮັດ​ໃຫ້​​ນ້ຳຢ​າງ​ຮັກສາ​ຕິດ​ຢູ່​ຕາມໂຕ​ຮູບ​ປັ້ນ​ຢ່າງ​ໝັ້ນ​ແກ່ນ.​ປະ​ຈຸ​ບັນ​ນີ້,​ເມື່ອ​ໄດ້​ສັງ​ເກດ​ເບິ່ງ​ຫຼາຍ​ປີ​ແລ້ວ,​ສີ​ສັນ​ລວດ​ລາຍ​ທົນ​ດີ.

ຜູ້​ຊ່ຽວຊານ​ທີ່​ກ່ຽວຂ້ອງກ່າວ​ວ່າ,ໝາກຜົນທາງ​ວິທະຍາສາດ​ເຕັກນິກ​ເຫຼົ່ານີ້​ບໍ່​ພຽງ​ແຕ່​ເຮັດ​ໃຫ້​ຮູບ​ຫຸ່ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ຍັງ​ຮັກສາ​ສີສັນ​​ເດີມ​ເມື່ອ2​ພັນ​ກວ່າ​ປີ​ກ່ອນທໍ່​ນັ້ນ, ຍັງ​​ໄດ້​ສະ​ໜອງ​ຂໍ້​ມູນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ການ​ຄົ້ນ​ຄວ້າ​ບັນຫາ​ປະຫວັດສາດ​ຕ່າງໆ ​ເຊັ່ນ​ສີ​ໄມ້​ລາຍ​ມື​​ແຕ້ມ​ລວດ​ລາຍ​ແລະ​ສີ​ສັນ​ຂອງ​ເຄື່ອງ​ນຸ່ງ​ເປັນຕົ້ນ.​ແຕ່​ວ່າ,​ເວົ້າສຳລັບ​ນັກຄົ້ນຄວ້າ​ວິທະຍາ​ສາດ​ຂອງ​ຫໍ​ພິ​ພິດ​ທະ​ພັນ​ຮູບ​ຫຸ່ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ແລ້ວ,ວຽກ​ງານ​ຍັງ​ບໍ່​ທັນ​ສິ້ນສຸດ​ເທື່ອ,​ການ​ຄົ້ນ​ຄວ້າ​ກ່ຽວ​ກັບ​ການ​ຮັກ​ສາ​ສີສັນລວດລາຍ​ຂອງ​ຮູບ​ປັ້ນຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ.ທ່ານ​ເລີຍ​ຢູ້​ພີງ ຮອງ​ຫົວ​ໜ້າ​ຫໍ​ພິ​ພິດ​ທະ​ພັນ​ແຫ່ງ​ນີ້​ເວົ້າ​ວ່າ:"ການ​ຮັກສາ​ສີສັນ​ລວດ​ລາຍ​ຂອງ​ຮູບ​ປັ້ນບໍ່​ແມ່ນ​ຈຸດ​ປະ​ສົງ​ສຸດ​ທ້າຍ​ຂອງ​ພວກ​ເຮົາ,​​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ,​ວາງ​ສະ​ແດງ​ຮູບ​ປັ້ນ​ໃຫ້​ນັກ​ທອ່ງ​ທ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ​ໄດ້​ຊົມ,​​ເພື່ອ​ໂຄ​ສະ​ນາ​ວັດ​ທະ​ນະ​ທຳ​ດັ້ງ​ເດີມ​ອັນ​ດີ​ເລີດ​ຂອງ​ຈີນ​ຕໍ່​ຊາວ​ໂລກ."

ສະນັ້ນ,​ໃນ​ຂະນະ​ທີ່​ຄົ້ນຄວ້າປັບປຸງ​ເຕັກນິກ​ຮັກສາ​ສີສັນ​ລວດລາຍ​ຂອງ​ຮູບ​ປັ້ນ​ທີ່​ມີ​ຢູ່​ແລ້ວ​ໃນ​ປະ​ຈຸ​ບັນ​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ,​ຫໍ​ພິ​ພິດ​ທະ​ພັນ​ຮູບ​ຫຸ່ນ​ທະຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ໄດ້​ດຳ​ເນີນ​ການ​ຄົ້ນ​ຄວ້າ​​ເພື່ອ​ແກ້​ໄຂ​ບັນຫາ​ຕ່າ​ງໆ​ ​ເຊັ່ນ​ສີ​ສັນ​ລວດ​ລາຍ​ຂອງ​ຮູບ​ປັ້ນ​ທີ່​ຕົກ​ໂໝກ​ດ້ວຍ​ການ​ໃຊ້​ມາດ​ຕະ​ການ​ປ້ອງ​ກັນ​ຕົກ​ໂໝກ​ທີ່​ໄດ້​ຜົນ.​ປະ​ຈຸ​ບັນ​ນີ້,​ບັນ​ຫາ​ການ​ຕົກ​ໂໝກ​ໃນ​ຂຸມ​ໄດ້​ຮັບ​ການ​ແກ້​ໄຂ​ໝົດ​ແລ້ວ.

ນັບແຕ່​ຫໍພິພິດທະພັນ​ຮູບ​ຫຸ່ນ​ທະຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ເປີດ​ບໍລິການ​ເປັນຕົ້ນມາ,​ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຈີນ​ແລະ​ຕ່າງ​ປະ​ເທດ​55​ລ້ານ​ກວ່າ​ຄົນ,​ໃນ​ນັ້ນມີ​ນັກ​ທ່ອງ​ທ່ຽວ ຕ່າງ​ປະ​ເທດ​ປະ​ມານ​5​ລ້ານ​5​ແສນ​ຄົນ,​ມີ​ປະມຸກ​ລັດ​ຫຼື​ເຈົ້າ​ໜ້າ​ທີ່​ຊັ້ນ​ສູງ​ຂອງ​ລັດ​140​ກວ່າ​ຄົນ​ເຄີຍ​ມາ​ຢ້ຽມ​ຢາມ.​ໃນ​ນັ້ນ,​ມີ​ຫຼາຍໆ​ທ່ານ​ໄດ້​ຍ້ອງ​ຍໍ​ສັນ​ລະ​ເສີນ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ປົກ​ປັກ​ຮັກ​ສາ​ຮູບ​ປັ້ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້.​ໃນ​ເວລາ​​ໄປ​ເອົາ​ຂ່າວ, ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໄດ້​​ພໍ້​ນັກ​ທ່ອງ​ທ່ຽວ​ຝຣັ່ງ​ຜູ້​ໜຶ່ງ,​ທ່ານ​ຊື່​ວ່າ​ຢັງ ອັນ​ດຼູ.​ທ່ານ​ບອກ​ນັກ​ຂ່າວ​ວ່າ,ທ່ານ​ຮູ້​ສຶກ​ງຶດ​ງໍ້​ອັດ​ສະ​ຈັນ​ຕໍ່​ໝົດ​ທຸກ​ຢ່າງ​ທີ່​ໄດ້​ເຫັນ​ຢູ່​ນີ້:"ຮູບ​ຫຸ່ນ​ທະ​ຫານ​ແລະ​ມ້າ​ຊິນ​ຊີ​ຮອງ​ເຕ້​ອາດ​ເວົ້າ​ໄດ້​ວ່າ​ແມ່ນ​ສຸ​ສານ​​ເຈົ້າ​ຊີ​ວິດ​ທີ່​ໃຫຍ່​ກວ່າ​ໝູ່​ແລະ​ຮັກ​ສາ​ໄວ້​ໄດ້​ຢ່າງ​ຄົບ​ຖ້ວນ​ທີ່​ສຸດ​ໃນ​ໂລກ.​ເມື່ອ​ໄດ້​ມາ​ເຫັນ,ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ພະ​ຍາຍາມ​ອັນ​ໃຫຍ່​ຫຼວງ​ຂອງ​ຈີນ​​ໃນ​ການ​ປົກ​ປັກ​ຮັກສາ​ຮ່ອງ​ຮອຍ​ວັດ​ທະ​ນະ​ທຳ​ປະ​ຫວັດ​ສາດ."