ທ່ານຜູ້ຟັງທີ່ໂຄລົບ,ໃນ20ປີກ່ອນ,ຢູ່ແຄມທະເລຕາເວັນອອກສຽງໃຕ້ຂອງຈີນມີແຂວງໜຶ່ງໄດ້ປະຕິບັດນະໂຍບາຍປະຕິຮູບໄຂປະຕູສູ່ພາຍນອກກ່ອນໝູ່ໃນເຂດແຂວງຂອງຈີນ,ແຕ່ພາຍຫຼັງເວລານັ້ນ,ເສດຖະກິດຂອງແຂວງນີ້ພັດທະນາຊັກຊ້າລົງ,ໄດ້ຕົກແຖວນຳໜ້າຂອງບັນດາເຂດແຂວງທີ່ເສດຖະກິດຈີນພັດທະນາ.ໃນແຜນພັດທະນາເສດຖະກິດສັງຄົມໃນ5ປີຂ້າງໜ້ານີ້,ແຂວງນີ້ໄດ້ກາຍເປັນແຂວງຈຸດໜັກແຫ່ງການພັດທະນາອີກ.ໃນລາຍການຈີນປະຈຸບັນພາກນີ້,ພວກເຮົາຈະແນະນຳແຂວງນີ້ທີ່ຕັ້ງຢູ່ຝັ່ງຕາເວັນຕົກຂອງຊ່ອງແຄບໄຕ້ຫວັນຈະພັດທະນາແນວໃດ.ແຂວງນີ້ຊື່ວ່າແຂວງຟູຈ້ຽນ
ໃນທ້າຍຊຸມປີ1970,ຈີນໄດ້ປະຕິບັດນະໂຍບາຍໄຂປະຕູສູ່ພາຍນອກຢູ່ແຂວງຕ່າງໆທີ່ຢູ່ແຄມທະເລພາກຕາເວັນອອກ.ແຂວງຟູຈ້ຽນມີທ່າແຮງທາງທີ່ຕັ້ງຄືດັ່ງນີ້:ແຂວງຟູຈ້ຽນກັບແຂວງໄຕ້ຫວັນຢູ່ຄົນລະຝັ່ງຊ່ອງແຄບໄຕ້ຫວັນ,ແຂວງຟູຈ້ຽນຍັງຢູ່ມໍ່ກັບຮົງກົງແລະມາກາວ,ດັ່ງນັ້ນແຂວງຟູຈ້ຽນໄດ້ມີເງື່ອນໄຂດູດດຶງການລົງທຶນຂອງຕ່າງປະເທດໂດຍກົງ.ແຕ່ພາຍຫຼັງ20ກວ່າປີ,ເມື່ອທຽບກັບແຂວງກວາງຕຸ້ງ ເຊິ່ງເປັນແຂວງໃກ້ຄຽງແລະໄຂປະຕູສູ່ພາຍນອກໃນເວລາດຽວກັນກັບແຂວງນີ້ແລ້ວ,ລະດັບພັດທະນາດ້ານເສດຖະກິດຂອງແຂວງຟູຈ້ຽນໄດ້ຫຼ້າຫຼັງຫຼາຍ,ຍິ່ງກວ່ານັ້ນ,ການລົງທຶນຂອງໄຕ້ຫວັນເຊິ່ງເປັນແຫຼ່ງລົງທຶນສຳຄັນຂອງແຂວງຟູຈ້ຽນ,ກໍ່ໜ້ອຍກວ່າແຂວງກວາງຕຸ້ງ.
ທ່ານຢຽນເຈິ້ງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຂວງຟູຈ້ຽນເຫັນວ່າ,ໃນໄລຍະຕົ້ນ,ຟູຈ້ຽນດູດດຶງການລົງທຶນຂອງໄຕ້ຫວັນໄດ້,ກໍ່ຍ້ອນວ່າແຂວງຟູຈ້ຽນມີທ່າແຮງເປັນແຫ່ງບັນພະບຸລຸດຂອງຊາວໄຕ້ຫວັນ,ແຕ່ວ່າພຽງແຕ່ອາໄສອັນນີ້ແມ່ນບໍ່ພຽງພໍ.
"ແຂວງຟູຈ້ຽນແມ່ນແຂວງໜຶ່ງຢູ່ແຜ່ນດິນໃຫຍ່ທີ່ຫ່າງຈາກໄຕ້ຫວັນໃກ້ກວ່າໝູ່,ແຕ່ຍ້ອນວ່າການຂັດຂວາງຂອງເຈົ້າເຂົ້າທີ່ໄຕ້ຫວັນ,ບຸກຄະລາກອນແລະສິນຄ້າຈາກແຂວງໄຕ້ຫວັນທີ່ຢູ່ຝັ່ງຕາເວັນອອກຊ່ອງແຄບມາແຂວງຟູຈ້ຽນໂດຍກົງບໍ່ໄດ້, ຕ້ອງຜ່ານຮົງກົງ,ສະນັ້ນຕົ້ນທຶນທຸລະກິດຈຶ່ງສູງຂຶ້ນ.ເມື່ອເປັນແນວນີ້,ນັກທຸລະກິດໄຕ້ຫວັນໄດ້ເລືອກເອົາແຂວງກວາງຕຸ້ງເປັນບ່ອນລົງທຶນກ່ອນ,ອັນທີ່ໜຶ່ງແມ່ນຍ້ອນໃກ້,ທີ່ສອງແມ່ນຍ້ອນວ່າການລົງທຶນຂອງຮົງກົງແລະມາກາວຢູ່ເຂດສາມຫຼ່ຽມປາກແມ່ນ້ຳຈູ່ຈ່ຽງໄດ້ມີສະພາບແວດລ້ອມອຸດສາຫະກຳອັນເໝາະສົມ.ເມື່ອຮອດໄລຍະທ້າຍຊຸມປີ1990,ວິສາຫະກິດຂອງໄຕ້ຫວັນທີ່ມາລົງທຶນກໍ່ບໍ່ແມ່ນວິສາຫະກິດນ້ອຍ,ບໍລິສັດໃຫຍ່ຂອງໄຕ້ຫວັນໄດ້ເລັ່ງສາຍຕາໃສ່ນະຄອນຊຽງໄຮ,ເພາະນະຄອນຊຽງໄຣແມ່ນໃຈກາງກາສູນເສດຖະກິດຂອງວັນທີ່ມາລົງທຶນກໍ່ບໍ່ແມ່ນວິສາຫະກິດທຳມະດາໄດ້ເສດຖະກິດຂອງຈີນ."
ທ່ານຢຽນເຈິ້ງເວົ້າວ່າ,ວິສາຫະກິດບໍ່ຫຼາຍ,ພື້ນຖານໂຄງລ່າງຫຼ້າຫຼັງກໍແມ່ນສາຍເຫດສຳຄັນທີ່ພາໃຫ້ເສດຖະກິດແຂວງຟູຈ້ຽນພັດທະນາຊັກຊ້າ.
ສິ່ງທີ່ໜ້າດີໃຈແມ່ນ,ຄຽງຄູ່ກັບການສ້າງສາຝັ່ງຕາເວັນຕົກຊ່ອງແຄບໄຕຫວັນຖືກຈັດເຂົ້າແຜນພັດທະນາເສດຖະກິດສັງຄົມຂອງຈີນໃນ5ປີຂ້າງໜ້ານີ້,ແຂວງຟູຈ້ຽນພວມເລັ່ງລັດສ້າງສາບັນດາທ່າກຳປັ່ນຝັ່ງຕາເວັນຕົກຊ່ອງແຄບໄຕ້ຫວັນ,ໃຊ້ເສດຖະກິດທ່າກຳປັ່ນຊຸກຍູ້ເສດຖະກິດຝັ່ງຕາເວັນຕົກໃຫ້ພັດທະນາຢ່າງວ່ອງໄວ.ແຂວງຟູຈ້ຽນມີເສັ້ນຊາຍຝັ່ງທະເລຍາວ3300ກວ່າກິໂລແມັດ,ເປັນທີ່ສອງຂອງຈີນ,ສ່ວນຊ່ອງແຄບໄຕ້ຫວັນທີ່ຕິດກັບແຂວງແມ່ນຊ່ອງທາງນ້ຳຄຳສາກົນທີ່ຂົນສົ່ງສິນຄ້າໝາແໝັ້ນກວ່າໝູ່ໃນໂລກ.ປັດຈຸບັນ,ທ່າທຽບເຮືອນ້ຳເລິກຫຼາຍແຫ່ງທີ່ສາມາດຈອດກຳປັ່ນບັນທຸກສິນຄ້າຂະໜາດໝື່ນໂຕນ,ແສນໂຕນແລະ3ແສນໂຕນພວມສ້າງຂຶ້ນຢູ່ແຄມທະເລຂອງແຂວງຟູຈ້ຽນ.ຕາມແນະນຳວ່າ,ໃນ5ປີຂ້າງໜ້ານີ້,ອຳນາດການປົກຄອງແຂວງຟູຈ້ຽນຈະລົງທຶນ29ຕື້ກວ່າຢວນເພື່ອສ້າງສາທ່າກຳປັ່ນ,ເມື່ອຮອດປີ2010,ປະລິມານສິນຄ້າທີ່ຂົນເຂົ້າຂົນອອກທ່າກຳປັ່ນຂອງທົ່ວແຂວງຟູຈ້ຽນຈະບັນລຸຫຼາຍກວ່າ300ລ້ານໂຕນຕໍ່ປີ.
ຄຽງຄູ່ກັບການສ້າງທ່າກຳປັ່ນຢ່າງຂະໜາດໃຫຍ່,ເຂດອຸດສາຫະກຳໃກ້ທ່າກຳປັ່ນໄດ້ມີຂຶ້ນ.ທ່າກຳປັ່ນຊິງກາງເມືອງຟູໂຈ່ວແມ່ນທ່າກໍາປັ່ນເພື່ອຂົນສົ່ງຕູ້ບັນຈຸສິນຄ້ານໍ້າເລິກແຫ່ງໜຶ່ງ,ທ່ານໄຊ້ຟູຢົງ ຜູ້ຮັບຜິດຊອບທ່າກໍາປັ່ນດັ່ງກ່າວບອກນັກຂ່າວວ່າ,ປັດຈຸບັນ,ເຂົາເຈົ້າພວມສ້າງເຂດຮວມສູນອຸດສາຫະກຳທ່າກຳປັ່ນຍຸກໃໝ່ທີ່ຖືພະລັງງານ,ອຸດສາຫະກຳເຄມີແລະການຈໍລະຈອນວັດສະດຸບໍລິມານເປັນຕົ້ນຕໍ,ໃນເວລາເວົ້າເຖິງຜົນປະໂຫຍດທີ່ພັດທະນາອຸດສາຫະກຳໃກ້ທ່າກຳປັ່ນ,ທ່ານເວົ້າວ່າ:
"ຄົນທັງຫຼາຍຮູ້ວ່າ,ປັດຈຸບັນ,ໃນວິສາຫະກິດໜຶ່ງນອກຈາກວັດຖຸດິບ,ຄ່າແຮງງານສຳຄັນກວ່ານັ້ນແມ່ນຕົ້ນທຶນຂອງການຈໍລະຈອນສິນຄ້າບໍລິການແລ້ວແຕ່ຕົ້ນທຶນຂົນສົ່ງທາງນ້ຳແມ່ນຖືກກວ່າ.ອຸດສາຫະກຳໃກ້ທ່າກຳປັ່ນແມ່ນຈະໄດ້ຂົນສົ່ງສິນຄ້າເຂົ້າອອກເປັນງວດໃຫຍ່,ໄດ້ຫຼຸດຜ່ອນຕົ້ນທຶນຂອງວິສາຫະກິດລົງຫຼວງຫຼາຍ,ສະນັ້ນ,ພວກຂ້າພະເຈົ້າຈະສ້າງແຫຼ່ງອຸດສາຫະກຳແລະແຫຼ່ງປຸງແຕ່ງສິນຄ້າສົ່ງອອກ."
ເມື່ອຮອດປີ2010,ແຂວງຟູຈ້ຽນຈະອາໄສຊັບພະຍາກອນທ່າກຳປັ່ນອັນອຸດົມສົມບູນ,ແລ້ວສ້າງແຫຼ່ງອຸດສາຫະກຳຄືອຸດສາຫະກຳເຄມີນ້ຳມັນເຊື້ອໄຟ,ພະລັງງານ,ການຜະລິດລົດຍົນ,ການສ້ອມແປງແລະຜະລິດກຳປັ່ນເປັນຕົ້ນ.ໃນເວລານັ້ນ,ມູນຄ່າຜະລິດຕະພັນຂອງອຸດສາຫະກຳໃກ້ທ່າກຳປັນຈະກວມຍອດມູນຄ່າຜະລິດຕະພັນອຸດສາຫະກຳຂອງແຂວງຟູຈ້ຽນຫຼາຍກວ່າ45%.
ການປົວແປງພື້ນຖານໂຄງລ່າງຄືທ່າກຳປັ່ນໃຫ້ດີຂຶ້ນກໍ່ໄດ້ດູດດຶງວິສາຫະກິດໄຕ້ຫວັນຈຳນວນຫຼວງຫຼາຍມາລົງທຶນຢູ່ແຂວງຟູຈ້ຽນ.ປັດຈຸບັນ,ອຸດສາຫະກຳເຕັກນິກຊັ້ນສູງຄືເຕັກໂນໂລຊີຂໍ້ມູນຂ່າວສານຫຼືໄອທີ,ຢາປົວພະຍາດ,ກົນຈັກທັນສະໄໝເປັນຕົ້ນພາກັນຕັ້ງຢູ່ແຂວງຟູຈ້ຽນ.ເດືອນກຸມພາປີນີ້,ກຸ່ມໂຢດາໄຟຟ້າແສງໄຕ້ຫວັນເຊິ່ງເປັນວິສາຫະກິດໃຫຍ່ທີ່ສາມທີ່ຜະລິດຈໍLCDໃນໂລກເລີ່ມສ້າງໂຮງງານຜະລິດຢູ່ເຂດພັດທະນາເຕັກນິກຊັ້ນສູງນະຄອນເຊ້ຍເມິນແຂວງຟູຈ້ຽນ,ມູນຄ່າໂຄງການີ້ຈະແມ່ນ500ລ້ານໂດລາສະຫະລັດ.ທ່ານຊຸ່ນຕ້າໄຮ ຮອງຫົວໜ້າຄະນະກຳມະການຄຸ້ມຄອງເຂດເຕັກນິກຊັ້ນສູງນະຄອນເຊ້ຍເມິນບອກນັກຂ່າວວ່າ:
"ຄວາມໝາຍຂອງໂຄງການີ້ບໍ່ສະເພາະຢູ່ໃນຕົວມັນເອງເທົ່ານັ້ນ,ຫາກຍັງແມ່ນມັນໄດ້ນຳວິສາຫະກິດສົມທົບຫຼາຍສິບຫຼັງ.ຈາກການຜະລິດແກ້ວໝ້າຈໍຈົນຮອດຫຼອດໄຟແຜ່ນໂຮມແສງ,ແມ່ນສັບສົນທີ່ສຸດ,ຄວາມສາມາດການຜະລິດຂອງວິສາຫະກິດປະກອບເປັນຊຸດຂອງມັນແມ່ນ20ຕື້ຫາ30ຕື້ຢວນ."
ນອກຈາກອຸດສາຫະກຳເຕັກນິກຊັ້ນສູງແລະເງື່ອນໄຂດິນຟ້າອາກາດຂອງຟູຈ້ຽນຄ້າຍຄືກັນກັບໄຕ້ຫວັນກໍ່ໄດ້ດຶງດູດນັກທຸລະກິດໄຕ້ຫວັນຫຼາຍຄົນມາລົງທຶນທາງກະສິກຳ.ຍ່າງເຂົ້າໃນສວນກະສິກຳຂອງຊາວກະສິກອນໄຕ້ຫວັນທີ່ຕັ້ງຢູ່ເມືອງຈ່າງຜູພາກໃຕ້ແຂວງຟູຈ້ຽນ,ເຫັນຫ້ອງອຸ່ນແລະຫ້ອງກ້າເບ້ຍເປັນແຖວແຖວປູກຄັ້ງຕາມພູ.ທ່ານຊຸຍຊີຢານ ນັກທຸລະກິດໄຕ້ຫວັນໄດ້ຕັ້ງບໍລິສັດປູກແລະຂາຍດອກເອື້ອງຢູ່ແຫ່ງນີ້,ເນື້ອທີ່ປູກໄດ້ຂະຫຍາຍອອກຮອດ1ໝື່ນ4ພັນຕາແມັດໃນປັດຈຸບັນຈາກ3ພັນຕາແມັດໃນເບື້ອງຕົ້ນ.ທ່ານຊຸຍເວົ້າວ່າ,ດອກເອື້ອງຂອງທ່ານຂາຍດິບຂາຍດີຢູ່ຕະຫຼາດເອີລົບ.ທ່ານເວົ້າວ່າ:
"ກະສິກຳໄຕ້ຫວັນໄດ້ພັດທະນາເຂົ້າສູ່ຂົງເຂດວິທະຍາສາດເຕັກນິກຊັ້ນສູງແລ້ວ,ແຕ່ວ່າກະສິກຳຂອງແຜ່ນດິນໃຫຍ່ຍັງເຮັດແບບດັ້ງເດີມ.ແຜ່ນດິນໃຫຍ່ນຳເຂົ້າວິທະຍາສາດເຕັນນິກກະສິກຳຂອງໄຕ້ຫວັນ,ປຸງແຕ່ງຜະລິດຕະພັນກະສິກຳໃຫ້ສຳເລັດຮູບ,ຈະນຳເອົາຜົນປະໂຫຍດຫຼວງຫຼາຍມາໃຫ້ຊາວກະສິກອນແຫ່ງນັ້ນ."
ຫຼາຍປະກົດການສະແດງໃຫ້ເຫັນວ່າ,ແຂວງຟູຈ້ຽນທີ່ຕັ້ງຢູ່ລະຫວ່າງເຂດສາມຫຼ່ຽມປາກແມ່ນ້ຳຢາງເຊກັບເຂດສາມຫຼ່ຽມປາກແມ່ນ້ຳຈູ່ຈ່ຽນ,ແລະຢູ່ຝັ່ງຕາເວັນຕົກຊ່ອງແຄບໄຕ້ຫວັນພວມຕັ້ງໜ້າຊອກຫາໂອກາດ,ພັດທະນາເສດຖະກິດໃຫ້ຈະເລີນຂຶ້ນຕື່ມ.
|