ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-20 17:59:43    
ທີ​ມຈີນ​ຊີງ​ໄດ້ຫຼຽນ​ໃນ​ງານ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ໂລກ​ຄັ້ງ​ນີ້​ຫຼາຍ​ກວ່າ​ຄັ້ງ​ກ່ອນ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 19 ສິງຫາ, ງານ​ແຂ່ງຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ໂລກ​ຄັ້ງທີ 11 ທີ່​ພວມ​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໄດ້​ເຂົ້າສູ່​ມື້​ທີ 5. ​ໃນ​ການ​ແຂ່ງຂັນ​ຮອບ​ຊີ​ງຊະນະ​ເລີດ 9 ລາຍ​ການ​ຂອງ​ມື້​ວານ​ນີ້, ທີ​ມຈີນ​ຊີງ​ໄດ້ຫຼຽນຄຳ 2 ຫຼຽນ, ຫຼຽນ​ເງິນ​ໜຶ່ງຫຼຽນ ຫຼຽນທອງ 3 ຫຼຽນ, ​ເມື່ອ​ເປັນ​ຈັ່ງ​ຊັ້ນ, ​ຈຳ​ນວນ​ຫຼຽນ​ທີ່​ທີ​ມຈີນ​ຊີງ​ໄດ້​ໃນ​ຄັ້ງນີ້ຫຼາຍກວ່າ​ຄັ້ງກ່ອນ.


ນາງລິວຫົງ ນັກກິລາຈີນໃນການແຂ່ງຂັນ

​ໃນ​ການ​ແຂ່ງຂັນ​ຍ່າງ​ທົນ​ໝື່ນ​ແມັດ​ເພດ​ຍິງ​​ໃນ​ຕອນ​ເຊົ້າມື້​ວານນີ້, ນາງ​ລິວ​ຫົງ ນັກ​ກິ​ລາ​ຈີນ​ຊີງ​ໄດ້ຫຼຽນຄຳ ​ເຊິ່ງ​ເປັນຫຼຽນຄຳຫຼຽນທີ 4 ຂອງ​ທີ​ມຈີນ​ ດ້ວຍ​ຜົນງານ 45 ນາທີ 12 ວິນາທີ 84. ຕໍ່​ມາ​ບໍ່​ດົນ, ທ້າວ​ປໍ​ຊ້ຽງຕົ່ງ ນັກ​ກິລາ​ຈີນ​ທີ່​ອາຍຸ 19 ປີ​ຊີງ​ໄດ້ຫຼຽນຄຳ​ໃນ​ການ​ແຂ່ງຂັນ​ຍ່າງ​ທົນ​ເພດ​ຊາຍ​ດ້ວຍ​ຜົນ​ງານ 42 ນາທີ 50 ວິນາທີ 26.


ນາງລິວຫົງ ນັກກິລາຈີນໃນການແຂ່ງຂັນ

ນັບ​ມາ​ຮອດປັດຈຸບັນ, ທີ​ມຈີນ​ຊີງ​ໄດ້ຫຼຽນຄຳ 5 ຫຼຽນ ຫຼຽນ​ເງິນ 3 ຫຼຽນ ຫຼຽນທອງ 5 ຫຼຽນ, ຄອງ​ອັນ​ດັບ​ທີ​ສອງ​ໃນ​ຕາລາງຫຼຽນລາງວັນ. ທີ​ມ​ເກນ​ຢາ​ຊີງ​ໄດ້ຫຼຽນຄຳ 5 ຫຼຽນ ຫຼຽນ​ເງິນ 5 ຫຼຽນ ຫຼຽນ​ທອງ 2 ຫຼຽນ ຄອງ​ອັນ​ດັບ​ທີ​ໜຶ່ງ, ທີ​ມຣັດ​ເຊຍ​ຊີງ​ໄດ້ຫຼຽນຄຳ 4 ຫຼຽນ ຫຼຽນ​ເງິນ 2 ຫຼຽນ ຫຼຽນ​ທອງ 3 ຫຼຽນ ​ເປັນ​ທີ​ສາມ.


ທ້າວປໍຊ້ຽງຕົ່ງ(ຊ້າຍ) ນັກກິລາຈີນຊີງໄດ້ຫຼຽນຄຳ ທ້າວຫວງເຈິ້ງ ນັກກິລາຈີນອີກຜູ່ໜຶ່ງຊີງໄດ້ຫຼຽນເງິນ


ທ້າວປໍຊ້ຽງຕົ່ງ