ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 10:20:44    
ອິນເດຍຫໍພິພິດທະພັນຊົນເຜົ່າວິທະຍາ

cri

ອິນເດຍແມ່ນປະເທດນ່ືງໃນ4ມະຫາອາລະຍະປະເທດບູຮານ.ມີເຊື້ອຊາດປະກອບສັບ
ສົນທ່ີສຸດ.ວັດທະນະທຳສາສະໜາກໍມີຫຼາຍຮູບຫຼາຍສີ.ຊົນເຜົ່າເປັນຈຳນວນຫຼວງຫຼາຍ
ທ່ີຢູ່ໃນໄລຍະສັງຄົມພັດທະນາໃນລະດັບຕ່າງກັນກໍຕ່າງໄດ້ອອກແຮງງານອອກແມ່ແຜ່
ລູກແລະທຳມາຫາກິນຢູ່ບົນແຜ່ນດິນອັນກ້ວາງໃຫຍ່ໄພສານໃນແຫ່ງນີ້ດ້ວຍຫຼາຍແບບ
ວິທີຕ່າງກັນ. ເພາະສະນັ້ນນັກປາດທັງຫຼາຍຈ່ິງມັກເອີ້ນອິນເດຍເປັນຫໍພິພິດທະພັນຊົນ
ເຜົ່າວິທະຍາ.

ອິນເດຍແມ່ນຈຸດໂຮມສາມເຊື້ອຊາດໃຫຍ່ໃນໂລກ,ຢູ່ແຫ່ງນີ້ທ່ານຈະເຫັນຄົນເຊື້ອຊາດ
ຜິວຂາວຮູບຮ່າງສູງໃຫຍ່,ດັງດົ່ງ,ດວງຕາສີຄາມ,ແລະກໍຈະເຫັນຄົນຜິວດຳ,ຮູບຮ່າງຕຳ່
ເຕ້ຍແລະຜົມກູດ.ທັງຍັງພົບຄົນເຊື້ອຊາດຜິວເຫືຼອງຮູບຮ່າງລ້ຳສັນແລະຜົມດຳອີກດ້ວຍ.
ສ່ວນເຊື້ອຊາດທ່ີເປັນລູກປະສົມລະຫວ່າງສາມເຊື້ອຊາດໃຫຍ່ດ່ັງກ່າວກໍຍ່ິງມີຫຼາຍຈົນ
ນັບບ່ໍຖ້ວນ.ສະນັ້ນ ຈ່ິງເຫັນໄດ້ວ່າ ເຊື້ອສາຍຂອງຊາວອິນເດຍແມ່ນສັບສົນທ່ີສຸດ,
ມັນແມ່ນຜົນທ່ີຄົນເຊື້ອຊາດຕ່າງກັນຜະສົມພັນກັນແລະເຊ່ືອມເຂົ້າກັນຢ່າງຍາວນານ.

ກ່ຽວກັບບັນຫາກົກເຄົ້າແລະການຈ່ໍຕົວຂອງບັນດາຊົນເຜົ່າອິນເດຍນັ້ນ ແຕ່ໃດມາກໍຕ່າງ
ອະທິບາຍໄປຄົນລະຢ່າງຄົນລະແນວ,ໂດຍທົ່ວໄປແລ້ວເຫັນວ່າ ຍ້ອນຄົນເຊື້ອຊາດວີ
ດາເຊ່ິງເປັນເຊື້ອຊາດອົສຕຼາລີດັ້ງເດີມແມ່ນທຳມາຫາກິນ ແລະອອກແມ່ແຜ່ລູກຢູ່ອະ
ນຸທະວີບອິນເດຍກ່ອນໝູ່,ບັນດາຊົນເຜົ່າມອນດາຢູ່ພາກກາງຂອງອິນເດຍດຽວນີ້ກໍແມ່ນ
ສັງກັດຄົນເຊື້ອຊາດດ່ັງກ່າວ.ກົກເຄົ້າຂອງຊົນເຜົ່າອີກຈຳນວນນ່ືງແມ່ນຊາວອາລະຍັນ
ເຊ່ິງເປັນກົກເຫົ່ຼາທ່ຽວລ້ຽງສັດຢູ່ອາຊີກາງໄດ້ຫຸຼຫ່ັຼງທ່ັງເທເຂົ້າມາອິນເດຍແຕ່ປະມານ
ກ່ອນຄິດຕະສັງກາດສັດຕະວັດທີ 17 ຮອດສັດຕະວັດທີ 14,ແລ້ວປະກອບເປັນຊາວ
ທະມິນແລະຊາວເຕລູກຸສເປັນຕົ້ນໃນປະຈຸບັນ.

ຊາວບ້ານທ່ີຢອງຢາຍຢູ່ຕາມເຂດພູຫິມະໄລ ຕົ້ນຕໍແມ່ນສັງກັດເຊື້ອຊາດມົງໂກນ ເຊ່ິງ
ຍ້າຍມາຈາກຕິເບດຂອງຈີນແລະມຽນມາເປັນຕົ້ນໃນສະໄໝຕ່າງກັນ.ໂດຍທົ່ວໄປແລ້ວ
ເຫັນວ່າຊາວບ້ານຊາວເມືອງຢູ່ພາກຕາເວັນຕົກສຽງເໜືອຂອງອະນຸທະວີບອິນເດຍ
ແມ່ນຄົນຜິວຂາວແດ່,ສ່ວນຢູ່ເຂດພາກຕາເວັນອອກສຽງເໜືອແມ່ນຄົນຜິວເຫືຼອງແດ່,ຢູ່
ເຂດພາກໃຕ້ແມ່ນຄົນຜິວອ່າວດຳແດ່,ຢູ່ເຂດພາກເໜືອສ່ວນຫຼາຍແມ່ນຄົນຜິວດຳແລະ
ຄົນຜິວຂາວກໍມີ.

ກ່ຽວກັບຈຳນວນຊົນເຜົ່າອິນເດຍ,ແມ່ນບັນຫາທ່ີຕອບຍາກທ່ີສຸດ,ເວົ້າທ່ົວໄປແລ້ວ,ຢູ່
ອິນເດຍມີສິບກວ່າຊົນເຜົ່າເປັນຕົ້ນແມ່ນເຜົ່າອິນເດຍສະຖານ,ເຜົ່າທະມິນ,ເຜົ່າເຕລູກຸສ
ແລະອ່ືນໆ,ຊົນເຜົ່າເຫົ່ຼານີ້ກວມປະຊາກອນອິນເດຍທັງໝົດ 94%,ນອກນັ້ນ 6% ຢູ່ອິນ
ເດຍຮຽກເປັນຊາວກົກເຫົ່ຼາ,ສ່ວນຊາວກົກເຫົ່ຼາດ່ັງກ່າວມີຫຼາຍທ່ໍໃດແທ້ນັ້ນ ພັດໃຫ້ຄຳ
ຕອບຕ່າງກັນ, ລາງຄົນເວົ້າວ່າມີ 200 ກວ່າກົກເຫ່ົຼາ, ລາງຄົນເວົ້າວ່າມີ 300 ກວ່າກົກ
ເຫົ່ຼາ, ມີກົກເຫ່ົຼາສ່ວນໜ້ອຍແລະມີກົກເຫົ່ຼາສ່ວນໃຫຍ່ຕ່າງກັນ, ກົກເຫົ່ຼາໃຫຍ່ມີ 3 ລ້ານ
ກ່ວາຄົນ, ກົກເຫົ່ຼາສ່ວນໜ້ອຍມີບ່ໍຣອດ 100 ຄົນ.

ພາສາອິນເດຍກໍສັບສົນທ່ີສຸດ,ມີບາງພາສາຂອງຊົນເຜົ່າສັງກັດຕະກຸນພາສາອິນເດຍເອີ
ລົບ,ມີພາສາສັງກັດຕະກຸນພາສາຈີນ-ຕິເບດຫືຼຊີໂນ-ຕີເບຕັງ,ມີພາສາສັງກັດຕະກຸນພາ
ສາອາຊີໃຕ້ຫືຼອົສຕິຼກເປັນຕົ້ນ.ລັດຖະທຳມະນູນອິນເດຍໄດ້ກຳນົດເອົາພາສາຮິນດູເປັນ
ພາສາລາຊະການ,ແລະໃຫ້ລັດຖະບານອອກແຮງແຜ່ຜາຍ.ແຕ່ຈົນຮອດມື້ນີ້,ຄົນທ່ີສາ
ມາດເວົ້າພາສາດ່ັງກ່າວໄດ້,ກໍຍັງບ່ໍຮອດເຄ່ິງນ່ືງຊ້ຳ.ປະຈຸບັນຢູ່ທົ່ວປະເທດອິນເດຍ ພາ
ສາທ່ີໃຊ້ກັນທ່ົວໄປແທ້ກໍຍັງແມ່ນພາສາອັງກິດ.

ອິນເດຍເປັນແຫຼ່ງກຳເນີດສາສະໜາຫຼາຍຢ່າງ, ແນວຄຶດສາສະໜາຂອງຊາວອິນເດຍ
ກໍແໜ້ນໜາທ່ີສຸດ, ຢູ່ອິນເດຍ ຖ້າມີຄົນຖາມຜູ່ໃດຜູ່ນ່ືງວ່າ ເຈົ້າແມ່ນຄົນຊົນເຜົ່າໃດ,ໃນ
ສິບຄົນຕ້ອງມີ 8-9 ຄົນຈະຕອບວ່າ:ຂ້ອຍແມ່ນຄົນທ່ີເຫື້ຼອມໃສນຳສາສະໜາໃດນ່ືງໂລດ.
ການຕອບແບບບ່ໍຖືກກັບຄຳຖາມດ່ັງກ່າວ ກໍສະແດງໃຫ້ເຫັນວ່າ ຊາວອິນເດຍມີແນວ
ຄຶດສາສະໜາໜາແໜ້ນນັ້ນເອງ.

ອິນເດຍເປັນປະເທດທ່ີເລິກລັບທ່ີສຸດ,ມີຫຼາຍສາສະໜາທ່ີມາຈາກພາຍນອກໄດ້ເກີດ
ດອກອອກຜົນຢູ່ແຫ່ງນີ້ຫຼາຍສົມຄວນ.ຕາມສະຖິຕິໃນຕົ້ນຊຸມປີ80ຂອງສັດຕະວັດທີ 20,
ສາສະໜາຄິຼສຕຽນມີສາສະນິກກະຊົນ 20 ລ້ານຄົນ, ສາສະໜາອິສລາມມີສາສະນິກກະ
ຊົນ 70 ລ້ານຄົນ, ສາສະໜາຢິວມີ 1 ໝ່ືນ 6 ພັນຄົນ,ສາສະໜາບູຊາພະເພີງມີສາສະ
ນິກກະຊົນນ່ືງແສນກ່ວາຄົນ, ດ້ານນ່ືງອີກ, ແຜ່ນດິນທ່ີມີປະຫວັດເກົ່າແກ່ແຫ່ງນີ້ ກໍມີ
ຫຼາຍສາສະໜາກຳເນີດເກີດຂຶ້ນຫຼາຍຄືກັນເຊ່ັນສາສະໜາພຸດສາສະໜາອິນດູຫືຼສາສະ
ໜາພາມໃໝ່ ແລະສາສະໜາສິກເປັນຕົ້ນ.ສາສະໜາພຸດແມ່ນກຳເນີດເກີດຂຶ້ນໃນສະ
ໄໝກ່ອນຄິດຕະສັງກາດສັດຕະວັດທີ 6,ຢູ່ອິນເດຍເຄີຍແຜ່ຜາຍຢ່າງກ້ວາງຂວາງ, ແຕ່
ມາຮອດປະຈຸບັນ ຊາວພຸດແມ່ນບ່ໍມີຫຼາຍປານໃດ ເຊ່ິງມີທັງໝົດປະມານ 4 ລ້ານຄົນ
ທ່ໍນັ້ນ,ສາສະໜາສິກແມ່ນກຳເນີດເກີດຂຶ້ນເມ່ືອສັດຕະວັດທີ 16,ດຽວນີ້ ມີສາສະນິກກະ
ຊົນ 10 ລ້ານກ່ວາຄົນ, ປະຈຸບັນ ແມ່ນຄົນເຊ່ືອຖືສາສະໜາອິນດູຫຼາຍກ່ວາໝູ່, ລວມມີ
500ກ່ວາລ້ານຄົນ. ກວມປະຊາກອນທັງໝົດລະຫວ່າງ80%.ສາສະໜາອິນດູແມ່ນກຳ
ເນີດຈາກສາສະໜາພາມ,ສ່ວນສາສະໜາພາມແມ່ນກຳເນີດເກີດຂື້ນໃນສະໄໝກ່ອນຄິດ
ຕະສັງກາດສັດຕະວັດທີ 10, ມາຮອດຄິດຕະສັງກາດສັດຕະວັດທີ 4, ກໍໄດ້ຮັບເອົາຫັຼກ
ທຳມະຂອງພຸດທະສາສະໜາແລ້ວຈ່ິງໄດ້ກາຍເປັນສາສະໜາອິນດູ,ຊາວອິນເດຍມີສັດ
ທາຕ່ໍສາສະໜາທ່ີສຸດ.

ຢູ່ອິນເດຍ,ເຕັກນິກທັນສະໄໝກັບຮີດຄອງປະເພນີບູຮານແມ່ນດຳລົງຄົງຕົວຢູ່ຮ່ວມກັນ
ໄດ້ດີ. ໃນຊູ່ມື້ນີ້, ອິນເດຍບ່ໍພຽງແຕ່ສາມາດຜະລິດເຮືອບິນ,ລົດຍົນ,ກຳ່ປ່ັນເດີນທະເລ
ແລະອ່ືນໆໄດ້ທ່ໍນັ້ນ, ຫາກຍັງສ້າງສະຖານີໄຟຟ້ານິວເຄຼຍ,ຍິງສ່ົງດາວທຽມແລະດາວ
ທຽມໂທລະຄົມທ່ີອອກແບບແລະຜະລິດເອົາເອງ,ແລະທັງມີອາວຸດນິຍເຄຼຍນຳອີກ.ການ
ພັດທະນາສັງຄົມຂອງບັນດາຊົນເຜົ່າອິນເດຍແມ່ນບ່ໍກ້ຳເກ່ິງກັນ, ໃນຊົນເຜົ່າທ່ີມີຈຳນວນ
ພົນອ່າວຫຼາຍແດ່,ການຜະລິດໃຫ່ຍແບບທຶນນິຍົມກັບເສດຖະກິດກະສິກຳນ້ອຍທ່ີມີລັກ
ສະນະສັກດິນາແມ່ນຄົງຕົວຢູ່ນຳກັນ.

ພ້ອມກັນນັ້ນຢູ່ໃນປະເທດດ່ັງກ່າວ ຍັງມີຮີດຄອງປະເພນີແນວແປກໆຕ່າງໆນາໆທ່ີຕົກ
ທອດມາແຕ່ສັງຄົມປະຖົມບູຮານຄົງຕົວຢູ່ຄຽງຂ້າງກັນ,ໃນສາສະນິກກະຊົນສາສະໜາ
ອິນດູ,ແມ່ໝ້າຍໄດ້ຕົກຢູ່ໃນຖານະອັນໜ້າສັງເວດທ່ີສຸດ, ບາງຄົນໄດ້ຖືກບັງຄັບໃຫ້ໂຕນ
ເຂົ້າກອງໄຟ,ເຜົາໂຕຕາຍຢູ່ເທິງກອງໄຟນຳຜົວ,ນີ້ແມ່ນປະເພນີພິເສດແນວນ່ືງເອີ້ນວ່າ
ແມ່ໝ້າຍຕ້ອງຕາຍນຳຜົວ.

ຊົນເຜົ່າກົກເຫົ່ຼາແມ່ນເອົາລະບອບຜົວດຽວເມຍດຽວເປັນຮູບການສ້າງຄອບຄົວເປັນຫັຼກ,
ແຕ່ວ່າມີບາງຊົນເຜົ່າຢູ່ເຂດພູຫິມະໄລ ພັດມີລະບອບເມຍດຽວເອົາຜົວຫຼາຍຄົນ,ຜົວ
ຂອງເຂົາສ່ວນຫຼາຍແມ່ນອ້າຍນ້ອງຫືຼໝູ່ເພ່ືອນ. ຢູ່ພາກຕາເວັນອອກສຽງເໜືອຂອງອິນ
ເດຍ,ຍັງມີຊົນເຜົ່າປະຕິບັດລະບອບຜົວດຽວເອົາຫຼາຍເມຍ, ເມຍຂອງເຂົາເຈົ້າສ່ວນຫຼາຍ
ແມ່ນເອື້ອຍນ້ອງກັນ, ລາງເທ່ືອຜູ່ຊາຍຄົນດຽວຍັງເອົາເອື້ອຍນ້ອງໝົດຄອບຄົວມາເປັນ
ເມຍໄດ້ກໍມີ.