ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 15:19:45    
ແຂວງ​ຢຸນ​ນານ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ​ໃນ​ດ້ານ​ການ​ສຶກ​ສາ

cri Author: sayvanny

ໃນ​ຫລາຍ​ປີ​ມາ​ນີ້, ​ແຂວງ​ຢຸນ​ນານ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພູ​ມີ​ພາກ,ນຳ​ໃຊ້​ໂອ​ກາດ​ຍຸດ​ທະ​ສາດ​ຄື ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ​ແລະ​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ກັບ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫລື​ອາ​ຊຽນ​, ​ໄດ້​ຕັ້ງ​ຫນ້າ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ສ້າງ​ບຸກ​ຄະ​ລາ​ກອນ​ໃຫ້​ມີ​ຄວາມ​ຮູ້​ຄວາມ​ສາມາດ​​ເພື່ອ​ການ​ຮ່ວມ​ມື​ຢູ່​ອະນຸ​ພາກ​ພື້ນ​ດ້ວຍ​ຫລາຍ​ຮູບ​ການ.

​ເມື່ອ​ເດືອນ​ເມ​ສາ​ປີ 2005 ,​ໃນ​ກອງ​ປະຊຸມ​ວຽກ​ງານ​ກໍ່ສ້າງ​ຊັບ​ພະ​ຍາ ກອນ​ມະ​ນຸດ​ໃນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຢູ່​ອະ​ນຸ​ພາກ​ພື້ນ​ອ່າງ​ແມ່​ນ້ຳ​ຂອງ​ຕອນ​ລຸ່ມ​ຫລື GMS ​ທີ່​ຈັດ​ຂຶ້ນ​ຢູ່​ໄທ, ຄະ​ນະ​ຜູ່​ແທນ​ລັດ​ຖະ​ບານ​ຈີນ​ໄດ້​ວາງ​ຂໍ້​ສະ​ເຫ​ນີ​ໃຫ້​ຝຶກ​ອົບຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ທີ່​ອ່ວາຍ​ຫນ້າ​ໄປ​ສູ່​ປະ​ເທດ​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຢູ່​ເມືອງ​ຄຸນ​ມິງ ​ແຂວງ​ຢຸນ​ນານ​ຂອງ​ຈີນ.ຫວ່າງ​ມໍ່ໆ​ນີ້, ນັກ​ຂ່າວ CRI ​ໄດ້​ຊາບ​ຈາກ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ແຂວງ​ຢຸນ​ນານ​ວ່າ, ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ GMS ​ໄດ້​ມີ​ການ​ວາງ​ແຜນ​ໄວ້​ແລ້ວ, ​ແລະ​ຈະ​ເລີ່​ມສ້າງ​ຢູ່​ເມືອງ​ຄຸນ​ມິ​ງ ​ເທດ​ສະ​ບານ​ແຂວງ​ຢຸນນານ​ໃນ​ເດືອນ​ກັນຍາ​ປີ​ນີ້.

​ສູນ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ GMS ຈີນ​ຈະ​ຕິດ​ປ້າຍ​ຢູ່​ມະ​ຫາ​ວິ​ທະ ຍາ​ໄລ​ສັບ​ພະ​ວິ​ຊາ​ຄຸນ​ມິ​ງ​ໃນ​ເດືອນ​ກັນຍາ​ປີ​ນີ້,​ເນື້ອ​ໃນ​ອົບຮົມ​ແມ່ນ​ຖື​ການ​ອົບ ຮົມ​ເຕັກ​ນິກ​ຕ່າງໆ​ເປັນ​ຕົ້ນ​ຕໍ,ລວມ​ທັງ​ວິຊາ​ອຸດ​ສາ​ຫະ​ກຳ ວິຊາ​ກະ​ສິ​ກຳ ວິຊາ​ປ່າ​ໄມ້​ແລະ​ວິ​ຊາ​ແພດ​ສາດ​ເປັນ​ຕົ້ນ, ຍັງ​ມີ​ວິ​ຊາ​ບໍ​ລິ​ຫານ​ແລະ​ເສດ​ຖະ​ກິດ​,ນອກ​ນີ້​ຍັງ​ອາດ​ຈະ​ຈັດ​ໃຫ້​ມີ​ການ​ອົບ​ຮົມ​ພາ​ສາ​ຂອງ​ປະ​ເທດ​ອາ​ຊີ​ອາ​ຄະ​ເນທີ່​ຕ້ອງ​ການ​ດ່ວນ.

​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ CRI, ທ່ານ​ຈ່າງ​ຊາວ​ຫົງ ຮອງ​ຫົວ​ຫນ້າ​ຫ້ອງ​ການ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ຕ່າງປະ​ເທດ​ຂອງ​ພະ​ແນກ​ສຶກ​ສາ​ແຂວງ​ຢຸນ​ນານ​ເວົ້າວ່າ:

ຫລັກ​ການ​​ຫນຶ່ງ​ທີ່​ແຂວງ​ຢຸນ​ນານ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ການ​ສຶກສາ ນັ້ນ​ແມ່ນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພູ​ມີ​ສາດ​ແລະ​ດ້ານ​ຄວາມ​ສະ​ຫນິດ​ສະ​ຫນົມ​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ,​ແລ້ວ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນ,ພ້ອມ​ກັນ​ອົບ​ຮົມ​ບຸກ​ຄະ​ລາ​ກອນ​ເພື່ອ​ຕອບ​ສະ​ຫນອງ​ໃຫ້​ແກ່​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ.ສະ​ນັ້ນ, ​ພວກ​ຂ້າພະ​ເຈົ້າ​ໄດ້​ວາງ​ເປົ້າຫມາຍ​ທີ່​ວ່າ​ສ້າງ ​ແຂວງ​ຢຸນ​ນານ​ເປັນ​ສູນ​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ຈີນ​ທີ່​ຈະ​ເຮັດ​ວຽກ​ກັບອາ​ຊຽນ​ແລະ​ອາ​ຊີ​ອາ​ຄະ​ເນ.​ສູນ​ກໍ່​ສ້າງ​ຊັບ​ພະ​ຍາ​ກອນ​ມະ​ນຸດ GMS ຈີນ​ກໍ່​ແມ່ນ​ປ່ອງ​ຢ້ຽມ​ປ່ອງ​ຫນຶ່ງ​ທີ່​ພວກ​ຂ້າພະ​ເຈົ້າ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ບັນດາ​ປະ​ເທດ​ຢູ່​ອ້ອມ​ຂ້າງ.

​ໃນ​ຫລາຍ​ປີ​ມາ​ນີ້, ​ແຂວງ​ຢຸນນານ​ໄດ້​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພູ​ມີ​ສາດ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ, ຕັ້ງ​ຫນ້າ​ຊຸກ​ຍູ້​ການ​ສຶກສາ​ຊັ້ນສູງ​ເປີ​ດປະຕູ​ສູ່​ພາຍ​ນອກ,​ແລະ​ຮຽນ​ເອົາ​ບົດ​ຮຽນ​ຂອງ​ຕ່າງ​ປະ​ເທດ, ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ສຶກ​ສາ​ໄດ້​ຮັບ​ຜົນຢ່າງ​ເດັ່ນ​ຊັດ.ທ່ານ​ຈ່າງ​ຊາວ​ຫົງ​ແນະນຳ​ວ່າ:

ເພື່ອ​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ທີ່​ຮູ້​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ​ໂດຍ​ສະ​ເພາະ​ແມ່ນ​ຮູ້​ການ​ຮ່ວມ​ມື​ຢູ່​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ,​​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ແຂວງ​ຢຸນ​ນານ​ໄດ້​ຕັ້ງ​ຫນ້າ​ຮ່ວມ​ມື​ກັບ​ປະ​ເທດ​ແລະ​ເຂດ​ແຄວ້ມ​ຢູ່​ອ້ອມ​ຂ້າງ, ປັດ​ຈຸ​ບັນ, ​ແຂວງ​ນີ້​ໄດ້​​ກັບ 8 ປະ​ເທດ​ຢູ່​ອ້ອມ​ຂ້າງ​ແລ້ວ, ​ໄດ້​ສ້າງ​ໂຄງ​ການ​ຮ່ວມ​ມື 35 ​ໂຄງ​ການ​ໃນ​ດ້ານ​ການ​ສອນ​ພາ​ສາ​ຈີນ ການ​ອົບຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແລະ​ການ​ຮ່ວມ​ກັນ​ຄົ້ນ​ຄວ້າ.

ວັນ​ທີ 16 ທັນວາ​ປີ 2005,ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ​ຄຸນ​ມິງ​ກັບ​ມະ ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ໄດ້​ຈັດ​ພິ​ທີ​ເປີດ​ຮຽນ​​ໃນ​ລະດັບ​ປະ​ລິ​ຍາ​ໂທ​ວິຊາ​ການ​ບໍ​ລິ​ຫານ​ການ​ເງິນ​ສາ​ກົນ​ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ​ສ.ປ.ປ. ລາວ,ທ່ານ​ບໍ່​ແສງ​ຄຳ.ວົງ​ດາ​ລາ ວ່າ​ການ​ລັດ​ຖະ​ມົນ​ຕີ​​ກະ​ຊວງ​ສຶກ​ສາ​ທິ​ການ​ຂອງ​ລາວ​ທີ່​ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ໄດ້​ຕີ​ລາຄາ​​ສູງ​ຕໍ່​ຄວາມ​ຫມາຍ​ສຳ​ຄັນ​ຍິ່ງ​ທີ່​ມະ​ຫາ​ວິ​ທະ ຍາ​ໄລ​ສັບ​ພະ​ວິ​ຊາ​ຄຸນ​ມິງ​ຊ່ອຍ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ​ອົບ​ຮົມ​ສ້າງ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ໃນ​ວົງ​ການ​ການ​ເງິນ​ຂອງ​ລາວ.ນອກ​ຈາກ​ຈັດ​ພິ​ທີ​ເປີດ​ຮຽນ​ແລ້ວ, ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິຊາ​ຄຸນ​ມິ​ງຍັງ​ໄດ້​ເຊັນ​ສັນ​ຍາ​ກອບ​ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ການ​ສຶກ​ສາ​ກັບ​ຝ່າຍ​ລາວ​ສອງ​ສະ​ບັບ,ຄື​ສັນ ຍາ​ກ່ຽວ​ກັບ​ສອງ​ຝ່າຍ​ສ້າງ​ສູນ​ອົບ​ຮົມ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ລະ​ຫວ່າງ ຈີນ​ລາວ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ,​ໄດ້​ເຊັນ​ສັນຍາ​ຮ່ວມ​ມື​ຮອບ ດ້ານ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສຸ​ພາ​ນຸ​ວົງ​ທີ່​ຫລວງ​ພະ​ບາງ ​ເຊິ່ງ​ເປັນ​ມະ​ຫາ​ວິ​ທະ ຍາ​ໄລ​ທີ່​ສ້າງ​ໃຫມ່​ຂອງ​ລາວ​ທີ່​ໃກ້​ກັບ​ແຂວງ​ຢຸນ​ນານ.

ປັດ​ຈຸ​ບັນ,ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ແຂວງ​ຢຸນນານ​ຫລາຍ​​ແຫ່ງໄດ້​ຈັດ​ໂຄງ​ການ​ຮ່ວມ​ມື​ການ​ສຶກສາ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ,ມະ​ຫາ ວິ​ທະ​ຍາ​ໄລ​ຢຸນນານ​​ໄດ້​ຮ່ວມ​ມື​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສົງ​ຂຣາ​ນະຄະ​ລິນ​ຂອງໄທ​ສ້າງ​ສູນ​ວັດ​ທະ​ນະ​ທຳ​ພາສາ​ຈີນ;ສະ​ຖາ​ບັນ​ເສດ​ຖະ​ກິດ​ການ​ຄ້າ​ຢຸນນານ​ຮ໋ວມມື​ກັບ​ສະ​ຖາ​ບັນ​ເສດ​ຖະ​ກິດ​ຢາງ​ກຸງ​ມຽນມາ​ສ້າງ​ສູນ​ພາສາ​ຈີນ​ການ​ຄ້າ. ນອກ​ນີ້, ​ໃນ 5 ປີ​ມໍ່ໆ​ມາ​ນີ້, ​ແຕ່ລະ​ປີ,​ແຂວງ​ຢຸນ​ນານ​ໄດ້​ສົ່ງ​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ 300 ກວ່າ​ຄົນ​ໄປ​​ແລກ​ປ່ຽນ​ແລະ​ຮຽນ​ຢູ່​ບັນດາ​ປະ​ເທດ​ອາ​ຊຽນ,​ແຕ່​ລະ​ປີ,ມະ ຫາ​ວິ​ທະ​ຍາ​ໄລ​ຊົນ​ເຜົ່າ​ຢຸນ​ນານ​ກໍ່​ສົ່ງ​ຄູ​ອາ​ຈານ​ແລະ​ນັກ​ສຶກ​ສາ​ໃນ​ວິຊາ​ພາສາ​ໄທ ພາສາ​ຫວຽດ​ນາມ ພາ​ສາ​ມຽນ​ມາ​ແລະ​ພາ​ສາ​ລາວ 150 ຄົນ​ໄປ​ຮຽນ​ຢູ່​ໂຮງ​ຮຽນ​ທີ່​ຮ່ວມ​ມື​ກັນ​ນັ້ນ 1 ປີ;ຕັ້ງ​ແຕ່​ສ້າງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖາ​ບັນ​ແພດ​ສາດ​ຈີນ​ຢຸນ​ນານ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສົງ​ຂຣາ​ນະ​ຄະ​ລິນ​ໄທ​ເມື່ອ​ປີ 2001 ​ເປັນ​ຕົ້ນ​ມາ,ສອງ​ໂຮງ​ຮຽນ​ດັງ​ກ່າວ​ຕ່າງ​ໄດ້​ແຕ່ງ 70 ກວ່າ​ຄົນ​​ແລກ​ປ່ຽນ​ກັນ​ແລ້ວ.

​ໃນ​ຂະນະ​ທີ່​ຈັດ​ໂຄງ​ການ​ຮ່ວມ​ມື​ຢູ່​ຕ່າງ​ປະ​ເທດ​ແລ້ວ, ​ແຂວງ​ຢຸນ​ນານ​ຍັງ​ໄດ້​ຕັ້ງ​ຫນ້າ​ໃຫ້​ໂຮງ​ຮຽນ​ຕ່າງ​ປະ​ເທດ​ເຂົ້າ​ສູ່​ແຂວງ​ຢຸນ​ນານ.ປີ 2004,​ແຂວງ​ຢຸນ​ນານ​ໄດ້​​ໃຫ້​ທຶນ​ສຶກ​ສາ​ລະ​ດັບ​ອຳນາດ​ການ​ປົກ​ຄອງ​ແຂວງ​ທີ່​ມີ​ມູນ​ຄ່າ 1 ລ້ານ 8 ​ແສນ​ຢວນ​ໃຫ້​ບັນດາ​ປະ​ເທດ​ຢູ່​ອ້ອມ​ຂ້າງ, ​ເພື່ອ​ດຶງ​ດູດ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ຂອງ​ປະ​ເທດ​ອາ​ຊຽນມາ​ຮຽນ​ຢູ່​ແຂວງ​ຢຸນ​ນານ​ຫລາຍ​ຂຶ້ນ,​ແລະ​ຊຸກ​ຍູ້​ອະນຸ​ພາກ​ພື້ນ​ຮ່ວມ​ມື​ກັນ​ອົບຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ, ນັບ​ມາ​ຮອດ​ປັດຈຸບັນ, ​ໄດ້​ຮັບ​ເອົາ​ນັກ​ສຶກ​ສາ​ສອງ​ງວດ​ລວມ 122 ຄົນ​ໃນ​ສອງ​ງວດ.​ຍ້ອນ​ໄດ້​ຮັບ​ທຶນ​ສຶກ​ສາ​ລະ​ດັບ​ອຳ​ນາດ​ການ​ປົກ​ຄອງ​ແຂວງ,​ໂຮງ​ຮຽນ​ຂອງ​ແຂວງ​ຢຸນ​ນານ​ທີ່​ຈັດ​ການ​ສິດ​ສອນ​ພາສາ​ຈີນ​ແລະ​ຮັບ​ເອົາ​ນັກ​ສຶກ​ສາ​ຕ່າງປະ​ເທດ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ.ປີ 2005, ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ມາ​ຮຽນ​ຢູ່​ແຂວງ​ຢຸນ​ນານ​​ເປັນ​ໄລ​ຍະ​ຍາວ​ແລະ​ໄລ​ຍະ​ສັ້ນ​ທຸກ​ປະ​ເພດ​ໄດ້​ບັນ​ລຸ​ເຖິງ 4700 ກວ່າ​ຄົນ,​ໃນ​ນັ້ນ, ນັກ​ສຶກ​ສາ​ທີ່​ມາ​ຈາກ​ປະ​ເທດ​ອ້ອມ​ຂ້າງ​ມີ 3000 ກວ່າ​ຄົນ, ກວມ 65,7%.ວິ​ຊາ​ສະ​ເພາະ​ທີ່​ນັກ​ສຶກ​ສາ​ຕ່າງປະ​ເທດ​ເຫລົ່າ​ນີ້​ຮຽນ​ນັ້ນ​ແຕ່​ພາສາ​ຈີນ​ແລະ​ແພດ​ສາດ​ຈີນ​ແລະ​ຂະ​ຫຍາຍ​ໄປ​ຮອດ​ວິ​ທະ​ຍາ​ສາດ​ເຕັກ​ນິກ,ຊີ​ວະ​ສາດ,ເສດ​ຖະ​ກິດ,ການ​ທ່ອງ​ທ່ຽວ​ແລະ​ການ​ຄຸ້ມ​ຄອງ.​ໂຮງ​ຮຽນ​ຊັ້ນ​ສູງ​ຂອງ​ແຂວງ​ຢຸນ​ນານ​ທີ່​ຮັບ​ເອົາ​ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ນັ້ນ​ມີ 10 ກວ່າ​​ແຫ່ງ​ແລ້ວ.

ທ່ານ​ຈ່າງ​ຊາວ​ຫົງ ຮອງ​ຫົວ​ຫນ້າ​ຫ້ອງ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ພາຍ​ນອກ​ຂອງ​ພະ​ແນກ​ການ​ສຶກ​ສາ​ແຂວງ​ຢຸນ​ນານ​ເວົ້າ​ວ່າ, ​ແຂວງ​ຢຸນ​ນານ​ມີ​ແຜນ​ການ​ຈັດ​ສູນ​ອົບ​ຮົມ​ຂອງ​ອະນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ຂະ​ຫຍາຍ​​ເປັນ​ສູນ ອົບ​ຮົມ​ບຸກ​ຄະ​ລາ​ກອນ​ທຸກ​ປະ​ເທດ​ອາ​ຊຽນ,​ແລະ​ຂະ​ຫຍາຍ​ເປັນ​ມະ​ຫາ​ວິ​ທະ ຍາ​ໄລ​ອາ​ຊີ​ອາ​ຄະ​ເນ​ຈີນ​​ໃນ​ໂອກາດ​ທີ່​ເຫມາະ​ສົມ.ທ່ານ​ເວົ້າວ່າ:

ເປົ້າ​ຫມາຍ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ບາດ​ກ້າວ​ຕໍ່​ໄປ​ແມ່ນ​ຫວັງ​ໃຫ້​ຈຳ ນວນ​ນັກ​ສຶກ​ສາ​ທີ່​ຮຽນ​ຢູ່​ແຂວງ​ຢຸນນານ​ນັ້ນ​ບັນ​ລຸ​ເຖິງ 1 ຫມື່ນ 2 ພັນ​ຄົນ, ແຂວງ​ຢຸນ​ນານ​ສົ່ງ 3000 ຄົນ​ໄປ​ຮຽນ​ຢູ່​ປະ​ເທດ​ອ້ອມ​ຂ້າງ.ພວກ​ຂ້​າພະ​ເຈົ້າ ຍັງ​ຈະ​ສະ​ຫນັບ​ສະ​ຫນູນ​ແລະ​ສ້າງ​ສູນ​ອົບ​ຮົມ​ຜູ່​ມີ​ຄວາມ​ຮູ້​ຄວາມ​ສາມາດ​ສາ ກົນ​ປະ​ມານ 10 ​ແຫ່ງ​ເປັນ​ຈຸດ​ຫນັກ, ສ້າງ​ສະ​ຖາ​ບັນ​ຂົງ​ຈື​ປະ​ມານ 10 ​ແຫ່ງ​​ແລະ​ສູນ​ວັດ​ທະ​ນະ​ທຳ​ພາສາ​ຈີນ​ງວດ​ຫນຶ່ງຢູ່​ປະ​ເທດ​ອາຊີ​ອາຄະ​ເນ​ແລະ​ອາຊີ​ໃຕ້​.