ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-22 09:37:24    
ຂົວ​ທາງ​ອາ​ກາດ​060821(ສຽງ)

cri

ຫວ່າງ​ມໍ່ໆມາ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ທ່ານ​ດາ​ຣື ປໍ​ສະ​ເປີ​ຮັນ​ແສງ​ມົວ​ທີ່​ເຮັດ​ວຽກ​ຢູ່​ບໍ​ລິ​ສັດ​ຫົວພັນ​ປຸງ​ແຕ່ງ​ຢອງ​​ແບກ​ຈຳກັດ​ສົ້ນ​ຂົວ​ນ້ຳ​ເປີ​ນ ບ້ານ​ບວມ​ງາມ ​ເມືອງ​ຫົວ​ເມືອງ ​​ແຂວງ​ຫົວພັນ.​ໃນ​ຈົດໝາຍ,ດ້ານ​ໜຶ່ງ​ທ່ານ​ດາ​ຣືໄດ້​ຕອບ​ຄຳ​ຖາມ​ໃນ​ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ,ອີກ​ດ້ານ​ໜຶ່ງ​ຍັງ​ໄດ້​ຕີ​ລາຄາ​ສູງ​ຕໍ່​ລາຍການ​ຂອງ​ພວ​ກ​ເຮົາ.

ໃນ​ຈົດໝາຍ​,ທ່ານ​ຂຽນ​ວ່າ, "ການ​ພັດທະນາ​ລາຍການ​ຕ່າງໆ​ຂອງ​ວິທະຍຸ CRI,ນອກຈາກ​ຈະ​ມີ​ການ​ພັດທະນາ​ໄປ​ໃນ​ທາງ​ກວ້າງ​ແລ້ວ,ກໍ່​ຍັງ​ມີ​ການ​ພັດທະນາ​​ໄປ​ໃນ​ທາງ​ເລິກ​ອີກ​ດ້ວຍ.ຍ້ອນ​ວິທະຍຸ​ແຫ່ງ​ນີ້​ເປັນ​ຈຸດສຸມ​ແຫ່ງ​ການ​ເຕົ້າ​ໂຮມ​ຂໍ້​ມູນ​ຂ່າວສານ​ຫຼາຍ​ທີ່​ສຸດ,ສັງ​​ເກດ​ເຫັນວ່າ,ອາດ​ຈະ​ຢູ່​ລະດັບ​ແນວ​ໜ້າຄື​ເໜືອກ​ວ່າ​ວິທະຍຸ CNN ​ແລະ BBC,​ເຊິ່ງ​ເປັນ​ທີ່​ຍອມຮັບ​ຂອງ​ແຟນລາຍການ​ໃນ​ທົ່ວ​ໂລກນັບ​ເປັນ​ລ້ານຄົນ,ຈົນ​ບາງ​ຄົນ​ສາມາດ​ສຳ​ເລັດ​ວຽກ​ງານ​ຂອງ​ຕົນ​ຍ້ອນ​ໄດ້​ຄວາມ​ຮູ້​ຈາກ​ວິທະຍຸ CRI.ສຳລັບ​ນ້ອງ​ເອງ,ມີ​ຄວາມ​ຫວັງ​ວ່າ,ຖ້າ​ເປັນ​ໄປ​ໄດ້​ກໍ່​ຈະ​ມາ​ທ່ຽວ​ຊົມ​ປະ​ເທດ​ຈີນ​ເທື່ອ​ໜຶ່ງ,​ເພື່ອ​ໃຫ້​ຕົນ​ເອງ​ໄດ້​ຮັບ​ຮູ້​ສຳຜັດ​ຕົວ​ຈິງ​ແທ້.ນັບ​ແຕ່​ນີ້​ເປັນຕົ້ນ​ໄປ,ນ້ອງ​ຈະ​ຂຽນ​ຈົດໝາຍ​ມາ​ຍັງ​ວິທະຍຸ CRI ​ເລື້ອຍໆ,ຊິ​ບໍ່​ລັງກຽດ​ບໍ່?ທ້າຍ​ນີ້,ນ້ອງ​ຂໍ​ຟັງ​ເພງ​ແດ່​ເປັນ​ເພງ​ຈີນ,ຊື່​​ເພງ​ນ້ອງ​ກໍ່​ບໍ່​ຮູ້,ຮູ້​ແຕ່​ວ່າ​ເພງ​ນັ້ນ​ມີ​ເດັກນ້ອຍ​ຜູ້​ໜຶ່ງ​ຮອງ​ນຳ."

ຂອບ​ໃຈ​ທ່າ​ນດາ​ຣືທີ່ສະ​ແດງ​ຄວາມ​ເຫັນ​ຕໍ່​ລາຍການ​ຂອງ​ພວກ​ເຮົາ, ​ຍິນ​ດີ​ຕ້ອນຮັບ​ທ່ານ​ຂຽນ​ຈົດ​ໝາຍ​ມາ​ຍັງ​ພວ​ກ​ເຮົາ​ເລື້ອຍໆ,ກໍ່​ຫວັງ​ວ່າ​ທ່ານ​ຄົງ​ຈະມີ​ໂອກາດມາ​ທ່ຽວ​ເມືອງ​ຈີນ​,​ໃນຕອນ​ມ້ວນທ້າຍ​ຂອງ​ລາຍການມື້​ນີ້,ພວ​ກ​ເຮົາຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້ທ່ານ​ດາຣືແລະ​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້,​ເພງ​ນີ້​ຊື່ວ່າ"ຈົ່ງ​ຮວາ​ມິນ​ຢາ​ວ",​ແປ​ວ່າ"ລຳ​ພື້ນ​​ເມືອງ​ຈີນ",ຂໍ​ໃຫ້​ທ່ານ​ດາຣືຟັງ​​ເບິ່ງ​ວ່າ,​ແມ່ນ​ເພງ​ທີ່​ທ່ານ​ມັກ​ຫຼືບໍ່?.