ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 17:17:44    
ໄຂ່​ມຸກ​ຂຽວ​ຂອງ​ໂກຼ​ອາ​ຊີ:​ສວນ​ສາ​ທາ​ລະ​ນະ​ແຫ່ງ​ຊາດ​ໜອງ​ບຼິດ​ວິສ

cri

ຕາມ​ຂ່າວສານ​ຊິນ​ຮວາ, ໝູ່​ໜອງ​ບຼິດວິສ​ແມ່ນສວນ​ສາທາລະນະ​ແຫ່ງຊາດທີ່​ມີ​ຊື່​ສຽງ​ຂອງ​ໂກຼອາຊີ,​ຫຼື​​ເອີ້ນວ່າສວນ​16ໜອງ,​ເປັນ​​ແຫຼ່ງທິວ​ທັດ​ທີ່​ມີ​ສັດປ່າ​ຫາ​ຍາກ​ຫຼາຍ​ຊະນິດແລະ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ສົດ​ງົດ​ງາມ.ສວນສາທາລະນະ​ແຫ່ງ​ນີ້​ກວມ​ເນື້ອ​ທີ່19462​ເຮັກ​ຕາ,​ໃນ​ນັ້ນ,​ປ່າ​ໄມ້​ກວມ​70%ຂຶ້ນ​ໄປ.​ໃນ​ສວນ​ດັ່ງກ່າວ​ມີ​ໜອງ​ເທິງ​ພູ​16​ບ່ອນ​ເຊື່ອມ​ຕໍ່​ເຂົ້າ​ກັນ,​ຍາວ​10​ກິ​ໂລ​ແມັດ.​ລະ​ດັບ​ເໜືອ​ໜ້າ​ນ້ຳ​ທະ​ເລ​ຂອງ​ໜອງ​ທີ​ໜຶ່ງ​ກັບ​ໜອງ​ທີ16​ໄດ້​ຫຼຸດ​ລື່ນ​ກັນ​133​ແມັດ.​ລະ​ຫວ່າງ​ໜອງ​ຕ່າງໆ​ໄດ້​ກໍ່​ຂົວ​ໄມ້​ໃຫ້​ເຊື່ອມ​ຕໍ່​ເຂົ້າ​ກັນ,​ເຊິ່ງ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ທ່ຽວ​ຊົມ​ທິວ​ທັດ.​16​ໜອງ​ຕັ້ງ​ຢູ່​ເຂດ​ພູມ​ສັນ​ຖານ​ກາສ​ເທີ,​ຍ້ອນ​ວ່າ​ໃນນ້ຳ​ໜອງ​ມີ​ສານ​ແຮ່​ທາດ​ແລະ​ສານ​ເຄມີ​ຢ່າງ​ຫຼວງ​ຫຼາຍ,​ຈິ່ງ​ເຮັດ​ໃຫ້​ນ້ຳ​ໜອງ​ປະ​ກົດ​ມີ​ສີ​ພິ​ເສດ,​ໂດຍ​ສະ​ເພາະ​ຢູ່​ເທິງ​ຕົ້ນ​ໄມ້​ທີ່​ລົ້ມ​ຈົມ​ນ້ຳ,​ໄດ້​ມີ​ທາດສີ​ທອງ​,​ເຮັດ​ໃຫ້​​ເປືອກ​ໄມ້​ຍິ່ງ​ກ້ຽງ​ສະ​ອາດ​ແລະ​ໜ້າ​ຊົມ,​ແລະ​ບໍ່​ໂດກ,​ເຊິ່ງ​ເປັນ​ພາບ​ອັດ​ສະ​ຈັນ​ທີ່​ບໍ່​ສູ້​ເຫັນ​ຄື"​ໄມ້​ຢົກ​ໃຕ້​ນ້ຳ,​ເຊິ່ງ​ໄດ້​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ກົດ​ທຳ​ມະ​ຊາດ​ໂລກ​ແລ້ວ."


1  2  3