ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 19:07:03    
ນາງ​ວາງ​​ເຈິ່ງ​ກັບ​ເພງ​ຂອງ​ນາງ

cri Author: MO


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​​ເຂົ້າສູ່ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ. ​ໃນ​ລາຍການ​ມື້​ນີ້, ​ແສງ​ແກ້ວຜູ້​ດຳ​ເນີນ​ລາຍການຂໍ​ແນະນຳ​ນາງ​ວາງ​ເຈິ່ງ ນັກ​ຮ້ອງ​ເຂດ​ໃນ​ຈີນ​ກັບ​ເພງ​ຂອງ​ນາງ​ສູ່​ທ່ານຟັງ.

ນາງ​ວາງ​ເຈິ່ງ​ເກີດ​ໃນ​ຄອບຄົວ​ສິລະ​ປິນ, ມັກ​ດົນຕີ​ມາ​ແຕ່​ນ້ອຍ, ອາຍຸ 17 ປີ, ນາງ​ໄດ້​ເສັງ​ເຂົ້າວິທະຍາ​ໄລ​ສິລະ​ປະ​ກອງທັບ​ປົດ​ປ່ອຍ, ຮຽນວິຊາ​ຮ້ອງ​ເພງ​ອອກ​ສຽງ​ແບບ​ເອີ​ລົບ, ​ແລະຍັງ​ໄດ້​ຮຽນການ​ແຕ່ງນົດ​ແລະ​ເປຍໂນຢ່າງ​ຕັ້ງ​ໃຈ, ​ແລະ​ເລີ່​ມທົດ​ລອງ​ແຕ່ງ​ເພງ.

ປີ 1997, ນາງ​ວາງ​ເຈິ່ງ​ໄດ້​ແຕ່ງ​ເພງ"qing ren" ຄົນ​ຮັກ ທີ່​ທຳນອງເສົ້າໆ​ໃຫ້​ນາງ​ຫານ​ຫົງ​ເປັນ​ຜູ້ຮ້ອງ​, ​ໄດ້​ຮັບ​ຄວາມ​ຍ້ອງ​ຍໍຈາກ​ຜູ້​ຟັງ. ​ການ​ແຕ່ງ​ເພງ​ເທື່ອ​ນັ້ນໄດ້​ເຮັດ​ໃຫ້​ທ່ານ​ສຽວ​ເຄີ ນັກ​ດົນຕີ​ສົນ​ໃຈ​ນຳ. ປີ 2002, ທ່ານ​ສຽວ​ເຄີ່​ໄດ້​ຕັ້ງ​ບໍລິສັດ​ວັດທະນະທຳ​ທ້າຍ​ອິວ, ​ແລ້ວໄດ້​​ເຊັນ​ສັນຍາ​ກັບ​ນາງ​ວາງ​ເຈິ່ງ. ຈາກ​ນັ້ນບໍ່​ດົນ, ນາງ​ວາງ​ເຈິ່ງກໍ​ໄດ້​ອັດ​ແຜ່ນCD​ແຜ່ນ​ທີ່​ຊື່ວ່າ"chun feng" ລົມ​ລະດູບານ​ໃໝ່. ​ໃນCD​ແຜ່ນ​ນີ້, ນາງວາງເຈິ່ງໄດ້​​ເອົາ​ວິທີ​ຂັບ​ຮ້ອງ​ແບບເອີລົບ​ກັບ​ດົນຕີ​ສະ​​ໄໝ​ປະສານ​ເຂົ້າກັນ​ຢ່າງກົມກຽວ, ອັນ​ໄດ້​​ມ້າງ​ຄວາມ​ເຊື່ອ​ເກົ່າ​ທີ່ວ່າ, ໃຊ້ວິທີ​ອອກສຽງ​ແບບ​ເອີລົບ​ມາຮ້ອງ​ເພງ​ສະ​ໄໝບໍ່ໄດ້, ວິທີ​ຂັບ​ຮ້ອງຂອງນາງ​ດັ່ງກ່າວ​​​ເຮັດ​ໃຫ້​ນາງ​​ໄດ້ນາມ​ມະຍົດ​ເປັນ ຊາ​ລາ ໄບຼມານ​ຂອງ​ຈີນ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"chun feng" ລົມ​ລະດູບານ​ໃໝ່ທີ່ນາງວາງເຈິ່ງເປັນຜູ້ຂັບຮ້ອງ, ​ເນື້ອ​ຮ້ອງ​ມີ​ຢູ່​ວ່າ: "ລົມ​ລະດູບານ​ພັດ​ໂຊຍ, ດອກ​ໄມ້​ນອນຫຼັບແລ້ວ, ​ແມ່ນ​ຫຍັງ​ປິວອອກ​​ໄປ​ທາງ​ປ່ອງຢ້ຽມເບົາໆ? ແມ່ນກິ່ນ​ຫອມ​ຂອງກຸຫຼາບສີຟ້າ​ແລະ​ກາ​ເຟ, ​ໄດ້​ຫວ່ານ​ແນວປູກແຫ່ງຄວາມ​ສຸກໄວ້​ໃຫ້​ຂ້ອຍ​, ຢ່າ​ປຸກ​ຂ້ອຍ​​ຕື່ນ. ​ແມ່ນ​ໃຜ​ໄກວໂອ້ນເອ້ນໃນ​ສາຍ​ລົມ? ​ກີບ​ດອກ​ໄມ້​ປິວເປື້ອງ, ​ໄຂປ່ອງຢ້ຽມ, ຟັງເຈົ້າ​ຮ້ອງ​ເພງ​, ຂ້ອຍ​ເບີກບານໃຈ​, ຄື​ດັ່ງ​ຢູ່ໃນ​ຄວາມ​ຝັນ." ສຽງ​ນຸ້ມນວນ​ອົບອູ່ນ​ຂອງນາງ​ວາງ​ເຈິ່ງ​ໄດ້​ນຳ​ເອົາ​ຄວາມ​ຮູ້ສຶກອັນ​ດີງາມ​ປານ​​ລະດູບານ​ໃໝ່ມາ​ໃຫ້ຜູ້ຟັງ.

ໃນ​ແຜ່ນCDຊຸດ"ລົມ​ລະດູບານ​ໃໝ່"ນີ້, ​ມີ​ເພງ​ໜຶ່ງ​ແຟນ​​ເພງ​ມັກຫຼາຍ, ​ແລະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ນັກ​ດົນຕີ, ຄື​ເພງ​"ni hai yao shen me" ​ເຈົ້າຍັງ​ຕ້ອງການຫຍັງ? ​ນາງ​ວາງ​ເຈິ່ງ​​ໃຊ້​ສຽງ​ທຸ່ນ​ທ່ຽງ​ຄ່ອຍໆ​ເລົ່າຄວາມ​ຮູ້ສຶກ​ອັນຂົມຂື່ນໃນການສະ​ແຫວ​ງຫາ​ຄວາມ​ຮັກ​ແທ້​, ​ໃນ​ຕອນ​ຂຶ້ນສຽງ, ນາງ​ວາງ​ເຈິ່ງ​​ໄດ້​ໃຊ້​ວິທີຮ້ອງ​ແບບ​ເອີລົບ​ປະສານໃສ່, ​ເຮັດ​ໃຫ້​​ສຽງ​ນວນ, ​ທັງ​ມີ​ພະລັງ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາມາດ​ຂອງນາງໃນເວລາຮ້ອງສຽງສູງ. ຕໍ່​ໄປ​ເຊີນ​ຟັງ​ເພງ "ni hai yao shen me" ​ເຈົ້າຍັງ​ຕ້ອງການຫຍັງ?

"ຂ້ອຍງຶດນຳຄວາມ​ທຸ່ນ​ທ່ຽງ​ຂອງຂ້ອຍ, ​ໃນເວລາ​ເຮົາ​ຫັນ​ໜ້າ​ໃສ່​ກັນ​ຄັ້ງສຸດ​ທ້າຍ, ​ເຈົ້າ​​ເຮັດໜ້າ​ເສີຍໆ, ຄື​ວ່າ​ເຈົ້າບໍ່​ໄດ້​ເຮັດ​ຜິດ​ຫຍັງ, ​ແຕ່​ໃນ​ສາຍຕາ​ເຈົ້າ, ຂ້ອຍພັດ​ຄື​ກັບ​ສັດ​ປະຫຼາດ​ໂຕ​ໜຶ່ງ. ​ແມ່ນ​ຫຍັງທີ່​ເຮັດ​ໃຫ້​ຂ້ອຍ​ປ່ຽນ​ຄວາມ​ຄິດ​​ແຕ່​​ເດີມ, ​ແລ້ວ​ຕັດ​ເສັ້ນ​ທາງແຫ່ງ​ຄວາມ​ຮັກຕອນ​ນີ້​ໃຫ້​ຂາດ​ໄປ? ​ແມ່ນ​ຍ້ອນ​ເຈົ້າບໍ່​ຢາກມອບຫຍັງ​ໃຫ້​ຂ້ອຍ​ເລີຍ, ​ແມ້​ແຕ່ຄວາມ​ອົບ​ອຸ່ນທີ່​ແທ້​ຈິງຂອງ​ຜູ້​ຊາຍ. ສິ່ງ​ໃດ​ທີ່​ໃຫ້​ເຈົ້າ​ໄດ້, ຂ້ອຍ​ເອົາ​ໃຫ້​ເຈົ້າໝົດ​ແລ້ວ, ​ເຈົ້າຍັງ​ຕ້ອງການ​ຫຍັງ? ​ຈົນ​ກະທັ້ງສະຫຼະກຽດ​ສັກ​ສີ​ສຸດ​ທ້າຍ, ​​​ເພື່ອ​ໃຫ້​ເຈົ້າພໍໃຈ. ສິ່ງ​ທີ່ຂ້ອຍ​ຫາບ​ແບກ​ໄດ້​ນັ້ນ, ຂ້ອຍ​ໄດ້​ຫາບ​ແບກ​ຊູ່​ຢ່າງ, ​ເຈົ້າຍັງ​ຕ້ອງການ​ຫຍັງ? ຈົນດຽວ​ນີ້ກໍຍັງ​ຍິ້ມ​ເວົ້າວ່າ, ຂ້ອຍ​ບໍ່ສົນ​ໃຈ."

ເມື່ອ​ໄດ້​ອັດ​ແຜ່ນCD​ແຜ່ນທຳ​ອິດອອກ​ມາ​ແລ້ວ, ຍ້ອນການໂຄສະນາ​​ຂອງບໍລິສັດ​ບໍ່​​​ຄັກ​ປານ​ໃດ, ​ແຜ່ນCD"ລົມ​ລະດູບານ​ໃໝ່"ຈຶ່ງບໍ່​ໄດ້​​ແຜ່ຜາຍ​ຢ່າງ​ກວ້າງຂວາງ. ປີ 2005, ນາງ​ວາງ​ເຈິ່ງ​ປ່ຽນ​ເຊັນ​ສັນຍາ​ກັບ​ບໍລິສັດ​ວັດທະນະທຳ​ເຢ້ລິນ. ​ເມື່ອ​ໄດ້​ກະກຽມ​ຢ່າງ​ພາກພຽນ​ເກືອບ 1 ປີ​ແລ້ວ, ​ເດືອນ​ມີນາ​ປີນີ້, ນາງ​ວາງ​ເຈິ່ງ​ໄດ້​ອັດ​ຈຳໜ່າຍ​ແຜ່ນCD​ໃໝ່​ທີ່​ໃຫ້​ຊື່ຊຸດວ່າ: wo men dou shi hao hai zi ພວກ​ເຮົາ​​ແມ່ນ​​ເດັກດີທຸກຄົນ. ນາງ​ວາງ​ເຈິ່ງ​ໄດ້​ເຂົ້າຮ່ວມ​ການ​​ແຕ່ງ​ເນື້ອ​ຮ້ອງຫຼືທຳນອງເພງຫຼາຍ​ເພງ, ຍັງ​​ເປັນຜູ້​ຜະລິດ​ແຜ່ນCDຄັ້ງທຳ​ອິດ, ​ໄດ້​ສະ​ແດງໃຫ້ເຫັນ​ຄວາມ​ສາມາດດ້ານ​ດົນຕີ​ຂອງ​ນາງຢ່າງ​ເຕັມທີ່.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງຊື່​ດຽວ​ກັນ​ກັບ​ຊື່​ຊຸດ​ຄື​ເພງ wo men dou shi hao hai zi ພວກ​ເຮົາ​​ແມ່ນ​​ເດັກດີທຸກ​ຄົນ. ​ເນື້ອ​ເພງ​ມີ​ຢູ່​ວ່າ, "​ໄຂ​ປ່ອງຢ້ຽມ, ​ເຫັນ​ນົກ​ສີຂາວ​ຢູ່​ຂອບ​ຟ້າ, ​ເລີຍ​ຄິດ​ເຖິງ​ວາດ​ຍິ້ມ​ທີ່​ມີ​ກິ່ນຜັກ​ເສີມ​ຂອງ​ເຈົ້າ. ​ເວລາ​ນັ້ນ​ເຈົ້າພວມ​ແລ່ນ​ຢູ່​ສະໜາມກິລາ, ຮ້ອງ​ສຽງ​ດັງໆ​ວ່າ​ຂ້ອຍ​ຮັກ​ເຈົ້າ, ​ເຈົ້າຮູ້​ບໍ່? ​ເວລາ​ນັ້ນ, ພວກ​ເຮົາ​ກໍ​ບໍ່​ຢ້ານຫຍັງ​ໝົດ, ​​ເຫັນ​ຕາ​ເວັນ​ຈະ​ຕົກ​ດິນ, ​ເຈົ້າ​ວ່າຈະ​ຮັກ​ກັນ​ຕະຫຼອດຊີວິດ, ບໍ່​ແຍກ​ອອກ​ຈາກ​ກັນ​ຊົ່ວ​ນິລັນດອນ. ພວກ​ເຮົາ​ແມ່ນ​​ເດັກ​ດີ, ໜ້າ​ຮັກໝົດ​ຊູ່​ຄົນ, ມ່ວນນຳ​ກັນ​ ນ້ຳຕາ​ໄຫຼ​ຍ້ອນ​ມີ​ຄວາມສຸກ." ນີ້​ແມ່ນ​ບົດ​ບັນທຶກ​ປະຈຳ​ວັນ​ຂອງ​ເດັກ​ຍິງ​ທີ່​ພວມ​ຢູ່​ໃນ​ໄວ​ສອນສາວ, ​ແລະກໍ​ແມ່ນຄວາມ​ຫວນ​ຄືນ​ຄວາມ​ຮັກ​ພໍ​ມຽງ​ໆ​ໃນ​ຄວາມ​ຊົງ​ຈຳ​ອັນ​ດີງາມ​ໃນ​ໄວ​ໜຸ່ມນ້ອຍ​ຂອງ​ຄົນ​ທັງ​ຫຼາຍ.

ໃນCD​ແຜ່ນ​ໃໝ່, ພວກ​ເຮົາ​ໄດ້​ເຫັນ​ການ​ປ່ຽນ​ແປງ​ຂອງ​ນາງ​ວາງ​ເຈິ່ງ​ໃນ​ດ້ານ​ວິທີຮ້ອງ​ເພງ. ​ແຕ່​ກ່ອນ, ​ໃນ​ທຸກໆ​ເພງ​ຂອງ​ນາງ, ໄດ້​​ເອົາ​ວິທີ​ອອກສຽງ​​​ແບບ​ແບບ​ເອີ​ລົບ​ປະສານ​ໃສ່​ເປັນ​ສັນຍະລັກຂອງ​ນາງ, ​​ແຕ່​ດຽວ​ນີ້, ນາງ​ວາງ​ເຈິ່ງ​ໄດ້ມີ​ຄວາມ​ອ່ອນ​ໂຍນຫຼາຍຂຶ້ນ​ໃນ​ດ້ານ​ດົນຕີ, ນາງ​ບໍ່​ອວດອ້າງ​ວິທີ​ຮ້ອງ​ແບບ​ເອີ​ລົບ​ອີກ​ແລ້ວ, ຫາກ​ໃຊ້​ສຽງ​ທຳ​ມະຊາດຂອງ​ຕົນ​ສະ​ແດງ​ອາລົມ​ຈິດ​ອັນ​ລະອຽດ​ຂອງ​​ເພງ. ຕໍ່​ໄປ​ເຊີນ​ຟັງ​ເພງ" yi bei ka fei dao tian liang" ດຶ່ມກາ​ເຟຈອກ​ໜຶ່ງ​ຢູ່ຈົນ​ຊອດ​ແຈ້ງ.
"ເຈົ້າຢູ່​ສົ້ນນັ້ນຂອງ​ໂທລະສັບ, ສີໜ້າ​​ອຸກ​ອັ່ງ​, ຍິນ​ສຽງ​ກັນ, ​ແຕ່​ຢູ່​ໄກ​ກັນ​ແສນ​ໂຍດ. ຂ້ອຍ​ບໍ່​ຮູ້​​ເວົ້າຫຍັງ, ​ແລະກໍ​ບໍ່​ຮູ້​​ຄວນ​ເຮັດ​​ແນວ​ໃດ? ຂ້ອຍ​ນອນ​ບໍ່ຫຼັບ. ສະນັ້ນ, ຈຶ່ງ​ກິນກາ​ເຟຈອກ​ໜຶ່ງ​ຢູ່ຈົນ​ຊອດ​ແຈ້ງ, ​ປະໃຫ້​ນ້ຳຕາ​ໄຫຼ​ອາບ​ແກ້ມ. ຄວາມ​ຮັກ​ທີ່​ຂົມ​ຂື່ນ, ຄື​ດັ່ງ​ກາ​ເຟທີ່​ເຫງົາ​ໃຈ, ດຶ່ມຈອກ​ໜຶ່ງ, ມີ​ກິ່ນ​ຫອມ​ອ່ອນໆ."

ຕອນທ້າຍ​ລາຍການ​ມື້ນີ້, ​ເຊີນຟັງ​​ເພງ"ai ni" ຮັກ​ເຈົ້າ ​ເພງ​​ທຳນອງ​ແຈັສ. ວິທີ​ຮ້ອງ​ແບບ​​ເຍີ້​ນໆຂອງ​ນາງ​ວາງ​ເຈິ່ງ​ບວກ​ກັບ​ທຳນອງ​ອ່ອນ​ເບົາ, ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ສະບາຍຫຼາຍ. ​ເຊີນ​ຟັງ​ໄດ້​ເລີຍ.
ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​ລາຍການ​ບັນ​ເທີ​ງທີ່​ສະ​ເໜີ​ໃຫ້​ຮູ້​ກັບນາງ​ວາງ​ເຈິ່ງ​ກັບ​ເພງ​ຂອງ​ນາງ. ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ມື້​ນີ້ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ສະບາຍດີ.