ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-21 21:55:20    
ຄວາມ​ຕ່າງ​ກັນ​ລະ​ຫວ່າງ​​ສະ​ຫວັນ​ກັບ​ນາ​ຮົກ

cri Author: mo


ສະບາຍດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ສົມບູນ ຜູ້​ດຳ​ເນີນ​ລາຍການ​ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່ລາຍການ​ຄາລົມ​ຄົມ​ຄາຍ​.

ຄ້າຍກັບ​ລາຍ​ການ​ທີ່​ຜ່ານ​ມາ, ກ່ອນ​ຈະເລີ່​ມຕົ້ນລາຍການ​ມື້​ນີ້, ສົມບູນ​ຂໍ​​ເລົ່າ​ນິທານເລື່ອງ​ໜຶ່ງສູ່​ຟັງ​.

ມີຄົນ​ໃຈ​ບຸນຜູ້​ໜຶ່ງທີ່ມັກ​ບຳ​ເພັນ​ກຸສົນ​ໃນ​ຍາມ​ຍັງ​ມີ​ຊີວິດ​ຢູ່, ​ເມື່ອ​ເພິ່ນ​ໝົດ​ບຸ​ນ​ໄປ​ແລ້ວ, ​​ເພິ່ນ​ໄດ້​​ພົບ​ກັບ​ພະ​ເຈົ້າ, ​ເພິ່ນ​ຖາມພະ​​ເຈົ້າ​​ວ່າ, ​ສະຫວັນ​ກັບ​ນາຮົກ​​ແຕກ​ຕ່າງ​ກັນ​ແນວ​ໃດ? ​ພະເຈົ້າ​ເລີຍ​ໃຫ້​ເທວະ​ດາ​ພາ​ເພິ່ນ​ໄປ​ເບິ່ງສະຫວັນ​ແລະ​ນາຮົກ.

ເມື່ອ​ໄປ​ຮອດ​ສະຫວັນ, ​ເພິ່ນ​ເຫັນ​ຄົນ​ທັງຫຼາຍນັ່ງ​ອ້ອມ​​ໂຕະ​ໃຫຍ່ໆ​ໜ່ວຍໜຶ່ງ, ​ເທິງ​​ໂຕະ​ໄດ້​ວາງ​ເຕັມ​ໄປ​ດ້ວຍອາຫານ​ອັນ​ໂອຊາ, ຜູ້​ນັ່ງ​ກິນ​ເຂົ້າຢູ່​ຂ້າງ​ໂຕະ, ມື​ຊ້າຍຈັບ​ສ້ອມ​ຍາວໆກ້ານ​ໜຶ່ງ, ​ແລະມື​ຂວາ​ຈັບ​ມີດ​ຍາວໆດວງ​ໜຶ່ງຄື​ກັນ​ໝົດ​ຊູ່​ຄົນ, ຍ້ອນ​ສ້ອມ​ກັບ​ມີດ​ຍາວ​ຫຼາຍ, ​ໃຜ​ກໍ​ບໍ່​ສາມາດ​ສົ່ງ​ອາຫານ​ເຂົ້າປາກ​ໂຕ​ເອງ.

ແຕ່​ສິ່ງ​ທີ່​ເປັນ​ໜ້າ​ງຶດ​ງໍ້​ນັ້ນ​ກໍແມ່ນ, ຄົນ​ເຫຼົ່ານີ້​ຕ່າງ​ປ້ອນອາຫານ​ໃຫ້​ຜູ້​ນັ່ງຢູ່​ຕໍ່ໜ້າຕົນ, ​ແລະ​ເຫັນ​ໄດ້​ວ່າ, ທຸກໆ​ຄົນ​ກິນ​ນົວ​ຫົວມ່ວນ, ​ເບິ່ງໜ້າ​ຕາ​ຜູ້​ໃດ​ກໍ​ປະກົດ​ວ່າຄວາມສຸກຫຼາຍ. ຄົນ​ຜູ້​​ໄປ​ນຳ​ເທວະ​ດາ​ຜູ້​ນີ້​ຄິດ​ວ່າ: ນີ້​ຫວະ ສະຫວັນ​? ມັນ​ຕ່າງ​ກັນກັບສະຫວັນ​ທີ່​ເພິ່ນ​ຄຶດ​ໄວ້ກ່ອນ, ​ຈຶ່ງ​ຮູ້ສຶກ​ຜິດ​ຫວັງໜ້ອຍ​ໜຶ່ງ.

ຕໍ່​ຈາກ​ນັ້ນ, ​ເທວະ​ດາ​ໄດ້​ພາ​ເພິ່ນ​ໄປ​ເບິ່ງ​ນາຮົກ. ຫາ​ກໍ​ໄປ​ຮອດ, ​ເພິ່ນ​ຕົກ​ໃຈຫຼາຍ, ບໍ່​ຢາກ​ເຊື່ອ​ສາຍຕາ​ຕົນ​ເອງ​ເລີຍ, ​ເພາະວ່າ, ນາຮົກ​ບໍ່​​ເປັນຕາຢ້ານ​ຄື​​ເພິ່ນ​ຄຶດ, ​ເພິ່ນ​ໄດ້​ເຫັນ​ຢູ່​ເທິງໂຕະ​ໃຫຍ່​​ໃນນາຮົກ​ກໍ​ມີອາຫານ​ແຊບໆຫຼາຍຢ່າງ, ​​​ເຊັ່ນ​ດຽວ​ກັນ​ກັບ​ຢູ່​​ເທິງ​ສະຫວັນ. ​ເພິ່ນ​ຄຶດງຶດ​ໃນ​ໃຈ​ວ່າ, ນາຮົກ​ເປັນ​ຫຍັງ​ຄື​ກັບສະຫວັນ​​ແທ້. ​ເທວະ​ດາ​ເວົ້າກັບ​ເພິ່ນ​ວ່າ,"ຢ່າຟ້າວ, ຖ້າ​ບຶດດຽວ".

ບໍ່​ດົນ, ກໍຮອດ​ເວລາ​ກິນ​ເຂົ້າ​, ​ເຫັນ​ຄົນໝູ່​ໜຶ່ງ​ມາ​ນັ່ງ​ຂ້າງ​ໂຕະ. ​ແຕ່​​ເຫັນພວກ​ເຂົາ​ເຈົ້າບໍ່​ມ່ວນ​​ໃຈປານ​ໃດ, ທັງ​ຈ່ອຍ​ຜອມປານ​​​ໄພ​ຫຍ້າ. ພວກ​ເຂົາ​ເຈົ້າກໍ​ຈັບ​ສ້ອມ​ແລະ​ມີດ​ຍາວໆ​ຄືກັນ, ​ແຕ່​ສິ່ງ​ທີ່​ຕ່າງ​ກັບ​ຄົນ​ເທິ​ງ​ສະຫວັນ​ນັ້ນ​ແມ່ນ, ພວກ​ເຂົາ​ເຈົ້າບໍ່​ສາມາດ​ສົ່ງ​ອາຫານ​ເຂົ້າປາກ​ໂຕ​ເອງ, ​ແຕ່​ກໍບໍ່​ຮູ້ປ້ອນ​​ກັນ​ກິນ, ສະນັ້ນ, ທຸກໆ​ຄົນ​ມີ​ແຕ່​ອຶດ​ຫີ​ວ​ຈ່ອຍ​ໂຊ.

ນິທານ​ເລື່ອງ​ນີ້​​ແມ່ນຢາກ​ບອກ​ເຮົາ​ວ່າ, ​ເມື່ອ​ຄົນ​ເຮົາຮຽນ​ຮູ້​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນນັ້ນ, ເມືອງ​ຄົນ​ກໍ​​ເຕັມ​ໄປ​ດ້ວຍຄວາມ​ສຸກ​ຄືຢູ່​​ແດນ​ສະຫວັນ; ​ເມື່ອ​ພວກ​ເຮົາ​ປະຕິ​ເສດ​​ໃຫ້ການຊ່ອຍ​ເຫຼືອ​ແກ່ຜູ້​ອື່ນ​, ທັງ​ປະຕິ​ເສດ​ຮັບ​ເອົາ​ການ​ຊ່ອຍ​ເຫຼືອຈາກ​ຜູ້​ອື່ນ​, ​ໂລກທີ່ພວກ​ເຮົາ​ອາ​ໄສ​ຢູ່ກໍ​ອາດຈະ​ທຸກທໍລະມານ​​ດັ່ງ​ຢູ່​ນາຮົກ. ຄົນຈີນ​ມັກ​ເວົ້າວ່າ, ​"​ໃຫ້​ຄວາມ​ສະດວກ​ແກ່​ຜູ້​ອື່ນ​ກໍ​ແມ່ນ​​ໃຫ້ຄວາມ​ສະດວກ​ແກ່​ຕົນ​ເອງ, ຊ່ອຍ​ຜູ້​ອື່ນ​ກໍ​ແມ່ນ​ຊ່ອຍ​ຕົນ​ເອງ", ຄວາມ​ເວົ້າຄວາມນີ້​ໄດ້​ອະທິບາຍເຫ​ດຜົນ​ຂອງ​ນິທານ​​ເລື່ອງ​ນີ້​ຢ່າງ​ເໝາະ​ສົມ. ຄົນ​ເຮົາ​ຜູ້​ໃດ​ກໍ​ມີ​ຈຸດ​ດີ​ແລະ​ຈຸດ​ອ່ອນ​ຂອງຕົນ, ບໍ່​ມີ​ຜູ້​ໃດ​ທີ່ສົມບູນ​ງົດ​ງາມໝົດ​ທຸກ​ຢ່າງ. ​ແຕ່​​ສິ່ງ​ທີ່​ເຈົ້າຂາດ​ນັ້ນ, ອາດແມ່ນດ້ານ​​ເກ່ງ​ຂອງຜູ້​ອື່ນ​, ກົງກັນຂ້າມ, ສິ່ງ​ທີ່​ຫຍຸ້ງຍາກ​ຫຼາຍສຳລັບ​ຜູ້​ອື່ນ, ພັດ​ອາດ​ຈະ​ແມ່ນ​ເລື່ອງ​ງ່າຍດາຍສຳລັບ​ເຈົ້າ, ສະນັ້ນ, ຖ້າ​ຄົນ​ເຮົາ​​ໃຜໆ​ກໍ​ມັກ​ຊ່ອຍ​ຜູ້​ອື່ນ, ຄວາມ​ຫຍຸ້ງຍາກ​ໃນ​ໂລກ​ນີ້​ກໍ​ຈະໜ້ອຍ​ລົງ, ຊີວິດ​ຂອງ​ຄົນ​ເຮົາ​ກໍ​ຈະ​ດີງາມ​ແລະ​ມີ​ຄວາມສຸກ​ກວ່າ​ເກົ່າ.

ທ່ານ​ຜູ້​ຟັງ, ​​ໃນ​ເວລາ​ຜູ້​ອື່ນ​ປະສົບ​ຄວາມ​ຫຍຸ້ງຍາກນັ້ນ, ຈົ່ງ​ເດ່​ມື​ຊ່ອຍ​ເຫຼືອ​ເຂົາເຈົ້າ​ແດ່, ທຸກ​ຄົນ​ລ້ວນ​ແຕ່​ມີ​ຍາມ​ຕ້ອງການ​ການຊ່ອຍ​ເຫຼືອຂອງ​ຜູ້​ອື່ນ, ຂໍ​ໃຫ້​ພວກ​ເຮົາ​ມີ​ຈິດ​ໃຈ​​ໂອບ​ເອື້ອ​ອາລີ​ຊ່ອຍ​ຜູ້​ອື່ນ, ​ເຊື່ອ​ວ່າ, ​ໂລກ​ນີ້​ຍ່ອມ​ຈະ​ອົບ​ອຸ່ນ​ກວ່າ​ເກົ່າ​ຢ່າງ​ແນ່ນອນ.

ເອົາລະ, ທ່ານ​ຜູ້​ຟັງ, ລາຍ​ການ​ຄາ​ລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ຈົບ​ລົງພຽງ​ທໍ່​ນີ້, ຖ້າ​ທ່ານ​ມີຄວາມ​ຄິດ​ເຫັນ​​ແນວ​ໃດ​ຕໍ່​ລາຍການ​ຂອງ​ພວກ​ເຮົາ, ​​ຂໍ​ໃຫ້​ທ່ານ​ຂຽນ​ຈົດໝາຍ​ມາ​​ໂລດ​ເດີ້, ພ້ອມ​ກັນນັ້ນ, ກໍ​ເຊີນ​ທ່ານ​ຂຽນ​ຈົດໝາຍ​ມາ​ເລົ່າ​ຄວາມ​ປະ​ທັບ​ໃຈໃນ​ຊີວິດ​ຂອງ​ທ່ານ​ສູ່​ຜູ້​ອື່ນຟັງນຳ. ສະບາຍດີ.