|
|
(GMT+08:00)
2006-08-22 13:09:44
|
|
ຢາກເປັນນາຍແພດທີ່ດີຕະຫຼອດຊີວິດ
cri
ຜູ້ເຖົ້າຜູ້ໜຶ່ງທີ່ເປັນນາຍແພດມາໄດ້56ປີ,ກອບກູ້ຊີວິດຫຼາຍພັນຄົນດ້ວຍມີດຜ່າຕັດຂອງຕົນ,ແຕ່ຊ້ຳພັດໄດ້ລົ້ມປ່ວຍລົງຍ້ອນອິດເມື່ອຍເກີນໄປແລະຕິດພະຍາດທີ່ປົວບໍ່ໄດ້,ໃນຂະນະທີ່ເຈັບປ່ວຍໜັກຢູ່,ທ່ານກໍຍັງບໍ່ລືມຄົນເຈັບທີ່ທ່ານນັດໝາຍຜ່າຕັດໄວ້.ເພິ່ນຜູ້ນີ້ກໍແມ່ນທ່ານຮວາອີ້ເວີ້ຍ ອະດີດຫົວໜ້າພະແນກຜ່າ ຕັດຂອງໂຮງໝໍໃຫຍ່ເຂດທະຫານປັກກິ່ງ. ເມື່ອປີ1933,ທ່ານຮວາອີ້ເວິ້ຍເກີດຢູ່ເມືອງທຽນສິນ ເມືອງທ່າພາກເໜືອຂອງຈີນ.ໃນຄອບຄົວຂອງທ່ານ,ຫຼາຍເຊັ່ນຄົນລ້ວນແຕ່ເປັນນາຍແພດໝໍຕໍ່ເນື່ອງກັນ,ພໍ່ແລະແມ່ລ້ວນແຕ່ແມ່ນນາຍແພດທີ່ມີຊື່ສຽງຢູ່ທ້ອງຖິ່ນ.ທ່ານຮວາອີ້ເວິ້ຍໄດ້ຮັບຜົນສະທ້ອນຢ່າງຫຼວງຫຼາຍຈາກຄອບຄົວ,ຈຶ່ງໄດ້ເລືອກເອົາອາຊີບເປັນນາຍແພດຕະຫຼອດຊີວິດນີ້.ທ່ານເວົ້າວ່າ, ຕະຫຼອດຊີວິດນີ້ຂ້າພະເຈົ້າຢາກແຕ່ເປັນນາຍແພດທີ່ດີ,ສາມາດປົວຄວາມເຈັບປ່ວຍຂອງຄົນເຈັບ,ຄົນເຈັບໄວ້ໃຈນຳຂ້າພະເຈົ້າ,ຂ້າພະເຈົ້າກໍຮູ້ສຶກດີໃຈທີ່ສຸດແລ້ວ. ກໍຄືກັນກັບທ່ານຮວາອີ້ເວີ້ຍໄດ້ເວົ້າແລ້ວນັ້ນ,ຄຳໝັ້ນສັນຍາຂອງທ່ານໄດ້ປະກົດເປັນຈິງ,ທ່ານໄດ້ປະກອບອາຊີບເປັນນາຍແພດເປັນເວລາ56ປີ.ທ່ານແມ່ນຜູ້ຊ່ຽວຊານທີ່ຄົນເຈັບໄວ້ໃຈໄດ້,ເຄີຍດຳເນີນການຜ່າຕັດໃຫ້ແກ່ຄົນເຈັບຫຼາຍພັນຄົນຢ່າງສຳເລັດຜົນ.ທ່ານເອົາໃຈໃສ່ຕໍ່ການຜ່າຕັດທຸກເທື່ອ,ແລະເອົາໃຈໃສ່ນຳຄົນເຈັບຢ່າງແທ້ຈິງ. ໃນເວລາດຳເນີນການຕໍ່ໄສ້,ຖ້າໃຊ້ຈັກຕໍ່ໄສ້ຈະປະຢັດເວລາທັງປະຢັດແຮງຄົນ,ແຕ່ຄົນເຈັບຕ້ອງຈ່າຍເງິນອີກປະມານໝື່ນສອງໝື່ນຢວນ.ເພື່ອປະຢັດຄ່າໃຊ້ຈ່າຍແກ່ຄົນເຈັບຜູ້ເສດຖະກິດຝືດເຄືອງ,ທ່ານຮວາອີ້ເວິ້ຍບໍ່ໄດ້ຄຳນຶງເຖິງຕົນເອງເປັນຜູ້ມີອາຍຸສູງແລ້ວນັ້ນ,ໄດ້ຫຍິບຕໍ່ຢ່າງແນບນຽນດ້ວຍເຕັກນິກຫຍິບຕໍ່ແບບດັ້ງເດີມເປັນເວລາ4ເຖິງ5ຊົ່ວໂມງ.ທ່ານຈ່າງຕົ່ງ ຮອງຫົວໜ້ານາຍແພດພະແນກຕັບແລະບີຂອງໂຮງໝໍໃຫຍ່ເຂດທະຫານປັກກິ່ງກໍແມ່ນເພື່ອນຮ່ວມງານຂອງທ່ານຮວາອີ້ເວິ້ຍ,ທ່ານຈ່າງຕົ່ງເວົ້າວ່າ, ເພິ່ນມີວິຊາພື້ນຖານອັນໜັກແໜ້ນທີ່ສຸດ,ສີມືເກັ່ງຫຼາຍ,ສີມືຫຍິບຕໍ່ຂອງເພິ່ນກໍບໍ່ຫຼຸດຈັກຫຍິບຕໍ່ຈັກເມັດ. ເມື່ອຫຼາຍສິບປີມານີ້,ທ່ານຮວາອີ້ເວີ້ຍບໍ່ເຄີຍເກີດຄວາມຜິດພາດທາງດ້ານການປິ່ນປົວຈັກເທື່ອ.ແຕ່ລະເທື່ອກ່ອນການຜ່າຕັດ,ທ່ານກໍຕັ້ງໃຈຊອກຮູ້ສະພາບພະຍາດແລະປະຫວັດຄົນເຈັບ,ທວນຄືນວຽກທຸກຢ່າງທີ່ຄວນເອົາໃຈໃສ່ນຳໃນການຜ່າຕັດ,ບໍ່ເຮັດວຽກແບບຖືເບົາຈັກເທື່ອ,ທັງນີ້ກໍແມ່ນສູດລັບທີ່ເຮັດໃຫ້ທ່ານມີຊື່ສຽງດີຕະຫຼອດໄລຍະຫຼາຍສິບປີມານີ້.ໃນດ້ານວິຊາການແພດ,ທ່ານເຮັດໃຫ້ດີຍິ່ງຂຶ້ນເລື້ອຍໆ,ແລະໄດ້ນຳໜ້າໃຊ້ວິທີຮັກສາເຕົ້ານົມສຳລັບຜູ້ເປັນພະຍາດມະເຮັງຕ່ອມນົມແລ້ວແຜ່ເຜີຍໄປຢ່າງກວ້າງຂວາງຢູ່ຈີນ. ຜູ້ເປັນນາຍແພດທີ່ດີບໍ່ພຽງແຕ່ຕ້ອງມີເຕັກນິກການແພດອັນປານີດເທົ່ານັ້ນ,ຫາກຍັງຕ້ອງມີຈິດໃຈທີ່ເອົາໃຈໃສ່ນຳຄົນເຈັບ.ທ່ານຮວາອີ້ເວີ້ຍເອົາໃຈໃສ່ນຳຄົນເຈັບຍັງສະແດງອອກໃນເລື່ອງມະຍິກມະຍ່ອຍ.ເມື່ອຟັງເພື່ອບົ່ງມະຕິແກ່ຄົນເຈັບ,ທ່ານເຮັດໃຫ້ເຄື່ອງຟັງອຸ່ນຂຶ້ນໃນມືເອງ;ເມື່ອດຳເນີນການຜ່າຕັດ,ທ່ານຈະໄປຫ້ອງຜ່າຕັດກ່ອນເວລາກຳນົດ,ຊ່ອຍຄົນເຈັບວາງທ່າທາງໃຫ້ຖືກຕ້ອງເພື່ອເຮັດວຽກກະກຽມກ່ອນການຜ່າຕັດ;ແຕ່ລະເທື່ອເມື່ອການຜ່າຕັດສິ້ນສຸດລົງແລ້ວ, ທ່ານຈະພ້ອມກັນກັບນາງພະຍາບານສົ່ງຄົນເຈັບກັບຄືນສູ່ຫ້ອງພັກຟື້ນ;ເມື່ອຄົນເຈັບຮູ້ເມື່ອຄີງແລ້ວ,ທ່ານກໍໄດ້ຄອຍຖ້າຢູ່ຂ້າງຕຽງຂອງຄົນເຈັບແລະກວດສະພາບຫຼັງການຜ່າຕັດ,ແລະຊັກຖາມຄວາມຮູ້ສຶກຂອງຄົນເຈັບ.ທັງໝົດເຫຼົ່ານີ້ໃນສາຍຕາຂອງຜູ້ອື່ນແມ່ນສິ່ງມະຍິກມະຍ່ອຍເທົ່ານັ້ນ,ແຕ່ທ່ານຮວາອີ້ເວີ້ຍພັດໄດ້ເຮັດມາຫຼາຍສິບປີ. ເມື່ອວັນທີ25ກໍລະກົດປີ2005,ທ່ານໄດ້ເຮັດຫຼ້ອນການຜ່າຕັດເທື່ອສຸດທ້າຍໃນຊີວິດນີ້.ມື້ນັ້ນແມ່ນມື້ທີ່ທ່ານຮວາອີ້ເວີ້ຍໄປກວດກະເພາະອາຫານດ້ວຍກ້ອງສ່ອງ,ແຕ່ທ່ານພັດໄປຫ້ອງຜ່າຕັດເພື່ອດຳເນີນການຜ່າຕັດແກ່ຄົນເຈັບ.ມື້ລຸນມາ,ທ່ານຮວາອີ້ເວີ້ຍໄດ້ຖືກສົ່ງເຂົ້າຫ້ອງຄົນເຈັບ,ຖັດຈາກນັ້ນ8ມື້,ກະເພາະອາຫານທີ່ຈຸລັງມະເຮັງໄດ້ແຜ່ລະບາດແລ້ວນັ້ນຖືກຕັດອອກໝົດ. ໃນພາບປະທັບໃຈຂອງຄົນທັງຫຼາຍ,ທ່ານຮວາອີ້ເວີ້ຍແມ່ນຍິ້ມແຍ້ມໂດຍຕະຫຼອດ,ແຕ່ດຽວນີ້ທ່ານນອນຢູ່ເທິງຕຽງ,ເມື່ອເຫັນຄົນເຈັບທີ່ມາຢາມຢ່າງບໍ່ຂາດສາຍ,ທ່ານຮູ້ສຶກເສຍໃຈຍ້ອນບໍ່ສາມາດແກ້ຄວາມເຈັບເປັນຂອງພວກເຂົາເຈົ້າດ້ວຍຕົນເອງແລ້ວ.ທ່ານບອກເພື່ອນຮ່ວມງານວ່າ,ຂໍຝາກຄວາມຂໍໂທດໄປຍັງຄົນເຈັບທີ່ໄດ້ນັດໃຫ້ທ່ານຜ່າຕັດໄວ້ລ່ວງໜ້າແລ້ວນັ້ນແດ່,ເພາະເທື່ອນີ້ທ່ານຈະຜິດນັດແລ້ວ. ເມື່ອຮູ້ຂ່າວທີ່ທ່ານຮວາອີ້ເວີ້ຍເປັນພະຍາດແລ້ວ,ຄົນເຈັບຫຼາຍຄົນທີ່ທ່ານເຄີຍກອບກູ້ປິ່ນປົວນັ້ນໄດ້ມາຢາມເອົາເອງ.ນາງລິວຈີຢົງ ຄົນເຈັບຜູ້ໜຶ່ງເວົ້າວ່າ,ນາງພະ ຍາບານວ່າເພິ່ນຫາກໍເຂົ້ານອນ,ບໍ່ໃຫ້ເຂົ້າໄປຢາມ.ແລ້ວຂ້ອຍກໍເວົ້າວ່າ,ຂໍໄຂປະຕູແດ່,ຂ້ອຍຂໍຊ່ອງເບິ່ງບາດດຽວກໍພໍແລ້ວ.ຂ້ອຍຄິດວ່າເບິ່ງບາດດຽວ,ກົ້ມຫົວຄຳນັບສາມເທື່ອແລ້ວຂ້ອຍກໍເມືອ,ເຮັດແນວນີ້ກໍສະບາຍໃຈແລ້ວ. ນາງວາງຮົງໝີນ ຄົນເຈັບອີກຜູ້ໜຶ່ງເວົ້າວ່າ,ຂ້ອຍບໍ່ເຂົ້າໃຈເລີຍ,ຮູ້ສຶກວ່າເທວະດາຟ້າແຖນບໍ່ມີຄວາມຍຸດຕິທຳ.ຖ້າວ່າຄົນເຮົາເປັນພະຍາດແທນກັນໄດ້,ຂ້ອຍຈະຂໍເປັນພະຍາດແທນເພິ່ນເລີຍ. ເຖິງວ່ານອນເທິງຕຽງ,ທ່ານຮວາອີ້ເວີ້ຍຍັງລືມພາລະກິດການແພດບໍ່ໄດ້.ທ່ານອົດທົນຄວາມທໍລະມານຂອງຄວາມເຈັບເປັນ,ບັນທຶກອາການຕ່າງໆທີ່ປະກົດອອກໃນການປິ່ນປົວຕົນເອງ,ຫວັງວ່າຈະຊ່ອຍປິ່ນປົວຄົນເຈັບທີ່ເປັນພະຍາດຄ້າຍຄືກັບທ່ານ.ທ່ານມີແຜນການວ່າຈະບໍລິຈາກສົບຂອງຕົນຫຼັງຈາກເຖິງແກ່ກຳແລ້ວເພື່ອໃຊ້ໃນການຄົ້ນຄວ້າທາງການແພດ,ວຽກນີ້ທ່ານໄດ້ມອບໃຫ້ສາສະດາຈານຕິ່ງຮວາເຢເພື່ອນຮ່ວມງານຂອງເພິ່ນແລ້ວ.ທ່ານສາສະດາຈານຕິ່ງຮວາເຢເວົ້າວ່າ, ຕອນຢູ່ຂ້າງຕຽງນັ້ນ,ເພິ່ນໄດ້ມອບວຽກນີ້ໃຫ້ຂ້າພະເຈົ້າ.ເພິ່ນເວົ້າວ່າພະຍາດ ມະເຮັງກະເພາະອາຫານນີ້,ພຽງແຕ່ຜ່າຕັດກະເພາະອາຫານເທົ່ານັ້ນພະຍາດກໍຕິດຕໍ່ໃສ່ກັນຫຼາຍປານນີ້,ແມ່ນບໍ່ເຄີຍພົບເຫັນໃນການປິ່ນປົວໃນຕະຫຼອດຊີວິດເພິ່ນ.ເພິ່ນຫວັງວ່າເມື່ອເພິ່ນເຖິງແກ່ກຳແລ້ວການຜ່າຕັດສົບຂອງເພິ່ນຈະຊອກຄົ້ນສາເຫດ,ນີ້ອາດຈະມີຜົນດີຢ່າງຫຼວງຫຼາຍຕໍ່ວຽກການປິ່ນປົວໃນພາຍໜ້າ.
ທ່ານຮວາອີ້ເວີ້ຍເປັນນາຍແພດຄົບ56ປີ,ເຊິ່ງໄດ້ເຮັດໃຫ້ອຸດົມການຂອງຕົນປະກົດເປັນຈິງ,ຄືເປັນນາຍແພດທີ່ດີ.ເມື່ອສັງເກດຈາກສິ່ງມະຍິກມະຍ່ອຍທີ່ຄົນເຈັບແລະເພື່ອນຮ່ວມງານຂອງທ່ານຮວາອີ້ເວີ້ຍເລົ່າສູ່ຟັງນັ້ນ,ຄົນທັງຫຼາຍຈະຮັບຮູ້ເຖິງຄຸນສົມບັດອັນສູງສົ່ງແລະຄວາມພະຍາຍາມຢ່າງບໍ່ລົດລະຂອງທ່ານໃນການຄົ້ນຄວ້າທາງການແພດ,ທີ່ຈິງແລ້ວ,ຄວາມເຄົາລົບແລະຮັກແພງຂອງຄົນເຈັບກໍແມ່ນຄວາມຍ້ອງຍໍສູງສຸດສຳລັບນາຍແພດ.
|
|
|