ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-22 16:18:52    
ທ່ານ​ນົງ​ຕຶກ​ແມ້ງ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ແລ້ວ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໂດຍ​ຕອບສະໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນທາວ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ,ທ່ານ​ນົງ​ຕຶກ​ແມ້ງ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະບໍລິຫານ​ງານສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​​ໄດ້​​ເດີນທາງ​ມາຮອດ​ປັກ​ກິ່ງ​ໃນວັນ​ທີ22​ສິງຫາ,​ເພື່ອ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີນ​ຈີນຢ່າງ​ເປັນ​ທາງ​ການ​ເປັນ​ເວລາ5​ມື້.

ເທື່ອ​ນີ້​ແມ່ນ​​ເທື່ອ​ທຳ​ອິດ​ທີ່​ທ່ານນົງ​ດຶກ​ແມ້ງ​ຢ້ຽມຢາມ​ຕ່າງ​ປະ​ເທດ​ພາຍ​ຫຼັງ​ທີ່​ທ່ານ​ໄດ້​ດຳ​ລົງ​ຕຳ​ແໜ່​ງ​ເລຂາທິການ​ໃຫຍ່​ອີກ​ວາລະ​ໜຶ່ງ​ໃນ​ກອງ​ປະຊຸມ​ໃຫຍ່​ຜູ່​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ​10​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ​ໃນ​ເດືອນ​ເມ​ສາ​ປີ​ນີ້.​ແລະ​ກໍ​ແມ່ນ​ເທື່ອ​ທີ​3​ທີ່​ທ່ານ​ມາ​ຢ້ຽມ​ຢາມ​ຈີນ​ນັບ​ແຕ່​ທ່ານ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ເມື່ອ​ປີ​2001​ມາ​ນີ້.