ໃນ7ເດືອນທຳອິດປີນີ້,ຜົນກຳໄລຂອງອຸດສາຫະກຳຈີນເພີ່ມຂຶ້ນ28%ຂຶ້ນໄປ
cri
ຕາມຂ່າວCRI,ຕາມຕົວເລກສະຖິຕິຫຼ້າສຸດທີ່ກົມ ສະຖິຕິແຫ່ງຊາດຈີນປະກາດໃນວັນທີ22ສິງຫາ,ແຕ່ເດືອນມັງກອນຮອດເດືອນກໍລະກົດປີນີ້,ຜົນກຳໄລຂອງວິສາຫະກິດອຸດສາຫະກຳຂະໜາດໃຫຍ່ຂອງຈີນໄດ້ບັນລຸ967ຕື້900ລ້ານຢວນ,ເຊິ່ງເພີ່ມຂຶ້ນ28,6%ເມື່ອທຽບກັບໄລຍະດຽວກັນຂອງປີກາຍ.
ວິສາຫະກິດອຸດສາຫະກຳຂະໜາດໃຫຍ່ໝາຍເຖິງລັດວິສາຫະກິດອຸດສາຫະກຳທັງໝົດແລະວິສາຫະກິດອຸດສາຫະກຳທີ່ບໍ່ແມ່ນຂອງລັດທີ່ມີລາຍໄດ້ຈາກການຈຳໜ່າຍຜະລິດຕະພັນ5ລ້ານຢວນຂຶ້ນໄປຕໍ່ປີ.
ເທື່ອນີ້, ຜົນກຳໄລຂອງອຸດສາຫະກຳຫຼໍ່ຫຼອມໂລຫະມີສີໄດ້ເພີ່ມຂຶ້ນໄວກວ່າໝູ່,ຜົນກຳໄລຂອງຂະແໜງການຜະລິດເຫຼັກກ້າຫຼຸດລົງໜ້ອຍກວ່າຫົກເດືອນຜ່ານມາ.
|
|