ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-22 16:39:07    
ຈີນ​ຈະ​ສ້າງ​ກົດ​ໝາຍ​ປຸກ​ລະ​ດົມ​ການ​ພັດ​ທະ​ນາ​ອົງ​ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ຮ່ວມ​ມື​ວິ​ຊາ​ສະ​ເພາະ​ຂອງ​ຊາວ​ກະ​ສິ​ກອນ​ແບບ​ໃໝ່

cri Author: shuo
ຕາມ​ຂ່າວCRI:ວັນ​ທີ22​ສິງຫາ,ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອົງການ​ຈັດຕັ້ງເສດຖະກິດ​ຮ່ວມ​ມື​ວິ ຊາ​ສະ​ເພາະ​ຊາວ​ກະສິກອນ​ໄດ້​ນຳ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​​ພິ​ຈາ​ລະ​ນາ​ອີກ​ເທື່ອ​ໜຶ່ງ.​ຮ່າ​ງ​ກົດ​ໝາຍ​ສະ​ບັບ​ນີ້​ໄດ້​ກ່າວ​ເຖິງ​ຖາ​ນະ​ດ້ານ​ກົດ​ໝາຍ​ຂອງ​ອົງ ການ​ຈັດ​ຕັ້ງ​ເສດ​ຖະ​ກິດ​ຮ່ວມ​ມື​ວິ​ຊາ​ສະ​ເພາະ​ຊາວ​ກະ​ສິ​ກອນ​ຢ່າງ​ຈະ​ແຈ້ງ​​ເປັນ​ຄັ້ງ​ທຳ​ອິດ,​ສະ​ໜັບ​ສະ​ໜູນ​​ໃຫ້​ອົງ​ການ​ປະ​ເພດ​ນີ້​ພັດ​ທະ​ນາ​ຢ່າງ​ປອດ​ໄສ.

​ເກືອບ20​ກວ່າ​ປີ​ມາ​ນີ້,ຊາວ​ກະສິກອນ​ຈີນ​ໄດ້​ສ້າງຕັ້ງອົງການຈັດຕັ້ງ​ເສດຖະກິດ​ຮ່ວມ​ມື​ວິ​ຊາ​ສະ​ເພາະ​ຫຼາຍ​ຮູບ​ແບບ.​ປະ​ຈຸ​ບັບ​ນີ້,ຈີນ​ລວມມີ​ອົງ​ການ​ຈັດ​ຕັ້ງ​ປະ​ເພດ​ນີ້1​ແສນ5​ໝື່ນ​ກວ່າ​ແຫ່ງ,​ແຕ່​ຍ້ອນ​ວ່າ​ຂາດ​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຮອງ​ຮັບ​ຈຶ່ງ​ພາ​ໃຫ້​ອົງ​ການ​ຈັດ​ຕັ້ງ​ປະ​ເພດ​ນີ້​ຈົດ​ທະບຽນ​ບໍ່​ໄດ້​ແລະ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ດຳ​ເນີນ​ທຸ​ລະ​ກິດ​​ເລື່ອຍໆ.

ນ​ອກ​ນີ້,ເພື່ອສົ່ງ​ເສີມ​ໃຫ້​ເອກະ​ຊົນ​ລົງ​ທຶນ​ສູ່​ອຸດ​ສາ​ຫະ​ກຳ​ວິ​ທະ​ຍາ​ສາດ​ເຕັກ​ນິກ,​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ລົງ​ທຶນ​ທີ່​ສ່ຽງ​ໄພ,​ຈີນ​ຫວັງ​ວ່າ​ຈະ​ສຳ​ເລັດ​ການ​ດັດ​ແກ້​ກົດ​ໝາຍ​ວ່າ​ດ້ວຍ​ວິ​ສາ​ຫະ​ກິດ​​ແບບ​ຄູ່​ຮ່ວມ​ມື​ພາຍ​ໃນ​ເດືອນ​ສິງ​ຫາ.