|
 |
(GMT+08:00)
2006-08-22 16:40:08
|
ການຄົ້ນຄວ້າສະແດງໃຫ້ເຫັນວ່າດື່ມນ້ຳອັດລົມສູ່ມື້ຈະເຮັດໃຫ້ນ້ຳໜັກເພີ່ມຂຶ້ນເກືອບ7ກິໂລຕໍ່ປີ
cri

ຕາມໜັງສືພິມຕ້າກົ່ງປ້າວຂອງຮົງກົງລາຍງານວ່າ, ບົດນິພົນວິທະຍາສາດບົດໜຶ່ງໃນວາລະສານໂພຊະນາການອາເມລິກາທີ່ພິມຈຳໜ່າຍໃນມໍ່ໆນີ້ໄດ້ສະຫຼຸບວ່າ, ມື້ໜຶ່ງດື່ມນ້ຳອັດລົມກະປ໋ອງໜຶ່ງ, ປີໜຶ່ງຈະພາໃຫ້ນ້ຳໜັກເພີ່ມຂຶ້ນເກືອບ7ໂລ. ໃນ40ປີທີ່ຜ່ານມາ, ຊາວອາເມລິກາໄດ້ດື່ມນ້ຳອັດລົມແລະເຄື່ອງດື່ມທີ່ມີທາດນ້ຳຕານອື່ນໆເພີ່ມຂຶ້ນຢ່າງຫຼວງຫຼາຍແມ່ນມູນເຫດສຳຄັນທີ່ພາໃຫ້ພວກເຂົາເຈົ້າຕຸ້ຍຂຶ້ນ. ມີຫຼັກຖານສະແດງຢ່າງຈະແຈ້ງວ່າ, ເຄື່ອງດື່ມເຫຼົ່ານີ້ຂາຍດິບຂາຍດີແມ່ນມູນເຫດສຳຄັນທີ່ພາໃຫ້ຄົນນັບມື້ນັບຫຼາຍມີນ້ຳໜັກເພີ່ມຂຶ້ນ.
ໂຮງຮຽນນັບມື້ນັບຫຼາຍຂອງອາເມລິກາເລີ່ມຈຳກັດເຄື່ອງດື່ມປະເພດທີ່ມີທາດນ້ຳຕານ. ເດືອນພຶດສະພາປີນີ້, ພໍ່ຄ້າຂາຍເຄື່ອງດື່ມຕ່າງໆເຫັນດີເຊົາຂາຍນ້ຳອັດລົມໃນໂຮງຮຽນບາງແຫ່ງ, ແລະຈຳກັດການຂາຍເຄື່ອງດື່ມປະເພດນີ້ໃຫ້ເດັກນ້ອຍ.
|
|
|