ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 09:40:50    
ຂົວ​ທາງ​ອາ​ກາດ​060822(ສຽງ)

cri

ໃນ​ຫຼາຍ​ປີ​ມາ​ນີ້,​ຜູ້​ຟັງ​ລາວ​ຫຼາຍ​ຄົນ​ໄດ້​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ​ໂດຍ​ຕະຫຼອດ,​ໃນ​ນັ້ນ,ບາງ​ຄົນ​​ໄປ​ເຮັດ​ວຽກຫຼື​ຮຽນ​ຢູ່​ຕ່າງປະ​ເທດ,​ແຕ່​ຍັງ​ບໍ່​ລືມຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ,​ເຖິງ​ວ່າຄື້ນ​ວິທະຍຸCRIຢູ່​ບາງ​ປະ​ເທດ​ບໍ່​ດີ​ປານ​ໃດ,ຟັງ​ບໍ່​ແຈ້ງດີ,​ແຕ່​ຜູ້​ຟັງ​ຂາ​ປະຈຳຂອງ​CRI​ນັ້ນ​ຍັງ​ໄດ້ຕິດ​ຕາມ​ຮັບ​ຟັງ​ລາຍການ​ຕະ​ຫຼອດ,ຫຼືຮັບ​ຟັງ​ລາຍ​ການ​ຂອງ​ພວກ​ເຮົາ​ດ້ວຍ​ວິທີ​ອື່ນໆ ​ຕົວຢ່າງ,ຟັງຢູ່ອິນ​ເຕີ​ເນັດ​ເປັນ​ຕົ້ນ,ນະ​ທີ່​ນີ້,ພວກ​ເຮົາ​ຂໍ​ສະ​ແດ​ງຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ຜູ້​ຟັງ​​ເຫຼົ່ານີ້​ທີ່​​ເປັນ​ແຟນລາຍ​ການ​ຢ່າໜຽວ​ແໜ້ນ.

ຫວ່າງ​ມໍ່​ມານີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ສອນ​ພິມ ຈັນທະ​ປັນຍາທີ່​ຢູ່​ບ້ານ​ນາ​ຫວານ​ນ້ອຍ ​ເມືອງ​ໄຊ ​ແຂວງ​ອຸດົມ​ໄຊ,​ໃນ​ຈົດໝາຍ​ນ້ອງ​ຂຽນ​ວ່າ,"ປະຈຸ​ບັນນີ້,ນ້ອງ​ເອງ​ໄດ້​ໄປ​ສຶກສາ​ຮ່ຳຮຽນ​ຢູ່​ຫວຽດນາມ​ໄດ້ 2 ປີ​ແລ້ວ,ຍ້ອນ​ວ່າ​ພັກ​​ແລ້ງ​ເປັນ​ເວລາ​ເດືອນ​ປາຍ,ນ້ອງ​ຈິ່ງ​ມີ​ໂອກາດ​ຂຽນ​ຈົດ​ໝາຍ​ມາລົມ​ນຳ​ພວກທ່ານ.ນ້ອງ​ເອງ​ຢູ່​ປະ​ເທດຫວຽດນາມ​ກໍ່​ຮັບ​ຟັງ​ລາຍການ​ຕະຫຼອດ,​ແຕ່​ຢູ່​ຫວຽດນາມມີ​ຄື້ນລົບ​ກວນ​ຫຼາຍ,ບໍ່​ແຈ້ງ​ຄື​ຢູ່​ລາວ​ປານ​ໃດ,​ແຕ່​ນ້ອງ​ເອງ​ຈະ​ເຂົ້າ​ຊົມ​​ເວັບ​ໄຊຂອງ CRI,ມັນ​ມີ​ປະ​ໂຫຍ​ດຄວາມ​ຮູ້​ສາລະ​ຕ່າງໆ​ທັງ​ໂລກ​ພາຍ​ໃນ​ແລະ​ພາຍ​ນອກ."

ຂອບ​ໃຈນ້ອງ​ສອນ​ພິມ​ຫຼາຍໆ​ທີ່​​ໄປຮຽນ​ຢູ່​ຕ່າງປະ​ເທດ​ແຕ່​ກໍ່​ຍັງຕິດ​ຕາມຮັບ​ຟັງລາຍ​ການ​ຂອງ​ພວກ​ເຮົາ​ເປັນ​ປົກ​ກະຕິ​ແລະໄດ້​ຝາກຈົດ​ໝາຍມາ​ຍັງເຮົາ​ອີກ.ພວກ​ເຮົາ​ມີມິດ​ລາຍ​ການ ຄືນ້ອງ​ສອນພິມ,ພວກ​ເຮົາ​ຈິ່ງ​ສາມາດ​ເຮັດ​ລາຍການ​ໄດ້ຢ່າງ​ຕໍ່​ເນື່ອງ​ນີ້​ຄື​ຢາ​ກຳລັງ​ໃຈ​ທີ່​ດີ​ທີ່​ສຸດ​ຂອງ​ພະ​ນັກ​ງານCRI​,ພ້ອມ​ກັນ​ນັ້ນ,ການສະ​ໜັບສະ​ໜູນ​ຂອງ​ຜູ້​ຟັງ​ຍິ່ງເຮັດ​ໃຫ້​ພວກ​ເຮົາ​ມີຄວາມ​ໝັ້ນ​ໃຈ​ຕໍ່ວຽກ​ງານຂຶ້ນ​ຕື່ມ​.​ໃນ​ຕອນ​ທ້າຍ​ຂອງ​ລາຍການ​ມື້​ນີ້,ພວກ​ເຮົາ​ຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້​ນ້ອງ​ສອນ​ພິມ​ແລະ​ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາຍການ​ຢູ່​ຂະນະ​ນີ້,​ເພງ​ນີ້​ຊື່ວ່າ"​ໄອ້ວໍ​ເປ​ຍຈີວ",​ແປ​ວ່າ"ຮັກ​ຂ້ອຍ​ຢ່າ​ໄປ",ຫວັງ​ວ່າ​ຄົງ​ຈະ​ຖືກ​ໃຈ​ທ່ານ.