ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-23 14:19:07    
ຈີນ​ຫວັງ​ຮ່ວມກັນ​ກັບ​ຫວຽດ​ນາມ​ເລັ່ງ​ລັດ​ແກ້​ໄຂ​ບັນ​ຫາ​ຊາຍ​ແດນ

cri
ຕາມ​ຂ່າວCRI, ຈີນ​ຫວັງຮ່ວມ​ກັບ​ຫວຽດນາມ​ສຳ​​ເລັດ​ວຽກ​ງານສຳ​ຫຼວດ​ແລະ​ປັກຫຼັກ​ໝາຍ​ຊາຍ​ແດນ​ທາງບົກ​ຕາມ​ເວລາ​ກຳນົດ​ຄື​ປີ2008.

ວັນ​ທີ22​ສິງຫາ, ທ່ານ​ຫູ​ຈີນ​ທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນກ່າວຕໍ່​ທ່ານ​ນົງ​ດຶກ​ແໝັ້ງ ​ເລຂາທິການ​​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ທີ່​ມາ​ຢາມ​ວ່າ, ຫວັງ​ໃຫ້​ສອງ​ປະ​ເທດ​ຖືຈິດ​ໃຈ​ຖືຜົນ​ປະ​ໂຫຍ​ດລວມ​ເປັນຫຼັກແລະ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມ​ຕີ​ຈິດ, ​ເລັ່ງລັດ​ວຽກ​ງານ​ວັດແທກ​ຊາຍ​ແດນ​ທາງ​ບົກ, ​ແລະ​ຊຸກ​ຍູ້​ການ​ຂີດ​ແບ່ງ​ຊາຍ​ແດນ​ແລະ​ການ​ເຈ​ລະຈາ​ກ່ຽວ​ກັບ​ການ​ພ້ອມ​ກັນ​ພັດທະນາ​​ເຂດ​ທະ​ເລ​ຢູ່​ນອກ​ອ່າວພາກ​ເໜືອ​ຢ່າງ​ໜັ​ກ​ແໜ້ນ, ຮັກສາ​ບັນຍາກາດ​ການຮ່ວມ​ມື​ລະຫວ່າງສາມ​ຝ່າຍ​ຢູ່​ທະ​ເລ​ຈີນ​ໃຕ້​ຄື​ຈີນ, ຫວຽດນາມ​​ແລະ​ຟີ​ລິບ​ປິນ.
ທ່ານນົງດຶກ​ແໝັ້ງກ່າວ​ວ່າ, ຫວຽດນາມ​ຈີນ​ເພີ່ມ​ທະວີ​ການ​ຮ່ວມ​ມືດ້ວຍ​ໄມຕີ​ຈິດ​ມີ​ຜົນ​ດີ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ໂລກ​ກໍ່​ຄື​ຂອງ​ພາກ​ພື້ນ.

ບັນຫາ​ຊາຍ​ແດນ​ລະຫວ່າງ​ຈີນ​ກັບ​ຫວຽດນາມ​ລວມມີ3​ດ້ານ​ຄື: ຊາຍ​ແດນທາງບົກ, ການ​ຂີດ​ແບ່ງ​ອ່າວ​ພາກ​ເໜືອ​ແລະ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ອະທິປະ​ໄຕ​ເໜືອູ​ໝູ່​ເກາະ​ໜານ​ຊ່າ​ແລະ​ເຂດ​ທະ​ເລທີ່​ຢູ່​ອ້ອມ​ຫັ້ນ​ພ້ອມ​ດ້ວຍ​ສິດທິ​ຜົນ​ປະ​ໂຫຍ​ດຂອງ​ທາງ​ທະ​ເລ​ເປັນ​ຕົ້ນ. ປີ1999ສອງ​ປະ​ເທດ​ໄດ້​ເຊັນ​ສັນຍາ​ຊາຍ​ແດນ​ທາງບົກ​ຢ່າງ​ເປັນ​ທາງ​ການ​​. ປີ2000, ສອງ​ປະ​ເທ​ດ​ໄດ້​ເຊັນ"​ສັນຍາ​ຂີດ​ແບ່ງ​ຊາຍ​ແດນ​ຢູ່​ນ່ານ​ທະ​ເລ​, ​ເຂດ​​ເສດຖະກິດ​ສະ​ເພາະ​ແລະ​ໄຫຼ່​ທະ​ວີ​ບຂອງອ່າວພາກ​ເໜືອ​"​ແລະ​"ສັນຍາ​ຮ່ວມ​ມື​ດ້ານຂະ​ແໜງ​​ການ​ປະມົງ​ຢູ່​ອ່າວພາກ​ເໜືອ"ຢ່າງ​ເປັນ​ທາງ​ການ. ​ແຕ່​ປີ1995​ເປັນ​ຕົ້ນ​ມາ, ສອງ​ປະ​ເທດຍັງ​ໄດ້​ຈັດ​ຕັ້ງ​ໜ່ວຍ​ຊ່ຽວຊານ​ບັນຫາ​ທາງທະ​ເລ, ​​ເພື່ອເຈລະຈາ​​ບັນຫາ​ໝູ່​ເກາະ​ໜານ​ຊ່າ. ສອງ​ຝ່າຍ​ເຫັນ​ດີ​ຜ່ານ​ຈາ​ກການ​ປຶກສາ​ຫາລື​ກັນ​ຢ່າງ​ມີ​ໄມຕີ​ຈິດ​ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ເໝາະ​ສົມ, ພ້ອມ​ກັນ​ຊອກ​ຫາຄວາມ​ອາດ​ສາມາດເປັນ​ໄປ​ໄດ້​​ໃນ​ການ​ຮ່ວມ​ມື​ກັນດ້ານ​ຕ່າງ​ທ.