ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 09:15:07    
ຂົວ​ທາງ​ອາ​ກາດ​060823(ສຽງ)

cri

ຫວ່າງ​ມໍ່ໆ​ມາ​ນີ້,ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຂອງ​ນ້ອງ​ຄຳ​ໝັ້ນ ​ແສງ​ທຸມ​ມີ​ທີ່​ຢູ່​ຄຸ້ມ​ນາ​ແຝງບ້ານ​ໂພນ​ງາມ​ໃຕ້ ​ເມືອງ​ແປກ ​ແຂວງ​ຊຽງ​ຂວາງ,​ ທ່ານ​​ຂຽນ​ວ່າ, "ກ່ອນ​ອື່ນ,ນ້ອງ​ເອງ​ກໍ່​ຂໍ​ໂທດ​ນຳ​ຫຼາຍໆ​ທີ່​ຂາດ​ການ​ຕິດຕໍ່​ມາ​ຫາ​ພວກ​ອ້າຍ​ເອື້ອຍ​​ເປັນ​ເວລາ​ດົນ​ນານ​ພໍ​ສົມຄວນ.ນ້ອງ​ຍອມຮັບ​ວ່າ​ໃນ​​ໄລຍະ​ທີ່​ຜ່ານ​ມານີ້,ນ້ອງ​ມີ​ວຽກ​ຫຍຸ້ງ​ຍາກ​ຫຼາຍ​ທີ່​ສຸດ​ຈົນ​ບໍ່​ມີ​ເວລາ​ຮັບ​ຟັງ​ຮອດ​ວິທະຍຸ​ເລີຍ."

ນ້ອງ​ຄຳ​ໝັ້ນ​ແມ່ນ​ມິດ​ປະຈຳຂອງ​ພວກ​ເຮົາ​ມາໂດຍ​ຕະຫຼອດ,​ເຖິງ​ວ່າ​ອາດ​ຈະ​ຄ່າວ​ຽກຫຼາຍ​ຈົນ​ບໍ່​ມີ່​ເວລາ​ຂຽນ​ຈົດໝາຍ​ມາ​ຫາພວກ​ເຮົາ​ກໍ່ຕາມ,​ແຕ່​ພວກ​​ເຮົາ​ບໍ່ຫ່ອນ​ຈະລືມນ້ອງ​ຈັກ​ເທື່ອ,ທະ​ແນມ​ແຕ່ນ້ອງຍັງ​ຖືວ່າ​ວິທະຍຸCRI​ແມ່ນ​ໝູ່​ເພື່ອນ​ຂອງ​ນ້ອງ,ມີ​ເວລາ​ຫວ່າງ​ກໍ່​ຕິດຕໍ່​ກັບ​ພວກ​ເຮົາ​ແດ່​,​ເພື່ອສະ​ແດ​ງຄວາມ​ຄິດ​ຄວາມ​ເຫັນ​,ພວກ​ເຮົາ​ກໍ່​ຍິນ​ດີ​ຕ້ອນ​ຮັບ,​ເພາະວ່າ​ພວ​ກ​ເຮົາ​​ເປັນ​ໝູ່​ເພື່ອນເຊິ່ງກັນ​ແລະ​ກັນ,​ແມ່ນ​ບໍ່?

ໃນ​ຈົດໝາຍ,ທ່ານ​ຄຳ​ໝັ້ນ​ຂຽນວ່າ, "​ໃນ​​ໄລຍະທີ່​ຜ່ານ​ມານີ້,ນ້ອງ​ເອງ​ກໍ່​ໄດ້​ສົ່ງຂໍ້ຄວາມສັ້ນ​ເປັນ​ພາສາ​ອັງກິດ​ມາ​ເຖິງ​ພວກ​ອ້າຍ​ເອື້ອຍ,ນ້ອງ​ຢາກ​ຖາມ​ວ່າ,ຖ້າ​ຫາກ​ນ້ອງສົ່ງ​ຂໍ້ຄວາມສັ້ນ​ເປັນ​ພາສາ​ຈີນ​ມາ​ຊິ​ໄດ້​ບໍ່?​ແລະ​ນ້ອງ​ກໍ່​ໄດ້​ທົດ​ລອງສົ່ງ​ມາຄັ້ງ​ໜຶ່ງ​ແລ້ວ,​ເພາະ​ນ້ອງ​ຢາກ​ຝຶກ​ຮຽນ​ພາສາ​ຈີນ​ນຳ​​ແດ່​ຊິ​ໄດ້​ຢູ່​ບໍ່?"

ພວກ​ເຮົາ​ຮູ້ສຶກ​ດີ​ໃຈ​ຫຼາຍ​ທີ່​ນ້ອງຄຳ​ໝັ້ນ​ສົນ​ໃຈ​ນຳ​ການຮຽນ​ພາສາ​ຈີນ,ຖ້າວ່າ​ຂຽນ​ພາສາ​ຈີນ​ໄດ້,​ໃຫ້​ຮີບ​ຟ້າວາ​ສົ່ງ​ຂໍ້ຄວາ​ມ​ສັ້ນ​ໃຫ້​ມາ​ໂລດ,ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ແທ້ໆ.ນອກ​ນີ້,ຖ້າວ່າ​ທ່ານ​ຢາກ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ຂອງ​ວິທະຍຸ​CRI,​ແຕ່​ໄດ້ພາດ​ລາຍການ​ຂອງ​ພວກ​ເຮົາ,​ເຊີນ​ເຂົ້າ​​ເບິ່ງເວັບ​​ໄຊ​ຂອງ​ທີ່​ຊື່ວ່າla.chinabroadcast.cn,ທ່ານ​ສາມາດ​​​ໄດ້​ຮັບ​ຄຳ​ຕອບ​​ໃນ​ເວັບ​​ໄຊ,ຖ້າວ່າ​ທ່ານ​ໃຊ້​ອິນ​ເຕີ​ເນັດ​ບໍ່​ໄດ້,​ກໍ່​ເຊີນ​ຝາກ​ຈົດໝາຍ​ມາ​ຍັງ​ພວກ​ເຮົາ,ພວກ​ເຮົາ​ຈະ​ຝາກ​​ເອກະສາ​ນກ່ຽວ​ກັບ​ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ໃຫ້​ທ່ານ,​ເພື່ອອຳນວຍ​ຄວາມ​ສະດວກ​ໃຫ້​ທ່ານ​ເຂົ້າຮ່ວມ​ການ​​ເສັງ​ຄວາມ​ຮູ້.

ພວກ​ເຮົາຂໍ​ຈັດ​ເພງ​ມ່ວນໆ​ເພງ​ໜຶ່ງ​ມອບ​ໃຫ້ຜູ້​ຟັງ​ທຸກ​ທ່ານ​ທີ່​ພວມ​ຟັງ​ລາ​ຍການ​ຢູ່​ໃນ​ຂະນະ​ນີ້,​ເພງ​ນີ້​ຊື່ວ່າ"​ທ້າຍ​​ເໝີຍ​ລີ້"​,​ແປ​ວ່າ"ງາມ​ຈັບ​ໃຈ",ອວຍພອນ​ໃຫ້​ທ່ານ​ຈົ່ງ​ສຸກ​ສະບາຍໃຈ​​ໃນ​ທຸກ​​ເວລາ.