ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 10:04:42    
ຈີນ​ພະ​ຍາ​ຍາມ​ປັບ​ປຸງ​ເງື່ອນ​ໄຂ​ປິ່ນ​ປົວ​ພະ​ຍາດ​ຂອງ​ເຂດ​ທຸກ​ຍາກ​ໃຫ້​ດີ​ຂຶ້ນ(ສຽງ)

cri Author: shuo

​​​​​​​​​
ຈີນແມ່ນປະເທດພວມພັດທະນາ,ແລະມີເນື້ອທີ່​ກວ້າງ​ໃຫຍ່​ໄພສານ,ລະດັບ​ການ​ພັດທະ ນາ​ຂອງ​ທ້ອງ​ຖິນ​ຕ່າງໆ​ບໍ່​ສະ​ໝ່ຳ​ສະ​ເໝີ​ກັນ.ຢູ່​ບາງ​ຕົວ​ເມືອງທາງ​ພາກ​ຕາ​ເວັນ​ອອກ,​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງ​ຫຼາຍ​ອ່າວ​ຮັ່ງ​ມີ​ແລ້ວ,​ແຕ່​ຢູ່​ບາງ​ທ້ອງ​ຖິ່ນ​ທາງ​ພາກ​ກາງ​ແລະ​ພາກ​ຕາ​ເວັນ​ຕົກ,​ເຖິງ​ວ່າ​ຊີ​ວິດ​ການ​ເປັນ​ຢູ່​ອັນ​ພື້ນ​ຖານ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ແລ້ວ​ກໍ​ຕາມ,​ແຕ່​ເງື່ອນ​ໄຂ​ປິ່ນ​ປົວ​ພະ​ຍາດ​ຂອງ​ທ້ອງ​ຖິ່ນ​ເຫຼົ່າ​ນີ້​ພັດ​ຜິດ​ໂຕນ​ກັນ​ອ່າວ​ຫຼາຍ​ກັບ​ເຂດ​ພາກ​ຕາ​ເວັນ​ອອກ.

ຄຽງ​ຄູ່​ກັບ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຈີນ​ມີ​ການ​ພັດທະນາ​ໃນ​ຫຼາຍປີ​ມາ​ນີ້,​ລັດ​ຖະ​ບານ​ນັບ​ມື້​ນັບ​ຮັບ​ຮູ້​ເຖິງ​ຄວາມ​ສຳ​ຄັນ​ໃນ​ການ​ລົງ​ທຶນ​ຕໍ່​ຂົງ​ເຂດ​ການ​ປິ່ນ​ປົວ​ພະ​ຍາດ​ແລະ​ສາ​ທາ​ລະ​ນະ​ສຸກ,​ພ້ອມ​ກັນ​ນັ້ນ​ລັດ​ຖະ​ບານ​ກໍ​ມີ​ກຳ​ລັງ​ຊັບ​ຫຼາຍ​ກວ່າ​ເກົ່າ​ທີ່​ເຂົ້າ​ໃສ່​ຂົງ​ເຂດ​ການ​ປິ່ນ​ປົວ​ພະ​ຍາດ​ແລະ​ສາ​ທາ​ລະ​ນະ​ສຸກ,​ສະ​ນັ້ນ​ຈີນ​ຈຶ່ງ​ພະ​ຍາ​ຍາມ​ປັບ​ປຸງ​ເງື່ອນ​ໄຂ ການ​ປິ່ນປົວ​ພະ​ຍາດ​ແລະ​ສາ​ທາ​ລະ​ນະ​ສຸກ​ຢູ່​ເຂດ​ທຸກ​ຍາກ​ໃຫ້​ດີ​ຂຶ້ນ.​ກ່ອນ​ນີ້​ບໍ່​ດົນ,​ນັກ​ຂ່າວ​ວິທະຍຸ​ພວກ​ເຮົາ​ໄດ້​ໄປ​ເອົາ​ຂ່າວ​ຢູ່​ເມືອງ​ພັນ​ຊ້ຽນ​ຂອງ​ແຂວງ​ກຸ້ຍ​ໂຈ່ວ ​ເຂດ​ທຸກ​ຍາກ​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​​ໄດ້​ເຫັນ​ສະ​ພາບ​ການ​ປິ່ນ​ປົວ​ພະ​ຍາດ​ແລະ​ສາ​ທາ ລະ​ນະ​ສຸກ​ຈຳ​ນວນ​ໜຶ່ງ​ຂອງ​ທ້ອງ​ຖິ່ນ​ດັ່ງ​ກ່າວ.​ໃນ​ລາຍ​ການ​ສວນ​ວິ​ທະ​ຍາ​ສາດ​ແລະ​ການ​ສຶກ​ສາ​ພາກ​ນີ້,​ເຊີນ​ຟັງ​ບົດ​ແຈ້ງ​ຂ່າວ​ທີ່​ມາ​ຈາກ​ເມືອງ​ພັນ​ຊ້ຽນ.

​ເມື​ອງພັນ​ຊ້ຽນ​ແຂວງ​ກຸ້ຍ​ໂຈ່​ວຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ແມ່ນໜຶ່ງ​ໃນ​ປະ​ມານ​600​ເມືອງທີ່​ເປັນ​ຈຸດ​ສຸມ​ຂອງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ລະດັບ​ຊາດ​ທີ່​ກຳ​ນົດ​ໂດຍ​ລັດ​ຖະ​ບານ​ຈີນ,​ໝາຍ​ຄວາມ​ວ່າ,​ບ່ອນ​ນີ້​ແມ່ນ​ບ່ອນ​ທີ່​ທຸ​ກຍາກ​ກວ່າ​ບ່ອນ​ອື່ນ​ຂອງ​ຈີນ.​ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື​GDP​ສະ​ເລ່ຍ​ຕໍ່​ຫົວ​ຄົນຂອງ​ເມືອງ​ພັນ​ຊ້ຽນ​ມີ​ປະ​ມານ​500​ໂດ​ລາ,​ແມ່ນ​ເຄິ່ງ​ໜຶ່ງ​ຂອງ​ລະ​ດັບ​ສະ​ເລ່ຍ​ຂອງ​ຈີນ.​ຍ້ອນ​ຄວາມ​ທຸກ​ຍາກ,​ປະ​ຊາ​ຊົນ​ຫຼາຍ​ຄົນ​ບໍ່​ມີ​ເງິນ​ໄປ​ກວດ​ພະ​ຍາດ.​ເພື່ອ​ແກ້​ໄຂ​ບັນ​ຫາ​ນີ້,​ປີ​2005,​ເມືອງ​ພັນ​ຊ້ຽນ​ເລີ່ມ​ປະ​ຕິ​ບັດ​ລະ​ບອບ​ການ​ຮ່ວມ​ມື​ປິ່ນປົວ​ພະ​ຍາດ​ຊົນ​ນະ​ບົດ​ແບບ​ໃໝ່,​ທ່ານ​ລໍ​ຊີ່​ຊ່ຽງ ຜູ້​ວ່າ​ການ​ແທນ​ເຈົ້າ​ເມືອງ​ພັນ​ຊ້ຽນ​​ບອກ​ນັກ​ຂ່າວ​ວ່າ:"​ເມືອງ​ພັນ​ຊ້ຽນ​ພວກ​ເຮົາ​​ແມ່ນ​ເມືອງ​ທົດ​ລອງ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ຊົນ​ນະ​ບົດ​ແບບ​ໃໝ່​ໃນ​ທົ່ວ​ປະ​ເທດ.ນະ​ໂຍບາຍ​ດັ່ງກ່າວ​ຂອງ​ລັດ​ຕົ້ນ​ຕໍ​ແມ່ນ​ເພື່ອ​ແກ້​ໄຂ​ບັນ​ຫາ​ທີ່​ປະ​ຊາ​ຊົນ​ກັບ​ຄືນ​ໄປ​ທຸກ​ຍາກ​ຍ້ອນ​ເປັນ​ພະ​ຍາດ.​ເວົ້າ​ລວມ​ແລ້ວ,​ປະ​ຊາ​ຊົນ​ສະ​ໜັບ​ສະ​ໜູນ​ທີ່​ສຸດ​ຕໍ່​ນະ​ໂຍ​ບາຍ​ນີ້."

ລະບອບ​ການ​ຮ່ວມ​ມື​ປິ່ນປົວ​ພະຍາດ​ຊົນນະບົດ​ແບບ​ໃໝ່​ແມ່ນ​ລະບອບ​ທີ່​ລັດ​ຖະ​ບານ​ຈີນ​ວາງ​ອອກ​ເພື່ອ​ປັບ​ປຸງ​ເງື່ອນ​ໄຂ​ປິ່ນ​ປົວ​ພະ​ຍາດ​ຂອງ​ເຂດ​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ,​ເວົ້າ​ລະ​ອຽດ​ກໍ​ຄື ​ແຕ່​ລະ​ປີ,​ການ​ເງິນ​ສູນ​ກາງຂອງ​ລັດ​ໄດ້​ໃຫ້​ເງິນ​ອຸດ​ໜູນ​ຊາວ​ກະ​ສິ​ກອນ​ທີ່​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ຄົນ​ລະ20​ຢວນ,ການ​ເງິນ​ທ້ອງ​ຖິ່ນ​ໃຫ້​ອີກ​20​ຢວນ,​ປະ​ຊາ​ຊົນ​ເອງ​ຈ່າຍ​10​ຢວນ,​ແລະ​ສ້າງ​​ເປັນ​ກອງ​ທຶນ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ.​ເມື່ອ​ເປັນ​ພະ​ຍາດ​ແລ້ວ,​ທຶນ​ນີ້​ສາ​ມາດ​ຈ່າຍ​ຄ່າ​ປິ່ນ​ປົວ​ແລະ​ຄ່າ​ຢາ​ໃຫ້​ຊາວ​ກະ​ສິ​ກອນ​ຕາມ​ອັດຕາ​ທີ່​ກຳ​ນົດ​ໄວ້.​ລະ​ບອບ​ດັ່ງ​ກ່າວ​ໄດ້​ແກ້​ໄຂ​ບັນ​ຫາ​ທີ່​ຊາວ​ກະ​ສິ​ກອນ​ກວດ​ພະ​ຍາດ​ຍາກ​ນັ້ນ​​ໄດ້​ໃນ​ລະ​ດັບ​ໃດ​ໜຶ່ງ.​ມາ​ຮອດ​ປະ​ຈຸ​ບັນ,​ເມືອງ​ພັນ​ຊ້ຽນ​ໄດ້​ມີ​ຊາວ​ກະ​ສິ​ກອນ​78,5%​​ໄດ້​ເຂົ້າ​ຮ່ວມ​ລະ​ບອບ​ການ​ຮ່ວມ​ມື​ປິ່ນປົວ​ພະຍາດ​ແລ້ວ.

ຢູ່​​ໂຮງ​ໝໍ​ຂອງ​ຕາ​ແສງ​ມາ​ຊາງ​ເມືອງ​ພັນ​ຊ້ຽນ,ນັກ​ຂ່າວ​ໄດ້​ໂອ້​ລົມ​​ກັບ​ຊາວ​ກະ​ສິ​ກອນ​ສອງ​ສາມ​ຄົນ​ທີ່​ໄປ​ກວດ​ພະຍາດ​ຢູ່​ແຫ່ງ​ນັ້ນ.ລຸງຫຼີ​​ໄຄ່​ຈ່ຽງ ​ຜູ້​ເຖົ້າ​ເຜົ່າ​ອີ​ເປັນ​ພະ​ຍາດ​ກະ​ເພາະ​ອາ​ຫານ​ເປັນ​ບາດ,​ຜ່ານ​ມາ​ລຸງ​ໄດ້​ຈ່າຍ​ເງິນ2200​ກວ່າ​ຢວນ​ແລ້ວ.ທຶນ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ໄດ້​ຈ່າຍ​ໃຫ້​1​ພັນ​ກວ່າ​ຢວນ​,​ເຮັດ​ໃຫ້​ລຸງ​ຮູ້​ສຶກ​ດີ​ໃຈ​ຫຼາຍ,​ລຸງ​ເວົ້າ​ວ່າ​ ໝົດ​ຄອບ​ຄົວ​ຂອງ​ລຸງ​ໄດ້​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ຊົນ​ນະ​ບົດ​ແບບ​ໃໝ່.​ລຸງ​ເຫັນ​ວ່າ ທຶນ​ນີ້​ດີ​ຫຼາຍ,​ໄດ້​ຜ່ອນ​ເບົາ​ການ​ຫາບ​ແບກ​ຂອງ​ລຸງ​ຢ່າງ​ຫຼວງ​ຫຼາຍ.​ຊາວ​ບ້ານ​ກໍ​ໄດ້​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ປິ່ນ​ປົວ​ພະ​ຍາດ​ເກືອບ​ໝົດ​ທຸກ​ຄົນ,​ແລະ​ຊົມ​ເຊີຍ​ທຶນ​ນີ້​ຫຼາຍ.

ທ່ານ​ຈ່າງ​ເກີ ນາຍໝໍ​ໄວ​ໜຸ່ມ​ຂອງ​​ໂຮງໝໍ​ຕາ​ແສງ​ມາ​ຊາງ​​ເວົ້າສູ່​ຟັງ​ວ່າ,​ເມື່ອ​ມີ​ນະ​ໂຍ​ບາຍ​ຮ່ວມ​ມື​ປິ່ນປົວ​ພະ​ຍາດ​ຊົນ​ນະ​ບົດ​ແບບ​ໃໝ່​ແລ້ວ,​ຄ່າ​ປິ່ນ​ປົວ​ພະ​ຍາດ​ແລະ​ຄ່າ​ຢາ​ຂອງ​ຊາວ​ກະ​ສິ​ກອນ​ຈະ​ຫຼຸດ​ໜ້ອຍ​ລົງ​ໃນ​ລະ​ດັບ​ໃດ​ໜຶ່ງ,​ສະ​ນັ້ນ,​ຊາວ​ກະ​ສິ​ກອນ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຫຼາຍ​ສົມ​ຄວນ,​ແຕ່​ລະ​ມື້​ມີ​ຄົນ​ຢ່າງ​ຫຼວ​ງຫຼາຍ​ມາ​ກວດ​ພະ​ຍາດ.

ບັນຫາ​ທີ່​ຊາວ​ກະສິກອນ​ກວດ​ພະຍາດ​ຍາກ​ຂອງ​ເມືອງ​ພັນ​ຊ້ຽນ​ໄດ້​ຮັບ​ການ​ແກ້​ໄຂ​ໃນ​ລະ ດັບ​​ໃດ​ໜຶ່ງ​ແລ້ວ,​ແຕ່​ບັນຫາ​ອື່ນໆ ​ເຊັ່ນ​ອຸ​ປະ​ກອນ​ການ​ປິ່ນ​ປົວ​ພະ​ຍາດ​ຫຼ້າ​ຫຼັງ​ເຕັກ​ນິກ​ປິ່ນ​ປົວ​ພະ​ຍາດ​ຂອງ​ນາຍ​ໝໍ​ບໍ່​ສູງ​ປານ​ໃດ​ເປັນ​ຕົ້ນ​ຍັງ​ກະ​ທົບ​ກະ​ເທືອນ​ເຖິງ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ​​ເມືອງ​ພັນ​ຊ້ຽນ.ນາງ​ຈ່າງ​ຢາ​ລີງ ນາງ​ພະ​ຍາ​ບານ​ຂອງ​ໂຮງ​ໝໍ​ຕາ​ແສງ​ມາ​ຊາງ​ເວົ້າ​ວ່າ,​ຍ້ອນ​ວ່າ​ດຽວ​ນີ້​ມີ​ຄົນ​ຫຼາຍ​ກວ່າ​​ເກົ່າ​ມາ​ກວດ​ພະ​ຍາດ,​ສະ​ນັ້ນ,​ບັນ​ຫາ​ຕ່າງໆ ​ເຊັ່ນ​ເຕັກ​ນິກ​ຂອງ​ນາຍ​ໝໍ​ຫຼ້າ​ຫຼັງ​ອຸ​ປະ​ກອນ​ເກົ່າ​ແກ່​ເປ່​ເພ​ແລະ​​ແພດ​ໝໍ​ບໍ່​ພຽງ​ພໍ​ເປັນ​ບັນ​ຫາ​ທີ່​ນັບ​ມື້​ນັບ​ພົ້ນ​ເດັ່ນ​ຂຶ້ນ.​ນາງ​ເວົ້າ​ວ່າ:​"ໂຮງ​ໝໍ​ນ້ອຍ​ພວກ​ເຮົາ​ສາ​ມາດ​ປິ່ນ​ປົວ​ແຕ່​ພະຍາດ​ທຳ​ມະ​ດາ,​ຄື ​ເປັນ​ຫວັດ.​ແຕ່​ຖ້າ​ມີ​ພະ​ຍາດ​ໜັກ​ໜ່ວງ,​ພວກ​ເຮົາ​ກໍ​ສະ​ເໜີ​ໃຫ້​ໄປ​ປິ່ນປົວ​ຢູ່​ໂຮງ​ໝໍ​ຂອງ​ເມືອງ.​ດຽວ​ນີ້,​ໂຮງ​ໝໍ​ພວກ​ເຮົາ​ມີ​ແຕ່​ເຄື່ອງ​ສ່ອງ​ສາຍ​B​ເຄື່ອງ​ໜຶ່ງ,​ແຕ່​ພວກ​ເຮົາ​ບໍ່​ຮູ້​ວິ​ທີ​ໃຊ້​​.ພວກ​ເຮົາ​ລ້ວນ​ແຕ່​ມີ​ຄວາມ​ປາ​ຖະ​ໜາ​ທີ່​ໄປ​ຮຽນ​ເຕັກ​ນິກ​ນຳ​ນາຍ​ໝໍ​ຂອງ​ເມືອງ."

ເພື່ອ​​ແກ້​ໄຂ​ບັນຫາ​ເຫຼົ່ານີ້​​ໃຫ້​ຕົກ​​ໄປ​ຫຼາຍ​ເທົ່າ​ທີ່​ຈະ​ຫຼາຍ​ໄດ້,ອົງ​ການ​ປົກ​ຄອງ​ເມືອງ​ພັນ​ຊ້ຽນກໍ​ກຳລັງ​ຕັ້ງໜ້າ​ໃຊ້​ມາດ​ຕະການ.ທ່ານ​ລໍ​ຊີ່​ຊ່ຽງ ຜູ້​ວ່າການ​ແທນ​ເຈົ້າ​ເມືອງ​ພັນ​ຊ້ຽນ ບອກ​ນັກ​ຂ່າວ​ວ່າ,ກ່ອນ​ອື່ນ,​ໃນ​ດ້ານ​​​ແບ່ງປັນ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ,​ນະ​ໂຍ​ບາຍ​ຕ້ອງ ສະ​ໜອງ​ຄວາມ​ສະ​ດວກ​ພິ​ເສດ​ຫຼາຍ​ກວ່າ​ໃຫ້​ໂຮງ​ໝໍ​ຕາ​ແສງ.​ຕົວ​ຢ່າງ​ຄື​ລະ​ດົມ​ຂົນ​ຂວາຍ​​ຜູ້​ຮຽນ​ຈົບ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ​ໃຫ້​ໄປ​ເຮັດ​ວຽກ​ຢູ່​​ໂຮງ​ໝໍ​ນ້ອຍ​ຂອງ​ຕາ​ແສງ;​ຕັ້ງ​ໜ້າ​ປຸກ​ລະ​ດົມ​ໃຫ້​ນາຍ​ໝໍ​ຂອງ​ເມືອງ​ໄປ​ເຮັດ​ວຽກ​ເປັນ​ໄລ​ຍະ​ສັ້ນ​ຢູ່​ທີ່​ນີ້.​ຖັດ​ມາ,​ກໍ​ຄື ການ​ໃຊ້​ນະ​ໂຍ​ບາຍ​ພິ​ເສດ​ແລະ​ທຶນ​ພັນ​ທະ​ບັດ​ຂອງ​ລັດ​ເພື່ອ​ປັບ​ປຸງ​ເງື່ອນ​ໄຂ​ປິ່ນ​ປົວ​ພະ​ຍາດ​ຂອງ​ໂຮງ​ໝໍ​ຕາ​ແສງ​ໃຫ້​ດີ​ຂຶ້ນ,​ປີ​ນີ້,​ອົງ​ການ​ປົກ​ຄອງ​ເມືອງ​ພັນ​ຊ້ຽນ​ກໍ​ໄດ້​ລົງ​ທຶນ​1​ລ້ານ​ຢວນ,​ດັດ​ແປງ​ອຸ​ປະ​ກອນ​ຂອງ​​ໂຮງ​ໝໍ​ຕາ​ແສງ​ຕາມ​ແຜນ​ການ.​ນອກ​ນີ້,​ເພີ່ມ​ທະ​ວີ​ການ​ອົບ​ຮົມ​ຖົງ​ຢາ​ປະ​ຈຳ​ບ້ານ,​ພະ​ຍາ​ຍາມ​ຍົກ​ຄວາມ​ສາ​ມາດ​ວິ​ຊາ​ສະ​ເພາະ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ສູງ​ຂຶ້ນ,​ພ້ອມ​ທັງ​ຮັບ​ປະ​ກັນ​​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ລາຍ​ໄດ້​ພື້ນ​ຖານ.

ໃນ​ເວລາ​ໄປ​ເອົາ​ຂ່າວ,ນັກ​ຂ່າວ​ໄດ້​​ເຫັນ​ວ່າ,ຢູ່​​ເມືອງ​ພັນ​ຊ້ຽນຍັງ​ມີຄລີ​ນິກ​ເອກະ​ຊົນຂະ ໜາດ​ນ້ອຍ​ຈຳນວນ​ໜຶ່ງ.ຄລີ​ນິກ​ເຫຼົ່ານີ້​ໄດ້​ຊ່ອຍ​ຄ້ຳຊູຄວາມ​ບໍ່​ພຽງພໍ​ຂອງ​ອົງ​ການ​ປິ່ນ​ປົວ​ພະ​ຍາດ​ແຫ່ງ​ລັດ​ໃນ​ລະ​ດັບ​ໃດ​ໜຶ່ງ,​ຖ້າ​ຊາວ​ກະ​ສິ​ກອນ​ເປັນ​ພະ​ຍາດ​ທຳ​ມະ​ດາ,​ກໍ​ໄປ​ກວດ​ຢູ່​ຄລີ​ນິກ​ເອ​ກະ​ຊົນ​​ແບບ​ນີ້,​ອ່າວ​ສະ​ດວກ​ແລະ​ອ່າວ​ຖືກ.​ແຕ່​ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຄລີ​ນິກ​ເອ​ກະ​ຊົນ​ເຫຼົ່າ​ນີ້​​ໄດ້​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຈຳ​ນວນ​ໜຶ່ງ.​ທ່ານ​ວາງຈິ່ງ​ໄດ້​ທຸກ​ລະ​ກິດ​ຄລີ​ນິກ​ເອ​ກະ​ຊົນ​ສິບ​ກວ່າ​ປີ​ແລ້ວ.ທ່ານ​ເວົ້າສູ່​ຟັງ​ວ່າ:​"ທ້ອງ​ຖິ່ນ​ພວກ​ເຮົາ​ທຸກ​ຍາກ​ຫຼາຍ,​ປະ​ຊາ​ຊົນ​ຈຳ​ນວນ​ຫຼວງ​ຫຼາຍ​ບໍ່​ມີ​ເງິນ​ກວດ​ພະ​ຍາດ.​ມີ​ບາງ​ຄົນ​ມາ​ກວດ​ພະ​ຍາດ​ໃນ​ຄລີ​ນິກ​ຂອງ​ຂ້ອຍ,​ຖື​​ເງິນ​ມາ​ບໍ່​ພໍ​10​ຢວນ​ທໍ່​ນັ້ນ,​ນາຍ​ໝໍ​ຂອງ​ພວກ​ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ກວດ​ໃຫ້.ນັບ​ມາ​ຮອດ​ປະ​ຈຸ​ບັນ​ນີ້,​ຍັງ​ມີ​ຫຼາຍໆ​ຄົນ​ຕິດ​ໜີ້​ນຳ​ຂ້ອຍ​ຢູ່."

ທ່ານ​ວາງ​ຈິ່ງ​ຢາກໃຫ້​ອົງການ​ປົກຄອງ​ທ້ອງ​ຖິ່ນ​ຮັບ​ຮູ້​ບົດບາດການ​ຊ່ອຍ​ຄ້ຳ​ຊູ​ຂອງ​ຄລີ​ນິກ​ເອ​ກະ​ຊົນ​ທີ່​ມີ​ຕໍ່​ອົງ​ການ​ປິ່ນ​ປົວ​ພະ​ຍາດ​ແຫ່ງ​ລັດ,​ແລະ​ສະໜັບ​ສະ​ໜູນ​ວຽກ​ງານ​ຂອງ​ຄລີ​ນິກ​ເອ​ກະ​ຊົນ.