ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 15:08:33    
ກິລາ​ແລ່ນ​ແລະ​ລານ​ຂອງ​ຈີນ​ຍັງ​ມີ​ໜ້າ​ທີ່​ໜັກ​ໜ່ວງ

cri Author: lm

ຕາມ​ຂ່າວ CRI: ຕອນ​ຄ່ຳ​ວັນ​ທີ 20 ສິງຫາ, ງານ​ແຂ່ງຂັນ​ແລ່ນ​ແລະ​ລານ​ຊາ​ວໜຸ່ມ​ໂລກ​ຄັ້ງ​ທີ 11 ທີ່​ດຳ​ເນີນ​ເປັນ​ເວລາ 6 ມື້ນັ້ນ ​ໄດ້​ອັດ​ລົງ​ຢູ່​ສະໜາມກິລາ​ຊາວ​ຢາງ​ປັກ​ກິ່ງ. ​ໃນ​ການ​ແຂ່ງ​ຂັນ​ຄັ້ງ​ນີ້, ທີ​ມຈີນ​ຊີງ​ໄດ້ຫຼຽນຄຳ​ເປັນ​ທີ​ສອງ​​ແລະ​ເປັນ​ປະ​ເທດ​ທີ​ໜຶ່ງ​ທີ່​ໄດ້​ຫຼຽນ​ຫຼາຍ​ຄື ຊີງ​ໄດ້​ຫຼຽນ​ຄຳ 5 ຫຼຽນ ຫຼຽນ​ເງິນ 5 ຫຼຽນ​ແລະຫຼຽນທອງ 7 ຫຼຽນ. ​ເຖິງ​ວ່າ​ຊີງ​ໄດ້ຜົນ​ງານ​​ດີ​ເດັ່ນ​ກໍ່​ຕາມ, ​ແຕ່​ວົງ​ການ​ກິລາ​ແລ່ນ​ແລະ​ລານ​ຈີນ​ກໍ່​​ເຂົ້າ​ໃຈວ່າ​ອວດອົ່ງ​ທະ​ນົງ​ຕົວ​ບໍ່​ໄດ້, ພວກ​ທ່ານ​ຊີ້​ອອກ​ຢ່າງ​​ໃຈ​ເຢັນ​ວ່າ, ຜົນສຳ​ເລັດໃນ​ການ​ແຂ່ງຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ໂລກ​ແມ່ນ​​ດີ​ໃຈ​ແທ້, ​ແຕ່​ກໍ່​ບໍ່​ໝາຍ​ຄວາມ​ວ່າ​ກິລາ​ແລ່ນ​ແລະ​ລານ​ຈີນ​ຈະ​ສ້າງ​ໄດ້ຜົນ​ງານ​ດີ​ເລີດ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008.

ການ​ແຂ່ງຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ໂລກ​ຈັດ​ຂຶ້ນ​ໃນທຸກໆ​ສອງ​ປີ, ​ເລີ່​ມຈັດຕັ້ງ​ຂຶ້ນ​ເມື່ອ​ປີ 1986, ​ແຕ່​ໃດ​ມາ​ຖືກ​ຖື​ເປັນບ່ອນ​ສ້າງ​ແຊມ​ປຽນ​ໂລກຫຼື​ແຊມ​ປຽນ​ໂອ​ລິ​ມປິກ​ໃນ​ອະ​ນາ​ຄົດ. ນາງ​ຫວາງ​ຈິ່ນ​ເຊຍ ນັກ​ກິລາ​ແລ່ນ​ທົນ​ຂອງ​ຈີນ ຜູ່​ຊີງ​ໄດ້​ແຊມ​ປຽນ​ໂອ​ລິ​ມປິກ ​ແລະ​ທ້າວ​ລິວ​ສຽງ ນັກ​ກິລາ​ແລ່ນ​ຂ້າມ​ຮົ້ວຂອງ​ຈີນ​ກໍ​ແມ່ນ​ພົ້ນ​ເດັ່ນຂຶ້ນ​ໃນ​ການ​ແຂ່ງຂັນ​ຊາວ​ໜຸ່ມ​ນີ້.

ງານ​ແຂ່ງຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ໂລກ​ຄັ້ງທີ 11 ​ໄດ້​ດຶງ​ດູດ​ນັກ​ກິລາ 1451 ຄົນ​ຂອງ 180 ປະ​ເທດ​ແລະ​ເຂດ​ແຄວ້ນມາ​ເຂົ້າຮ່ວມ, ​ຫຼາຍກວ່າ​ທຸກ​ຄັ້ງທີ່​ຜ່ານ​ມາ​ໃນ​ປະຫວັດ​ສາດ. ​ເຖິງ​ວ່າ​ການ​ແຂ່ງ​ຂັນ​ໄດ້​ດຳ​ເນີນ​ໄປ​ຢ່າງ​ດຸ​ເດືອດ, ​ແຕ່​ນັກ​ກິລາ​ຈີນ​ກໍ​ຊີງ​ໄດ້ຜົນ​ງານ​ທີ່​ດີ​​ເດັ່ນ​ຄື ຊີງ​ໄດ້​ຫຼຽນ​ຄຳ 5 ຫຼຽນ ຫຼຽນ​ເງິນ 5 ຫຼຽນ​ແລະຫຼຽນທອງ 7 ຫຼຽນ. ​ແຕ່​ວ່າ ທ່ານ​ເຝິງສຸ​ຢົງ ຄູ​ຝຶກ​ໃຫຍ່​ທີມ​ກິ​ລາ​ແລ່ນ​ແລະ​ລານ​ແຫ່ງ​ຊາດ​ຈີນ ຮອງ​ຫົວໜ້າ​ສູນ​​ກິລາ​ແລ່ນ​ແລະ​ລານ​ກົມ​ໃຫຍ່​ກິ​ລາ​ແຫ່ງ​ຊາດ​ຈີນ​​ເຫັນ​ວ່າ, ນັກ​ກິລາ​ແລ່ນ​ແລະ​ລານ​ຈີນ​ໄດ້​ຮັບ​ການ​ຝຶກ​ແອບ​ຢ່າງ​ເປັນ​ລະ​ບົບ​ດ້ານ​ວິ​ຊາ​ເຕັກ​ນິກ​ໃນ​ເວລາ​ຍັງ​ໜຸ່ມ, ສະນັ້ນ ອັນ​ທີ່​ວ່າ​ທ່າ​ແຮງ​ນີ້​ແມ່ນ​ມີ​ຢູ່​ຊົ່ວ​ຄາວ​ເທົ່າ​ນັ້ນ.

​ເມື່ອ​ກ່າວ​ເຖິງ​ກິລາ​ແລ່ນ​ແລະ​ລານ, ກໍ່​ຈຳ​ເປັນ​ຕ້ອງ​ກ່າວ​ເຖິງ​ອາ​ເມ​ລິ​ກາ. ອາ​ເມ​ລິ​ກາ​ບໍ່ພຽງ​ແຕ່​ແມ່ນ​ມະຫາປະ​ເທດ​ກິລາ​ແລ່ນ​ແລະ​ລານ​ເທົ່າ​ນັ້ນ, ກໍ່​ແມ່ນ​ອະພິ​ມະຫາ​ປະ​ເທດ​ກິ​ລາ​ແລ່ນ​ແລະ​ລານ ​ເຊິ່ງ​ມີ​ທ່າ​ແຮງ​ໃນຫຼາຍປີຕິ​ດໆ​ກັນ​ໃນຫຼາຍປະ​ເພດ​. ​ໃນງານ​ແຂ່ງ​ຂັນ​ແລ່ນ​ແລະ​ລານ​ຊາວ​ໜຸ່ມ​ໂລກ​ຄັ້ງນີ້, ທີ​ມອາ​ເມ​ລິ​ກາ​ "ມິດ​ງຽບ" ຢູ່, ​ແຕ່​ທ່ານ​​ເຝິງ​ສຸ​ຢົງ​ເຫັນ​ວ່າ, ​ເນື່ອງ​ຈາກ​ຮູບ​ແບບ​ຝຶກ​ແອບ​ຕ່າງ​ກັນ, ​ເຖິງ​ວ່າ​ໃນອາຍຸລຸ້ນນີ້ ນັກ​ກິລາ​ອາ​ເມ​ລິ​ກາ​ຍາກ​ທີ່​ຈະ​ຊີງ​ໄດ້​ຜົນ​ງານ​ດີ​​ເດັ່ນກໍ່ຕາມ, ​ແຕ່​ພວກ​ເຂົາ​ເຈົ້າ​ເປັນ​ຄົນ​ຮູບ​ຮ່າງ​ສູງ, ມີ​ຄວາມ​​ໄດ້​ປຽບ​ດ້ານ​ຮ່າງ​ກາຍ​. ​ເວລາ​ພວກ​ເຂົາ​ເຈົ້າ​ເຕີບ​ໃຫຍ່​ເຕັມ​ກະສຽນອາຍຸ​ແລ້ວ, ຖ້າ​ພວກ​ເຂົາ​ເຈົ້າ​ຕັ້ງ​ອົກ​ຕັ້ງ​ໃຈ​ຝຶກ​ແອບ​ການ​ແຂ່ງຂັນ​ປະ​ເພດໃດ​ໜຶ່ງ​ໂດຍ​ສະ​ເພາະ​ແລ້ວ, ຄຽງ​ຄູ່​ກັບ​ເຕັກ​ນິກ​ຂອງ​ພວກ​ເຂົາ​ເຈົ້າຍົກ​ສູງ​ຂຶ້ນ, ຫຼາຍຄົນ​ກໍ​ອາດຈະ​ມີ​ການ​ພັດທະນາ​ແບບ​ກ້າວ​ກະ​ໂດດ.

ຢ່າງ​ໃດ​ກໍ່ຕາມ, ​ໃນ​ການ​ແຂ່ງຂັນ​ແລ່ນ​ຕໍ່​​ໄມ້​ທີ່​ຈັດ​ຂຶ້ນ​ໃນ​ມື້​ສຸດ​ທ້າຍ, ທີ​ມອາ​ເມ​ລິ​ກາ​ໄດ້​ສະ​ແດງ​​ໃຫ້​ເຫັນ​ຄວາມ​ເຂັ້ມ​ແຂງ​ຂອງ​​ເຂົາ​ເຈົ້າ, ​ເຮັດ​ໃຫ້​ຄົນຮູ້​ສຶກຕື່ນ​ຕົກ​ໃຈ. ຈາກ​ນີ້​ເຫັນ​ໄດ້​ວ່າ, ​ເຖິງ​ວ່າ​ອາ​ເມ​ລິ​ກາ​ຝຶກ​​ແອບ​ນັກ​ກິລາ​ອ່າວ​ຊ້າກໍ່ຕາມ, ​ແຕ່​ເນື່ອງ​ຈາກ​ໃນ​ລາຍ​ການ​ແລ່ນ​ໄວຫຼື​ໄລຍະ​ອ່າວໄກ​ນັ້ນ ຈະ​ເບິ່ງ​ຂ້າມ​ຄວາມ​ສາມາດ​ຂອງ​ຮ່າງກາຍບໍ່​ໄດ້, ສະ​ນັ້ນ ນັກ​ກິລາ​ອາ​ເມ​ລິ​ກາ​ມັກ​ສາມາດ​ລື່ນ​ກາຍ​ຜູ່​ອື່ນ​ໄດ້. ສະນັ້ນ, ບັນຫາ​ປັດຈຸບັນ ​ແມ່ນ​ຈະ​ເຮັດ​ແນວ​ໃດ​ຈຶ່ງ​ຈະ​ສາມາດ​ແກ້​ໄຂ​ຄວາມຫຼຸດ​ໂຕນ​ທາງ​ດ້ານ​ຮ່າງກາຍ​ຂອງ​ນັກ​ກິລາ​ຈີນ​ກັບ​ນັກ​ກິລາ​ປະ​ເທດ​ອື່ນ​ທີ່​ເກັ່ງ​ໃນ​ກິລາ​ປະ​ເພດ​ນີ້, ​ມັນເປັນ​ບັນຫາ​ທີ່​ຕ້ອງຄົ້ນຄວ້າວິ​ເຄາະ​ໃນ​ວົງ​ການ​ກິລາ​ແລ່ນ​ແລະ​ລານ​ຈີນ​. ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ຂອງຕ່າງ​ປະ​ເທດ, ທ່ານ​ເຝິງສຸ​ຢົງ​ກ່າວ​ຢ່າງ​ເປີດ​ອົກ​ເປີດ​ໃຈວ່າ, ຜົນ​ສຳ​ເລັດໃນ​ການ​ແຂ່ງຂັນ​ແລ່ນແລະ​ລານຊາວ​ໜຸ່ມ​ໂລກ​ບໍ່​​ໄດ້ໝາຍ​ຄວາມວ່າ​ທີມ​ຈີນ​ຈະ​ຊີງ​ໄດ້​ຜົນ​ສຳ​ເລັດ​ທີ່​ດີ​ເລີດໃນ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ. ທ່ານ​ກ່າວ​ວ່າ, ກ່ອນ​ປີ 2008, ນັກ​ກິລາ​ຈີນ​ຕ້ອງ​ການ​ຍົກ​ຄຸນ​ນະພາບ​ການ​ຝຶກ​ແອບ​ຢ່າງ​ຮີບ​ດ່ວນ, ຖອດ​ຖອນ​​ແລະ​ສະ​ສົມບົດຮຽນ​ການ​ແຂ່ງຂັນ​ໃຫ້​ອຸ​ດົມ​ສົມ​ບູນ​ກວ່າ​ເກົ່າ.