ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 15:26:15    
ຈີນ​ສິງ​ກະ​ໂປ​ຈະ​ເພີ່ມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ຕ້ານ​ປະ​ຕິ​ບັດ​ກົດ​ຫມາຍ​ແລະ​ຕຸ​ລາ​ການ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ຈີນ​ກັບ​ສິງ​ກະ​ໂປ​ຈະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ການ​ປະ​ຕິ​ບັດ​ກົດ​ຫມາຍ​ແລະ​ຕຸ​ລາ​ການ.

ວັນ​ທີ 24 ສິງ​ຫາ,ຢູ່​ປັກ​ກິ່ງ, ​ໃນ​ເວ​ລາ​ພົບ​ປະ​ກັບ​ທ່ານ​ອົງ​ກັນ​ເຊັງ ຮອງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ການ​ສິງ​ກະ​ໂປ, ທ່ານ​ໂຈ່ວ​ຢົງ​ຄາງ ທີ່​ປຶກ​ສາ​​ແຫ່ງ​ລັດ​ຈີນ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ເວົ້າ​ວ່າ, ຈີນ​ກັບ​ສິງ​ກະ​ໂປ​ໄດ້​ປະ​ສານ​ງານ​ແລະ​ປະ​ສານ​ສົມ​ທົບ​ກັນ​ເປັນ​ຢ່າງ​ດີ​ໃນ​ວຽກ​ງານ​ສາກົນ​ແລະ​ພາກ​ພື້ນ.ສອງ​ຝ່າຍ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ໂດຍ​ສະ​ເພາະ​ໃນ​ດ້ານ​ຕ້ານ​ການ​ກໍ່​ການ​ຮ້າຍ, ​ຕໍ່​ຕ້ານ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ,ຕໍ່​ຕ້ານ​ການ​ເຂົ້າ​ເມືອງ​ແບບ​ຜິດ​ກົດ​ຫມາຍ​ແລະ​ຮັກ​ສາ​ຄວາມ​ປອດ​ໄພ​ເທິງ​ທະ​ເລ​ເປັນ​ຕົ້ນ, ​ເຊິ່ງ​ຈະ​ມີ​ປະ​ໂຫຍດ​ຕໍ່​ການ​​ຮັກ​ສາ​ຄວາມ​ປອດ​ໄພ​​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ແລະ​ຂອງ​ພາກ​ພື້ນ​ນີ້.ທ່ານ​ຍັງ​ເວົ້າ​ວ່າ, ຝ່າຍ​ຈີນ​ຍ້ອງ​ຍໍ​ສິງ​ກະ​ໂປ​ໄດ້​ຍຶດ​ຫມັ້ນ​ນະ​ໂຍ​ບາຍ​ຈີນ​ດຽວ,​ແລະ​ຄັດ​ຄ້ານ​ໄຕ້​ຫວັນ​ເປັນ​ເອ​ກະ​ລາດ.

ທ່ານ​ວົງ​ກັນ​ເຊັງ​ເວົ້າ​ວ່າ, ຈີນ​ທີ່​ເຂັ້ມ​ແຂງ ຈະ​ເລີນ​ຮຸ່ງ​ເຮືອງ​ແລະ​ມີ​ສະ​ຖຽນ​ລະ​ພາບ​ມີ​​ແມ່ນ​ມີ​ຜົນ​ດີ​ຕໍ່​ພາກ​ພື້ນ​ແລະ​ທົ່ວ​ໂລກ.ສິງ​ກະ​ໂປ​ຍິນ​ດີ​ພ້ອມ​ກັບ​ຝ່າຍ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ້ານ​ການ​ກໍ່​ການ​ຮ້າຍ ການ​ປະ​ຕິ​ບັດ​ກົດ​ຫມາຍ​ແລະ​ຕຸ​ລາ​ການ, ​ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ສອງ​ປະ​ເທດ​ກໍ່​ຄື​ຂອງ​ພາກ​ພື້ນ.