|
![](/images/spacer.gif) |
(GMT+08:00)
2006-08-25 16:09:32
|
![](/images/shim.gif) |
ຂໍໃຫ້ໄວຄະນອງເຫຼື້ອມຍິບຍັບເທິງພູພຽງຫິມະ----ບັນທຶກເລື່ອງລາວຂອງທ່ານລີສຽນຮຸຍ ນັກອາສາສະໝັກ
cri
Author: mo
![]( /mmsource/images/2004/04/21/laba.gif)
ເຂດຕິເບດປົກຄອງຕົນເອງຂອງຈີນມີຊື່ສຽງດົງດັງຍ້ອນມີທິວທັດພູພຽງທີ່ສວຍງາມແລະຮີດຄອງປະເພນີຊົນເຜົ່າອັນເຂັ້ມຂຸ້ນ. ແຕ່ວ່າ, ຍ້ອນມີອາການແພ້ພູພຽງອ່າວແຮງ, ຜູ້ທີ່ດຳລົງຊີວິດຢູ່ທົ່ງພຽງໄປເຂດຕິເບດພຽງແຕ່ແມ່ນໄປທ່ຽວໃນໄລຍະສັ້ນເທົ່ານັ້ນ. ແຕ່ວ່າ, ແຕ່ລະດູຮ້ອນປີ2003 ເປັນຕົ້ນມາ, ພັດມີນັກສຶກສາກຸ່ມໜຶ່ງທີ່ເຕີບໃຫຍ່ຢູ່ທົ່ງພຽງເປັນເຈົ້າການໄປເປັນອາສາສະໝັກຢູ່ເຂດຕິເບດ, ເມື່ອໝົດກຳນົດແລ້ວ, ຫຼາຍໆຄົນຍັງຮ້ອງຂໍເຮັດວຽກເປັນໄລຍະຍາວຢູ່ແຫ່ງນັ້ນ.
ເພງທີ່ທ່ານພວມຟັງຢູ່ນີ້ແມ່ນເພງ"ພູພຽງຊີງຫາຍຕິເບດ", ເຂດຕິເບດປົກຄອງຕົນເອງຕັ້ງຢູ່ເທິງພູພຽງຊີງຫາຍຕິເບດ, ມັນກວ້າງສຸດສາຍຕາ, ເໝືອນດັ່ງເພງນີ້ວາດພາບ. ແຕ່ວ່າ, ຍ້ອນແຫ່ງນີ້ສະເລ່ຍແລ້ວສູງກວ່າລະດັບນ້ຳທະເລ 4 ພັນແມັດຂຶ້ນໄປ, ອອກຊີແຊນບອບບາງກວ່າເຂດທົ່ງພຽງເຖີງ 1/3, ທາງລົດໄຟຊີງຫາຍຕິເບດ ເຊິ່ງເປັນທາງລົດໄຟພຽງເສັ້ນດຽວທີ່ເນັ່ງໄປສູ່ເຂດຕິເບດຫາກໍແລ່ນລົດໄດ້ບໍ່ດົນ. ໃນເວລາດົນນານມານີ້, ເງື່ອນໄຂທຳມະຊາດອັນຂີ້ຮ້າຍໄດ້ຈຳກັດການພັດທະນາຂອງເຂດນີ້. ແຕ່ຊຸມປີ 1980 ເປັນຕົ້ນມາ, ລັດຖະບານຈີນໄດ້ປະຕິບັດນະໂຍບາຍໃຫ້ 30 ກວ່າແຂວງອື່ນໆສະໜັບສະໜູນເຂດຕິເບດ, ເຮັດໃຫ້ເສດຖະກິດສັງຄົມຂອງເຂດຕິເບດໃນຫຼາຍປີມານີ້ໄດ້ຮັບການພັດທະນາຢ່າງຫຼວງຫຼາຍ. ເພື່ອແກ້ໄຂບັນຫາຂາດເຂີນຜູ້ມີຄວາມຮູ້ຄວາມສາມາດເຊິ່ງມີຢູ່ທົ່ວໄປຂອງເຂດພາກຕາເວັນຕົກເຊັ່ນເຂດຕິເບດເປັນຕົ້ນ, 3 ປີກ່ອນ, ຄະນະຊາວໜຸ່ມກອມມູນິດຈີນແລະກະຊວງສຶກສາທິການຈີນໄດ້ຮ່ວມກັນດຳເນີນ"ແຜນການນັກສຶກສາອາສາສະໝັກບໍລິການພາກຕາເວັນຕົກ", ລະດົມນັກສຶກສາທັງຫຼາຍທີ່ຮຽນຈົບຈາກມະຫາວິທະຍາໄລແລ້ວໄປອາສາສະໝັກບໍລິການປີໜຶ່ງສອງປີຢູ່ແຫ່ງນັ້ນ, ແລະສົ່ງເສີມໃຫ້ເຮັດວຽກຢູ່ທ້ອງຖິ່ນຕໍ່ຫຼັງຈາກໝົດກຳນົດ. ແຜນການດັ່ງກ່າວໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຈາກນັກສຶກສາທັງຫຼາຍ, ທ່ານລີສຽນຮຸຍ ປີນີ້ອາຍຸ 28 ປີກໍແມ່ນຜູ້ໜຶ່ງ.
ຢູ່ເມືອງລາຊາ, ໃນເວລານັກຂ່າວພົບທ່ານລີສຽນຮຸຍນັ້ນ, ອ້າຍບ່າວທີ່ເຕີບໃຫຍ່ຢ່ເຂດູແຄມທະເລພາກຕາເວັນອອກຂອງຈີນ, ໃບໜ້າທີ່ຈ່ອຍຜອມໄດ້ຖືກລັງສີອຸນຕຼາວີໂອເລແຮງເທິງພູພຽງຊີງຫາຍຕິເບດແຜດເຜົາຈົນເປັນສີດຳກ່ຳ.
ລະດູຮ້ອນປີກາຍນີ້, ທ່ານໄດ້ຮັບປະລິນຍາໂທວິຊາກົດໝາຍຂອງມະຫາວິທະຍາໄລປັກກິ່ງ ເຊິ່ງເປັນໂຮງຮຽນຊື່ດັງຂອງຈີນ, ໄດ້ເຮັດວຽກຢູ່ສຳນັກງານທະນາຍຄວາມແຫ່ງໜຶ່ງຂອງປັກກິ່ງ. ເມື່ອໄດ້ຮູ້ຂ່າວວ່າ, ແຜນການນັກສຶກສາອາສາສະໝັກບໍລິການຢູ່ພາກຕາເວັນຕົກເລີ່ມຮັບສະໝັກອາສາສະໝັກ, ທ່ານຕ້ອງປະເຊີນກັບທາງເລືອກສອງສາຍຄື: ໜຶ່ງແມ່ນເຊັນສັນຍາກັບສຳນັກງານທະນາຍຄວາມທີ່ເພິ່ນພວມເຮັດຢູ່, ແລະໄດ້ຮັບເງິນເດືອນໝື່ນປາຍຢວນ; ອີກຢ່າງໜຶ່ງກໍແມ່ນໄປເປັນອາສາສະໝັກທີ່ມີຄ່າປະມານ 1 ພັນຢວນ. ເມື່ອໄດ້ຕຶກຕອງເປັນເວລາສັ້ນໆແລ້ວ, ທ່ານລີສຽນຮຸຍໄດ້ເລືອກເອົາອັນລຸນ. "ເຂດຕິເບດໃຫ້ຄວາມຮູ້ສຶກອັນພິເສດແກ່ຂ້ອຍ, ເຊິ່ງກໍຄືມັນເລິກລັບສົມຄວນ. ເຂດຕິເບດແມ່ນບ່ອນທີ່ຂ້ອຍຢາກເຂົ້າຮ່ວມແຜນການນັກສຶກສາອາສາສະໝັກບໍລິການພາກຕາເວັນຕົກ." ທ່ານລີສຽນຮຸຍທີ່ອາຍຸໜຸ່ມຮັບຮູ້ວ່າ, ທຳອິດ, ຕົນເອງເລືອກມາເຂດຕິເບດແມ່ນຍ້ອນໃຈຮ້ອນ, ແຕ່ສຳຄັນທີ່ສຸດແມ່ນ, ທ່ານຫວັງຢາກມີປະສົບການດ້ານຊີວິດທີ່ບໍ່ທຳມະດາມາຝຶກຝົນຕົນເອງ. ເມື່ອຮອດເຂດຕິເບດແລ້ວ, ທ່ານລີສຽນຮຸຍທີ່ແຕ່ເດີມຢາກເຮັດວຽກຢູ່ຂັ້ນຮາກຖານພັດຖືກຈັດໄປເຮັດວຽກຢູ່ອົງການໄອຍະການເມືອງລາຊາ. ຫາກໍ່ໄປຮອດອົງການໄອຍະການເມືອງລາຊາ, ນັກສຶກສາທີ່ຮຽນຈົບຈາກມະຫາວິທະຍາໄລຊື່ດັງຜູ້ນີ້ກໍຖືກຈັດໄປເປັນຄູສອນຂອງຫົວໜ່ວຍ, ອົບຮົມພະນັກງານດ້ານຄວາມຮູ້ທິດສະດີກົດໝາຍ. ຫຼັງຈາກນັ້ນ, ອົງການໄອຍະການໄດ້ຈັດໃຫ້ເພິ່ນໄປເຮັດວຽກຢູ່ຫ້ອງການກ່າວຟ້ອງ ເຊິ່ງເປັນພາກສ່ວນສຳຄັນກວ່າໝູ່, ທັງແຕ່ງຕັ້ງທ່ານເປັນຜູ້ຊ່ອຍໄອຍະການ, ມີຄຸນວຸດທິດຳເນີນຄະດີຢ່າງເປັນອິດສະຫຼະ. ຄະດີຈຳນວນໜຶ່ງທີ່ຜູ້ອື່ນຮູ້ສຶກຍາກຫຼາຍ, ທ່ານກໍຮັບເອົາມາຢ່າງເປັນເຈົ້າການ. ນີ້ເຮັດໃຫ້ຜູ້ຮ່ວມງານທັງຫຼາຍເຄົາລົບເພິ່ນທີ່ສຸດ. ທ່ານຊື້ເຢີນໂຕ່ຈີ ເພື່ອນຮ່ວມງານເຜົ່າຕິເບດບອກນັກຂ່າວວ່າ:
"ຜູ້ມີຄວາມຮູ້ຄວາມສາມາດດ້ານວິຊາການຄືທ່ານລີສຽນຮຸຍແມ່ນຂາດເຂີນຫຼາຍຢູ່ແຫ່ງນີ້. ຜູ້ດຳເນີນຄະດີດ້ານເສດຖະກິດແມ່ນມີໜ້ອຍທີ່ສຸດ, ມີແຕ່ເພິ່ນມັກຍາດດຳເນີນຄະດີດ້ານນີ້, ທັງເຮັດໄດ້ດີຫຼາຍ."
ທ່ານລີສຽນຮຸຍອາໄສຄວາມຮູ້ດ້ານກົດໝາຍອັນໜັກແໜ້ນຂອງຕົນ, ມີທ່າທີເຮັດວຽກທີ່ຮັບຜິດຊອບ, ປະຕິບັດຕໍ່ຄະດີທຸກລາຍຢ່າງຕັ້ງໜ້າ, ປະມານໜຶ່ງປີຜ່ານໄປ, ທ່ານໄດ້ດຳເນີນຄະດີຢ່າງເປັນອິດສະຫຼະ 10 ກວ່າລາຍ, ບໍ່ມີເທື່ອໃດເຊົາປະຊຸມສານຍ້ອນຄວາມຜິດພາດຫຼືຫຼັກຖານບໍ່ພຽງພໍ. ການປະຕິບັດໜ້າທີ່ອັນດີເລີດຂອງທ່ານໄດ້ຮັບການຢືນຢັນໂດຍທົ່ວໄປຈາກຂັ້ນເທິງແລະຂັ້ນລຸ່ມຂອງອົງການໄອຍະການ. ທ່ານລີວເຈ່ຍຢຸນ ຮອງຫົວໜ້າອົງການໄອຍະການເມືອງລາຊາຍ້ອງຍໍວ່າ: "ໃນເວລາດຳເນີນຄະດີ, ທ່ານລີສຽນຮຸຍໄດ້ສະແດງໃຫ້ເຫັນຄວາມຮູ້ທິດສະດີດ້ານກົດໝາຍອັນໜັກແໜ້ນ, ໃນດ້ານຄົ້ນຄວ້າການວາງແລະກຳນົດທາດແທ້ຂອງຄະດີນັ້ນ, ທ່ານໄດ້ວິໄຈຢ່າງເລິກເຊິ່ງລະອຽດທີ່ສຸດ. ມາຮອດປັດຈຸບັນ, ຄະດີ 10 ກວ່າລາຍທີ່ທ່ານດຳເນີນນັ້ນລ້ວນແຕ່ມີຄຸນນະພາບດີທີ່ສຸດ."
ທ່ານລີສຽນຮຸຍແມ່ນຊາວໜຸ່ມໄອຍະການທີ່ໄດ້ປະລິນຍາໂທຜູ້ທຳອິດຂອງອົງການໄອຍະການເມືອງລາຊາ, ທ່ານບໍ່ພຽງແຕ່ໄດ້ນຳມາເຊິ່ງຄວາມຊີວິດຊີວາເທົ່ານັ້ນ, ຍັງໄດ້ຊ່ອຍອົງການໄອຍະການປົວແປງເງື່ອນໄຂເຮັດວຽກອີກດ້ວຍ. ທ່ານໄດ້ຕິດຕໍ່ຊື້ຄອມພິວເຕີລາຄາຖືກຊຸດໜຶ່ງຈາກປັກກິ່ງ, ຍັງໄດ້ຕິດຕັ້ງລະບົບຊອກຄົ້ນກົດໝາຍແບບອັດຕະໂນມັດຊຸດໜຶ່ງໃສ່ຄອມພິວເຕີ, ເຮັດໃຫ້ເພື່ອນຮ່ວມງານທັງຫຼາຍສາມາດກວດເບິ່ງຂໍ້ມາດຕາກົດໝາຍທີ່ກ່ຽວຂ້ອງຢ່າງສະດວກໃນທຸກເວລາ.
ທ່ານລີສຽນຮຸຍດຳລົງຊີວິດແບບງ່າຍດາຍ. ຫໍພັກຂອງທ່ານແມ່ນເຮືອນຊັ້ນດຽວນ້ອຍໆທີ່ແປະກັບອົງການໄອຍະການ, ເຮືອນກວ້າງ 10 ກວ່າແມັດຕາ, ມີຕຽງດ່ຽວທີ່ມ້ຽນມັດຢ່າງຮຽບຮ້ອຍຕຽງໜຶ່ງ, ປື້ມຢູ່ເທິງໂຕະໜັງສືກໍວາງໄວ້ຢ່າງມີລະບຽບຮຽບຮ້ອຍ. ທ່ານລີສຽນຮຸຍເວົ້າວ່າ, ທ່ານບໍ່ມີອາການແພ້ພູພຽງມາດົນແລ້ວ, ກໍບໍ່ຮູ້ສຶກວ່າມີຫຍັງບໍ່ສະດວກໃນການດຳລົງຊີວິດ. ໃນເວລາພັກຜ່ອນ, ທ່ານໄດ້ປູກຕົ້ນໄມ້ຕົ້ນຫຍ້າຢູ່ໜ້າເດີ່ນ, ເພື່ອສ້າງສີສັນໃຫ້ແກ່ຊີວິດ. ແຕ່ເດີມ, ທ່ານລີສຽນຮຸຍມີແຜນມາເຮັດວຽກຢູ່ເຂດຕິເບດປີໜຶ່ງແລ້ວກໍກັບເມືອປັກກິ່ງເປັນທະນາຍຄວາມຕໍ່, ແຕ່ບໍ່ນຶກເລີຍວ່າ, ຫຼັງຈາກປີໜຶ່ງ, ທ່ານປະກົດເຫັນວ່າ, ຕົນເອງພັດບໍ່ຢາກໜີອອກຈາກແຫ່ງນີ້ແລ້ວ.
"ຂ້ອຍຮູ້ສຶກວ່າ, ສະພາບແວດລ້ອມຂອງແຫ່ງນີ້ເໝາະສົມຂ້ອຍຫຼາຍ, ຢູ່ແຫ່ງນີ້, ຂ້ອຍສາມາດເສີມຂະຫຍາຍບົດບາດຂອງຕົນຢ່າງເຕັມທີ່, ເຮັດວຽກກໍເບີກບານໃຈຫຼາຍ."
ຍ້ອນອົງການໄອຍະການຮ້ອງຂໍ, ທ່ານລີສຽນຮຸຍໄດ້ຕົກລົງເຮັດວຽກຢູ່ເຂດຕິເບດເປັນເວລາຍາວນານ, ຖານະຂອງເພິ່ນກໍໄດ້ຈາກອາສາສະໝັກກາຍເປັນເຈົ້າໜ້າທີ່ໄອຍະການທາງການແລ້ວ. (ຈົບ)
|
|
|