ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 15:08:50    
ການ​ສຳ​ພາດ​ທ່ານ​ສີ​ພາ ນົງ​ລາດ ຫົວ​ໜ້າ​ສະ​ຖາ​ນີ​ວິ​ທະ​ຍຸ​ສະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ(ສຽງ)

cri

ໃນ​​ໄລ​ຍະ​ຜ່ານ​ມາ​ຈົນ​ຮອດ​ປັດຈຸບັນ,ລາຍການ​ພາສາ​ລາວ​ຂອງ​ວິທະຍຸCRI​ໄດ້​ຮັບ​ການ​ສະໜັບສະໜູນ​ແລະ​ຄວາມ​ຮັກ​ແພງ​ຈາກ​ຜູ້​ຟັງລາວອັນ​ໄພສານ,​ໃນ​ນັ້ນ,ມີຫຼາຍຄົນ​ເຮັດ​ວຽກ​ຢູ່​ວິທະຍຸ​ໂທລະພາບ​ລາວ,ຄຽງ​ຄູ່​ກັບ​ການ​ຮ່ວມ​ມື​ລະ​ຫວ່າງສື່​ມວນ​ຊົນ​ຈີນ​ກັບ​ລາວ​ນັບ​ມື້​ນັບກ້າວ​ລົງ​ສູ່ລວງ​ເລິກ,ການ​ຮ່ວມ​ມື​ລະຫວ່າງ​ວິທະຍຸCRIກັບວິທະຍຸ​ແຫ່ງ​ຊາດ​ລາວ​ກໍ່​ໄດ້ນັບ​ມື້​ນັບ​ແໜ້ນ​ແຟ້ນກວ່າ​ເກົ່າ.ປັດຈຸບັນ​,ນາງ​ຈັນ​ວັນ​​ເພັງຜູ້​ລາຍ​ງານຂ່າວ​ຂອງ​ວິທະຍຸ​CRIພວກ​ເຮົາ​ຢູ່​ລາວ​ນັ້ນ​ກໍ່​ແມ່ນ​ໂຄສົກ​ແລະ​ນັກ​ຂ່າວ​ຂອງ​ພະ​ແນ​ກຂ່າວ​ແລະ​ບົດ​ຂອງ​ວິທະຍຸ​ແຫ່ງ​ຊາດ​ລາວ,ສ່ວນ​ຜູ້​ດຳ​ເນີນ​ລາຍການ​ຢູ່​ໃນ​ຂະນະ​ນີ້​ກໍ່​ເຄີຍ​ເປັນ​ຫົວໜ້າ​​ພະ​ແນ​ກຂ່າວ​ແລະ​ບົດ​ຂອງສະຖານີ​ວິທະຍຸ​ແຫ່ງ​ຊາດ​ລາວ,ດຽວ​ນີ້,​ເຮັດ​ວຽກ​ຢູ່​ວິ​ທະ​ຍຸ​CRI​​ໃນ​ນາມ​ຜູ້ຊ່ຽວຊານ​ຕ່າງປະ​ເທດ.​ເວົ້າ​ໄດ້​ວ່າ,ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ດ້ານ​ພະນັກງານ​ລະ​ຫວ່າງ​ວິທະຍຸCRIກັບ​ວິທະຍຸ​ແຫ່​ງຊາດ​ລາວ​ໄດ້​ຊຸກ​ຍູ້ວິທະຍຸ​ຂອງ​ສອງ​ປະ​ເທດ​ຮ່ວມ​ມື​ກັນ​ຢ່າງ​ໃກ້ຊິດ​ແລະ​ກວ້າງຂວາງ​ກວ່າ​ເກົ່າ.ຫວ່າງມໍ່ໆ​ມາ​ນີ້,​ໂຄງການ​ຮ່ວມມື​ວິທະຍຸFMຈີນ​-ລາວ​ໄດ້​ເລິ່ມກໍ່ສ້າງ​ຢູ່ທີ່​ນະຄອນຫຼວງ​ວຽງ​ຈັນ,ອີງ​ຕາມ​ສັນຍາລະຫວ່າງສອງ​ຝ່າຍ,ຈີນ​ຈະ​ລົງທຶນ​ສ້າງ​ສະຖານີ​​ເຄື່ອງ​ສົ່ງ​ວິທະຍຸFM​ແຫ່ງ​ໜຶ່ງ​ຢູ່​ວຽງ​ຈັນ,​ເພື່ອ​ອອກ​ອາກາດລາຍການ​ຂອງ​ວິທະຍຸ​CRI,ນີ້​​​ເປັນ​ບາດ​ກ້າວໃໝ່​ຂອງ​ການ​ຮ່ວມ​ມື​ລະຫວ່າງສື່​ມວນ​ຊົນ​ຈີນ​ກັບ​ລາວ ກໍ່ຄື​ລະຫວ່າງ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ກັບວິທະຍຸກະຈາຍສຽງ​ແຫ່ງ​ຊາດ​ລາວ,​ເຊື່ອ​ວ່າ​ເມື່ອ​ສະຖານີ​ວິທະຍຸFM​ຢູ່ວຽງ​ຈັນໄດ້​ສ້າງ​ສຳ​ເລັດ​ແລ້ວ,ສອງ​ຝ່າຍ​ລ້ວນ​ແຕ່ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ.

ເນື່ອງ​ໃນ​ໂອກາດ​ທີ່​ການ​ຮ່ວມ​ມື​ລະຫວ່າງວິທະຍຸ​ສອງ​ແຫ່ງ​ດັ່ງກ່າວລົງ​ເລິກ​ຕື່ມ​ອີກ,​​ໂດຍ​ຕອບ​ສະໜອງ​ຄຳ​ເຊື້ອ​ເຊີນ​ຂອງ​ກະຊວງ​ການ​ຄ້າ​ຈີນ​ແລະກົມໃຫຍ່​ວິທະຍຸ ຮູບ​ເງົາ​ແລະ​ໂທລະພາບ​​ແຫ່ງ​ຊາດ​ຈີນ,ຂະນະ​ນີ້,ທ່ານ​ສີພາ ນົງ​ລາດ ຫົວໜ້າ ສະຖານີວິທະຍຸ​ສະ​ຈາ​ຍສຽງ​ແຫ່ງ​ຊາດ​ລາວ​ກໍ່​ພອມເຂົ້າ​ຮ່ວມ​ການ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງບໍລິຫານ​ລະ​ບົບການ​ກະຈາຍສຽງ​ວິທະຍຸ​ແລະ​ໂທລະພາບ​ສຳລັບ​ພະນັກງານ​ບໍລິຫານ​,​ໃນ​ໄລຍະ​ການ​ສຳ​ມະ​ນາ,ທ່ານ​ກໍ່ໄດ້​ມາ​ຢາມ​ວິທະຍຸCRI,​ແລະ​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ພວກ​ເຮົາ,​ໃນ​ລາຍການ​ມື້​ນີ້,ພວກ​ເຮົາ​ມາ​ພ້ອມ​ກັນຟັງ​ຄວາມ​ເຫັນ​ຂອງ​ທ່ານ​ສີ​ພາ​ກ່ຽວ​ກັບ​ກາ​ນສຳ​ມະ​ນາ​ເທື່ອນີ້​ແລະ​ບັນ​ຫາ​ຕ່າງໆ​ທີ່​ກ່ຽວ​ຂ້ອງ.

(ສຽງ1)

ເມື່ອ​ເວົ້າ​ເຖິງ​ຜົນງານ​ໃນ​ການ​ສຳ​ມະ​ນາ​​ເທື່ອ​ນີ້,ທ່ານ​ສີ​ພາ​ ນົງ​ລາດກ່າວ​ວ່າ,​ໂດຍ​ຜ່ານ​ການ​ສຳ​ມະ​ນາ​ເທື່ອ​ນີ້,​ໄດ້​ຮັບ​ບົດຮຽນ​ອັນ​ກ້າວໜ້າ​ຈາກ​ຫຼາຍ​ປະ​ເທດ,ນີ້​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ວຽກ​ງານ​ວິທະຍຸ​ໂທລະພາບ​ຂອງ​ລາວ.ທ່ານ​ເວົ້າ​ວ່າ,

(ສຽງ2)

ທ່ານ​ສີ​ພາ​ຍັງ​ໄດ້ຢືນຢັນ​ຕໍ່​ການ​ພົວພົນ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ວິທະຍຸ​ແຫ່ງ​ຊາດ​ລາວ​ກັບ​ວິທະຍຸCRIຢ່າງ​ເຕັມທີ່,​ແລະມີ​ຄວາມ​ໝັ້ນ​ໃຈອັນ​ເຕັມ​ປ່ຽມ​ຕໍ່ໝາກຜົນ​ທີ່ຈະ​ໄດ້​ຮັບ​ໃນ​ໂຄງການ​ຮ່ວມ​ມື​ວິທະຍຸFMຈີນ​ລາວ.ທ່ານ​ເວົ້າ​ວ່າ,

(ສຽງ3)

ທ່ານ​ສີ​ພາ​ຍັງ​ເຫັນ​ວ່າ​ການ​ຮ່ວມ​ມື​ລະຫວ່າງ​ສື່​ມວນ​ຊົນ​ຈີນ​ກັບ​ລາວ​ຈະ​ຊຸກ​ຍູ້ການ​ພົວພັນ​ແບບ​ຄູ່​ຮ່ວມ​ມືຈີນ-ອາຊ​ຽນ​ໃຫ້​ຂະຫຍາຍຕົວ,ທ່ານ​ເວົ້າ​ວ່າ,

(ສຽງ4)

.