ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-24 18:31:26    
ຈີນ​ແມ່ນ​ປະ​ເທດ​ໜຶ່ງ​ທີ່​ວິ​ສາ​ຫະ​ກິດ​ເອີ​ລົບ​ນິ​ຍົມ​ກັນ​ລົງ​ທຶນ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ

cri
ຕາມ​ຂ່າວສານ​ຊິນ​ຮວາ,ບົດ​ລາຍ​ງານຂອງ​ການ​ສຳ​ຫຼວດສະບັບ​ໜຶ່ງ​ທີ່​ຄະ​ນະ​ກຳ​ມາ​ທິ​ການ​ສະ​ຫະ​ພາບ​ເອີ​ລົບ​ປະກາດ​ໃນ​ວັນ​ທີ​23​ສິງ​ຫາ​ສະ​ແດງ​ໃຫ້​ເຫັນ​ວ່າ,​ຍ້ອນ​ມີ​ຕະ​ຫຼາດ​ບໍ​ລິ​ໂພກ​ອັນ​ກວ້າງຂວາງ​ແລະ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ອັນ​ອຸ​ດົມ​ສົມ​ບູນ​ແຕ່​ຕົ້ນ​ທຶນ​ຕ່ຳ,​ຈີນ​ໄດ້​ກາຍ​ເປັນ​ສະ​ຖານ​ແຫ່ງ​ໜຶ່ງ​ຢູ່​ນອກ​ເອີ​ລົບ​ແລະ​ອາ​ເມ​ລິ​ກາທີ່​ວິ​ສາ​ຫະ​ກິດ​ເອີ​ລົບ​ມັກ​ເລືອກ​ເອົາ​ກ່ອນ​ໝູ່​ເພື່ອ​ມາ​ລົງ​ທຶນ​ໃນ​ດ້ານ​ການ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ.

ຕາມບົດ​ລາຍ​ງານ​ທີ່​ພາດ​ຫົວ​ເລື່ອງ​ວ່າ"ບົດ​ສຳ​ຫຼວດທ່າ​ອ່ຽງ​ການ​ລົງ​ທຶນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກດ້ານທຸລະ​ກິດສຳລັບ10​ພະ​ແນ​ກຂອງ​ສະ​ຫະ​ພາບ​ເອີ​ລົບ​ປີ​2005",​ຢູ່​ນອກ​ເອີ​ລົບ,​ແມ່ນອາ​ເມ​ລິ​ກາ​ຖືກ​ຖື​ເປັນ​ສະຖານ​ທີ່​ດີ​ທີ່​ສຸດ​ແຫ່ງ​ການ​ລົງ​ທຶນ​ຄົ້ນ​ຄວ້າ​ພັດ​ທະ​ນາ​ເຕັກ​ນິກ,​ທ່າ​ແຮງ​ຂອງ​ອາ​ເມ​ລິ​ກາ​ແມ່ນ​ມີ​ອົງ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ບໍ​ລິ​ສັດ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ສູງ​ຫຼວງ​ຫຼາຍ​ແລະ​ກໍ​ມີ​ຕະ​ຫຼາດ​ອັນ​ໃຫຍ່​ຫຼວງ.​ຈີນ​ແລະ​ອິນ​ເດຍ​ເປັນ​ທີ​ສອງ​ແລະ​ທີ​ສາມ,ທ່າ​ແຮງ​ລວມ​ຂອງ​ສອງ​ປະ​ເທດ​ນີ້​ແມ່ນ​ມີ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ຕົ້ນ​ທຶນ​ຕ່ຳ​ຫຼາຍ.