ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 11:04:24    
ຈີນ​ສິງກະ​ໂປ​ຈະ​​ສ້າງເຂດ​ອຸດ​ສາ​ຫະ​ກຳ​​ຊູ​ໂຈ່ວ​ໃຫ້​ການ​ແຂ່ງ​ຂັນ​ໃຫຍ່​ທີ່​ສຸດ​ໃນ​ໂລກ

cri Author: lm

ຕາມ​ຂ່າວ CRI: ຈີນ​ກັບ​ສິງກະ​ໂປ​ຈະ​ສືບ​ຕໍ່​ປັບປຸງ​ສະພາບ​ແວດ​ລ້ອມ​ການ​ລົງທຶນ​ຂອງ​ເຂດ​ອຸດ​ສາ​ຫະກຳ​​​ເມືອງຊູ​ໂຈ່​ວ​ໃຫ້​ສົມບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮ່ວມ​​ກັນ​ສ້າງ​ເຂດ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ເຂດ​ອຸດ​ສາຫະກຳ​ໄຮ​ເທັກ​ທີ່​ມີການແຂ່ງຂັນໃຫຍ່​ທີ່​ສຸດ​ໃນ​ໂລກ​ໂດຍ​ໄວ.

ນັກ​ຂ່າວ​ໄດ້​ຮູ້ຂ່າວດັ່ງກ່າວຈາກ​ກອງ​ປະຊຸມຄະນະ​ກຳມະການປະສານ​ງານ​​ປະສົມຈີນ​ສິງ​ກະ​ໂປ​ເຂດ​ອຸດສາຫະກຳ​​ຊູ​ໂຈ່​ວຄັ້ງທີ 8 ທີ່​ໄຂ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ວັນ​ທີ 24 ສິງ​ຫາ.

ທັງ​ສອງ​ຝ່າຍຈີນ​ສິງກະ​ໂປຕົກລົງ​ວ່າ, ​ນັບແຕ່ນີ້​ເຖິງ​ປີ 2010, ສະເລ່ຍແລ້ວ ຈັງຫວະ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ຂອງເຂດ​ອຸດສາຫະກຳ​ຊູ​ໂຈ່​ວຕ້ອງ​ຮັກສາໃຫ້​ຢູ່ໃນ​ລະຫວ່າງ 20% ຕໍ່​ປີ, ຕົວ​ເລກ​ຄາດ​ໝາຍ​ເສດ​ຖະ​ກິດ​ຕົ້ນຕໍ​ຕ້ອງເພີ່ມ​ຂຶ້ນໜຶ່ງ​ເທົ່າ​ຂຶ້ນ​ໄປ​ເມື່ອທຽບກັບ​ປີ 2005.

​ເຂດ​ອຸດສາຫະກຳ​ຊູ​ໂຈ່​ວ​ແມ່ນ​ໂຄງ​ການ​ຮ່ວມ​ມື​ທີ່​ສຳຄັນ​ລະຫວ່າງ​ລັດຖະບານ​ຈີນກັບ​ສິງ​ກະ​ໂປ, ສອງປະເທດ​ຮ່ວມ​ກັນລົງທຶນ​ສ້າງ. ​ເຂດ​ອຸດສາຫະກຳ​ດັ່ງກ່າວ​ຢູ່​ເມືອງ​ຊູ​ໂຈ່​ວ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຈີນ, ​ເລີ່​ມສ້າງຢ່າງ​ເປັນ​ທາງ​ການໃນເດືອນພຶດສະພາ​ປີ 1994. ນັບ​ມາ​ຮອດ​ປັດ​ຈຸ​ບັນ ນັບ​ລວມ​ແລ້ວ ​ເຂດ​ອຸດສາຫະກຳ​ດັ່ງກ່າວ​ໄດ້​ນຳ​ໃຊ້​ທຶນ​ຕ່າງປະ​ເທດ​ເກືອບ 11 ຕື້​ໂດ​ລາ​ແລ້ວ.