ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 14:37:28    
ດາວພຼູ​ໂຕຖອນອອກ​ຈາກ​ຖັນ​ແຖວ 9 ດາວ​ພະ​ເຄາະ​ໃຫຍ່

cri Author: lm

ຕາມ​ຂ່າວ CRI: ​ກອງ​ປະຊຸມ​ຄົບ​ຄະນະ​ສະຫະພັນ​ດາລາສາດ​ສາກົນ​ຄັ້ງທີ 26 ທີ່​ຈັດ​ຂຶ້ນ​ຢູ່​ປຼາກ ນະ​ຄອນຫຼວງສາທາລະນະ​ລັດ​ເຊັກ​ໃນ​ວັນ​ທີ 24 ສິງຫາ ໄດ້​ລົງ​ຄະ​ແນນ​ສຽງຮັບ​ຮອງ​ເອົາ​ນິ​ຍາມ​ໃໝ່​ກ່ຽວ​ກັບດາວ​ພະ​ເຄາະ​. ຕາມ​ນິຍາມ​ໃໝ່​​ໄດ້ກຳນົດວ່າ​ໃນ​ລະບົບ​ສຸ​ລິ​ຍະ​ມີ​ດາວ​ພະ​ເຄາະ 8 ໜ່ວຍ, ດາວ​ພະ​​ເຄາະ​ນ້ອຍ​ພຼູ​ໂຕ​ໄດ້​ຖອນອອກ​ຈາກ​ຖັນ​​ແຖວ "ດາວ​ພະ​ເຄາະ​ໃຫຍ່ 9 ໜ່ວຍ" ຂອງ​ລະ​ບົບ​ສຸລິຍະ, ຫຼຸດລະດັບລົງ​ເປັນ "ດາວ​ພະ​ເຄາະ​ດະ​ວາດ".

ນັກ​ດາລາສາດ 2500 ຄົນ​ຂອງ 75 ປະ​ເທດ​ແລະ​ເຂດ​ແຄວ້ນ​​ໃນ​ໂລກ​ໄດ້​ເຂົ້າຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ໃນ​ມື້ວານ​ນີ້. ຕາມ​ມະຕິ​ຕົກລົງທີ່​ຜ່ານ​ໃນ​ກອງ​ປະຊຸມ, ຈະ​ແບ່ງດາວ​ໃນ​ລະ​ບົບ​ສຸ​ລິ​ຍະ​ອອກ​ເປັນ​ສາມ​ພາກສ່ວນ ຄື ດາວ​ພະ​ເຄາະ ດາວ​ພະ​ເຄາະ​ດະ​ວາດ​ແລະ​ດາວ​ນ້ອຍ​.

ຕັ້ງ​ແຕ່ປະກົດເຫັນ​​ດາວ​ພະ​​ເຄາະ​ນ້ອຍ​ພຼູ​ໂຕ​ເມື່ອ​ປີ 1930 ​ເປັນຕົ້ນມາ, ​ເນື່ອງ​ຈາກ​ບໍ​ລິ​ມາດ​ແລະ​ມວນ​ສານ​ຂອງ​ມັນຕ່ຳ​ກວ່າ​ດາວ​ພະ​ເຄາະ​ອື່ນໆຢ່າງຫຼວງຫຼາຍ​, ສະ​ນັ້ນ ຈຶ່ງ​ມີ​ການ​ຖົກ​ຖຽງ​ກັນ​ກ່ຽວ​ກັບຖານະ​ຂອງ​ມັນ​​ຕະ​ຫຼອດ​ມາ.

ກອງ​ປະຊຸມ​ສະຫະພັນ​ດາລາສາດ​ສາກົນ​ຄັ້ງທີ 26 ​ໄດ້​ອັດ​ລົງ​ໃນ​ມື້​ດຽວ​ກັນ. ທ່ານ​ໂຣ​ນານດ໌ ​ແອ​ເກີສ໌ ປະທານ​ສະຫະພັນ​ດາລາສາດ​ສາກົນປະກາດ​ວ່າ ນະ​ຄອນ​ຫຼວງ​ປັກ​ກິ່ງ​ຂອງ​ຈີນ​ໄດ້​ຮັບ​ສິດ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະຊຸມ​ຄັ້ງທີ 28 ​​ໃນ​ປີ 2012.