ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 14:46:25    
ໃນຫົກ​ເດືອນ​ຕົ້ນ​ປີ​ນີ້​ທະ​ນາ​ຄານ​ກໍ່​ສ້າງ​ຈີນ​ໄດ້​ສ້າງ​ຜົນ​ກຳ​ໄລ​23​ຕື້​200​ລ້ານ​ຢວນ

cri
ຕາມ​ຂ່າວສານ​ຊິນ​ຮວາ, ມື້ວານ​ນີ້(ວັນ​ທີ24​ສິງຫາ), ບໍລິສັດ​ຫຸ້ນ​ສ່ວນ​ທະນາຄານ​ກໍ່ສ້າງ​ຈີນ​ຈຳກັດ​ໄດ້​​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນງານ​ໄລຍະ​ກາງ​ປີ2006, ນັບ​ມາ​ຮອດ​ວັນ​ທີ30​ມິຖຸນາ, ທະນາຄານ​ກໍ່ສ້າງ​ຈີນ​ໄດ້​ສ້າງ​ຜົນ​ກຳ​ໄລ​ສຸດທິ23​ຕື້200ລ້ານ​ຢວນ, ​ເພີ່​ມຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ13%ຂຶ້ນ​ໄປ.

ບົດ​ລາຍ​ງານ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ, ອັດຕາ​ເງິນ​ກູ້​ບໍ່​ອອກ​ຜົນຂອງ​ທະນາຄານ​ກໍ່ສ້າງ​ຈີນ​ໄດ້​ຫຼຸດ​ຈາກ3,84%​ໃນ​ທ້າຍ​ປີ​ກາຍ​ນີ້​ລົງ​ຮອດ3,51%​ໃນ​ກາງ​ປີ​ນີ້.

ບໍລິສັດ​ຫຸ້ນ​ສ່ວນ​ທະນາຄານ​ກໍ່ສ້າງ​ຈີນ​ຈຳກັດ​ໄດ້​ເຂົ້າ​ຕະຫຼາດ​ຫຸ້ນ​ຮົງ​ກົງ​ໃນ​ເດືອນ​ຕຸລາ​ປີ​ກາຍ​ນີ້, ​ແມ່ນ​ທະນາຄານ​ການ​ຄ້າ​​ແຫ່ງ​ລັດ​ຈີນ​ແຫ່ງ​ທຳ​ອິດ​ທີ່ຈຳໜ່າຍ​ບັດ​ຫຸ້ນ​ສ່ວນ​ຢູ່ຕະຫຼາດ​ຫຸ້ນ​ຢ່າງ​ເປີດ​ເຜີຍ. ປະຈຸ​ບັນ, ທະນາຄານ​ກໍ່ສ້າງ​ຈີນ​ໄດ້​ຕັ້ງ​ສາ​ຂາ1ໝື່ນ​3ພັນ​ກວ່າ​ຫຼັງ​ຢູ່​ເຂດ​ໃນ​ຈີນ, ​ແລະ​​ໄດ້​ຕັ້ງສຳນັກງານ​ຕົວ​ແທນຢູ່8​ປະ​ເທດ​ຫຼືເຂດ​ແຄວ້ນ​ເຊັ່ນ​ຮົງ​ກົງ​ແລະ​ສິງ​ກະ​ໂປ​ເປັນ​ຕົ້ນ.