ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ຫວ່າງມໍ່ໆນີ້, ເມືອງຮ້າງລາຊະທານີທ້າຍສະໄໝລາຊະວົງຊ່າງຂອງຈີນ ທີ່ມີປະຫວັດ 3000 ກວ່າປີ ເຊິ່ງແມ່ນສູນກາງການເມືອງໃນຄາວນັ້ນໄດ້ຖືກອົງການຢູເນັສກູຈັດເຂົ້າໃນບັນຊີລາຍຊື່ມໍລະດົກວັດທະນະທຳໂລກ. ເມືອງຮ້າງດັ່ງກ່າວຕັ້ງຢູ່ເມືອງອ່ານຢາງແຂວງເຫີໜານຂອງຈີນ, ມີເນື້ອທີ່ກວ້າງ 24 ຕາລາງກິໂລແມັດ, ແມ່ນເມືອງຮ້າງລາຊະທານີທ້າຍສະໄໝລາຊະວົງຊ່າງແຫ່ງທຳອິດຂອງຈີນທີ່ໄດ້ບັນທຶກໄວ້ໃນໜັງສືປະຫວັດສາດ ແລະໄດ້ຮັບຄວາມຢືນຢັນຈາກໜັງສືບູຮານທີ່ຄວັດໃສ່ອອງເຕົ່າແລະກະດູກສັດ ແລະການຂຸດຄົ້ນບູຮານນະຄະດີຂອງຈີນ, ຜູ່ຊ່ຽວຊານຕ່າງປະເທດໄດ້ຍ້ອງຍໍເມືອງຮ້າງດັ່ງກ່າວເປັນ "ເອຢິບບູຮານແຫ່ງທີສອງ", ແມ່ນຮ່ອງຮອຍບູຮານທີ່ສຳຄັນອັນໜຶ່ງທີ່ຈີນຄົ້ນພົບໃນສະໄໝມໍ່, ມີຄວາມໝາຍສຳຄັນທີ່ສຸດໃນການຄົ້ນຄວ້າປະຫວັດອາລະຍະທຳຂອງຊົນຊາດຈີນ. ແຕ່ເລື່ອງທີ່ຄົນສ່ວນຫຼາຍບໍ່ໄດ້ຮູ້ນັ້ນ ແມ່ນການຄົ້ນພົບເມືອງຮ້າງດັ່ງກ່າວໄດ້ເລີ່ມຈາກໝໍ້ກາຕົ້ມຢາອັນນ້ອຍໆ.
ການຂຽນງາມຂອງຕົວໜັງສື "ເຈຍກູເຫວິນ"
ຄວາມເປັນມາມີຄືແນວນີ້. ຫວາງອີ້ຢົງທີ່ມີຊີວິດຢູ່ໃນທ້າຍສະໄໝລາຊະວົງຊິ່ງແມ່ນເຈົ້າໜ້າທີ່ການສຶກສາສູງສຸດ. ເມື່ອປີທີ 25 ຂອງລັດຊະການກວ່າງຊີ້ ກໍຄື ປີ 1899, ຫວາງອີ້ຢົງເຈັບໄຂ້ເປັນເວລາດົນນານ. ໃນຢາທີ່ເພິ່ນຕົ້ມກິນນັ້ນ ເພິ່ນມັກໄດ້ເຫັນມີຢາຊະນິດໜຶ່ງເອີ້ນວ່າ "ກະດູກມັງກອນ".
ມີມື້ໜຶ່ງ, ຫວາງອີ້ຢົງພວມຕົ້ມຢາຢູ່, ທັນໃດນັ້ນ ເພິ່ນໄດ້ເຫັນຢູ່ເທິງ "ກະດູກມັງກອນ" ໃນໝໍ້ກາຕົ້ມຢາມີສິ່ງທີ່ຄ້າຍຄືກັນກັບຕົວໜັງສືບູຮານຂອງຈີນ, ຈຶ່ງຮູ້ສຶກປະຫຼາດໃຈທີ່ສຸດ, ເພິ່ນເລີຍຟ້າວໄປຫາຮ້ານຂາຍຢາ ແລະຊື້ເອົາ "ກະດູກມັງກອນ" ໃນຮ້ານນີ້ທັງໝົດ.
ເຈຍກູເຫວິນ-ຕົວໜັງສືທີ່ຄວັດໃສ່ອອກເຕົ່າຫຼືກະດູກສັດ
ຫວາງອີ້ຢົງເອງມີລະດັບສູງໃນການຄົ້ນຄວ້າຕົວໜັງສືບູຮານຂອງຈີນ. ເມື່ອໄດ້ຄົ້ນຄວ້າ "ກະດູກມັງກອນ" ຫຼາຍເທື່ອແລ້ວ, ເພິ່ນຕົກລົງວ່າ, ອັນທີ່ວ່າ "ກະດູກມັງກອນ" ທີ່ຈິງແລ້ວບາງສ່ວນແມ່ນອອງເຕົ່າ ບາງສ່ວນແມ່ນກະດູກງົວ, ສ່ວນເຄື່ອງໝາຍທີ່ຄວັດໃສ່ "ກະດູກມັງກອນ" ນັ້ນແມ່ນຕົວໜັງສືທີ່ຍິ່ງເກົ່າແກ່ກວ່າ. ພາຍຫຼັງມາ, ເພິ່ນເອີ້ນ "ກະດູກມັງກອນ" ເປັນ "ເຈຍກູ" ແປວ່າອອງເຕົ່າ, ເຄື່ອງໝາຍທີ່ຄວັດໃສ່ "ເຈຍກູ" ນັ້ນເອີ້ນເປັນ "ເຈຍກູເຫວິນ", ໝາຍຄວາມວ່າ "ຕົວໜັງສືທີ່ຄວັດໃສ່ອອງເຕົ່າແລະກະດູກສັດ". --"ເຈຍກູເຫວິນ" ຕົວໜັງສືທີ່ເກົ່າແກ່ກວ່າໝູ່ຂອງຈີນເລີຍຖືກຄົ້ນພົບ.
ຫວາງອີ້ຢົງເກັບໂຮມ "ກະດູກມັງກອນ" ໄດ້ພັນກວ່າແຜ່ນ. ແຕ່ໜ້າເສຍດາຍ, ເພິ່ນຍັງບໍ່ທັນໄດ້ຄົ້ນຄວ້າ "ກະດູກມັງກອນ" ເຫຼົ່ານີ້ຢ່າງລະອຽດ, ກອງທະຫານພັນທະມິດ 8 ປະເທດກໍບຸກເຂົ້ານະຄອນປັກກິ່ງ, ຫວາງອີ້ຢົງກະໂດດລົງນ້ຳສ້າງຕາຍຍ້ອນໄດ້ເຫັນປະເທດຖືກຢຽດຫຍາມ. ພາຍຫຼັງເພິ່ນຕາຍແລ້ວ, ລູກຫຼານຂອງເພິ່ນກໍຂາຍ "ກະດູກມັງກອນ" ໃຫ້ຫຼິວເອີ້ ນັກວັນນະຄະດີທ້າຍລາຊະວົງຊິ່ງໝົດ. ຫຼິວເອີ້ກໍມີລະດັບສູງໃນການຄົ້ນຄວ້າຕົວໜັງສືບູຮານຂອງຈີນ. ເພິ່ນຄັດເລືອກເອົາ "ກະດູກມັງກອນ" 1000 ແຜ່ນຢ່າງລະອຽດຮອບຄອບ, ຄົ້ນຄວ້າແລະພິມຈຳໜ່າຍໜັງສື "ເຖຢຸນສາງກຸ່ຍ". ໜັງສື "ເຖຢຸນສາງກຸ່ຍ" ແມ່ນບົດປະພັນທີ່ບັນທຶກຄົ້ນຄວ້າ "ຕົວໜັງສືທີ່ຄວັດໃສ່ອອງເຕົ່າແລະກະດູກສັດ" ຂອງຈີນເຫຼັ້ມທຳອິດໃນໂລກ, ມັນເຮັດໃຫ້ຕົວໜັງສືທີ່ແຕ້ມຕາມຮູບ ເຊິ່ງແມ່ນຕົວໜັງສືທີ່ເກົ່າແກ່ກວ່າໝູ່ເມື່ອ 3000 ປີກ່ອນຂອງຈີນໄດ້ເຜີຍໜ້າຕໍ່ຊາວໂລກ, ແລະອຶກກະທຶກຄຶກໂຄມໄປທົ່ວໂລກ.
ແຕ່ໜ້າເສຍດາຍ, ຫຼິວເອີ້ບໍ່ໄດ້ຄົ້ນຄວ້າກົກເຄົ້າຂອງມັນ, ບໍ່ໄດ້ອອກແຮງໄປຊອກຫາແຫຼ່ງທີ່ມາ ດັ້ງເດີມຂອງ "ກະດູກມັງກອນ". ສ່ວນບຸກຄົນທີ່ມີຊື່ສຽງດົ່ງດັງຫຼາຍໆຄົນໃນຄາວນັ້ນ ຄື ຫວາງອີ້ຢົງແລະຫຼິວເອີ້ເປັນຕົ້ນນິຍົມຄົ້ນຄວ້າ "ກະດູກມັງກອນ", ຍ່ອມຈະດຶງດູດພໍ່ຄ້າຢ່າງຫຼວງຫຼາຍພ້ອມກັນມາຊອກຫາ "ກະດູກມັງກອນ", ເພື່ອໃຫ້ "ກະດູກມັງກອນ" ໄດ້ລາຄາດີ, ພວກເຂົາເຈົ້າຍິ່ງຕັ້ງແກ້ງປິດຄວາມລັບກ່ຽວກັບແຫຼ່ງທີ່ມາຂອງ "ກະດູກມັງກອນ".
ເຈຍກູເຫວິນ-ຕົວໜັງສືທີ່ຄວັດໃສ່ອອກເຕົ່າຫຼືກະດູກສັດ
ພາຍຫຼັງມາ, ທ່ານຫຼໍເຈິ້ນອີ້ ນັກຄົ້ນຄວ້າວັດທະນະທຳຈີນທີ່ມີຊື່ສຽງດົ່ງດັງຈຶ່ງເລີ່ມຄົ້ນ ຄວ້າຕົວໜັງສືທີ່ຄວັດໃສ່ອອງເຕົ່າແລະກະດູກສັດ, ແລະເຈດຕະນາເປີດຄວາມລັບກ່ຽວກັບແຫຼ່ງທີ່ມາຂອງ "ກະດູກມັງກອນ". ປີ 1915, ເມື່ອໄດ້ພົບຄວາມລຳບາກຫຼາຍຫຼົບຫຼາຍເທື່ອແລ້ວ, ໃນທີ່ສຸດ ທ່ານຫຼໍເຈິ້ນອີ້ກໍຄົ້ນພົບແຫຼ່ງທີ່ມາຂອງ "ກະດູກມັງກອນ" ແມ່ນຢ່ບ້ານູສຽວຖົນເມືອງອ່ານຢາງແຂວງເຫີໜານຂອງຈີນ.
ດັ່ງນັ້ນ, ເມືອງຮ້າງລາຊະທານີທ້າຍສະໄໝລາຊະວົງຊ່າງທີ່ມີປະຫວັດ 3000 ກວ່າປີ ເຊິ່ງແມ່ນສູນກາງການເມືອງໃນຄາວນັ້ນ ໄດ້ຖືກຄົ້ນພົບຢ່າງເປັນທາງການ.
ເນື່ອງຈາກການຄົ້ນພົບເມືອງຮ້າງດັ່ງກ່າວແມ່ນເລີ່ມຕົ້ນຈາກຫວາງອີ້ຢົງສົນໃຈນຳ "ກະດູກມັງກອນ" ໃນໝໍ້ກາຕົ້ມຢາ, ສະນັ້ນ ນັກບູຮານນະຄະດີຈຶ່ງເອີ້ນເປັນ "ການຄົ້ນພົບອັນຍິ່ງໃຫຍ່ຈາກໝໍ້ກາຕົ້ມຢາ".
ຈອກທີ່ເຮັດດ້ວຍງ່າຊ້າງ
ເລີ່ມແຕ່ປີ 1928 ເປັນຕົ້ນມາ, ຜູ່ຊ່ຽວຊານເລີ່ມຂຸດຄົ້ນບ້ານສຽວຖົນເມືອງອ່ານຢາງຢ່າງເປັນທາງການ. ໃນຫຼາຍສິບປີຕໍ່ມາ, ໄດ້ຄົ້ນພົບທາງບູຮານນະຄະດີຢ່າງບໍ່ຢຸດຢັ້ງ, ໃນນັ້ນມີ ເຄື່ອງທອງສຳລິດ ເຄື່ອງຢົກ ເຄື່ອງປັ້ນດິນເຜົາແລະອອງເຕົ່າພ້ອມກະດູກສັດ 1 ແສນ 5 ໝື່ນກວ່າແຜ່ນ, ໃນນັ້ນເຄື່ອງທອງສຳລິດເຊິ່ງແມ່ນໝໍ້ສາມຂາສຶໝູອູ້ເປັນຕົວແທນ ໄດ້ບັນລຸລະດັບສູງສຸດຂອງເຕັກນິກຫຼໍ່ຫຼອມ ທອງສຳລິດຂອງທິດບົວລະພາສະໄໝບູຮານ.
|