ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-25 21:11:09    
ເມືອງ​ບູ​ຮານ​ຊີ່​ອ່ານ​ພັດ​ທະ​ນາ​ກະ​ສິ​ກຳ​ຕົວ​ເມືອງ​ແບບ​ໃໝ່

cri

ຢູ່​ຊານ​ເມືອງ​ຊີ່​ອ່ານ​ແຂວງສານ​ຊີ່​ທາງ​ພາກ​ຕາ​ເວັນ​ຕົກສ​ຽງ​ເໜືອ​ຂອງ​ຈີນ,​ແຫຼ່ງກະ​ສິກຳ​ຊີວະ​ພາບ​ແ​ລະ​ສວນທ່ຽວ​ຊົມ​ດອກ​ໄມ້​ແຫ່ງ​ຕ່າງໆ,​ໄດ້ດູດ​ດຶງ​ຄົນ​ໃນ​ຕົວ​ເມືອງ​ໄປ​ທ່ຽວດ້ວຍ​ສະ​ເໜທີ່​ມີ​ເອກະລັກ​ພິ​ເສດ​ໃນ​ດ້ານ​ພັດ​ຜ່ອນ​ຢ່ອນ​ອາລົມ​ແລະ​ທັດ​ສະ​ນາ​ຈອນ.ຂະ​ແໜງ​ການ​ກະ​ສິ​ກຳ​ທີ່​ໄດ້​ໂຮມສູນ​ການ​ທ່ອງ​ທ່ຽວ​ແລະ​ຊີວະ​ພາບ​​ໃຫ້​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ,​ເຫຼົ່າ​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​​ໃບ​ໜ້າ​ໃໝ່​ຂອງ​ກະ​ສິ​ກຳ​ຕົວ​ເມືອງ.​

ນັກ​ຂ່າວ​ໄດ້​ເຫັນ​ແຫຼ່ງທີ່​ເປັນແບບຢ່າງ​ກະ​ສິ​ກຳ​ເບື້ອງ​ຕົ້ນ​ຈຳນວນ​ໜຶ່ງ​ຢູ່ອ້ອມ​ແອ້ມ​ເມືອງຊີ່​ອ່ານວ່າ,​ເມື່ອ​ຮອດ​ວັນ​ບຸນ​ວັນ​ພັກ,​ນິ​ຄົມ​ຊາວ​ກະສິກອນ​ຂະ​ໜາດ​ໃຫຍ່​ແລະ​ກາງ​ທີ່​​ເຕັມ​ໄປ​ດ້ວຍ​ສີ​ສັນ​ຊົນ​ນະ​ບົດ,ແລະ​"ບຸນ​ເດັດ​ໝາກ​ໄມ້​ປະ​ເພດ​ຕ່າງໆ" ​ໄດ້​ດູດ​ດຶງ​ຄົນ​ໃນຕົວ​ເມືອງ​ຢ່າງ​ຫຼວງ​ຫຼາຍ.ກະ​ສິ​ກຳ​ຕົວ​ເມືອງ​ທີ່​ຖື​ກະ​ສິ​ກຳ​ສີ​ສັນ​ພິ​ເສດ​ແລະ​ກະສິກຳ​ທ່ຽວ​ຊົມ​ເປັນ​ຕົວ​ແທນ,​ໄດ້​ເອົາ​ຊັບ​ພະ​ຍາກອນ​ກະສິກຳ​ແລະ​ການ​ທ່ອງ​ທ່ຽວ​ເພື່ອ​ພັກຜ່ອນ​ຢ່ອນ​ອາລົມ​ປະສານ​ສົມທົບ​ກັນ​ຢ່າງ​ສະຫຼາດ​ຫຼັກ​ແຫຼມ,ຄົນ​ຕົວ​ເມືອງ​ໄປ​ທ່ຽວ​ຢູ່​ແຫ່ງ​ນີ້,​ຊີມ​ອາຫານ​ປອດ​ສານ​ເຄມີ​ໃນ​ທ່າມກາງ​ສົມ​ເຢັນ​ເຂດ​ພູ​ເຂົາ,​ແລະ​ຊົມ​ເບິ່ງພາບ​ວິວທິວ​ທັດ​ນາ​ສວນ​ທີ່​ກວ້າງ​ສຸດ​ສາຍ​ຕາ.ຊາວ​ກະ​ສິ​ກອນ​ສະ​ໜອງ​ຜະລິດ​ຕະພັນ​ແລະ​ການ​ບໍ​ລິ​ການ​ທີ່ອຸດົມ​ສົມບູນ​ໃຫ້​ແກ່​ຄົນ​ໃນ​ເມືອງ,​ໃນ​ຂະນະ​ດຽວ​ກັນ​​ເຂົາ​ເຈົ້າ​ກໍ່​ນັບ​ມື້​ນັບ​ຮ່ງມີ​ຂຶ້ນ.

ນິ​ຍາມ​"ກະ​ສິ​ກຳ ຕົວ​ເມືອງ"​ແມ່ນ​ນັກ​ເສດ​ຖະ​ສາດ​ຈຳນວນ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ​ໄດ້​ສະ​ເໜີ​ອອກ​ມາ​ກ່ອນ​ໝູ່ໃນ​ຊຸມ​ປີ1950​ແລະ1960.ການ​ຜະລິດ,ຈໍລະ​ຈອນ​ແລະ​ບໍລິ​ໂພ​ກຂອງ​ກະສິກຳ​ຕົວ​ເມືອງ​ລ້ວນ​ແຕ່​ຖື​ການ​ບໍລິການ​ຕົວ​​ເມືອງ​ເປັນ​ໜ້າ​ທີ່​ສຳຄັນ​ກວ່າ​ໝູ່.ທ່ານ​ຈ່າງ​ສວນ​ໂຮ້ ຮອງ​ຫົວໜ້າ​ສຳນັກງານ​ຄົ້ນຄວ້າ​ວິທະຍາສາດ​ກະສິກຳ​ຂອງ​ເມືອງ​ຊີ່​ອ່ານ,​ເຫັນ​ວ່າ,ກະສິກຳ​ຕົວ​ເມືອງ​ແມ່ນ​ຕົວ​ແບບ​ໃໝ່​ຂອງ​ກະສິກຳ​ຍຸກ​ປະຈຸ​ບັນ,​ແມ່ນ​ການກ້າວ​ກະ​ໂດດ​ໃໝ່​ຂອງ​ກະສິກຳ​ດັ້ງ​ເດີມ.

"ກະສິກຳ​ຕົວ​ເມືອງ​ໄດ້​ສຳ​ເລັດ​ການກ້າວ​ກະ​ໂດດໃໝ່​ຈາກ​ກະ​ສິກຳ​ດັ້ງ​ເດີມ​ຫາ​ກະສິກຳ​ຍຸກ​ປະຈຸ​ບັນ,ຈຸດ​ພົ້ນ​ເດັ່ນ​ກວ່າ​ໝູ່​ແມ່ນ​ມັນ​​ໄດ້ເລັ່ງລັ​ດຂະ​ບວນວິວັດ​ຫັນ​ເປັນ​ຜະລິດຕະກຳ​ຂອງ​ກະສິກຳ."

ໃນ​ດ້ານ​ເນື້ອ​ໃນ​,ແລ້ວກະສິກຳ​ຕົວ​ເມືອງ​ລວມທັງ​ກະສິກຳ​ການທ່ອງທ່ຽວ​ແລະ​ກະສິກຳ​ຊີວະ​ພາບ​,ຈຸດ​ພິ​ເສດ​ຂອງ​ມັນ​ກໍ​ແມ່ນ​ບໍ່ພ​ຽງ​ແຕ່​ສະໜອງ​ຜະລິດ​ຕະພັນ​ໃຫ້​ຕົວ​ເມືອງ​ເທົ່າ​ນັ້ນ,ຍິ່ງສຳຄັນກວ່າ​ນັ້ນ​ແມ່ນ​ສະໜອງສະຖານ​ທີ່​ພັກຜ່ອນ​ຢ່ອນ​ອາລົມ​ແລະ​ລື່ນ​ເລີງ​ຊະນິດ​ໜຶ່ງ​​ແລະສະໜອງ​ສິ່ງ​ແວດ​ລ້ອມພັກຜ່ອນ​ຢ່ອນ​ອາລົມ​ອັນ​ສົດຊື່ນໃຫ້​ແກ່​ຊາວເມືອງ.

ກະ​ສິກຳ​ຕົວ​ເມືອງ​ໄດ້​ຊອກ​ພົບ​ຈຸດ​ຄົບ​ທີ່ດີ​ກວ່າ​ໝູ່​ໃຫ້​ຕົວ​ເມືອງ​ແລະ​ຊົນນະບົດ,ຊາວ​ກະສິກອນ​ແລະ​ຊາວ​ເມືອງ,​ເຮັດ​ໃຫ້ກະສິກຳທີ່​ເປັນຜະລິດຕະກຳ​ພື້ນຖານ​ໄດ້​ມີ​ພະລັງ​ຊີວິດ​ອັນ​​ໃໝ່,​ແລະ​ກໍ່​ໄດ້ສ້າງ​ລາຍ​ຮັບ​ທີ່​ຫຼາຍ​ກວ່າ​ເກົ່າ.ສວນ​ໝາກ​ຄາຍທີ່​ມີ​ເນື້ອ​ທີ່1ພັນ​ກວ່າ​ເຮັກຕາຂອງ​ເຂດ​ໄວ້​ຢ່າງ​​ເມືອງ​ຊີ່​ອ່ານຖືກ​ເອີ້ນ​ເປັນ"ສວນ​ດອກ​ໄມ້​ຫຼັງ​ບ້ານ"ຂອງ​ໄມ​ເມືອງ​ຊີ່​ອ່ານ,ລະດູ​ໃບ​ໄມ້​ປົ່ງ​ແຕ່ລະ​ປີ,ດອກຄາຍ​ບານ​ເຮືອງ,ມີ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ຊົມ​ຢ່າງ​ໜາ​ຫູ​ໜາ​ຕາ,ຈັ່ງແມ່ນຟົດ​ຟື້ນ​ທີ່​ສຸດ.ທ່ານ​ຮວາງສ​ຽວ ຮອງ​ຫົວໜ້າ​ຂອງ​ສະຖານີ​ປ່າໝາກ​ໄມ້ຂອງ​ເຂດ​ໄວ້​ຢ່າງ​ເວົ້າ​ວ່າ:

"​ເຂດ​ໄວ້​ຢ່າງ​ເລີ່ມ​ພັດທະນາ​ສວນ​ໝາກຄາຍ​ແຕ່​ປີ1986​,ປັດຈຸບັນ​​ໄດ້​ຂະຫຍາຍເນື້ອທີ່ໜຶ່ງ​ພັນ​ຫວ່າ​ເຮັກຕາ​ແລ້ວ.​ໃນ​ຫຼາຍ​ປີ​ມາ​ນີ້,​ໝາກ​ຄາຍ​ຂາຍ​ດິບ​ຂາຍ​ດີ,​ແຕ່ລະ​ມູ່​ລ້ວນ​ແຕ່​ມີ​ມູນ​ຄ່າການ​ຜະລິດ​ປະມານ5ພັນ​ຢວນ,ອັນດີ​ທີ່​ສຸດ​ມີ​ລາຄາ​ເຖີງ7​ພັນ​ຫາ​8ພັນ​ຢວນ.​ໃນ​ຫຼາຍປີ​ມາ​ນີ້,ປີ​ໃດ​ກໍ່​ໄດ້​ຈັດ​ບຸນ​ດອກ​ໝາຍ​ຄາຍ​ແລະ​ບຸນ​ເດັດ​ໝາກ​ໄມ້,ດູດດຶງຄົນ​ໃນ​ເມືອງ​ຊີ່ອ່ານ​ຢ່າງ​ຫຼວງຫຼາຍ​ມາທ່ຽວ​ຊົມ​ດອກ​ຄາຍ​ຢູ່​ເຂດໄວ້​ຢ່າງ,​ໄດ້ຊຸກຍູ້​ການ​ພັດທະນາ​ການ​ທ່ອງທ່ຽວ​ຊົນນະບົດຂອງ​ເຂດ​ໄວ້​ຢ່າງ."

ກະສິກຳ​ດັ້ງ​ເດີມ​ເຊື່ອມ​ໂຍງ​​ກັບ​ວິ​ທະ​ຍາ​ສາດ​ເຕັກນິກ​ແລະ​ທັດສະນະ​ຄະ​ຕິ​ໃໝ່,ບວກ​ກັບການ​ລົງທຶນ​ຈຳນວນ​ໜຶ່ງ,​ໄດ້​ສ້າງ​ປະສິດທິ​ຜົນ​​ຢ່າງ​ບໍ່​ນຶກ​ບໍ່​ຝັນ.​​ເມືອງ​ນ້ອຍ​ຕ່າງໆ​ຢູ່​ຊານ​ເມືອງ​ໄກ​ຊີ່​ອ່ານທີ່​ຕັ້ງ​ຢູ່​ທົ່ງພຽງ​ພາກ​ຕ​າ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນມີພູມ​ສັນຖານ​ຮາບ​ພຽງ​ດີ,ມີ​ດິນ​ດຳ​ນ້ຳ​ຊຸ່ມ,​ແຕ່​ວ່າ,​ສະພາບ​ການ​ຜະລິດ​ກະສິກໍາດັ້ງ​ເດີມທີ່​ບໍ່​ເຄີຍ​ປ່ຽນ​ແປງ​ໃນ​ຫຼາຍ​ພັນຫຼາຍ​ຮ້ອຍ​ປີ​ບໍ່​​ໄດ້ເຮັດ​ໃຫ້​ຄົນ​ຢູ່​​ແຫ່ງ​ນີ້​ມີ​ຊີວິດ​ການ​​ເປັນ​ຢູ່​ທີ່​ຮັ່ງມີ​ສີ​ສຸກ.​ໃນ​ເວລາ​ທີ່​ກະ​ແສ​ຟອງ​ຫັນ​ກະສິກຳ​ເປັນ​ທັນ​ສະ​ໄໝ​ມາ​ເຖິງ​ນີ້,​ສວນ​ແບບຢ່າງ​ກະ​ສິກໍາ​​ທ່ຽວ​ຊົມ​ຂອງ​ເມືອງ​ຊີ່​ອ່ານກໍ​ກໍາ​ເນີດ​ເກີດ​ຂຶ້ນ.​ປັດຈຸບັນ,​ກະສິກໍາ​ຕົວ​ເມືອງ​ແບບ​ໃໝ່​ຂອງ​ເມືອງ​ຊີ່​ອ່ານ​ເລີ່​ມຈະ​ເລີນຂຶ້ນ,​ກະ​ສິກໍາ​ຊີວະ​ພາບ​ແລະ​ກະສິກຳ​ຍອດ​ຢ້ຽມໄດ້​ມີ​ປະສິດທິ​ຜົນ​ໃນ​ເບື້ອງຕົ້ນ,ຊາວ​ກະສິກອນ​ທີ່​ຫຼັງ​ສູ້​ຟ້າ​ໜ້າ​ສູ້​ດິນ​ໄດ້ຮັບຜົນປະ​ໂຫຍ​ດຈາກ​ກະສິກໍາ​ຊີວະ​ພາບ​ແລະ​ກະສິການຍອດ​ຢ້ຽມຢ່າງ​ບໍ່​ຮູ້​ສຶກ​ຕົວ.

ຢູ່​ຊານ​​ເມືອງ​ຊີ່​ອ່ານມີ​ບ້ານ​ແຫ່ງ​ໜຶ່ງ​ຊື່ວ່າ​ຊີ​ບາ​ຊີ​​ໄດ້​ໃຊ້​ຝຸ່ນ​ທຳ​ມະ​ຊາດ​ມາ​ຜະລິດ​ໝາກ​ໂມ​ໝົດ,ໝາກ​ໂມ​ຊະນິດ​ນີ້​ຫວາ​ນທີ່​ສຸດ,ຂາຍ​ດິບ​ຂາຍ​ຕີ​ຢູ່​ຕະຫຼາດ​ເມືອງ​ຊີ່​ອ່ານ.ທ່ານ​ກົງ​ຄ່າງ​ໄຮ້ ນາຍບ້ານ​ກ່າວ​ວ່າ:

"​ນັບແຕ່​ກ້າເບັ້ຍ​ຂອງ​ໝາກ​ໂມ​ຈົນ​ຮອດ​​ເວລາສຸກ​ງອມ,ທາງ​ບ້ານ​ໄດ້ຕິດຕາມ​ກວດກາ​ຕະຫຼອດ,​​ໄດ້​ໃສ່​ຝຸ່ນ​ທຳ​ມະ​ຊາດ​ໝົດ,ການ​ພົ່ນ​ຢາ​ກໍ​ແມ່ນ​ຢາ​ທີ່​ປອດ​ຈາກ​ສະທ້ອນ​ຕ່າງໆ.

ຍ້ອນ​ວ່າ​​ໄດ້​ໃຊ້​ວິທີ​ປູກຕາມ​ຫຼັກວິທະຍາສາດ,ຄວາມ​ຫວານ​ຂອງ​ໝາກ​ໂມ​ທີ່​ບ້ານ​ນີ້​ຜະລິດ​ນັ້ນສູງ​ກວ່າ​ໝາກ​ໂມ​ຊະນິດ​ທຳ​ມະ​ດາ​ຢ່າງ​​ເດັ່ນຊັດ.ຊາວບ້ານກໍ​ໄດ້​ຮັບ​ລາຍ​ໄດ້​ຢ່າງ​ຫຼວງຫຼາຍ,​ລາຍ​ໄດ້​ຈາກ​ການປູກ​ໝາກ​ໂມ​ຂອງແຕ່​ລະ​ຄອບຄົວ​ຫຼາຍ​ກວ່າ1​ໝື່ນ​ຢວນຕໍ່​ປີ.

ກະສິກຳ​​ຕົວ​ເມືອງ​ແບບ​ຊີວະ​ພາບ​ທີ່​ມີ​​ເນື້ອ​ໃນວິທະຍາສາດ​ເຕັກນິກ​ສູງ​ໄດ້​ເຮັດ​ໃຫ້​ຊາວ​ກະ​ສິ​ກອນ​ນັບ​ມື້​ນັບຮັ່ງມີຂຶ້ນ,ພ້ອມ​ກັນ​ນັ້ນກໍ​ໄດ້​ຊຸກຍູ້​​ໃຫ້ອົງການ​ຈັດ​ຕັ້ງ​ສື່​ກາງກະສິກຳ​ຈໍ່​ຕົວ​ຂຶ້ນ.ຍ້ອນ​ວ່າ​ຖ້າ​ຢາກຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ຕົວ​ເມືອງຢ່າງ​ພຽງພໍ​ກໍຕ້ອງ​ອອກ​ແຮງ​ພັດທະນາ​ອົງການ​ຈັດ​ຕັ້ງ​ເສດຖະກິດ​​ຮ່ວມ​ມື​ຊົນ​ນະບົດ,​ທຳລາຍ​ການ​ຈຳກັດ​ທີ່ຜະລິດ​ແລະທຸລະ​ກິດ,ຈັດ​ຕັ້ງ​ຊາວ​ກະສິກອນ​ຜະລິດ​ສິນຄ້າ​ກະ​ສິກ​ເປັນທີ່​ໄດ້​ມາດຖານ​ແລະ​ຮັບ​ປະການ​ຄຸນ​ນະພາ​ບ.ສະ​ນັ້ນ,ສະມາຄົມ​ວິຊາ​ສະ​ເພາະ​ກະສິກຳ​ໄດ້​ພັດທະນາ​ຂຶ້ນ​ຢ່າງ​ວ່ອງ​ໄວປານ​ດອກ​ເຫັດ​ໃນ​ຍາມ​ຝົນ.

ຕາມ​ໄດ້​ຊາບ​,​ເພື່ອສະໜັບ​ສະ​ໜູນ​ແລະ​ຮັບປະກັນ​​ເຂດຊານ​ເມືອງແລະ​ເມືອງ​ນ້ອຍ​ທີ່​ໄກ​ຈາກເຂດ​ຊານ​ເມືອງ,​ຫວ່າງ​ມໍ່ໆ​ນີ້,​ເມື​ອງຊີ່​ອ່ານ​ໄດ້​ສ້າງ​ຕັ້ງແລະ​ບູລະນະ​ກົນ​ໄກລົງທຶນ​ກະສິກຳ​ຫັນ​ເປັນ​ຫຼາຍ​ເຄົ້າ​ໃຫ້​ສົມບູນ​ຂຶ້ນ.​ປີ​ນີ້,ການ​ເງິນ​ຂອງ​ເມືອງ​ຊີ່​ອ່ານ​ໄດ້​ຈັດ​ວາງທຶນ​ກະສິກໍາພິ​ເສດ50ລ້ານ​ຢວນ,​ແຕ່​ປີ2007ຫາ​ປີ2010​ແຕ່ລະ​ປີຈະ​ຈັດ​ວາງທຶນພິ​ເສດ60ລ້ານ​ຢວນ​ເຂົ້າ​ໃນ​ການ​ສ້າງສາ​ກະ​ສິກຳ​ຕົວ​ເມືອງ.

ພາຍ​ໃຕ້​ການ​ຄ້ຳ​ຊູ​ຂອງ​ການ​ເງິນ​ແລະ​ການ​ທະນາຄານ,ປັດຈຸບັນ,​​ເມືອງຊີ່​ອ່ານ​ໄດ້​ສ້າງ​​ແຫຼ່ງ​ແບບຢ່າງ​ກະສິກຳ​ທີ່​ມີ​ເນື້ອ​ທີ່​ຫຼາຍ​ແສນ​ເຮັກຕາ,ມີ​ວິ​ສາ​ຫະກິດ​ກະສິກຳ9​ແຫ່ງ​ທີ່​ມີມູນ​ຄ່າການ​ຜະລິດຕໍ່​ປີ100ລ້ານຢວນຂຶ້ນ​ໄປ,ມີ5​ແສນ​ຄອບຄົວ​ຊາວ​ກະສິກອນ​ເຂົ້າ​ຮ່ວມ,​ໄດ້​ສ້າງ​ຍີ່​ຫໍ້​ຜະລິດ​ຕະພັນ​ກະສິກຳທີ່​ມີ​ຊື່​ສຽງແລະ​ມີ​ຄວາມ​ສາມາດ​​ແຂ່ງຂັນ​ໃນຕາ​ຫຼາດ​ຈີນ​ແລະ​ຕ່າງປະ​ເທດ,ກະສິກຳ​ຕົວ​ເມືອງ​ພວມ​ກາຍ​ເປັນ​ທາງ​ທີ່​ຕ້ອງ​ຜ່ານຄື​ຈາກກະ​ສິກຳ​​ແບບ​ຊານ​ເມືອງ​ໄປເປັນ​ທັ​ນສະ​ໄໝ.