ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-28 10:24:42    
ທ່າ​ທີ​ຕັດ​ສິນ​ອະ​ນາ​ຄົດ

cri Author: min


ສະ​ຍາຍ​ດີ, ທ່ານຜູ້​ຟັງ​ທີ່​ເຄົາລົບ, ສົມບູນ ຜູ້​ດຳ​ເນີນ​ລາຍການ​ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າ​ສູ່​ລາຍການ​ຄາລົມ​ຄົມ​ຄາຍ.

ກ່ອນ​ອື່ນ, ພວກ​ເຮົາ​ຈະ​ເລົ່າ​ເລື່ອງ​ເລື່ອງ​ໜຶ່ງ​ສູ່​ຟັງ.

ມີ​ກຳມະກອນສາມ​ຄົນ​ພວມ​ກໍ່​ຝາ​ເຮືອ​ນນຳ​ກັນ, ມີ​ຄົນ​ຍ່າງ​ມາ​ຖາມ​​ເຂົາ​ເຈົ້າ​ວ່າ: ພວກ​ເຈົ້າ​ເຮັດ​ຫຍັງ​ຢູ່?

ກຳມະກອນ​ຜູ້​ທີ​ໜຶ່ງ​ເວົ້າ​ດ້ວຍ​ຄວາມ​ໃຈ​ຮ້າຍ​ວ່າ: "​ເຈົ້າ​ບໍ່​ເຫັນ​ຫວະ, ຂົນ​ເອົາ​ກ້ອນ​ຫີນ​ມາກໍ່ຝາ​ເຮືອນ. ກ້ອນ​ຫີນ​ເຫຼົ່ານີ້​ໜັກ​ຊິ​ຕາຍ, ​ເມື່ອຍ​ຊິ​ຕາຍ!"

ກຳມະກອນ​ຜູ້​ທີ​ສອງ​ບອກ​ວ່າ: "ພວກ​ເຮົາ​ພວມ​ປຸກ​ຕຶກ, ​ແຕ່​ວ່າ​ຊິປຸກ​ໃຫ້​ແລ້ວ​ບໍ່​ແມ່ນ​ງ່າຍ​ເດີ້!​"

ກຳມະກອນ​ຜູ້​ທີ​ສາມ​ຍິ້ມ​ເວົ້າ​ວ່າ: "ພວກຂ້ອຍ​ພວມ​ປຸກ​ຕຶກ​ຫຼັງ​ໜຶ່ງ, ມັນ​ຈະ​ກາຍ​ເປັນ​ສິ່ງ​ກໍ່ສ້າງ​ທີ່​ເປັນ​ສັນຍະລັກ​ໃຫ້​ແກ່​ເມືອງ​ນີ້, ​ໄດ້​ເຂົ້າ​ຮ່ວມ​ກິດຈະການ​ໃຫຍ່​ປານ​ນີ້, ຂ້ອຍ​ຮູ້​ສຶກ​ຕື່ນ​ເຕັ້ນຫຼາຍ!"
10 ປີຫຼັງ, ​ກຳ​ມະ​ກອນ​ຜູ້​ທີ​ໜຶ່ງ​ຍັງ​ກໍ່​ຝາ​ເຮືອນ​ຢູ່​ຄື​ເກົ່າ, ກຳມະ​ກອນ​ຜູ້​ທີ​ສອງ​ໄດ້​ນັ່ງ​ແຕ້ມ​ຜັງ​ເຮືອນ​ຢູ່​ໃນ​ຫ້ອງ​ການ, ກາຍ​ເປັນ​ນັກ​ວິສະ​ວະກອນ, ສ່ວນ​ຜູ້​ທີ​ສາມ, ພັດ​ໄດ້​ກາຍ​ເປັນ​ເຖົ້າ​ແກ່​ຂອງ​ສອງ​ຄົນ​ທີ່​ກ່າວ​ມາ.

ກຳມະກອນ​ສາມ​ຄົນ​ທີ່​ກໍ່​ຝາ​ເຮືອນ​ນຳ​ກັນ, ພັດ​ມີ​ທ່າ​ທີ​ທີ່​ຕ່າງ​ກັນ​ໝົດ​ຕໍ່​ວຽກ​ງານ​ຂອງ​ຕົນ. ຜູ້​ທີ​ໜຶ່ງ​ມີ​ແຕ່​ເຮັດ​ດ້ວຍ​ຄວາມ​ຈຳ​ເປັນ, ຈົ່ມ​ວ່າ​ບໍ່ພໍ​ໃຈ​ນຳ​ວຽກ​ທີ່​ໂຕ​ເຮັດ, ຜູ້​ທີ​ສອງ​ໄດ້​ເຫັນ​ຈຸດໝາຍ​ຂອງ​ວຽກ​ງານ, ​ເຖິງ​ວ່າ​ກໍ່​ຈົ່ມ​ຄື​ກັນ, ​ແຕ່​ໄດ້​ຖື​ການ​ເຮັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ໄວ້​​ໃນ​ຖານະ​ທີ​ໜຶ່ງ, ຜູ້​ທີ​ສາມ​ສາມາດ​ປະກົດ​ເຫັນ​ຄວາມ​ມ່ວນ​ຊື່ນ​ຂອງ​ວຽກ​ງານ, ​ແຕ່​ບໍ່​ແມ່ນ​ໃຊ້​ທ່າ​ທີ​ຈົ່ມ​ວ່າ​ມາ​ແກ້​ໄຂ​ບັນຫາ. ອາດ​ຄຶດ​ເຫັນ​ໄດ້​ວ່າ, ທ່າ​ທີ​ເຮັດ​ວຽກ​ຂອງ​ສາ​ມຄົນ​ນີ້, ພາ​ໃຫ້​ເຂົາ​ເຈົ້າ​ມີ​ຖານະ​ຕ່າງ​ກັນ​ໃນ​ພາຍ​ລຸນ​ມາ​ແມ່ນ​ເລື່ອງ​ທີ່​ສົມ​ເຫດ​ສົມ​ຜົນ​ທີ່​ສຸດ.

​ໃນຫຼາຍ​ປີ​ມາ​ນີ້, ມີ​ປື້ມ​ເຫຼັ້ມ​ໜຶ່ງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ຢູ່​ແຫ່ງ​ຕ່າງໆ​ໃນ​ໂລກ, ຊຶ່ງ​ໃສ່​ຊື່ວ່າ: ທ່າ​ທີ​ຊີ້​ຂາດ​ທຸກ​ສິ່ງ​ທຸກ​ຢ່າ​ງ. ຫວ່າງ​ມໍ່ໆ​ນີ້, ຄວາມ​ເວົ້າ​ດັ່ງກ່າວ​ໄດ້​ມີ​ຄົນ​ນຳ​ມາ​ເວົ້າ​ນັບ​ມື້​ນັບຫຼາຍ. ​ໃນ​ເລື່ອງ​ທີ່​ກ່າວ​ມາ​ນັ້ນ, ທ່າ​ທີ​ສາມ​ຢ່າງ​ຂອງ​ຄົນ​ສາມ​ຄົນ​ໃນ​ຫົວທີ​ໄດ້​ພາ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ຜົນ​ທີ່​ຕ່າງ​ກັນຫຼາຍ. ​ໃນ​ຊີວິດ​ຕົວ​ຈິງ, ພວກ​ເຮົາ​ກໍ​ອາດ​ຈະ​ໄດ້​ສັງ​ເກດ​ເຫັນ​ວ່າ, ຄົນ​ທີ່​ເຮັດ​ວຽກ​ປະ​ເພດ​ດຽວ​ກັນ​ຢູ່​ໃນ​ສິ່ງ​ແວດ​ລ້ອມ​ທີ່​ຄື​ກັນ, ພໍ​ເລີ່ມ​ຕົ້ນ, ຄວາມ​ສາມາດ​ຂອງ​ໃຜລາວ​ກໍ​ພໍ​ປານ​ກັນ, ​ແຕ່​ຜົນ​ສຸດ​ທ້າຍ, ພັດ​ໄກ​ກັນ​ຫຼາຍ.

ທ່ານ​ນາ​ໂປ​ລີ​ອົງ​ ​ເຄີຍ​ເວົ້າ​ວ່າ, "ຄົນ​ກັບ​ຄົນ​ບໍ່​ມີ​ຫຍັງ​ຕ່າງ​ກັນຫຼາຍ, ຕ່າງ​ກັນ​ເລັກ​ນ້ອຍ​ກໍ​ມີ​ແຕ່​ຈິດ​ໃຈ​ຕັ້ງໜ້າ​ກັບ​ຈິດ​ໃຈ​ຫຍໍ້​ທໍ້​ທໍ່​ນັ້ນ, ​ແຕ່​ກໍ​ແມ່ນ​ຄວາມ​ຕ່າງ​ກັນ​ໜ້ອຍ​ດຽວ​ດັ່ງກ່າວ​ໄດ້​ຊີ້​ຂາດ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ດ້າຍ​ຊີວິດ​ຂອງ​ຄົນ​ທີ່​ມີ​ຈິດ​ໃຈ​ຕ່າງ​ກັນ​ໃນ​ຫຼາຍ​ປີ​ຫຼັງ." ທ່າ​ທີ​ແມ່ນ​ວິທີ​ທີ່​ພວກ​ເຮົາ​ໃຊ້​ມາ​ເບິ່ງ​ໂລກ​ແລະ​ເບິ່ງ​ຕົນ​ເອງ​ດ້ວຍ​ມະ​ໂນ​ຄະຕິ​ແລະ​ຄວາມ​ມຸ່ງ​ຫວັງ​ທີ່​ຕ່າງ​ກັນ. ຍ້ອນ​ມີ​ທ່າ​ທີ​ຕ່າງ​ກັນ, ​ເມື່ອ​ພົບ​ພໍ້​ເລື່ອງ​ລາວ, ວິທີ​ແກ້​ໄຂ​ບັນຫາ​ກໍ​ຈະ​ຕ່າງ​ກັນ, ​ແລະ​ອັນ​ນີ້​ແຫຼະ, ພາ​ໃຫ້​ມີ​ຜົນ​ສຸດ​ທ້າຍ​ຕ່າງ​ກັນ. ບໍ່​ວ່າ​ເລື່ອງ​ໃດ, ລ້ວນ​ແຕ່​ແມ່ນ​ອັດຕະວິ​ໄສກັບ​ພາວະ​ວິ​ໄສ​ສອງ​ດ້ານ​ນີ້​ຊີ້​ຂາດ​ນຳ​ກັນ, ພວກ​ເຮົາ​ຄວບ​ຄຸມ​ພາວະ​ວິ​ໄສ​ບໍ່​ໄດ້, ທຸກ​ຄົນ​ຍ່ອມ​ຈະ​ມີ​ຍາມ​ໂຊກ​ດີ​ແລະ​ຍາມ​​ໂຊກ​ບໍ່​ດີ, ​ແຕ່​ບໍ່​ວ່າ​ໂຊກ​ດີຫຼືຮ້າຍ, ສະພາບ​ຈິດ​ໃຈ​ທີ່​ດີ​ມັກ​ຈະ​ພາ​ຄົນ​ໄປ​ສູ່​ທິດ​ທີ່​ດີ, ​ສະພາບ​ຈິດ​ໃຈ​ບໍ່​ດີ​ພັດ​ກົງກັນຂ້າມ. ສະ​ນັ້ນ, ອາດ​ເວົ້າ​​ໄດ້​ວ່າ​, ທ່າ​ທີ​ສຳຄັນ​ກວ່າ​ສະຕິ​ປັນຍາ.

​ໃນ​ຊາດ​ນີ້​, ພວກ​ເຮົາ​ຈະ​ໄດ້​ພໍ້​ຄົນ​ແນວ​ໃດ​ແລະ​ເລື່ອງ​ແບບ​ໃດ​ແມ່ນ​ບໍ່​ສາມາດ​ຄາດ​ຄະ​ແນ​ໄດ້​, ​ແຕ່​ພວກ​ເຮົາ​ສາມາດ​ປັບ​ປ່ຽນ​ທ່າ​ທີ​ຂອງ​ຕົນ​ເອງ, ສະ​ນັ້ນ, ພວກ​ເຮົາ​ຈົ່ງ​ໃຊ້​ທ່າ​ທີ​ອັນ​ຕັ້ງໜ້າ​ກວ່າ​ເກົ່າ, ​ເພື່ອ​ຮັບ​ມື​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ຊີວິດ​ດົນ​ບັນດານ​, ບໍ່​ວ່າ​ດີ​ຫຼື​ຮ້າຍ, ຖ້າ​ໃຊ້​ທ່າ​ທີ​ຕັ້ງໜ້າ​ຈະ​ພາ​ທ່ານ​ໄປ​ສູ່​ບ່ອນ​ສະ​ຫວ່າງ​ແຈ້ງ​ແລະ​ສວຍ​ງາມ​ກວ່າ​ເກົ່າ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ລາຍການ​ຄາລົມ​ຄົມ​ຄາຍ​ພາກ​ນີ້​ຂໍ​ຈົບ​ລົງ​ພຽງ​ທໍ່​ນີ້, ຂອບ​ໃຈ​ທ່ານ​ທີ່​ຮັບ​ຟັງ, ສະບາຍດີ.