ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-28 10:42:17    
ກອງ​ປະ​ຊຸມ​ເຊີນ​ຊວນ​ໃຫ້​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ອາ​ຊຽນ​ມາ​ລົງ​ທຶນ​ໂຄງ​ການ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຄັ້ງ​ທີ​ສີ່​ແລະ​ເວ​ທີ​ປາ​ໃສ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ອາ​ຊີ​ປາ​ຊິກ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກ​ອັດ​ລົງ​ຢູ່​ເມືອງ​ຄຸນ​ມິງ

cri Author: sayvanny

ວັນ​ທີ 24 ສິງ​ຫາ, ກອງ​ປະ​ຊຸມ​ໂຄ​ສະ​ນາ​ເຊີນ​ຊວນ​ໃຫ້​ນັກ​ທຸ​ລະ​ກິດ​ຈີນ​ທີ່​ອາ​ໃສ​ຢູ່​ອາ​ຊຽນ​ມາ​ລົງ​ທຶນ​ໂຄງ​ການ​​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຄັ້ງ​ທີ 4 ​ແລະ​ເວ​ທີ​ປາ​ໃສ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຢູ່​ອາ​ຊີ​ປາ​ຊິກ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ອັດ​ລົງ​ຢູ່​ເມືອງ​ຄຸນ​ມິ​ງ ​ແຂວງ​ຢຸນ​ນານ​ຂອງ​ຈີນ.​

ຕັ້ງ​ແຕ່​ປີ 2003 ​ເປັນ​ຕົ້ນ​ມາ, ກອງ​ປະ​ຊຸມ​ເຊີນ​ຊວນ​ໃຫ້​ນັກ​ທຸ​ລະ​ກິດ​ຈີນ​ທີ່​ອາ​ໃສ​ຢູ່​ອາ​ຊຽນ​ມາ​ລົງ​ທຶນ​ໂຄງ​ການ​ຢູ່​ພາ​ກຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໄດ້​ຈັດ​ຂຶ້ນ​ສາມ​ເທື່ອ​ຢ່າງ​ສຳ​ເລັດ​ຜົນ​ແລ້ວ,ກິດ​ຈະ​ກຳ​ນີ້​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ທີ່​ຈີນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​​ຊາວ​ຈີນ​ຕ່າງ​ດ້າວ,​ເພື່ອ​ຮັບ​ໃຊ້​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແລະ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,​ແລະ​ຊຸກ​ຍູ້​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ລະ​ຫວ່າງ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ກັບ​ນັກທຸ ລະ​ກິດ​ຊາວຈີນ​ທີ່​ອາ​ໃສຢູ່​ອາ​ຊຽນ.ມັນ​ໄດ້​ກາຍ​ເປັນ​ສະ​ຖານ​ທີ່​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ມື​ກັນ​ລົງ​ທຶນ​ຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ແລະ​ການ​ແລກປ່ຽນ​ກັບ​ນັກ​ທຸ​ລະ​ກິດ​ຂອງ​ປະ​ເທດ​ຕ່າງໆ​ໃນອາ​ຊຽນ,ຊຸກ​ຍູ້​ການ​ພັດ​ທະ​ນາ​ໄປ​ພ້ອມ​ກັນ.

ຕາມ​ຊາບ​ວ່າ,ບົນ​ພື້ນ​ຖານ​ບົດ​ຮຽນ​ທີ່​ຖອດ​ຖອນ​ຈາກ​ກອງ​ປະ​ຊຸມ​ທຸກ​ຄັ້ງ​ທີ່​ຜ່ານ​ມາ, ຮູບ​ການ​ກອງ​ປະ​ຊຸມ​ເທື່ອ​ນີ້​ໄດ້​ມີ​ການ​ປະ​ດິດ​ສ້າງ​ໃຫມ່​ຢ່າງ​ຫລວງ​ຫລາຍ,​ໄດ້​ເພີ່ມ​ເນື້ອ​ໃນ​ຕ່າງໆ​ຄື ​ເວ​ທີ​ປາ​ໃສ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ທີ່​ຢູ່​ອາ​ຊີ​ປາ​ຊິກ​ຟິກ​ຄັ້ງ​ປະ​ຖົມ​ມະ​ເລີກ,ການ​ເຊື່ອມ​ໂຍງ​ໂຄງ​ການ​ແລະ​ການ​​ເຈ​ລະ​ຈາ​ໂຄງ​ການ​ຈະ​ມີ​ເປົ້າ​ຫມາຍ​ຈະ​ແຈ້ງ​ກວ່າ​ຄັ້ງ​ກ່ອນ.

ນາງ​ລີ​ຮາ​ຍ​ເຟິງ ຮອງ​ຫົວ​ຫນ້າ​ຫ້ອງ​ການ​ວຽກ​ງານ​ຊາວ​ຈີນ​ຕ່າງ​ດ້າວ​ຂອງ​ຄະນະ​ລັດ​ຖະ​ບານ​ຈີນ​ເວົ້າ​ວ່າ:

ໃນ​ບໍ່​ເທົ່າ​ໃດ​ປີ​ມາ​ນີ້,​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແລະ​ກາ​ນ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຂອງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້,ລັດ​ຖະ​ບານ​ຈີນ​ໄດ້​ວາງ​ນະ​ໂຍ​ບາຍ​ພິ​ເສດ​ຢ່າງ​ເປັນ​ລະ​ບົບ​.ອຳ​ນາດ​ການ​ປົກ​ຄອງ​ບັນ​ດາ​ແຂວງ ​ເຂດ​ປົກ​ຄອງ​ຕົນ​ເອງ ແລະ​ກຳ​ແພງ​ນະ​ຄອນ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ໄດ້​ເພີ່ມ​ການ​ລົງທຶນ,​ເພີ່ມ​ທະວີ​ການ ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ,ອອກ​ແຮງ​ປົວ​ແປງ​ສະພາບ​ແວດ​ລ້ອມ​ຂອງ​ການ​ລົງ​ທຶນ.​ໂຄງການ​ທີ່​ນັກ​ທຸ​ລະ​ກິດ​ຊາວຈີນ​ທີ່​ອາ​ໃສ​ຢູ່​ອາ​ຊຽນ​ລົງ​ທຶນ​ໃສ່​ເຂດ​,ແຂວງ​ທີ່​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ນັ້ນ​ໄດ້​ເພີ່ມ​ຂຶ້ນ​ທຸກ​ປີ,ຂະ​ຫນາດ​ການ​ລົງທຶນ​ກໍ່​ເພີ່ມ​ຫລາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ.​ໄດ້​ສ້າງ​ພື້ນ​ຖານ​ອັນ​ດີງາມ​ແກ່​ວິ​ສາ​ຫະ​ກິດ​ຂອງ​ຈີນ​​ແລະ​ອາ​ຊຽນ​ບັນ​ລຸ​ການ​ໄດ້​ຜົນ​ປະ​ໂຫຍດ ຮ່ວມ​ກັນ.

ເມື່ອ 15 ປີ​ກ່ອນ, ຈີນ​ອາ​ຊຽນ​ໄດ້​​ເລີ່​ມດຳ​ເນີນ​ການ​ເຈລະຈາ​ຮ່ວມ​ມື​ກັນ, ອັນ​ໄດ້​ເປີດ​ສັງ​ກາດ​ໃຫມ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ.ຈາກ​ນັ້ນ​ມາດ ຈີນ​ກັບ​ອາ​ຊຽນ​ໄດ້​ອີງ​ຕາມ​ຈິດ​ໃຈ​ທີ່​ຕ່າງ​ຝ່າຍ​ຕ່າງ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ, ສະ​ເຫມີ​ພາບ​ແລະ​ຕ່າງ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ແລະ​ຮ່ວມ​ມື​ກັນ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ,​ແລ້ວ​ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ຢ່າງ​ລົງ​ເລິກ​ໃນ​ດ້ານ​ການ​ເມືອງ ​ເສດ​ຖະ​ກິດ​ການ​ຄ້າ ຄວາມ​ປອດ​ໄພ ວັດ​ທະ​ນະ​ທຳ​ສັງຄົມ​ແລະ​ການ​ໄປ​ມາ​ຫາ​ສູ່​ຂອງ​ປະ​ຊາ​ຊົນ​ສອງ​ຝ່າຍ​ເປັນ​ຕົ້ນ.ປີ 2002,ຈີນ​ກັບ​ອາ​ຊຽນ​ໄດ້​ເຊັນ​ສັນ​ຍາ​ກອບ​ກ່ຽວ​ກັບ​ການ​ສ້າງຕັງ​ເຂດ​ການ​ຄ້າ​ເສ​ລີ,ສອງ​ຝ່າຍ​ຕ່າງ​ໄດ້​ໃຫ້​ສິດທິ​ພິ​ເສດ​ແກ່​ກັນ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດທັງ​ສອງ​ຝ່າຍ,​​ເຮັດ​ໃຫ້ ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ແລະ​ການ​ໄປມາຫາ​ສູ່​ກັນ​ດ້ານ​ການ​ຄ້າ​ທີ່​​ແຫນ້ນ​ແຟ້ນ​ນັ້ນ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ​ຕື່ມ.​ເດືອນ​ກໍ​ລະ​ກົດ​ປີ 2005, ​ແຜນ​ການ​ຫລຸດ​ຜ່ອ​ນພາ​ສີ​ຮອບດ້ານ​​ໃນເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ໄດ້​ເລີ່ມ​ປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ.

ຕາມ​ຊາບ​ວ່າ,​ແຕ່​ເດືອນ​ກໍ​ລະ​ກົດ​ປີ 2005 ຫາ​ເດືອນ​ພຶດ​ສະ​ພາ​ປີ 2006,ການ​ນຳ​ເຂົ້າ​ຈາກ​ອາ​ຊຽນ​ຂອງ​ຈີນ​ໄດ້​ບັນລຸ 74 ຕື້ 150 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ຫລາຍ​ກວ່າ​​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ 20,6%,ການ​ສົ່ງ​ອອກ​ຂອງ​ຈີນ​​ໄປ​ອາ​ຊຽນ​ບັນ​ລຸ 55 ຕື້ 570 ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ 23,1%.ພາຍ​ໃນ​ບໍ່​ເທົ່າ​ໃດ​ປີ​ຂ້າງ​ຫນ້າ​ນີ້, ຈີນ​ກັບ​ອາ​ຊຽນ​ຍັງ​ຈະ​ຫລຸດ​ພາສີ​ໃຫ້​ຜະ​ລິດ​ຕະ​ພັນ 7000 ກວ່າ​ຊະ​ນິດ,​ແລະ​​ເປີດ​ຂະ​ແຫນງ​ການ​ບໍລິການ​ແລະ​ການ​ລົງທຶນ,​ເມື່ອ​ຮອດ​ປີ 2010,ຈະ​ສ້າງ​ເຂດ​ການ​ຄ້າ​ເສລີ​​ຢ່າງ​ສົມ​ບູນ.

ພາ​ກາ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ຕິດ​ກັບ​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ,ມີ​ວັດ​ທະ​ນະ​ທຳ​ຄ້າຍ​ຄື​ກັນ, ການ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ກັນ​​ໃນ​ດ້ານ ເສດ​ຖະ​ກິດ​ການ​ຄ້າມີ​ທ່າ​ແຮງ​ຫລາຍ.​ໃນ​ຫລາຍ​ປີ​ມາ​ນີ້, ສອງ​ຝ່າຍ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ກັນ​ທາງ​ດ້ານ​ການ​ເມືອງ, ​ໄດ້​ສ້າງ​ພື້ນ​ຖານ​ອັນ​ຫມັ້ນ​ແກ່ນ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ພົວ​ພັນ​ຮ່ວມ​ມື​ກັນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ;​ໃນ​ດ້ານ​ຊັບ​ພະ​ຍາ​ກອນ, ​ຜະ​ລິດ​ຕະ​ກຳ​ແລະ​ຜະ​ລິດ​ຕະ​ພັນ​ອຸດ​ສາ​ຫະ​ກຳ​ແລະ​ກະສິ​ກຳ​ມີ​ລັກ​ສະ​ນະ​ຄ້ຳ​ຊູ​ກັນ,ອັນ​ໄດ້​ສ້າງ​ໂອ​ກາດ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ການ​ຂະ​ຫຍາຍ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ.

ທ່ານ​ເຈິ້ງ​ມິນຊວນ ປະທານ​ກິ​ຕິ​ມະ​ສັກ​ສະພາ​ການ​ຄ້າ​ຈີນ​ສິງກະ​ໂປ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າ​ວວ່າ:

ເມື່ອ​ທຽບ​ກັບ​ແຂວງ​ອື່ນໆ,​ແຂວງ​ຢຸນ​ນານ​ທີ່​ຕັ້ງ​ຢູ່​ເຂດ​ຊາຍ​ແດນ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ມີ​ທ່າ​ແຮງ​ດ້ານ​ພູ​ມີ​ສາດ,​ໃນ​ຖາ​ນະ​ທີ່​ເປັນ​ທາງ​ຜ່ານ​ທາງ​ບົກ​ທີ່​ໄປ​ສູ່​​ປະ​ເທດ​ຕ່າງໆ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້,​ແຂວງ​ຢຸນ​ນານ​ມີ​ທ່າ​ແຮງ​​ແລະ​ຊ່ອງ​ທາງ​ຂະ​ຫຍາຍ​ຕົວ​ອັນ​ມະ​ຫາ​ສານ​ໃນ​ດ້ານ​ການ​ຄ້າ ຄົມ​ມະ​ນາ​ຄົມ ການ​ບໍ​ລິ​ການ​ແລະ​ການ​ທ່ອງ​ທ່ຽວ​ເປັນ​ຕົ້ນ.

​ໃນ​ເວລາ​ກ່າວ​ປະ​ຖະ​ກະ​ຖາ​ໃນ​ເວທີ​ປາ​ໃສ​ເທື່ອ​ນີ້,ທ່ານ​ຊິນ​ກວາງ​ຢົງ ຮອງ​ເຈົ້າ​ແຂວງ​ຢຸນ​ນານ​ເວົ້າ​ວ່າ:

ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ, ຜ່ານ​ການ​ຈັດ​ກອງ​ປະ​ຊຸມ​ເທື່ອ​ນີ້​ຢ່າງ​ສຳ​ເລັດ​ຜົນ, ​ແຂວງ​ຢຸນນານ​ຈະ​ສາມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື​ແລະ​ແລກ​ປ່ຽນ​ກັບ​ພາກ​ພື້ນ​ອາຊີ​ປາ​ຊິກ​ຟິກ,ກ່າຍ​ຂົວ​ທີ່​​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ຕໍ່​ກັນ,ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແລະ​ນຳ​ເອົາ​ຄວາມ​ຜາ​ສຸກ​ມາ​ຍັງ​ຝ່າຍ​ຕ່າງໆ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ​ໃນ​ການ​ຮ່ວມ​ມື​ທີ່​ໄປ​ສູ່​ປະ​ເທດ​ອາ​ຊຽນ.

ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ແລະ​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໄດ້​ຂະ​ຫຍາຍ​ຕົວ​ເລື້​ອຍໆ,ລະ​ດັບ​ຄວາມ​ອີງ​ອາ​ໃສ​ກັນ​ດ້ານ​ເສດ​ຖະ ກິດ​ລະ​ຫວ່າງ​ປະ​ເທດ​​ແລະ​​ເຂດ​ແຄວ້ນ​ນັບ​ມື້​ນັບ​ລົງສູ່​ລວງ​ເລິກ.​ໃນ​ຂະ​ບວນ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ພາກ​ພື້ນ​ໃນ​ໂລກ, ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຕ່າງ​ດ້າວ​ໄດ້​ເສີມ​ຂະ​ຫຍາຍ​ບົດບາດ​ສຳ​ຄັນ.ພວກ​ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ຊັບ ພະ​ຍາ​ກອນ​ສຳຄັນ​ທີ່​ຈີນ​ເປີດ​ກວ້າງ​ການ​ໄຂ​ປະຕູ​ສູ່​ພາຍ​ນອກ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ.

ທ່ານ​ກ່າວ​ຊິນ​ຜິງ ນັກ​ທຸ​ລະ​ກິດ​ຊາວຈີນ​ທີ່​ຢູ່​ສິງກະ​ໂປ​ເວົ້າວ່າ:

ຂ້າພະ​ເຈົ້າ​ໄດ້​ລົງທຶນ​ຢູ່​ແຜ່ນດິນ​ໃຫຍ່​ຈີນ​​ແຕ່​ດົນ​ແລ້​ວ,​ແຕ່​ກ່ອນ​ແມ່ນ​ເຮັດ​ທຸລະ​ກິດ​ຢູ່​ແຂວງ​ຝູຈ້ຽນ ​ແຂວງ​ຈ່ຽງ​ຊູ່​ແລະ​ນະ​ຄອນ​ຊຽງ​ໄຮ້​ທີ່​ແຄ​ມທະ​ເລ​ຂອງ​ຈີນ, ​ເທື່ອ​ນີ້​ມີ​ໂອກາດ​ມາ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້.ການ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ໄດ້​ດຳ​ເນີນ​ມາ​ຫລາຍ​ປີ​ແລ້ວ, ​ເສດ​ຖະ​ກິດ​ຂອງ​ຈີນ​ກໍ່​​ໄດ້ພັດ ທະນາ​ຢ່າງ​ໄວ​ພະ​ລັນ.ຂ້າ​ພະ​ເຈົ້າ​ຫວັງ​ລົງ​ທຶນ​ເຂົ້າ​ຮ່ວມ​ການ​ກໍ່​ສ້າງ​ປະ​ເທດ​ຊາດ,​ແລະ​ກໍ່​ຫວັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຂະ​ຫຍາຍ​ຕົວ​ຂອງ​​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ.

​ໃນ​ເວທີ​ປາ​ໃສ​ເທື່ອ​ນີ້,ທ່ານ​ໂລ​ຫາວ​ຊາຍ ຮອງ​ປະທານ​ສະ​ພາ​ປຶກ​ສາ​ການ​ເມືອງ​​ແຫ່ງ​ຊາດ​ຈີນ​ໄດ້​ຮອງ​ຮັບ​ແລະ​ຍ້ອງ​ຍໍ​ໃນ​ລະດັບ​ສູງ​ຕໍ່​ຊາວ​ຈີນ​ທີ່​ອາ​ໃສ່​ຢູ່​ຕ່າງປະ​ເທດ​ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຈີນ. ທ່ານ​ເວົ້າ​ວ່າ,ຊາວ​ຈີນ​ຫລາຍ​ສິບ​ລ້ານ​ຄົນ​ຢູ່​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ, ພວກ​ເຂົາ​ເຈົ້າ​ໄດ້​ປະ​ກອບ​ສ່ວນ​ອັນ​ຕັ້ງ​ຫນ້າ​ເຂົາ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ ກິດ​ແລະ​ຄວາມ​ກ້າວ​ຫນ້າ​ດ້ານ​ສັງ​ຄົມ​ຂອງ​ປະ​ເທດ​ທີ່​ເຂົ້າ​ເຈົ້າ​ອາ​ໃສ​ຢູ່,​ແລະ​ກໍ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳຄັນ​ໃນ​ການ​ປະ​ຕິ​ຮູບ ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ແລະ​ການ​ກໍ່ສ້າງ​ເສດ​ຖະ​ກິດ​ຂອງ​ຈີນ.ທ່ານ​ເຫັນ​ວ່າ, ຊາວ​ຈີນ​ຕ່າງ​ດ້າວ​ອັນ​ໄພ​ສານ​ແລະ​ພີ່​ນ້ອງ​ຮ່ວມ​ຊາດ​ຮົງ​ກົງ​ ມາ​ກາວ​ເຂົ້າ​ຮ່ວມ​ຍຸດ​ທະ​ສາດ​ພັດ​ທະ​ນາ​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ແລະ​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ແມ່ນ​ເປັນ​ຕົວ​ຢ່າງ​ທີ່​ຕັ້ງ​ຫນ້າ.

ທ່ານ​ເວົ້າວ່າ:

ຈີນ​ຈະ​ເລັ່ງລັດ​​ຮ່ວມ​ມື​ກັບປະ​ເທດ​ອາ​ຊຽນ,ອອກ​ແຮງ​ສ້າງ​ເຂດ​ການ​ຄ້າ​ເສລີ​ທີ່​ປະ​ກອບ​ດ້ວຍ​ປະ​ເທດ​ພວມ​ພັດ​ທະ​ນາ​ທີ່​ໃຫຍ່​ກວ່າ​ຫມູ່​ໃນ​ໂລກ​ແລະ​ມີ​ປະ​ຊາ​ກອນ​ຫລາຍ​ກວ່າ​ຫມູ່​ໃນ​ໂລກ.ການ​ພັດ​ທະ​ນາ​ຂອງ​ຈີນ ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ,​ໂດຍ​ສະ​ເພາະ​ແມ່ນ​ການ​ຂະ​ຫຍາຍ​ຕົວ​ຂອງ​ກາ​ນ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ແລະ​ຈະ​ສືບ​ຕໍ່​ອຳນວຍ​ໂອ​ກາດ​ທີ່​ຫາ​ຍາກ​ແກ່​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ທີ່​ອາ​ໃສ​ຢູ່​ອາ​ຊຽນ.