ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-28 17:14:13    
ແນະ​ນຳ​ແຜ່ນ​CD​ໃໝ່​ຂອງ​ທ່ານ​ໂຈວ​ຮວາ​ຈ້ຽນ

cri


ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາລົບ, ​ແສງ​ແກ້ວຜູ້ຈັດ​ທຳລາຍ​ການ​ຍິນ​ດີ​ຕ້ອນຮັບ​ທ່ານ​ມາ​ຮ່ວມ​ລາຍການຢ່ອນ​ອາລົມ​ໃນ​ວັນ​ເສົາ​. ສຳລັບ​ມື້​ນີ້, ພວກ​ເຮົາ​ໄດ້​ຈັດ​ເອົາ​ເພງ​ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນມາ​ສູ່​ທ່ານ​ຟັງ. ທ່ານ​​ໂຈວຮວາ​ຈ້ຽນ ນັກ​ຮ້ອງ​ໄຕ້​ຫວັນ​​ຂຶ້ນ​ສູ່​ເວທີ​ເພງມາ​ໄດ້ 20 ປີ​ແລ້ວ​, ຫວ່າງ​ມໍ່ໆ​ນີ້, ທ່ານ​​ໄດ້​ອັດ​ຈຳ​ໜ່າຍ​​CDແຜ່ນໃໝ່​​ຄື​ຊຸດ​ທີ 29 ທີ່​ໃຫ້​ຊື່ວ່າ: yu ren ທ່າມກາງ​ສາຍ​ຝົນ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນ​ເພງ"ai qing lu" ​ເສັ້ນທາງ​ແຫ່ງ​ຄວາມ​ຮັກ, ​ຊຶ່ງ​ແມ່ນເພງ​CD​ແຜ່ນ​ໃໝ່​ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ. ​ເນື້ອ​ເພງ​ມີ​ຢູ່​ວ່າ: "​ເສັ້ນທາງ​ແຫ່ງ​ຄວາມ​ຮັກ, ມີ​ນ້ຳໝອກປົກຄຸມ, ​ເມື່ອນ້ຳໝອກຫາຍ​ໄປ​, ນ້ຳ​ຄ້າງຍັງ​ຢູ່, ນ້ຳ​ຄ້າງ​ເຮັດ​ໃຫ້​ດິນ​ຊຸ່ມ​ຊື່ນ​. ​ເສັ້ນທາງ​ແຫ່ງ​ຄວາມ​ຮັກ, ຄົດໆ​ລ້ຽວໆ, ​ເໝືອນ​ດັ່ງສ້ອຍ​ມຸກ​, ມີ​ຄວາມ​ສຳນຶກ​ຮູ້​ທຸກ​ບາດກ້າວ. ​ຕາມເສັ້ນທາງ​ແຫ່ງ​ຄວາມ​ຮັກ, ​ເມື່ອມີ​ເຈົ້າ​ແລ້ວ, ​ເລື່ອງຫຍັງຂ້ອຍກໍ​ສູ້ທົນ​ໄດ້, ​ໃນ​ທີ່​ສຸດ, ຄວາມ​ຫຍຸ້ງຍາກທຸກ​ຢ່າງ​ບົນທາງ​ເສັ້ນນີ້, ກໍ​ເປັນ​ເລື່ອງ​ທີ່​ໜ້າອວຍພອນ."

ທ່ານ​ໂຈ​ວຮວາ​ຈ້ຽນ​ເກີດ​ຢູ່​ຮົງ​ກົງ​ເມື່ອ​ປີ 1960, ​ເມື່ອຊຸມ​ປີ 1970 ທ່ານ​ໄດ້​ເສັງ​ເຂົ້າມະຫາວິທະຍາ​ໄລ​ໄຕ້​ຫວັນ. ​ໃນ​ໄລຍະ​ຮຽນຢູ່​ມະຫາ​ວິທະຍາ​ໄລ, ນອກ​ໂມງ​ຮຽນ, ທ່ານ​ໂຈ​ວຮວາ​ຈ້ຽນ​ໄດ້​ໄປ​ຮ້ອງ​ເພງ​​ເປັນ​ປະຈຳຢູ່​ຫ້ອງອາຫານ​ແລະບາ​ເຫຼົ້າ​, ​​​​ໄດ້​ເລີ່​ມດຳລົງຊີວິດນັກຮ້ອງຕັ້ງ​ແຕ່​ນັ້ນມາ, ທັງ​ໄດ້​ຝຶກ​ແອບ​ວິຊາ​ຮ້ອງ​ເພງ​ຢ່າງ​ດີ​ເດັ່ນ. ປີ 1984, ທ່ານ​ໂຈ​ວຮວາ​ຈ້ຽນ​ໄດ້​ເຊັນ​ສັນຍາ​ກັບ​ບໍລິສັດ​ແຜ່ນສຽງ​ກຸນ​ສື​ໄຕ້​ຫວັນ, ​ແລ້ວ​ອັດCDແຜ່ນທຳ​ອິດ​ທີ່​ຊື່ວ່າ"​ເພງ​ຈັງຫວະ​ວ່ອນ​ເພງສຸດ​ທ້າຍ".

ປີ 2006, ທ່ານ​ໂຈ​ວຮວາ​ຈ້ຽນ​ໄດ້​ອັດ​CDຊຸດທີ 29 ທີ່​ຊື່ວ່າ: ທ່າມກາງ​ສາຍ​ຝົນ. ​ໃນ​CDແຜ່ນນີ້, ທ່ານ​ໄດ້​ສະ​ແດງ​ຄວາມ​ຮັກຫອມ​ແລະ​ຄວາມຈົດ​ຈໍ່ຕໍ່​ດົນຕີ ຕໍ່ຄວາມ​ຮັກ​ແລະ​ຕໍ່ຄວາມ​​ໄຝ່ຝັນ​ຂອງ​ຕົນ. ຕໍ່​ໄປ​ເຊີນ​ຟັງ​ເພງyu ren ທ່າມກາງ​ສາຍ​ຝົນ.

ແຜ່ນCDທ່າມກາງ​ສາຍ​ຝົນ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຈາກ​ບໍລິສັດ​ແຜ່ນສຽງ​ກຸນ​ສື, ບໍລິສັດ​​ໄດ້​ລົງທຶນກ້ອນ​ໃຫຍ່​ເພື່ອ​ຖ່າຍ​ທຳມິ​ວຊິກວິ​ດີ​ໂອ​ໃຫ້​​ເພງທ່າມກາງ​ສາຍ​ຝົນ​ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ. ​​ເພງ​ນີ້ໄດ້​ເລົ່າ​ເລື່ອງ​ຍິງ​ຊາຍ​ສອງ​ຄົນ​ທີ່ຮັກ​ກັນ​ມາ​ແຕ່​ນ້ອຍ, ​ເມື່ອ​ເຕີບໃຫຍ່​ແລ້ວ, ພະ​ເອກ​ໄດ້​ຈັດ​ງານ​ດົນຕີ​​ເພື່ອ​ນາງ​ເອກ​ໂດຍ​ສະ​ເພາະ, ​​ເພື່ອ​ບັນລຸ​ຄວາມ​ຝັນ​ໃນ​ຍາມ​ຍັງນ້ອຍ, ສອງ​ຄົນ​​ໄດ້​ຫວນ​ຄຶດຊີວິດ​ອັນ​ມ່ວນຊື່ນ​ໃນ​ຍາມ​ຍັງ​ນ້ອຍ​ທ່າມກາງ​ສຽງ​ດົນຕີ​ທີ່​ອອນຊອນ. ຕໍ່​ໄປ, ​ເຊີ​ນຟັງ​ເພງ​ນີ້​ໄດ້​ເລີຍ, ທ່າມກາງ​ສາຍຝົນ.

ໃນCD​ແຜ່ນ​ໃໝ່​ນີ້, ​ໄດ້​ມີ​ເພງ​ໂຄສະນາ​​ເພງ​ໜຶ່ງຊື່ວ່າ"quan shi jie de ai" ຄວາມ​ຮັກ​ໃນ​ທົ່ວ​ໂລກ. ​ເພງ​ນີ້​ແຕ່​ເດີມ​ແມ່ນເພງ​ອັງກິດ"what the world needs now is love". ຈັງຫວະ​ແຈັສ, ທຳນອງ​ທັນ​ສະ​ໄໝ, ບວກ​ກັບ​ການ​ຂັບ​ຮ້ອງອັນ​ປະ​ທັບ​ໃຈແລະ​ສຽງ​ອັນອົບ​ອຸ່ນ​ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ, ​ເຮັດ​ໃຫ້​ຄົນ​ຮູ້ສຶກ​ເໝືອນ​ດັ່ງ​ມີ​ສາຍລົມ​​ເຢັນ​ພັດ​ມາໃສ່​. ຕໍ່​ໄປ​ເຊີນ​ຟັງ​ເພງ"quan shi jie de ai" ຄວາມ​ຮັກ​​ໃນ​ທົ່ວ​ໂລກ.

"ພວກ​ເຮົາຄອງ​ຄອຍຄວາມ​ຮັກ​ແທ້ຈິງ, ຖ້າ​ບໍ່​ມີ​ຄວາມ​ຮັກ​, ​ໂລກ​ຈະ​ເປົ່າ​ຫວ່າງ, ສຸດ​ທີ່ຫວງ​ແຫນ​ໃນ​ຕະຫຼອດຊີວິດ, ​ຄວາມຮັກ​ທີ່​ຫວານ​ຊື່ນ, ບໍ່ພຽງ​ແຕ່​ເຈົ້າກັບ​ຂ້ອຍ, ​ໃຜໆ​ກໍ​ແບ່ງປັນ​ກັນ​ໄດ້. ​​ເສັ້ນທາງ​ທີ່​ຍາວ​ຢຽດ​, ​ເສັ້ນທາງ​ທີ່​ຄົດ​ລ້ຽວ​,  ຂ້ອຍ​ຊອກ​ເຫັນທາງ​ຂອງ​ຕົນ, ​ທາງສະ​ແຫວ​ງຫາ​ຄວາມສຸກ,ຢ່າ​ບອກໃຫ້​ຂ້ອຍຢຸດ, ຈົ່ງ​​ເປີດ​ຫ້ອງ​ຫົວ​ໃຈ​ເຈົ້າ​ໄວ້, ຂ້ອຍ​ຈະນຳ​ເອົາ​ຄວາມ​ຮັກ​ແກ່​ເຈົ້າ, ຄວາມ​ຮັກ​​ຂອງ​ທົ່ວໂລກ​​."

ຕົ້ນປີ​ນີ້, ທ່ານ​ໂຈ​ວຮວາ​ຈ້ຽນ​ໄດ້​ຮ້ອງ​ເພງ​ປະ​ກອບ​​ລະຄອນໂທລະພາບ​ເລື່ອງ​ກົງ​ຟູ​ທີ່​ຊື່ວ່າ"​shen diao xia lv"ພະຍາ​ຮຸ້ງກັບ​ຄູ່​ນັກ​ດາບ, ​ເພງ​ນີ້​ຊື່ວ່າ"jiang hu xiao"ສຽງ​ຫົວ​ຂອງ​ວົງ​ຜູ້​ພະ​ເນ​ຈອນ. ​​ເມື່ອ​ລະຄອນໂທລະພາບ​ເລື່ອງ​ນີ້​ນຳ​ອອກ​ສາຍ​ແລ້ວ, ​​ເພງ​ນີ້​ກໍໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ແລະ​​ແຟນ​ເພງ​ທັງຫຼາຍ. ​ເພງ​ນີ້​ກໍ​​ໄດ້​ຈັດ​ເຂົ້າ​ໃນCD​ແຜ່ນ​ໃໝ່​ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ.

"ສຽງ​ຫົວ​ໃນ​ວົງ​ຜູ້​ພະ​ເນ​ຈອນ​ດັງ​ຂຶ້ນ, ຄວາມ​ຮັກ​ຄວາມ​ແຄ້ນ​​ໄດ້​ແລ້ວ​ກັນ​ໄປ, ​ລອງ​ລິດ​ກັນ, ​ເຊື່ອມ​ຄວາມ​ອາ​ຄາດ​ໄວ້​ໃນ​ໃຈ, ມະນຸດ​ໂລກ, ມີຄວາມ​ຫງ່ວມ​ເຫງົາ. ​ແສງຈັນ​ສາດ​ສ່ອງ, ​ທາງ​​ເດີນຍາວ​​ໄກ, ຄົນ​ຍ່ອມເຖົ້າ​, ​ແຕ່​​ໃຈ​ຍັງ​ໜຸ່ມ. ຮັກ​ບໍ່​ສົມ​ຫວັງ, ​ແຕ່​ບໍ່​ລືມ​ຄວາມ​ດີ​ຂອງ​ເຈົ້າ. ​ວິລະ​ຊົນ​ຜູ້​ສະຫງ່າອົງອາດກໍ​ໂດດ​ດ່ຽວປ່ຽວ​ພອຍ." ຈາກ​ເນື້ອ​ເພງ​ນີ້​ພວກ​ເຮົາ​ຈະ​ເຫັນ​ໄດ້​ວ່າ, ວິລະ​ຊົນ​​ຜູ້​ພະ​ເນ​ຈອນ​ອົງອາດ​ກ້າຫານໃນ​ລະຄອນ​ກົງ​ຝູ່ກໍ​ມີ​ຄວາມ​ຂົມຂຶ່ນ​ທີ່​​ຜູ້​ອື່ນ​ບໍ່​ຮູ້ນຳ, ​ເຖິງ​ວ່າ​ພວກ​ເຂົາ​ເຈົ້າສະຫງ່າ​ຜ່າ​ເຜີຍ​ໃນ​ວົງ​ຜູ້​ພະ​ເນ​ຈອນ, ​ແຕ່​ພັດ​ເຫງົາ​ໃຈ​ຫາ​ອັນ​ປຽບ​ບໍ່​ໄດ້.
​​
ເທິງ​ເວທີ​ເພງຈີນ​ທີ່​ມີ​ຄົນ​ໃໝ່​ເລື້ອຍໆ​ໃນ​ຊູ່​ມື້​ນີ້, ຜູ້​ທີ່​ຮ້ອງ​ເພງມາ 20 ປີ, ອັດ​ແຜ່ນCDສ່ວນ​ຕົວ​ເກືອບ 30 ​ແຜ່ນ​ແລະ​ມີ​ເພງ​ມ່ວນ​ອະມະຕະຫຼາຍ​ຄື​ທ່ານ​ໂຈ​ວຮວາ​ຈ້ຽນນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ. ​​ລັກສະນະ​ດັ້ງ​ເດີມ​​ແລະ​ຄວາມດີ​ເລີດ ​ຄວາມ​ຈິງ​ໃຈ​ໃນ​ເພງຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ​ແມ່ນ​ບໍ່​ມີ​ບ່ອນ​ຕິ. ​

ໃນຫຼາຍປີ​ມາ​ນີ້, ຄວາມ​ຮັກຫອມ​ແລະ​ຄວາມຈົດຈໍ່ຕໍ່​ດົນຕີ​ຂອງ​ທ່ານ​ຍິ່ງ​ເຮັດ​ໃຫ້​​ແຟນ​ເພງ​ປະ​ທັບ​ໃຈ.
ມ້ວນທ້າຍ​ລາຍການ​ມື້​ນີ້, ​ເຊີນ​ຟັງ​ເພງ"TIME" ​ໃນCD​ແຜ່ນ​ໃໝ່ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ. ​ເນື້ອ​ເພງ​ມີ​ຢູ່​ວ່າ: "​​ໜ້າສຸດ​ທ້າຍຂອງ​ປື້​ມບັນທຶກຍັງ​ເປົ່າ​ຫວ່າງ, ຂ້ອຍ​ໄດ້​ແຕ້ມໜ້າ​ຕາທ່າ​ທາງ​ຂອງ​ເຈົ້າ​ໃສ່ຊ້ຳ​ແລ້ວ​ຊ້ຳ​ອີກ, ຂ້ອຍ​ປັດຂີ້ຝຸ່ນ​ຖິ້ມ​ຢູ່ຜູ້ດຽວ, ​ແມ່ນ​ໃຜ​ຂຽນ​ຄວາມ​ເວົ້າທີ່ຈັບ​ໃຈ​ຄົນ​ຕອນ​ນີ້? ​​ໃນ​ທັນ​ໃດ, ກິ່ນ​ຫອມ​ຂອງ​ເຈົ້າພັດ​ມາ​ຕາມ​ສາຍ​ລົມ​, ​ແລ້ວ​ລະ​ເຫີ​ຍ​ໄປ, ຂ້ອຍ​ຈຶ່ງ​ຄຶດ​ຊວດ​ວ່າ, ​ເວລາ​​ໄດ້ຜ່ານ​ໄປ​ແລ້ວ, ຂ້ອຍບໍ່​ຢາກ​ຈາກ​ໄປ, ຖ້າ​ເວລາ​​ຕ່າວ​ຄືນ​ມາ​ໄດ້, ຄວາມ​ຮັກຍັງ​ຈະ​ເບີກບານ​ຄືນ​ໃໝ່​ຫຼືບໍ່? ​ແຕ່​ເວລາ​​ໄດ້​ຜ່ານໄປ​ແລ້ວ".

ທ່ານ​ຜູ້​ຟັງທີ່​ເຄົາລົບ, ທີ່​ຟັງ​ມານັ້ນ​ແມ່ນ​​ເພງ​​ຂອງ​ທ່ານ​ໂຈ​ວຮວາ​ຈ້ຽນ. ລາຍການ​ຢ່ອນ​ອາລົມ​ໃນ​ວັນ​ເສົາ​ພາກ​ນີ້​ຂໍ​ຈົບ​ລົງ​ທໍ່​ນີ້. ສະບາຍດີ.