ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-28 18:13:05    
ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ມາ​ເລ​ເຊຍ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກົດ​ໝາຍ​ແລະ​ຕຸ​ລາ​ການ

cri

ຕາມ​ຂ່າວສານ​ຊິນ​ຮວາ, ວັນ​ທີ28​ສິງຫາ,​ຢູ່​ທີ່​ປັກ​ກິ່ງ,​ທ່ານ​ໂລ​ກ້ານ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ກ່າວ​ວ່າ,​ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ມາ​ເລ​ເຊຍ​ທຳ​ຄວາມ​ພະ​ຍາ​ຍາມ,​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກົດ​ໝາຍ​ແລະ​ຕຸ​ລາ​ການ​ແລະ​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ໄມ​ຕີ​ຈິດ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.

ທ່ານ​ໂລກ້ານ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ພົບ​ປະ​ທ່ານ​ຕາ​ສະ​ຣີ​ຟາ​ລູສ ຜູ່​ພິ​ພາກ​ສາ​ຜູ່​ທີ​ໜື່ງ​ຂອງ​ສານ​ສະ​ຫະ​ພັນ​ມາ​ເລ​ເຊຍ​ພ້ອມດ້ວຍ​ຄະນະ​ທີ່​ມາ​ຢ້ຽມຢາມ​ຈີນ.​ໃນ​ເວ​ລາ​ພົບ​ປະ,​ທ່ານ​ໂລ​ກ້ານ​ໄດ້​ແນະ​ນຳ​ສະ​ພາບ​ການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ແລະ​ການ​ກໍ່​ສ້າງ​ລະ​ບອບ​ກົດ​ໝາຍ​ຂອງ​ຈີນ​​ໃຫ້​ທ່ານ​ຟາ​ລູສ​ຊາບ.​ສອງ​ຝ່າ​ຍຍັງ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​​ແລະ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ກົດໝາຍ​ແລະ​ຕຸ​ລາ​ການ​ລະ​ຫວ່າງ​ສອງ​ປະ​ເທດ.

ທ່ານ​ຟາ​ລູສ ກ່າວ​ວ່າ, ມາ​ເລ​ເຊຍ​ຫວັງ​ຢາກຖອດ​ຖອນ​ບົດຮຽນ​ທີ່​ກ້າວໜ້າຂອງ​ຈີນ​ໃນ​ການ​ກໍ່ສ້າງ​ລະບອບ​ກົດໝາຍ,ຄອງ​ຄອຍ​ສ້າງ​ການ​ພົວພັນ​ຮ່ວມ​ມື​ ​ກັບ​ວົງ​ການ​ຕຸລາການ​ຂອງ​ຈີນ​ໃຫ້​ແໜ້ນ​ແຟ້ນກວ່າ​ເກົ່າ.

ວັນທີ28ສິງຫາ,ທ່ານຊ່ຽວຢາງ ປະ​ທານ​ສານ​ປະ​ຊາ​ຊົນ​ສູງ​ສຸດ ຜູ່​ພິ​ພາກ​ສາ​ໃຫຍ່​ທີ​ໜຶ່ງ​ກໍ​ໄດ້​ພົບ​ປະ​ທ່ານ​ຟາ​ລູສ​ພ້ອມ​ດ້ວຍ​ຄະ​ນະ.