|
|
(GMT+08:00)
2006-08-29 10:20:04
|
|
ນາງລິວຈື້ຮວາ ນາຍບ້ານເພດຍິງ
cri
ຫວ່າງກ່ອນນີ້ບໍ່ດົນ,ນັກຂ່າວໄປເອົາຂ່າວຢູ່ເມືອງຊິ່ນຊ່ຽງແຂວງເຫີນານພາກກາງຂອງຈີນ,ໄດ້ເຫັນວ່າຢູ່ນັ້ນມີບ້ານໜຶ່ງຊື່ຈິ່ງຮວາອ່າວຮັ່ງມີ.ໄທບ້ານບອກວ່າ,ແຕ່ກ່ອນບ້ານຈິ່ງຮວາທຸກຍາກຫຼາຍ,ຊີວິດການເປັນຢູ່ຂອງເຂົາເຈົ້າມີການປ່ຽນແປງຫຼາຍປານນີ້,ກໍແມ່ນຍ້ອນນາງລິວຈື້ຮວາ ນາຍບ້ານເພດຍິງທີ່ມີຫົວຄິດປະດິດສ້າງ. ນາງລິວຈື້ຮວາໜ້າຕາທຳມະດາ,ທັງສູງທັງຈ່ອຍ,ຫຼັງກ່ອມໜ້ອຍໜຶ່ງ,ແຕ່ເດີມແມ່ນແມ່ຍິງຄອບຄົວຊາວນາທຳມະດາໆ.ເມື່ອ34ປີກ່ອນ, ນາງໄດ້ກາຍເປັນນາຍບ້ານໂດຍບັງເອີນ. ບ້ານຈິ່ງຮວາແມ່ນບ້ານທີ່ເກີດຕາມທຳມະຊາດຂອງເມືອງຊິ່ນຊ່ຽງ,ມີປະຊາກອນ 300ກວ່າຄົນ,ເຊິ່ງຖືວ່າເປັນບ້ານນ້ອຍທີ່ສຸດຢູ່ຈີນ.ເມື່ອ34ປີກ່ອນ,ຢູ່ນີ້ດິນນາຮົກເຮຶ້ອ,ເຄີຍເປັນໜຶ່ງໃນບ່ອນທີ່ທຸກຍາກກວ່າໝູ່ຂອງຈີນ.ຜູ້ຊາຍທີ່ອອກແຮງງານໃນບ້ານນີ້ຜັດປ່ຽນກັນເປັນນາຍບ້ານ,ແຕ່ບໍ່ມີຜູ້ໃດສາມາດເຮັດໃຫ້ຊາວບ້ານທັງຫຼາຍກິນອິ່ມ.ບໍ່ມີວິທີອື່ນແລ້ວເຂົາເຈົ້າຈຶ່ງເລືອກຜູ້ຍິງຜູ້ໜຶ່ງເປັນນາຍບ້ານ,ຜູ້ຍິງຜູ້ນີ້ກໍແມ່ນນາງລິວຈື້ຮວາ. ເມື່ອໄດ້ຮັບໜ້າທີ່ນີ້ແລ້ວ,ວຽກທຳອິດຂອງນາງກໍແມ່ນການແກ້ໄຂບັນຫາກິນອິ່ມຂອງຊາວບ້ານທັງໝົດ.ນາງໄດ້ນຳພາຄົນທັງບ້ານໄຖນາທີ່ເປັນເຮື້ອແລ້ວແລະປູກເຂົ້າບາເລ້.ຕອນຂ້ອນແຈ້ງທຸກໆມື້ນາງກໍນຳໜ້າໄປເຮັດວຽກໃນນາສວນ,ເມື່ອເຫັນວ່າຜູ້ຍິງຜູ້ໜຶ່ງອົດທຸກທົນຍາກເພື່ອໝົດບ້ານແລ້ວ,ຊາວບ້ານກໍ່ຍອມໄປເຮັດວຽກນຳ.ຮອດປີລຸນມາ,ຊາວບ້ານທັງໝົດໄດ້ກິນອິ່ມເປັນຄັ້ງທຳອິດ. ເຂົາເຈົ້າບໍ່ຕ້ອງເປັນຫ່ວງນຳການກິນອີກແລ້ວ,ນາງກໍໄດ້ມີແນວລິເລີ່ມໃໝ່ຂຶ້ນມາ.ນາງເວົ້າວ່າ, ເມື່ອ1973ໄດ້ແກ້ໄຂບັນຫາສະບຽງອາຫານແລ້ວ,ແຕ່ເຮັດແນວໃດຈຶ່ງຈະຫຼຸດພົ້ນອອກຈາກຄວາມທຸກຍາກ?ໃນເວລານັ້ນພວກເຮົາກໍຢາກພັດທະນາຫັດຖະກຳປຸງແຕ່ງ,ເຊັ່ນຈັກສານເສັ້ນຫຍ້າ,ຜະລິດດິນຂໍໃຍຫີນເປັນຕົ້ນ.ພວກເຮົາເຮັດແນວນີ້ຈົນຮອດປີ1979.ຕໍ່ຈາກນັ້ນນະໂຍບາຍຂອງລັດໄດ້ຜ່ອນຄາຍລົງຕື່ມອີກ,ພວກເຮົາກໍເລີ່ມທຳການຜະລິດອຸດສາຫະກຳ. ເລີ່ມແຕ່ປີ1974,ທຳອິດນາງລິວຈື້ຮວາໄດ້ນຳພາຊາວບ້ານຈັກສານເສັ້ນຫຍ້າ,ຜະລິດດິນຂໍໃຍຫີນ,ສະສົມເງິນທຶນໄດ້ຈຳນວນໜຶ່ງ.ແລ້ວນາງໄດ້ສ້າງໂຮງງານຜະລິດ"ຝູຈູ",ຄືເຕົາຮູ້ແຫ້ງເປັນກໍ້,ໂດຍນຳໃຊ້ຖົ່ວເຫຼືອງອັນອຸດົມສົມບູນຂອງທ້ອງຖິ່ນນັ້ນ.ເມື່ອອາຫານ ຝູຈູແກັດທຳອິດໄດ້ຜະລິດອອກແລ້ວ,ນາງຜູ້ດຽວໄດ້ເປ້ຜະລິດຕະພັນມາປັກກິ່ງດ້ວຍຕົນເອງ,ໄປຈ່າວຂາຍຕາມຮ້ານຄ້າຕ່າງໆ,ແລ້ວຈຶ່ງເປີດຕະຫຼາດຂອງປັກກິ່ງ.ຮອດຊຸມປີ1990,ອາຫານຝູຈູຍີ່ຫໍ້ຈິ່ງຮວາໄດ້ກວມເອົາເຄິ່ງໜຶ່ງຂອງໂຄຕາຕະຫຼາດປັກກິ່ງ. ຖັດຈາກນັ້ນຫຼາຍປີນາງລິວຈື້ຮວາຖືໂຮງງານຜະລິດຝູຈູເປັນປາຍແຫຼມ,ໂດຍອີງຕາມຄວາມຕ້ອງການຂອງຕະຫຼາດ,ໄດ້ສ້າງໂຮງງານຜະລິດນ້ຳເຕົາຮູ້ໂຮງງານອາຫານປ໋ອງ,ໂຮງງານຜະລິດເຄື່ອງໃຊ້ປະຈຳວັນທີ່ປະສົມກັບສານເຄມີບາງຊະນິດ,ໂຮງງານຜະລິດຢາປົວພະຍາດຕາມໆມາ,ແຕ່ໂຮງງານຂະໜາດນ້ອຍຮອດໂຮງງານຂະໜາດໃຫຍ່,ໄດ້ຫັນຈາກການຜະລິດທີ່ໃຊ້ແຮງຄົນເປັນຕົ້ນຕໍໄປສູ່ການຜະລິດທີ່ໃຊ້ວິທະຍາສາດເຕັກນິກເປັນຕົ້ນຕໍ. ດຽວນີ້,ນາຍບ້ານເພດຍິງຜູ້ນີ້ໄດ້ເຮັດໃຫ້ບ້ານຈິ່ງຮວາປ່ຽນຈາກບ້ານນ້ອຍໆມາເປັນກຸ່ມບໍລິສັດອຸດສາຫະກຳທີ່ມີຊັບສິນຄົງທີ່ຕົກເປັນເງິນ580ລ້ານຢວນ.ໃນສະເພາະໜ້ານີ້,ນາງລິວຈື້ຮວາພວມພິຈາລະນາປັບປຸງວິສາຫະກິດຕ່າງໆໃນບ້ານໃຫ້ເດີນຕາມເສັ້ນທາງທີ່ເປັນມິດກັບສິ່ງແວດລ້ອມ.ນາງເວົ້າວ່າ, ພວກເຮົາຮຽກຮ້ອງໃຫ້ວິສາຫະກິດເຮັດຕາມມາດຖານສາມຢ່າງ,ຄືໜຶ່ງ,ບໍ່ໃຫ້ເຊື່ອມພິດໃສ່ສິ່ງແວດລ້ອມ,ສອງ,ແມ່ນຫຼຸດການສິ້ນເປືອງພະລັງງານ,ແລະສາມ,ແມ່ນຫຼຸດຕົ້ນທຶນໃຫ້ຕ່ຳລົງ.ພວກເຮົາຍັງປະຕິບັດຕາມຫຼັກການອັນໜຶ່ງ,ຄືບໍ່ເຮັດທຸລະກິດທີ່ເຊື່ອມພິດໃສ່ສິ່ງແວດລ້ອມ. ພາຍໃຕ້ການນຳພາຂອງຄະນະບ້ານເຊິ່ງລວມທັງນາງລິວຈື້ຮວາ,ໂສມໜ້າຂອງບ້ານຈິ່ງຮວາໄດ້ປ່ຽນແປງໄປຄູ່ມື້.ຊາວບ້ານເວົ້າວ່າ,ແຕ່ກ່ອນເຂົາເຈົ້າຢູ່ເຮືອນດິນຫຼືຕູບຫຍ້າ.ສ່ວນດຽວນີ້,ເມື່ອຂີ່ລົດຜ່ານຖະໜົນຂອງບ້ານຈິ່ງຮວາ,ຢູ່ສອງຂ້າງທາງແມ່ນເຮືອນຕຶກທີ່ງົດງາມໝົດ. ຕຶກສຳນັກງານຂອງບ້ານເບິ່ງແລ້ວຄືແບບຕ່າງປະເທດ,ເຊັ່ນແອສະປາຍແລະຣັດເຊຍເປັນຕົ້ນ.ຕາມໄດ້ຊາບ,ນີ້ແມ່ນຜົວຂອງນາງລິວຈື້ຮວາ ນັກສຶກສາດີເດັ່ນຂອງມະຫາວິທະຍາໄລປັກກິ່ງເປັນຜູ້ອອກແບບ.ທ່ານກໍແມ່ນຄົນບ້ານຈິ່ງຮວາ,ເມື່ອຮຽນຈົບແລ້ວເຄີຍເປັນຫົວໜ້າພະແນກວັດຖຸບູຮານຂອງເມືອງຊິ່ນຊ່ຽງ,ຕໍ່ມາສະໝັກໃຈອອກຈາກຕຳແໜ່ງແລ້ວມາຊ່ອຍເມຍແກ້ໄຂວຽກງານໃນບ້ານ. ເມື່ອຍ່າງເຂົ້າໃນເຮຶອນຂອງນາງຕູເສເຟິ່ນ ຊາວບ້ານຜູ້ໜຶ່ງກໍໄດ້ເຫັນວ່າໃນຫ້ອງຮັບແຂກມີຕູ້ໂຊໃຫຍ່ແລະໂຊຟາໜັງແທ້ອັນຫຼູຫຼາ,ໃນຫ້ອງອາບນ້ຳມີອຸປະກອນສະອາດທີ່ສຸດ,ມີນ້ຳຮ້ອນຕະຫຼອດ24ຊົ່ວໂມງ,ເບິ່ງແລ້ວຄືບໍ່ມີຫຍັງຕ່າງກັນກັບຕົວເມືອງເລີຍ.ນາງຕູ້ເສເຟິ່ນເວົ້າວ່າ,ເຄື່ອງໃຊ້ໃນເຮຶອນຫຼາຍຢ່າງຂອງຊາວບ້ານບໍ່ຕ້ອງເສຍເງິນເອົາເອງ,ເຮືອນແມ່ນອົງການປົກຄອງບ້ານປຸກໃຫ້,ເຟີນີເຈີກໍແມ່ນເພິ່ນຊື້ໃຫ້,ຄ່ານ້ຳຄ່າໄຟຄ່າອາຍແກັສກໍ່ບໍ່ຕ້ອງເສຍ.ນາງເວົ້າວ່າ, ແຕ່ກ່ອນພວກເຮົາເປັນຫ່ວງເປັນໃຍນຳການກິນການຢູ່,ດຽວນີ້ປີໃດກໍມີການປ່ຽນແປງແບບໜ້າມືເປັນຫຼັງມື,ທັງທຳການຜະລິດອຸດສາຫະກຳ,ຊີວິດການເປັນຢູ່ກໍນັບມື້ນັບດີຂຶ້ນ. ນາງຕູ້ເສເຟິ່ນເວົ້າວ່າ,ພາຍໃຕ້ຄວາມຄິດລິເລິ່ມຂອງນາງລິວຈື້ຮວາຜູ້ເປັນນາຍບ້ານ,ແຕ່ປີ1999ເປັນຕົ້ນມາ,ບ້ານຈິ່ງຮວາໄດ້ສ້າງໂຮງຮຽນອະນຸບານ ໂຮງຮຽນປະຖົມແລະມັດທະຍົມຂຶ້ນມາແລະຮັບສະໝັກຄູສອນຈາກທົ່ວສັງຄົມ,ເຊິ່ງໄດ້ດຶງດູດຄູສອນຕ່າງຖິ່ນຢ່າງຫຼວງຫຼາຍມາຕັ້ງພູມລຳເນົາຢູ່ບ້ານຈິ່ງຮວາ,ເຮັດໃຫ້ອັດຕາແລະລະດັບໄດ້ຮັບການສຶກສາຂອງຊາວບ້ານສູງຂຶ້ນກວ່າເກົ່າ. ລູກຂອງນາງຫຼູຍຢຸ້ຍຈ່ວນພວມຮຽນຢູ່ໂຮງຮຽນປະຖົມຈິ່ງຮວາ.ນາງເວົ້າວ່າ,ໃນໂຮງຮຽນມີອຸປະກອນສິດສອນ ລະດັບຄວາມສາມາດຂອງຄູສອນແລະເງື່ອນໄຂອື່ນໆລ້ວນແຕ່ດີຫຼາຍ,ເດັກນ້ອຍຫຼາຍຄົນຈາກໃນເມືອງກໍມາເຂົ້າຮຮຽນຢູ່ນີ້.ນາງເວົ້າວ່າ, ຜູ້ອຳນວຍການໃຫຍ່ຂອງພວກເຮົາຄືນາງລິວຈື້ຮວາໄດ້ເລັງສາຍຕາໄປສູ່ອະນາຄົດ,ເມື່ອໂຮງຮຽນເອກະຊົນຂອງເມືອງຊິ່ນຊ່ຽງຍັງບໍ່ທັນພັດທະນານັ້ນ,ເພິ່ນກໍໄດ້ສ້າງໂຮງຮຽນເອກະຊົນ,ເພື່ອອຳນວຍເງື່ອນໄຂທີ່ດີກວ່າເກົ່າໃຫ້ແກ່ເດັກນ້ອຍຂອງຊົນນະບົດ,ເຮັດໃຫ້ພວກລູກຫຼານໄດ້ຮັບການສຶກສາເຊັ່ນດຽວກັນກັບເດັກນ້ອຍໃນຕົວເມືອງ. ດຽວນີ້,ເດັກນ້ອຍຂອງບ້ານຈິ່ງຮວາເຂົ້າໂຮງຮຽນອະນຸບານຮອດມັດທະຍົມຕອນປາຍກໍບໍ່ຕ້ອງເສຍຄ່າ.ຖ້າເດັກນ້ອຍຜູ້ໃດເສັງເຂົ້າມະຫາວິທະຍາໄລແລ້ວ, ຍັງຈະມີທຶນສຶກສາໃຫ້ອີກ. ພາຍໃນ30ກວ່າປີ,ບ້ານນ້ອຍທີ່ທຸກຍາກທີ່ສຸດໄດ້ກາຍເປັນບ້ານທີ່ຮັ່ງມີຄືແນວນີ້,ຄຸນທາດຂອງປະຊາຊົນກໍໄດ້ຍົກສູງຂຶ້ນ.ແຕ່ວ່າ,ນາງລິວຈື້ຮວາທີ່ອາຍຸ 60ກວ່າປີແລ້ວຍັງພິຈາລະນາຢູ່,ວ່າຢາກເຮັດໃຫ້ຊີວິດການເປັນຢູ່ຂອງຊາວບ້ານດີຂຶ້ນກ່ວານີ້ອີກ.ນາງເວົ້າວ່າ, ລາຍຮັບທີ່ສະເລ່ຍຕາມຫົວຄົນຂອງບ້ານພວກເຮົາຍັງບໍ່ສູງປານໃດ,ດຽວນີ້ປີໜຶ່ງໄດ້1ໝື່ນ 3000ຢວນຫາ1ໝື່ນ4000ຢວນ.ແຕ່ດຽວນີ້ພວກເຮົາມີແຜນການວ່າ,ປີໜຶ່ງລາຍໄດ້ສະເລ່ຍຕໍ່ຫົວຄົນຈະໃຫ້ເພີ່ມຂຶ້ນ2000ຢວນ,ເຊິ່ງລວມທັງຢູ່ໃນເງິນເດືອນເງິນສະຫວັດດີການແລະເງິນໂບນັດທ້າຍປີ.
|
|
|