ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 14:32:18    
ໃນວລາ​ແຕ່ງ​ກິນ​ລະ​ວັງ​ຢ່າ​ໃຫ້​ເສຍ​ທາດ​ການ​ຊຽມ

cri


ຄວາມ​ຊິນ​ເຄີຍ​ດ້ານ​ອາຫານ​ການ​ກິນ​ແລະ​ການ​ປຸງ​ແຕ່​ອາຫານ​ທີ່​ບໍ່​ຖືກຕ້ອງອາດ​ຈະ​​ກະທົບ​ກະ​ເທືອ​ນ​ເຖິງ​ການ​ດູດຊຶມ​ເອົ​າ​ແລະ​ການນຳ​ໃຊ້​ທາດການຊຽມ​ໃນຮ່າງກາຍ​ຄົນ​ເຮົາ. ສະ​ນັ້ນ, ​ໃນ​ເວລາ​ປຸງ​ແຕ່ງອາຫານ, ຕ້ອງພະຍາຍາມ​ຫຼີກ​ເວັ້ນບໍ່​ໃຫ້ກະທົບ​​ເຖິງການ​ດູດຊຶມ​ເອົາ​ທາດການ​ຊຽມ, ​ເພື່ອ​ຮັກສາ​ທາດ​ການ​ຊຽມ​ໄວ້​ໃຫ້ຫຼາຍ​ຂຶ້ນ, ພວກ​ເຮົາ​ຂໍ​ແນະນຳ​ດັ່ງ​ນີ້:

1, ​ໃນ​ເວລາ​ປຸງ​ແຕ່ງອາຫານ​ປະ​ເພດ​ຊີ້​ນນັ້ນ​ຄວນ​ໃຊ້​ນ້ຳ​ສົ້ມ​ເລື້ອຍໆ. ປາ​ສົ້ມ​ຫວານແລະ​​ດູກຂ້າງ​ສົ້ມ​ຫວານ​ແລະ​ອາຫານ​ປະ​ເພດ​ນີ້ແມ່ນ​ອາຫານ​ທີ່ຮ່າງກາຍ​ຮັບ​ເອົາ​ການຊຽມ​ໄດ້​ງ່າຍ​ທີ່​ສຸດ. ນ້ຳ​ສົ້ມ​ແມ່ນ​ເຄື່ອງປຸງ​ແຕ່ງ​ລົດສົ້ມ, ບໍ່ພ​ຽງ​ແຕ່​ແກ້​ກິ່ນ​ຄາວ​ໄດ້​ເທົ່າ​ນັ້ນ, ຍັງ​ເຮັດ​ໃຫ້ການ​ຊຽມ​ໃນ​ກ້າງປາ​ແລະ​ກະດູກ​ຂ້າງຊຶມອອກມາ, ປາ​ແລະ​ດູກຂ້າງ​ມີ​ໂປຼຕິນ​ແລະ​ການ​ຊຽມຫຼາຍ, ຖ້າ​ໃສ່​ນ້ຳ, ການ​ຊຽມກັບ​ໂປຼຕິນຈະຣັບ​ເອົາກັນໄດ້​ງ່າຍ​ທີ່​ສຸດ. ​ໃນ​ເວລາ​ປຸງ​ແຕ່ງ, ​ຕ້ອງໃຊ້​ໄຟ​ອ່ອນໆ​ຫຸ່ມ​ໃຫ້​ດົນໆ, ໃນ​ປາ​ແລະ​ກະດູກ​ຂ້າງ​ກໍ​ຈະຊຶມ​ອອກ​ໄດ້​ງ່າຍ.

2, ການ​ເອົາ​ເຕົ້າ​ຮູ້​ຕົ້ມ​ໃສ່ກັບປາ, ກໍ​ດີ​ທີ່​ສຸດ, ​ເພາະວ່າ​ວິຕາມິນD, ຈະ​ຊ່ອຍໃຫ້​ຮ່າງກາຍ​ດູດຊຶມ​ເອົາ​ການ​ຊຽມໃນ​ເຕົ້າຮູ້, ​ເຮັດ​ໃຫ້​ຄຸນ​ປະ​ໂຫຍ​ດຂອງການຊຽມຖືກ​ນຳ​ໃຊ້ຫຼາຍຂຶ້ນ​ຢ່າງ​ຫຼວງ​ຫຼາຍ.

3, ​​ຂົ້ວ​ໄຂ່​​ໄກ່ ໃສ່ໝາກ​ເຫຼັ່ນແລະ​ຜັກ​ສ້ຽນ​ຈີນ​ໃສ່ໝາກ​ຖົ່ວ​ເຫຼືອງກໍ​ບຳລຸງ​ທາດ​ການ​ຊຽມ. ວິຕາມິນCຈະ​ຊຸກ​ຍູ້​ການ​ດູດຊຶມ​ເອົາ​ການຊຽມ, ໝາກ​ເຫຼັ່ນ​ມີ​ວິຕາມິນ​ເຊ​ຫຼາຍ, ຂົ້ວ​ໃສ່​ໄຂ່​ໄກ່, ກໍ່​ຊ່ອຍ​ໃຫ້ຮ່າງກາຍຮັບ​ເອົາ​ການຊຽມ​ໄດ້​ຫຼາຍ. ຜັກ​ສ້ຽນ​ຈີນ​ກໍ​ຄືກນກິນ​ກັບ​ໝາກ​ຖົ່ວ​​ເຫຼືອງ, ກໍ​ຊ່ອຍ​ໃຫ້​ຮ່າງກາຍ​ດູດ​ຊຶມ​ເອົາ​ການ​ຊຽມ​ໃນ​ໝາກ​ຖົ່ວ​ເຫຼືອງ​ໄດ້​ຫຼາຍ.

4, ສຳລັບຜັກ​ໃບ​ຂຽວ​ຕ່າງໆ​ເຊັ່ນຜັກ​ຕີນ​ເປັດ, ຜັກ​ຫົມ​ເປັນ​ຕົ້ນ​ກ່ອນ​ປຸງ​ແຕ່ງຄວນ​ລວກ​ກ່ອນ. ​ໃນ​ທໍ່​ຍ່ອຍອາຫານ, ທາດ​ອັອກຊາ​ລິ​ກອາ​ຊິດ​ແລະ​ທາດຟີ​ຕິກ​ອາ​ຊິດ​ເມື່ອ​ໄປປະສົມ​ກັບ​ການຊຽມ​ຈະ​ກາຍ​ເປັນ​ວັດຖຸປະສົມ​ທາງ​ເຄມີ​ທີ່ບໍ່​ລະລາຍ​, ຮ່າງກາຍ​ຈິ່ງ​ດູດ​ຊຶມ​ເອົາ​ຍາກ, ​ໃນ​ອາຫານ​ຖ້າ​ມີ​ທາດ​ອັອກຊາ​ລິ​ກອາ​ຊິດ​ແລະ​ທາດ​ຟີ​ຕິກ​ອາ​ຊິດ​ຫຼາຍ​ເກີນ​ໄປ, ກໍຈະ​​ກະທົບ​​ການ​ດູດ​ຊຶມເອົາ​ການຊຽມ. ສະ​ນັ້ນ, ​ໃນ​ເວລາ​ປຸງ​ແຕ່​ງອາຫານ, ຖ້າ​ແມ່ນ​ຜັກ​ປະ​ເພດຜັກ​ຕີນ​ເປັດ​ແລະ​ຜັກ​ຫົມ​, ດີ​ທີ່​ສຸດ​ໃຫ້​ລວກ​ກ່ອນ, ​ແລ້ວຈິ່ງ​ໄປ​ຕົ້ມ​ໃສ່​ຫຼື​ຂົ້ວ​ກັບ​ເຕົ້າ​ຮູ້, ​ທາດ​ການ​ຊຽມຈິ່ງ​ຮັບ​ເອົາ​ໄດ້​ງ່າຍ.

5, ​ກ່ອນ​ຫຸງເຂົ້າຈ້າວ​ຄວນ​​ເອົາ​​ເຂົ້າ​ແຊ່ໃນ​ນ້ຳ​ອຸ່ນ​ກ່ອນສ່ວນ​ແປ້ງ​ໝີ່​ກໍ​ຄວນ​ໃສ່​ເຊື້ອ​ໝັກ, ໝັກ​ໃຫ້​ຂຶ້ນ​ແລ້ວ​ຈິ່ງ​ເຮັດ​ກິນ. ​ເພາະວ່າ​ໃນ​ເຂົ້າສານຈ້າວ​ແລະ​​ແປ້ງໝີ່​ມີ​ທາດ​ຟີ​ຕິກ​ອາ​ຊິດ​ຫຼາຍ, ​ເມື່ອ​ປະສົມ​ກັບ​ທາດ​ການ​ຊຽມ, ອາດ​ຈະ​ກາຍ​ເປັນ​ການ​ຊຽມຟີ​ຕິກ​ທີ່​ບໍ່​ລະລາຍ, ຮ່າງກາຍດູດຊຶມ​ເອົາຍາກ. ສະ​ນັ້ນ, ​ແປ້ງ​ໝີ່​ທີ່ໝັກ​ແລ້ວ​ຫຼື​ເອົາ​ເຂົ້າສານຈ້າວ​​ແຊ່ນ້ຳ​ອຸ່ນ​ຈະ​ແກ້​ທາດ​ຟີ​ຕິກ​ອາ​ຊິດ​ສ່ວນ​ໜຶ່ງ​ໄດ້.
6, ​ໃນຖົ່ວ​ເຫຼືອງມີ​ການ​ຊຽມຫຼາຍ, ​ແຕ່​ກໍ​ມີ​ທາດ​ຟີ​ຕິກ​ອາ​ຊິດ​ຫຼາຍ, ຖ້າ​​ເອົາ​ໝາກ​ຖົ່ວ​ເຫຼືອ​ງ​ແຊ່​ເປັນ​ຖົ່ວງອກ, ​ທາດຟີ​ຕິກ​ອາ​ຊິດ​ກໍ​ໝົດ​ໄປ, ​ແລະ​ໃນ​ຖົ່ວງອກ​ຍັງ​ມີວິຕາມິນCຫຼາຍ​ຂຶ້ນ, ຊຸກ​ຍູ້​ການ​ດູດ​ຊຶມເອົາ​ແລະການ​ນຳ​ໃຊ້ທາດ​ການ​ຊຽມ.