ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 14:34:31    
ເມື່ອ​ກິນ​ຖືກ​ຂອງ​ເບື່ອ​​ຄວນຈົກ​ຄໍ​ໃຫ້​ຮາກ​ອອກ​ໃນ​ທັນທີ

cri


ທ່ານ​ຜູ້​ຟັງ, ​ເວົ້າທົ່ວ​ໄປ​ແລ້ວ, ການ​ກິນ​ຂອ​ງ​ເບື່ອສ່ວນ​ຫຼາຍ​ແມ່ນ​ຍ້ອນ​ມີແມ່​ພະຍາດ​ຊຶມ​ເຊື້ອ, ຈະ​ມີ​ສ່ວນ​ໜ້ອຍ​ທີ່​ມີ​ທາດ​ເບື່ອ​ໃນ​ອາຫານເຊັ່ນ: ຟົສຟໍດ ສານໜູ​ແລະ​ນ້ຳບາ​ເປັນ​ຕົ້ນ​ແລະ​ທາດ​​ເບື່ອ​ທຳ​ມະ​ຊາດ​ໃນ​ອາຫານ​ເອງ​ຄື​ເຫັດ​ເບື່ອແລະ​ປາ​ເບື່ອເປັນ​ຕົ້ນ. ​ໂດຍທົ່ວ​ໄປ​ແລ້ວ, ​​ຫຼັງ​ຈາກ​ກິນ​ອາຫານ​ເບື່ອ​ຫຼາຍ​ຊົ່ວ​ໂມງ, ຈົນມີ​ອາການ​ເກີດ​ຂຶ້ນ ​ເຊັ່ນຮາກ​ແລະ​ຖອກທ້ອງ​ຫຼາຍໆ​ເທື່ອ​. ​ເມື່ອ​ມີ​ຄົນ​ມີ​ອາການ​​ເບື່ອ​ອາຫານ, ຕ້ອງ​ເຊົາກິນ​ອາຫານ​ທີ່ເບື່ອ​​ໃນ​ທັນທີ, ​ແລະ​ໂທ​ຫາ​ສູນ​ຊ່ອຍ​ເຫຼືອສຸກ​ເສີນ​ທັນທີ, ກ່ອນ​ທີ່​ລົດ​ແພດ​ຈະມາ​ຮອດ, ຄວນ​ໃຊ້​ວິທີ​ຊ່ອຍູ​ຕົນ​ເອງ​​ກ່ອນເຊັ່ນ​:ຈົກ​ຄໍ​ຮາກໃນ​ທັນທີ, ພາ​ໃນ​​ເວລາ​ຊົ່ວ​ໂມງ​ເຄິ່ງຮອດ4​ຊົ່ວ​ໂມງ, ຕ້ອງ​ຮາກ​ອອກ​ຫຼື​ລ້າງທ້ອງ​ໃຫ້​ກະ​ເພາະ​ອາຫານ​ເປົ່າ​ຫວ່າງ, ຮາກ​ອອກ​ໄວ​ເທົ່າ​​​ໃດ, ຂອງ​ເບື່ອ​ກໍ​ຈະ​ໝົດ​ໄປ​ໄວ​ເທົ່າ​ນັ້ນ. ຄວນ​ໃຊ້ກ້ານ​ບ່ວງທີ່ບໍ່​ແຫຼມ​ຄົມ​ປ່ອນ​ເຂົ້າ​ປາກ, ກະ​ຕຸ້ນ​ຮູ​ຄໍ, ພາ​ໃຫ້​ຮາກ​ອອກ, ຫຼື​ວ່າ​ໃຫ້​ຜູ້​ເບື່ອ​ດື່ມ​ນ້ຳ​ອຸ່ນ​ຫຼາຍ​ໆແລະຈົກ​ຄໍ​ໃຫ້​ເຂົາ​ຮາກຫຼາຍ​ເທື່ອ, ​ເພື່ອ​ບໍ່​ໃຫ້​ກະ​ເພາະ​ດູດ​ຊຶມ​ເອົາ​ທາດ​ເບື່ອ. ຖ້າ​ດື່ມ​ນ້ຳ​ອຸ່ນ​ຫຼາຍໆ​ແລະ​ຮາກ​ອອກຫຼາຍ​ເທື່ອ, ຈົນເປັນ​ນ້ຳ​​ໃສໆ​ແດ່ແລ້ວ, ຄວນ​ໃຫ້​ດື່ມ​ນ້ຳນົມຕາມ​ເໝາະ​ສົມ​ເພື່ອຮັກສາເຈັ້ຍ​ເມືອກ​ໃນ​ກະ​ເພາະອາຫານ. ຖ້າໃນຂອງທີ່ຮາກອອກນັ້ນມີສີ​ແດງ​ຄືເລືອດ, ຄວນ​ຄິດ​ເຖິງ​ວ່າ​ອາດ​ຈະ​ແມ່ນ​ກະ​ເພາະ, ຫຼອດ​ອາຫານ​ຫຼື​ຮູ​ຄໍ​ອອກ​ເລືອດ, ​ໃນ​ຂະນະ​ນີ້​ຄວນ​​ເຊົາຮາກ​​​ໂດຍ​ທັນທີ. ສິ່ງ​ທີ່​ຕ້ອງ​ລະວັງ​ນັ້ນ​ແມ່ນ, ​ໃນ​ເວລາຮາກ​ຜູ້ກ່ຽວ​ຕ້ອງມີ​ສະຕິ, ຖ້າ​ຜູ້​ກ່ຽວ​ສະຫຼົບ​, ບໍ່​ຮູ້​ເມື່ອ​ສີ​ງຢ່າ​ກະ​ຕຸ້ນ​ໃຫ້​ເຂົາ​ຮາກ​ອີກ​ເດັດຂາດ, ​ເພາະ​ຢ້ານ​ສິ່ງ​ທີ່ຮາກ​ອອກຈະ​​ໄຫຼ​ເຂົ້າ​ຫຼອດລົມ​ຫາຍ​ໃຈ, ​ເຮັດ​ໃຫ້ຫາ​ຍ​ໃຈ​ຝືດ, ບາງຄົນ​ອາດ​ຈະ​ຖອກທ້ອງ​​ແຮງ, ຖອກທ້ອງ​ແມ່ນ​ອາການ​ທີ່​ມີ​ລັກສະນະ​ປ້ອງ​ກັນ​ຂອງຮ່າງກາຍ​ເພື່ອ​ຂັບ​ຖ່າຍທາດ​ເບື່ອ​ອອກ​ເອງ, ​ແຕ່​ຖ້າ​ຖອກ​ທ້ອງ​ແຮງ​ເກີນ​ໄປ, ຈະ​ພາ​ໃຫ້​ເສຍ​ນ້ຳ​ໃນ​ຮ່າງກາຍ​ຢ່າ​ງໜັກ​ໜ່ວງ, ຈະ​ເຮັດ​ໃຫ້​ເລືອດ​ໃນ​ຮ່າງກາຍ​ໜ້ອຍ​ລົງ, ​ແລ້ວພາ​ໃຫ້ຄົນ​ສະຫຼົບ. ​ໃນ​ຂະນະ​ນີ້, ຄວນໃຫ້​ຜູ້​ກ່ຽວ​​ດື່ມ​ນ້ຳ​ເກືອ​ຈາງອຸ່ນໆຈອກໜຶ່ງ, ​ເພື່ອ​ເພີ່ມ​ຕື່ມ​​ເລືອດ​ໃນ​ຮ່າງກາຍ.

ນອກ​ນີ້, ​ເພື່ອ​​ໃຫ້​ຮູ້​ສິ່ງ​ທີ່​ພາ​ໃຫ້​​ເບື່ອ, ຕ້ອງ​ຮັກສາ​ອາຫານ​ທີ່​ພາ​ໃຫ້​​ເບື່ອ​ນັ້ນ​ໄວ້​, ​ເພື່ອ​ໃຫ້ນາຍໝໍ​​ເອົາ​ໄປກວດກາ, ຖ້າ​ບໍ່​ມີ​ຕົວຢ່າງອາຫານ​ແລວ, ກໍ​ຮັກສາ​ສິ່ງ​ທີ່ຮາກອອກ​ມາ​ແລະ​ຂັບ​ຖ່າຍ​ອອກ​ຂອງ​ຜູ້​ກ່ຽວ​ກໍ​ໄດ້, ​ເພື່ອ​​ໃຫ້​ນາຍ​ໝໍ​ສາມາດ​ບົ່ງມະຕິ​ໄດ້​ໂດຍ​ໄວ​ແລະ​ຊ່ອຍ​ຊີວິດ​ທັນ.