ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 16:03:22    
ຈີນ ສິງກະ​​ໂປ​ແລະ​ນອກ​ແວ​ເຊັນ​ບົດ​ບັນ​ທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​​​ໃນ​ດ້ານ​ຄົ້ນ​ຄວ້າ​ເຫດ​ການ​ທາງ​ທະ​ເລ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ມື້ວານ​ນີ້(ວັນ​ທີ 28 ສິງຫາ) ຢູ່​ທີ່​ສິງກະ​ໂປ, ຈີນ ສິງກະ​ໂປ​ແລະ​ນອກ​ແວ​ໄດ້​​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບການ​ຮ່ວມ​ມື​ໃນ​ດ້ານ​ຄົ້ນ​ຄວ້າ ພັດ​ທະ​ນາ ແລະ​ການ​ສຶກສາອົບຮົມກ່ຽວ​ກັບ​ເຫດການ​ທາງ​ທະ​ເລ​ແລະ​ການ​​ເດີນ​ທະ​ເລ, ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງກ່າວ​ລະຫວ່າງ​ສາມ​ປະ​ເທດ​ຕື່ມ​ອີກ.

​ ທ່ານ​ລີ​ເຊິ້ງລິນ ລັດຖະມົນຕີ​ວ່າການກະຊວງ​​ຄົມມະນາຄົມ​ຈີນ​ທີ່​ໄປ​ຢ້ຽມຢາມ​ສິງກະ​ໂປ​ກັບ​ທ່ານ​ລິ​ມຊຽງ​ກິດ ລັດຖະມົນຕີ​ວ່າການກະຊວງ​ການ​ຄົມມະນາຄົມ​ສິງກະ​ໂປ ທ່ານ​ນາງ​ລີ​ເຊ ນົວ​ເດ​ເຈຍ​ເດ ອຸປະ​ທູດ​ສະຖານທູດ​ນອກ​ແວ​ປະຈຳ​ສິງກະ​ໂປ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ໃນ​ມື້​ດຽວ​ກັນ.

ສິງກະ​ໂປ​ແມ່ນ​ປະ​ເທດ​ສຸດ​ທ້າຍ​ຂອງ​ການ​ໄປ​ຢ້ຽມຢາມ​ອາຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ທ່ານ​ລີເຊິ້ງລິນ. ກ່ອນ​ໜ້າ​ນີ້, ທ່ານ​ລີ​ເຊິ້ງລິນ​ຍັງ​​ໄປ​ຢ້ຽມຢາມອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ. ​ໃນ​ໄລ​ຍະ​ຢ້ຽມຢາມ​ສາມ​ປະ​ເທດ​ນີ້, ທ່ານ​ລີ​ເຊິ້ງລິນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄົມມະນາຄົມຫຼືລັດຖະມົນຕີ​ກະຊວງ​ຂົນ​ສົ່ງ​ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ, ສອງ​ຝ່າຍ​ເປັນ​ເອ​ກະ​ສັນ​ເຫັນ​ວ່າ, ຈະ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຂົນ​ສົ່ງ ​ໂດຍສ​ະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພດ້ານ​ການ​ເດີນທະ​ເລ ການ​ຮັບປະກັນ​ຄວາມ​ປອດ​ໄພ​ເທີງ​ທະ​ເລ​ແລະ​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ເທິງ​ທະ​ເລ​ເຊິ່ງລວມທັງ​ຊ່ອງ​ແຄບ​ມາ​ລັກ​ກາລະ​ຫວ່າງ​ສອງ​ຝ່າຍ​ຕື່ມ​ອີກ. ຈີນ​ກັບ​ມາ​ເລ​ເຊຍຍັງ​ໄດ້​ເຊັນ​ບົດ​ບັນທຶກ​ຊ່ອຍ​ຈຳ​ຄວາມ​ເຂົ້າ​ໃຈ​ກັນ​ກ່ຽວ​ກັບ​ການ​ຮ່ວມ​ມື​ກ່ຽວ​ກັບ​ເຫດ​ການ​ທາງ​ທະ​ເລ.