ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 17:01:25    
ທະຫານອາ​ເມ​ລິ​ກາ​ປະຈຳ​ອີ​ຣັກ​ທີ່​ກ່ຽວ​ພັນ​ເຖິງ​​ເຫດ​ການ​ເຂັ່ນ​ຂ້າ​ແບບ​ຊະ​ຊາຍ​ສ່ວນ​ຫຼາຍ​ຖືກ​ລົງ​ໂທດ​ເບົາ

cri Author: lm

ຕາມ​ຂ່າວສານ​ຊິນ​ຮວາ: ໜັງສືພິມ "ວໍ​ຊິງ​ຕັນ​ພົສ" ອາ​ເມ​ລິ​ກາ​ສະບັບ​ວັນ​ທີ 28 ສິງຫາ​ລາຍ​ງານ​ວ່າ, ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກທີ່​ກ່ຽວ​ພັນ​ເຖິງ​ເຫດການ​ເຂັ່ນຂ້າ​ແບບ​ຊະ​ຊາຍ​ສ່ວນ​ຫຼາຍ​ບໍ່​ໄດ້​ຖືກ​ລົງ​ໂທດ​ເທົ່າ​ທີ່​ຄວນ, ​ແລະ​ເຫດການ​​ເຂັ່ນຂ້າ​​ແບບ​ຊະຊາຍ​ສ່ວນ​ຫຼາຍ​ກໍ​ບໍ່​​ໄດ້​ຕັ້ງ​ເປັນ​ຄະ​ດີ​ເພື່ອ​ສືບສວນ.

ຕາມ​ການ​ສຳຫຼວດຂອງ "ໜັງສືພິມ​ວໍ​ຊິງ​ຕັນ​ພົສ", ນັບ​ມາ​ຮອດ​ປັດຈຸບັນ, ທະຫານທີ່​ກ່ຽວ​ຄະດີ​ມີ​ພຽງ​ 39 ຄົນຖືກ​ກ່າວ​ຟ້ອງ​ຢ່າງ​ເປັນ​ທາງ​ການ, ​​ແລະຜູ່​ຖືກ​ຕັດສິນ​ຈຳ​ຄຸກ​ມີ​ພຽງ 12 ຄົນ​ເທົ່າ​ນັ້ນ. ທະ​ຫານ​ກ່ຽວ​ຄະດີ​ສ່ວນຫຼາຍແມ່ນ​ຖືກ​ລົງ​ໂທດ​ໃນສະຖານ​ເບົາ ຫຼືຖືກ​ລົງ​ໂທດ​ທາງ​ບໍ​ລິ​ຫານ, ຈົນ​ກະ​ທັ້ງ​ຖືກ​ຍົກ​ໂທດ, ​ເຫດການ​ເຂັ່ນຂ້າ​ຊະຊາຍ​ສ່ວນຫຼາຍທີ່​ສຸດ​ບໍ່​ໄດ້​ຕັ້ງ​​ເປັນ​ຄະ​ດີ​ເພື່ອ​ສືບ​ສວນ.

​ແຕ່​ສື່​ມວນ​ຊົນ​ເປີດ​ເຜີຍ​ຂ່າວ​ກ່ຽວ​ກັບ​ທະຫານ​ອາ​ເມ​ລິ​ກາ​ປະຈຳ​ອີຣັກ​ເຂັ່ນຂ້າ​ສາ​ມັນ​ຊົນ​ອີ​ຣັກ​ເມື່ອ​ຕົ້ນປີ​ນີ້​ເປັນຕົ້ນມາ, ​ຫາງ​ສຽງ​ສາກົນ​ແລະ​ວົງ​ການ​ຕ່າງໆ​ຂອງ​ອາ​ເມ​ລິ​ກາ​ໄດ້​ເອົາ​ໃຈ​ໃສ່​​ໃນ​ລະດັບ​ສູງນຳ​ເຫດການ​ເຂັ່ນຂ້າ​​ແບບຊະຊາຍທີ່​​ທະຫານ​ອາ​ເມ​ລິ​ກາ​ເປັນ​ຜູ່​ກໍ່​ຂຶ້ນ. ທ່ານ​ບຸ​ສ ປະທານາທິບໍດີ​ອາ​ເມ​ລິ​ກາ​ເຄີຍ​ກ່າວ​ວ່າ, ຖ້າ​ເຫດການ​ເຂັ່ນຂ້າ​ຊະ​ຊາຍ​ແມ່ນ​ເລື່ອງ​ຈິງ​, ຜູ່​ກ່ຽວ​ຈະ​ຖືກ​ລົງ​ໂທດ​ຢ່າງ​ເຂັ້ມງວດ.