ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 20:27:54    
ເວ​ທີ​ປາ​ໄສ​ຫົວ​ໜ້າ​ຫໍ​ວິ​ຈິດ​ຕະ​ກຳ​ອາ​ຊີ​ຈະ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: shuo

ຕາມ​ຂ່າວCRI:ນັກ​ຂ່າວ​ໄດ້​ຊາບ​ຈາກ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ມື້ນີ້(ວັນ​ທີ29​ສິງຫາ)ວ່າ,​ເວ​ທີ​ປາ​ໄສ​ຫົວ​ໜ້າ​ຫໍ​ວິຈິດ​ຕະກຳ​ອາຊີ​ຈະ​ຈັດ​ຂຶ້ນຢູ່​ຫໍ​ວິຈິດ​ຕະກຳ​ຈີນ​ໃນ​ວັນ​ທີ31​ສິງ​ຫາ,​ນີ້​ແມ່ນ​ຄັ້ງ​ປະ​ຖົມ​ມະ​ເລີກ​ທີ່​​ຫົວໜ້າ​ຫໍ​ວິຈິດ​ຕະກຳຂອງ​ອາຊີ​ພົບ​ປະກັນ​ໃນ​ລະດັບ​ສູງ.

​ເວທີ​ປາ​ໄສ​ດັ່ງ​ກາວ​​ແມ່ນ​ໜຶ່ງ​ໃນ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ງານ​ສິລະ​ປະ​ອາ​ຊີ​ຄັ້ງ​ທີ​8​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ທີ່​ປັກ​ກິ່ງ,ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ມີ​ວິ​ຊາ​ສະ​ເພາະ​ທີ່​ງານ​ສິ​ລະ​ປະ​ອາ​ຊີ​ຕັ້ງ​ຂຶ້ນ​ເປັນ​ຄັ້ງ​ທຳ​ອິດ.​ຫົວ​ໜ້າ​ຫຼື​ຜູ້​ຕາງ​ໜ້າ​ຂອງ​ຫໍ​ວິ​ຈິດ​ຕະ​ກຳ​ແລະ​ຫໍ​ພິ​ພິດ​ຕະ​ພັນ​ທີ່​ມີ​ສ່ວນ​ກ່ຽວ​ຂອງ​ກັບ​ວິ​ຈິດ​ຕະ​ກຳ​ຂອງ​10​ປະ​ເທດ​ສະ​ມາ​ຊິກ​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ແລະ​ຈີນ ຍີ່​ປຸ່ນ ສ.​ເກົາ​ຫຼີ ພ້ອມ​ດ້ວຍ​ຜູ້​ຊ່ຽວ​ຊານ ນັກ​ວິ​ຊາ​ການ​ທີ່​ຄົ້ນ​ຄວ້າ​ວິ​ຈິດ​ຕະ​ກຳ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ຄັ້ງ​ນີ້.

ທ່ານ​ຟານ​ຕີ​ອ່ານ ຫົວໜ້າ​ຫໍ​ວິຈິດ​ຕະກຳ​ຈີນ​ກ່າວ​ວ່າ,ການ​​ໄຂ​ເວທີ​ປາ​ໄສ​ຄັ້ງນີ້​ຈະ​ສະ​ໜອງ​ບ່ອນ​ແລກ​ປ່ຽນ​ລະ​ດັບ​ສູງ​ໃຫ້​ແກ່​ວົງ​ການ​ວິ​ຈິດ​ຕະ​ກຳ​ອາ​ຊີ,​ຜູ້​ຮ່ວມ​ປະ​ຊຸມ​ຈະ​ຄົ້ນ​ຄວ້າ​ຫາ​ລື​ບັນ​ຫາ​ຮ່ວມ​ກັນ​ແລະ​ບັນ​ຫາ​ພິ​ເສດ​ຂອງ​ຫໍ​ພິ​ພິດ​ຕະ​ພັນ​ວິ​ຈິດ​ຕະ​ກຳ​ອາ​ໃນ​ດ້ານ​ເກັບ​ຮັກ​ສາ ວາງ​ສະ​ແດງ​ແລະ​ຄົ້ນ​ຄວ້າ.