ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-29 20:55:43    
ອາ​ຊຽນ​ຫວັງ​ຢາກ​ໃຫ້​ທາງ​ລົດ​ໄຟ​ຜ່ານ​ອາ​ຊີ​ສ້າງ​ສຳ​ເລັດ​ໃນ​ປີ​2015

cri
ຕາມ​ຂ່າວ​ຈາກ​ກະຊວງ​ການ​ຄ້າ​ຈີນ,ຫວ່າງ​ມໍ່​ໆ​ນີ້,ທ່ານ​ອົງ​​ເຄັງຢົງ ​ເລ​ຂາ​ທິ​ການ​ໃຫຍ່​ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຫຼື​ອາ​ຊຽນ​ກ່າວ​ວ່າ,​ເພື່ອ​ຊຸກ​ຍູ້​ການ​ໄປ​ມາ​ຫາ​ສູ່​ກັນ​ຂອງ​ຄົນ​ແລະ​ການ​ຈໍ​ລາ​ຈອນ​ຂອງ​ສິນ​ຄ້າ​ລະ​ຫວ່າງ​ພາກ​ພື້ນ,​ອາ​ຊຽນ​ຫວັງ​ຢາກ​ໃຫ້​ທາງ​ລົດ​ໄຟ​ຜ່ານ​ອາ​ຊີ​ທີ່​ເຊື່ອມ​ຕໍ່​ສິງ​ກະ​ໂປ​ກັບ​ຄຸນ​ມິງ​ຈີນ​ນັນ​ສ້າງ​ສຳ​ເລັດ​ໃນ​ປີ​2015.

ທ່ານ​ອົງ​​ເຄັງຢົງ ກ່າວ​ວ່າ,​ຫວ່າງ​ມໍ່ໆ​ນີ້,​ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ​ໄດ້​ໃຫ້​ເງິນ​ກູ້​ບູ​ລິ​ມະ​ສິດ​40​ລ້ານ​ໂດ​ລາ​ແກ່​ກຳ​ປູ​ເຈຍ,​ນອກ​ນີ້,​ທະ​ນາ​ຄານ​ດັ່ງ​ກ່າວ​ຍັງ​ຈະ​ສະ​ໜອງ​ເງິນ​ຊ່ອຍ​ເຫຼືອ​ສ້າງ​ໂຄງ​ການ​5​ລ້ານ​4​ແສນ​ໂດ​ລາ​ໃຫ້​ກຳ​ປູ​ເຈຍ,​ເພື່ອ​ໃຊ້​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ທີ່​ຍາວ​ປະ​ມານ​300​ກິ​ໂລ​ແມັດ​ພາຍ​ໃນ​ແດນ​ກຳປູ​ເຈຍ.​ສະ​ນັ້ນ,​ບັນ​ຫາ​ຊອກ​ຫາ​ເງິນ​ທຶນ​ຂອງ​ກຳ​ປູ​ເຈຍ​ທີ່​ຝ່າຍ​ຕ່າງໆ​ເປັນ​ຫ່ວງ​ເປັນ​ໃຍ​ທີ່​ສຸດ​ໃນ​ກ່ອນ​ໜ້າ​ນີ້​ໄດ້​ແກ້​ໄຂ​ໃຫ້​ຕົກ​ໄປ​ແລ້ວ.

ຕາມ​ແຜນ​ການ,​ທາງ​ລົດ​ໄຟ​​ຜ່ານ​ອາຊີ​ເລີ່ມ​ຈາກ​ສິງ​ກະ​ໂປ​ຜ່ານ​ບາງ​ກອກ​ໄປ​ຮອດ​ຄຸນ​ມິ​ງ,ຍາວ​ທັງ​ໝົດ​ປະ​ມານ​5000​ກິ​ໂລ​ແມັດ.​ທ່ານ​ອົງ​ເຄັງ​ຢົງ​ກ່າວ​ວ່າ,​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ​ອາ​ຊຽນ​ຈະ​ໄປ​ຄຸນ​ມິງ​ໃນ​ເດືອນ​ພະ​ຈິກ,​ເພື່ອ​ຫາ​ລື​ໂຄງ​ການ​ແລະ​ຊອກ​ຫາ​ເງິນ​ທຶນ. ​ທ່ານ​ຄາດ​ວ່າ,​ໂຄງ​ການ​ນີ້​ຈະ​ລົງ​ທຶນ​15​ຕື້​ໂດ​ລາ.