ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-31 09:31:51    
ຂົວ​ທາງ​ອາ​ກາດ​060829(ສຽງ)

cri

ນັບ​ແຕ່​CRIພວກ​ເຮົາຈັດ​ການ​ເສັງ​ຄວາມ​ຮູ້"ຂ້ອຍ​ກັບCRI"ມາ​ນີ້,ຜູ້​ຟັງຫຼາຍ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ຂອງ​ພວກ​ເຮົາ​ດ້ວຍຊ່ອງ​ທາງ​ຕ່າງໆ,ນະ​ທີ່​ນີ້,ດວງ​ພະຈັນ​ຂອບ​ໃຈ​ຜູ້​ຟັງ​ທັງ​ຫຼາຍທີ່​ສະໜັບ​ສະ​ໜູ​ນລາຍການ​ຂອງ​ພວກ​ເຮົາ.ການ​ເສັງ​ຄວາມ​ຮູ້​ເທື່ອ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ1​ກັນຍາ,ຖ້າວ່າ​ຜູ້​ຟັງ​ຜູ້​ໃດ​ຍັງ​ຢາກ​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້,ກໍ່ຂໍ​ໃຫ້​ຟ້າວ​ສົ່ງ​ມາ​ໄວໆ,ຫຼັງ​ຈາກ​ນັ້ນ,ພວກ​ເຮົາ​ກໍ່​​ໄດ້ຄັດ​ເລືອກ​ຜູ້​ຟັງ​ທີ່​ໄດ້​ຮັບ​ລາງວັນ​ແລ້ວ.

ຫວ່າງ​ມໍ່ໆ​ມາ​ນີ້,ພວກ​ເຮົາ​ໄດ້​ຮັບ​​ໃບ​ຕອບ​ຄຳ​ຖາມ​ແລະ​ຈົດໝາຍ​ຂອງ​ນ້ອງ​ຄຳ​ປິວ ກົງ​ແສງ​ຈິດທີ່​ຢູ່​ບ້ານ​ໜອງ​ທາ​ເໜືອ ​ເມືອງ​ຈັນທະ​ບູລີ ນະຄອນຫຼວງ​ວຽງ​ຈັນ,​ໃນ​ຈົດໝາຍ​ນ້ອງ​ຂຽນ​ວ່າ, "ນ້ອງ​ດີ​ໃຈ​ຫຼາຍ​ທີ່​ໄດ້​ເຂົ້າ​ຮ່ວມ​ການ​​ເສັງ​ຄວາມ​ຮູ້​ເທື່ອ​ນີ້,ນ້ອງ​ຮູ້ສຶກ​ວ່າ,ຕົວ​ເອງ​ໄດ້​ມັກ​ວັດທະນະທຳ​ຈີນ,​ເພາະ​ຈີນ​ມີ​ວັດທະ​ນະທຳ​ອັນ​ຈົບງາມ,ປະຊາຊົນ​ກໍ່​ດຸ​ໝັ່ນ​ຖະໜອມ​ຕົວ,ບໍ່​ອວດອົງ.ພາສາ​ຈີນ​ກໍ່​ເປັນ​ພາສາ​ທີ່​ເວົ້າ​ງ່າຍ,ນ້ອງ​ມັກ​ພາສາ​ຈີນ​ຫຼາຍ.ຫຼັງ​ຈາກ​ໄດ້​ຮຽນ​ພາສາ​ຈີນ​ນຳ​ວິທະຍຸ CRI ​ແລ້ວ,ນ້ອງ​ກໍ່​ສາມາດ​ລົມ​ນຳ​ຄົນ​ຈີນ​ໄດ້​ແລະ​​ເຂົ້າ​ໃຈ​ກັນ​ດີ.​ເຖິງວ່າ​ເວົ້າ​ໄດ້​ບໍ່​ໝົດ,ນ້ອງ​ກໍ່​ດີ​ໃຈ​ຫຼາຍ,​ເພາະ​ມັນ​ຄື​ສິ່ງ​ຂອງ​ລ້ຳ​ຄ່າ,ຄື​ຄວາມ​ຮູ້​ອັນ​ໜຶ່ງ​ເຊິ່ງມັນ​ອາດ​ຈະ​ຊ່ວຍ​ໃຫ້​ການ​ດຳລົງ​ຊີວິດ​ດີ​ຂຶ້ນ​ເມື່ອ​ອອກ​ໄປ​ເຮັດ​ວຽກ​ແລະ​ເຮົາ​ສາມາດ​ເວົ້າ​ພາສາ​ຕ່າງປະ​ເທດ​ໄດ້​ນອກ​ຈາກ​ພາສາ​ອັງກິດ​ເຊິ່ງຫຼາຍ​ຄົນ​ຈະ​ເວົ້າ​ໄດ້,​​ແລະນ້ອງ​ເຊື່ອ,ພາສາ​ຈີນ​ຍັງ​ຈະ​ໃຊ້ຫຼາຍ​ໃນ​ການ​ປະກອບ​ອາຊີບ."

ເມື່ອ​ໄດ້​ຮຽນ​ຕາມ​ລາຍການ"ຮຽນ​ພາສາ​ຈີນ"ຂອງ​ພວກ​ເຮົາ​ແລ້ວ,ປັດຈຸ​ບັນ,ນ້ອງ​ຄຳປິວ​ໄດ້​ສົນທະນາ​ກັບ​ຄົນ​ຈີນ​ໄດ້​ແລ້ວ,ນີ້​ເຮັດ​​ໃຫ້​ພວກ​ເຮົາ​ຮູ້ສຶກປິ​ຕິ​ຊົມ​ຊື່ນ​​ເປັນ​ຢ່າງ​ຍິ່ງ,​​ຕໍ່​ໄປ​ພາຍ​ໜ້າ​ພວ​ກ​ເຮົາ​ຍັງ​ຈະ​ພະຍາ​ຍາມ​ປັບປຸງ​ລາຍການ"ຮຽນ​ພາສາ​ຈີນ"​ໃຫ້​ດີກ​ວ່າ​ເກົ່າ,​ເຮັດ​ໃຫ້​ລາຍການ​ນີ້​ສອດ​ຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ​ການ​ຂອງ​ຜູ້​ຟັງຫຼາຍ​ກວ່າ​ເກົ່າ.​ໃນ​ຕອນ​ທ້າຍ​ຂອງ​ຈົດ​ໝາຍ,ນ້ອງ​ຄຳ​ປິວ​ຍັງ​​ຂໍ​ຟັງ​ເພງ​ອັງ​ກິດ​ເພງ​ໜຶ່ງ,ພວກ​ເຮົາ​ກໍ​ຂໍ​ຈັດ​ເພງ"take me to your heart"ມອບ​ໃຫ້​ຄົນ​ທັງຫຼາຍ​ທີ່​ນ້ອງ​ຮັກ​ແລະ​ຜູ້​ຟັງ​ທັງຫຼາຍ​ທີ່​ມັກ​ລາຍການ​​ຂອງ​ວິທະຍຸ​CRIພວກ​ເຮົາ.