ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 10:44:34    
ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ຕໍ່​ທ່ານ​ນົງ​ດຶກ​ແຫມ້ງ​ຢ້ຽມ​ຢາມ​ຈີນ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ວັນ​ທີ 29 ສິງ​ຫາ,ທ່ານ​ຟາມ​ເກຍ​ຄຽມ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ທັງ​ເປັນ​ລັດ​ຖະ​ມົນ​ຕີ​​ວ່າ​ການ​ກະ​ຊວງ​ການ​ຕ່າງປະ​ເທດ​ຫວຽດ​ນາມ​ເວົ້າວ່າ, ​ໃນ​ໄລ​ຍະ​ທີ່​ທ່ານ​ນົງ​ດຶກ​ແຫມ້ງ ​ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຢ້ຽມຢາມ​ຢູ່​ຈີນ,ທ່ານ​ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເອ​ກະ​ພາບ​ກັນ​ສຳ​ຄັນ​ຫລາຍ​ຢ່າງກັບ​ຜູ່​ນຳ​ຈີນ,ນີ້​ມີ​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ຂະ​ຫຍາຍ​ໄປ​ສູ່​ບາດ​ກ້າວ​ໃຫມ່.

ມື້​ດຽວ​ກັນ, ​ແວບ​ໄຊ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດ​ນາມ​ໄດ້​ເຜີຍ​ແຜ່​ຄຳ​ເວົ້າ​ຂອງ​ທ່ານ​ຟາມ​ເກຍ​ຄຽມ​ທີ່​ກ່າວວ່າ, ນີ້​ແມ່ນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ນົງ​ດຶກ​ແຫ​ມ້ງ​ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ນັບ​ແຕ່​ທ່ານ​ໄດ້​ດຳ​ລົງ​ຕຳ​ແຫນ່ງ​ອີກ​ວາ​ລະ​ຫນຶ່ງ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໃນ​ເດືອນ​ເມ​ສາ​ປີ​ນີ້​​ເປັນ​ຕົ້ນ​ມາ.ນີ້​ສະ​ແດງ​ໃຫ້​ເຫັນ​ອີກ​ເທື່ອ​ຫນຶ່ງ​ວ່າ, ພັກ​ແລະ​ລັດ​ຖະ​ບານ​ຫວຽດ​ນາມ​ສຸດ​ທີ່​ເອົາ​ໃຈ​ໃສ່​ນຳ​ການ​ປັບປຸງ​ແລະ​ຂະ​ຫຍາຍ​ການ​ພົວ​ພັນ​ມິດ​ຕະ​ພາບ​ແລະ​ຮ່ວມ​ມື​ກັນ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບ​ຈີນ,​ຖື​ການ​ຂະ​ຫຍາຍ​ການ​ພົວ​ພັນ​ກັບ​ຈີນ​​ເປັນ​ບູ​ລິ​ມະ​ສິດ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ.

ທ່ານ​ຟາ​ມ​ເກຍ​ຄຽມ​ຊີ້​ອອກ​ວ່າ, ​ໃນ​ໄລ​ຍະ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ນົງ​ດຶກ​ແຫມ້ງ​ໄດ້​ພົບ​ປະ​ແລະ​ເຈ​ລະ​ຈາ​ກັບ​ຜູ່​ນຳ​ຈີນ​ຢ່າງ​ກົງ​ໄປ​ກົງ​ມາ​ແລະ​ສະ​ຫນິດ​ສະ​ຫນົມ,​ເມື່ອ​ໄປ​ຢ້ຽມ​ຢາມ​ບ່ອນ​ໃດ​ກໍ່​ເຮັດ​ໃຫ້​ຄົນ​ທັງ​ຫລາຍ​ຮູ້​ສຶກ​ວ່າຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ​ຫວຽດ​ນາມ​​ຈີນ​ນັບ​ມື້​ນັບ​ແຫນ້ນ​ແຟ້ນ​ແລະ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ​ຂຶ້ນ.