ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 16:05:26    
ງານ​ວາງສະ​ແດງ​ປື້​ມສາ​ກົນ​ປັກ​ກິ່ງ​ຄັ້ງທີ 13 ​ໄຂ​ຂຶ້ນ​ແລ້ວ

cri Author: lm

ຕາມ​ຂ່າວ CRI: ວັນ​ທີ 30 ສິງຫາ, ງານວາງສະ​ແດງປື້​ມສາກົນ​ປັກ​ກິ່ງ​ຄັ້ງທີ 13 ​ໄດ້​ໄຂ​ຂຶ້ນຢູ່​ສູນ​ວາງ​ສະ​ແດງ​ສາກົນ​ປັກ​ກິ່ງ, ບໍລິສັດ​ທຸລະ​ກິດປື້​ມ​ 1700 ກວ່າ​ບໍລິສັດ​ແລະ​ອົງການ​ຈັດຕັ້ງທີ່​ກ່ຽວ​ຂ້ອງ​ຂອງ 50 ປະ​ເທດ​ແລະ​ເຂດ​ແຄວ້ນ​ໄດ້​ເຂົ້າຮ່ວມ​ກິດຈະກຳ​ການ​ຄ້າ​ແລະ​ການວາງສະ​ແດງ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 4 ມື້.

ງານ​ວາງສະ​ແດງ​ປື້​ມສາກົນ​ປັກ​ກິ່ງ​ເລີ່​ມຈັດ​ຂຶ້ນ​ເມື່ອ​ປີ 1986, ຈຸດປະສົງ​ແມ່ນ "ນຳ​ເອົາ​ປື້​ມ​ສາ​ກົນ​ທີ່​ດີ​ເລີດ​ເຂົ້າສູ່​ຈີນ ​​ແລະໃຫ້​ປື້​ມຂອງ​ຈີນ​​ໄປ​ສູ່​ໂລກ", ມາ​ຮອດປັດ​ຈຸ​ບັນ​ໄດ້​ພັດ​ທະ​ນາ​ກາຍ​ເປັນ​ງານ​ມະຫະ​ກຳ​ແລກປ່ຽນ​ການພິມ​ຈຳໜ່າຍ​ສາກົນ​ທີ່​ເຊື່ອມ​ໂຍງ​ການ​ຄ້າ​ຂາຍ​ລິ​ຂະ​ສິດ ການ​ຄ້າຂາຍ​ປື້​ມ ກິດຈະກຳ​ວັດທະນະທຳ ວາງສະ​ແດງ​ແລະ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ. ງານ​ວາງ​ສະ​ແດງ​ຄັ້ງນີ້​ຍັງ​ຈະ​ຈັດ​ກິດຈະກຳ​ຄົ້ນຄວ້າ​ວິຊາ​ການ​ຕ່າງໆ ​ເຊັ່ນ ​ເວ​ທີ​ປາ​ໄສ​ການ​ພິມ​ຈຳ​ໜ່າຍ​ສາກົນ​ແລະ​ເວທີ​ປາ​ໄສ​ການ​ຄ້າ​ຂາຍລິ​ຂະ​ສິດ​ເປັນ​ຕົ້ນ.