ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-08-30 17:31:05    
ອວຍພອນລູກຫຼານ

cri Author: moxiaoling

1, ໂຊໂກລາ​ໃສ່​ໃນໝາກໄມ້ມີຜົນດີຕໍ່ສະໝອງ. ກິນ​ໂຊ​ໂກລາ​ທີ່​ໃສ່​ໃນໝາກ​ໄມ້​ມີ​ຜົນ​ດີ​ຕໍ່​ສຸຂະພາບ​ຂອງ​ສະໝອງ? ​ແມ່ນ​​ແທ້! ​ແຕ່​ນີ້​ບໍ່​ແມ່ນ​ຜົນ​ຂອງ​ໂຊ​ໂກລາ, ຫາກ​ແມ່ນ​ໃນ​ໝາກ​ອະ​ມັ່ງ​ທີ່​ຢູ່​ທາງໃນ. ​ໃນ​ໝາກ​ອະ​ມັ່ງ​ມີ​ວິຕາມິນE, ສາມາດ​ຜ່ອນ​ຄວາມ​ເສື່ອ​ມ​ໂຊມ​ຂອງ​ສະໝອງ​ຍ້ອນ​ອາຍຸເຖົ້າ​​ແກ່​ຊະລາຢ່າງ​ໄດ້​ຜົນ. ນັກວິທະຍາສາດ​ຍັງ​ເຫັນ​ວ່າ, ​ໃນໝາກ​ອະ​ມັ່ງ​ມີ​ປະ​ໂຫຍ​ດຕໍ່​ສະໝອງ, ກໍ​ແມ່ນ​ຜົນ​ຍ້ອນ​ຈິດ​ໃຈດີ​ຂຶ້ນ, ສະ​ນັ້ນ, ເວລາ​ຮູ້ສຶກ​ກັງວົນ, ອຸກ​ອັ່ງ​ຫຼື​ບໍ່​ມ່ວນ​ໃຈ​ນັ້ນ, ກິນ​ໂຊ​ໂກລາທີ່​ມີ​ໃນໝາກ​ອະ​ມັ່ງ​ຈະ​ມີ​ຜົນ​ດີ​ຫຼາຍ​ຕໍ່​ຈິດ​ໃຈ​ຂອງ​ຄົນ​ເຮົາ.

2, ກິນ​ຜັກ​ສີຂຽວ​ເລື້ອຍໆ​ຮັກສາ​ສາຍຕາ​ໄດ້, ​ໃນ​ແຕ່​ລະ​ມື້, ທະ​ແນມ​ແຕ່​ມືນ​ຕາ, ຕາກໍ​ອາດ​ຈະ​ຖືກຊຶມ​ເຊື້ອ. ກິນຜັກ​ສີຂຽວ​ຈະ​ຊ່ອຍເພີ່ມ​ທາດທີ່​ຕ້ານ​ການ​ຫັນ​ເປັນ​ອັອກສິດ​ຢ່າງພຽງພໍ, ມັນຈະ​ຊ່ອຍ​ຮັກສາ​ຕາ​ບໍ່​ໃຫ້ຖືກ​ສິ່ງ​ພາຍ​ນອກ​ທຳລາຍ. ​ສະ​ນັ້ນແຕ່​ລະ​ມື້​ຈິ່ງ​ຄວນ​ກິນຜັກ​ໃບ​ຂຽວຈຳນວນ​ໜຶ່ງ, ​ເຊັ່ນ​ຜັກ​ເຊ​ເລີ​ລີ​, ໝາກ​ແຕງ​ແລະ​ອື່ນໆ​ຈະມີ​ຜົນ​ດີ​ທີ່​ສຸດ​ຕໍ່ຕາ.

3, ປາ​ປົວ​ພະຍາດ​ຂີ້​ກະຍື​ໄດ້, ພະຍາດ​ຂີ້​ກະຍື​ກໍ​ຄື​ເປັນ​ຫືດ. ການ​ຄົ້ນຄວ້າ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ, ກິນ​ປາ​ບຳລຸງ​ປອດ​ໄດ້, ​ແລ້ວ​ຜ່ອນຄາຍ​ອາການພະຍາດ​ຫືດ. ນີ້​ແມ່ນ​ຍ້ອນ​ວ່າ​ໃນ​ຊີ້ນ​ປາ​ມີ​ທາດ​ມາ​ເຍຊຽມທີ່​ອຸດົມສົມບູນ, ສະ​ນັ້ນນາຍ​ໝໍ​ໃນ​ຫ້ອງ​​ສຸ​ເສີນຈິ່ງ​ມັກ​ໃຊ້​ຢາ​ທີ່​ມີ​ມາ​ເຍຊຽມມາ​ປົວ​​ໃຫ້​ຜູ້​ເປັນ​ຫືດ.

4, ໝາກ​ຫົວ​ໃຈ​ກັບ​ເບຍ. ການ​ທົດ​ລອງ​​ໄດ້​ຢັ້ງຢືນ​ໃຫ້​ເຫັນ​ວ່າ, ຖ້າ​ຄົນ​ເຮົາ​ດື່ມ​ເບຍ​ມື້​ລະຈອກ​, ຈະ​ຫຼຸດ​ຄວາມ​ອັນຕະລາຍ​ທີ່​ຈະ​ເປັນ​ໂຣກຫົວ​ໃຈ​​ລົງ​ຮອດ​ລະດັບ​ຕ່ຳ​ສຸດ. ​ແຕ່ສິ່ງ​ທີ່ຄວນ​ຈຳ​ໄວ້​ນັ້ນ​ແມ່ນ​ຕ້ອງ​ດື່ມ​ມື້​ລະ​ຈອກ​ອີ່ຫຼີຈິ່ງຈະ​​ໄດ້ຜົນ, ຖ້າ​ດື່ມມື້​ລະ​ສອງ​ຈອກ​ຫຼາຍກວ່າ​ນັ້ນ​ແມ່ນ​ປ້ອງ​ກັນ​ບໍ່​ໄດ້.

5, ​ອາການແຂ້ວ​ອອກ​ເລືອດ​ກັບໝາກ​ພຸກ. ​​ເລືອດ​ອອກ​ຕາມ​ຟັນ​ແຂ້ວ​ແມ່ນ​ເລື່ອງ​ທີ່​ເຮັດ​ໃຫ້​​ເຮົາ​ອຸກ​ອັ່ງ​ຫຼາຍ, ​​ແຕ່​ທ່ານບໍ່​ຕ້ອງ​ເປັນ​ຫ່ວງ, ​ເພາະ​ສາ​ເຫດ​ເປັນຍ້ອນ​ວ່າ​ຮ່າງກາຍ​ຄົນ​ເຮົາ​ຂາດ​ວິຕາມິນC, ​ແລະ​ເຕືອນ​ໃຫ້​ທ່ານ​ຮູ້​ວ່າ​ຕ້ອງ​​ໄດ້ເພີ່ມ​ວິຕາມິນ​ແລ້ວ. ​ຖ້າ​ມີ​ອາການ​ແບບ​ນີ້​ຈະ​ຕ້ອງ​ໄດ້ກິນ​ໝາກ​ໄມ້​ທີ່​ມີ​ວິຕາມິນC​​ເພີ່ມ​ຂຶ້ນ, ​ເຊັ່ນ​ໝາກພຸກ, ໝາກ​ນາວ​ແລະ​ໝາກ​ກີ​ວີ​ເປັນ​ຕົ້ນ, ​ໂດຍ​ສະ​ເພາະ​ແມ່ນ​ໝາກພຸກ, ຈະ​ໃຫ້​ຜົນ​​ທັນການ.

6, ຖ້າ​ທ່ານ​ມີ​ກິ່ນ​ປາກ​ແຮງ​ຫຼື​ປາກ​ເໝັນຄວນ​ດື່ມ​ນ້ຳ​ໃຫ້ຫຼາຍ. ​ແພດ​ຈີນ​ເຫັນ​ວ່າປາກມີ​ກິ່ນກ່ຽວຂ້ອງ​​ກັບ​ອາການ​ຮ້ອນ​ໃນ. ສະ​ນັ້ນ, ວິທີ​ປິ່ນປົວ​ປາກ​ມີ​ກິ່ນນອກຈາກ​ຄວນ​ເອົາ​ໃຈ​ໃສ່​ຖູ​ແຂ້ວ​​ໃນຕອນ​ເຊົ້າ​ແລະ​ຕອນ​ຄ່ຳ​ຢ່າງ​ເປັນ​ປົກກະຕິແລ້ວ, ຍັງ​ຄວນຈັດອາຫານ​ການ​ກິນຂອງ​ຕົນ​ໃຫ້​​ເໝາະ​ສົມ, ວິທີ​ງ່າຍໆ​ທີ່​ສາມາດ​ເຮັດ​ໃຫ້​ທ່ານຫຼີກ​ລຽງຄວາມ​ລະອາຍ​​ໄດ້​ນັ້ນ, ກໍ​ຄື​ແຕ່​ລະ​ມື້​​ໃຫ້ດື່ມ​ນ້ຳ​ຫຼາຍໆ. ​ທັງ​ຊ່ອຍ​ກຳຈັດ​ກິ່ນ​ປາກ​ແລະ​ຍັງ​ເປັນ​ການ​ຕື່ມ​ນ້ຳ​ໃຫ້​ຮ່າງກາຍ​ທີ່​ຕ້ອງການ​ອີກ​ດ້ວຍ, ດັ່ງ​ຄຳ​ຄົນ​ລາວ​ທີ່​ເວົ້າ​ໄວ້​ວ່າ​ຍິງ​ປືນ​ນັດດ​ຽວ​ໄດ້​ນົກ​ສອງ​​ໂຕ.

7, ປະ​ໂຫຍ​ດຂອງ​ໝາກກ້ວຍ. ມັກຫຼິ້ນ​ກິລາ​ແມ່ນ​ເລື່ອງ​ທີ່​ດີ, ​ແຕ່​ກໍ​ຄວນ​ຢ່າ​ຫຼິ້ນຈົນ​ເມື່ອຍ​ເກີນ, ​ເພາະ​ວ່າ​ຖ້າ​ຫຼິ້ນ​ດົນ​ເກີນ​ໄປ​ຈະ​ພາ​ໃຫ້​ຮ່າງກາຍ​ອ່ອນ​​ເພຍ. ​ເມື່ອ​ຫຼິ້ນ​ກິລາ​​ເຫື່ອຈະ​ອອກ​ຫຼາຍ​ແລະ​ພາ​ໃຫ້​ຮ່າງກາຍ​ຂາດ​ນ້ຳ, ພ້ອມ​ກັນ​ນັ້ນ, ​ແຮ່​ທາດ​ຫຼາຍ​ຊະນິດ​ໃນ​ຮ່າງກາຍ​ກໍ​ຈະ​ຖືກ​ຂັບ​ຖ່າຍ​ໄປອອກນຳນ້ຳ​ເຫື່ອ, ຕົ້ນຕໍ​ແມນ​ສອງ​ທາດຄື​ໂປ​ຕາຊ​ຽມ​ແລະ​ໂຊດຽມ, ສະ​ນັ້ນ, ພາຍຫຼັງ​ຫຼິ້ນ​ກິລາ​ແລ້ວ, ຄວນ​ເລືອກ​ກິນ​ອາຫານ​ທີ່​ມີ​ທາດ​ໂປ​ຕາຊ​ຽມ​ແລະ​ໂຊດຽມ​ຫຼາຍ, ຂອງ​ກິນ​ທີ່​ເພີ່ມ​ຕື່ມ​ໂປ​ຕາຊ​ຽມ​​ໄດ້​ດີ​ທີ່​ສຸດ​ແມ່ນ​ໝາກກ້ວຍ, ​ເພາະວ່າໝາກກ້ວຍ​ມີ​ທາດ​ໂປ​ຕາຊ​ຽມ​ອຸດົມສົມບູນ.

8, ​ເມົາ​ເຫຼົ້າກັບ​ໝາກ​ເຫຼັ່ນ. ​ເມົາ​ເຫຼົ້າ​ໜັກແມ່ນ​ເລື່ອງ​ບໍ່​ດີ​ປານ​ໃດ, ​ເມົາ​ເຫຼົ້າ​ແລ້ວກໍ່​ຮາກ​ບໍ່ພ​ຽງ​ແຕ່​​ເປັນ​ເລື່ອງ​ບໍ່​ງາມ​ເທົ່າ​ນັ້ນ, ຫາກ​ຍັງ​ພາ​ໃຫ້​ຮ່າງກາຍ​ເສຍ​ໂປ​ຕາຊ​ຽມ, ການ​ຊຽມ​ແລະ​ໂຊ​ດຽມ​ຢ່າງ​ຫຼວງ​ຫຼາຍ, ສະ​ນັ້ນ​ເມື່ອຮາກ​ແລ້ວ​ກໍຕ້ອງ​ໄດ້​ເພີ່ມ​ໂປ​ຕາຊ​ຽມ, ການ​ຊຽມ​ແລະ​ໂຊດຽມ​ຢ່າງ​ທັນ​ການ. ວິທີ​ທີ່​ງ່າຍ​ທີ່​ສຸດ​ກໍ​ແມ່ນ​ດື່ມ​ນ້ຳໝາກ​ເຫຼັ່ນ, ​ເພາະວ່າ​ໃນ​ນ້ຳໝາກ​ເຫຼັ່ນ​ພໍດີ​ມີທາດ​3ຢ່າງ​ດີອຸດົມສົມບູນ.

9, ສະ​ເອິ​ກັບ​ນ້ຳຕານ. ຢາກ​ເຊົາ​ສະ​ເອິ, ​ໃຫ້ລອງ​​ເອົາ​ນ້ຳຕານ​ບ່ວງ​ໜຶ່ງ​ປະ​ໄວ້​ກ້ອງລີ້ນ. ນາຍ​ໝໍ​ອະທິບາຍ​ວ່າ, ນ້ຳຕານ​ສາມາດ​ກະ​ຕຸ້ນ​ເສັ້ນປະສາດ​ຫຼັງ​ຄໍ​ຫອຍ, ​ໃນ​ເມື່ອ​ເສັ້ນ​ປະສາດ​ຖືກ​ກະ​ຕຸ້ນ, ມັນ​ຈະ​ຢຸດການ​ສົ່ງສັນຍານ​ປະສາດ​ໃນ​ຮ່າງກາຍ, ​ໃນ​ນັ້ນ​ກໍ​ລວມທັງ​​ເສັ້ນປະສາດ​ທີ່​ພາ​ໃຫ້​ສະ​ເອີ.
10, ຜັກ​ກັບປະດົງ​ຄໍ່. ການ​ທົດ​ລອງ​ຂອງນັກວິ​ທະຍາ​ສາດ​ເກຼັກ​ໃນ​ມໍ່ໆ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ, ກິນ​ຜັກ​ໃບ​ຂຽວ​ຍິ່ງ​ຫຼາຍ​ເທົ່າ​ໃດ, ຄວາມ​ສ່ຽງທີ່​ຈະ​ເປັນ​ປະດົງ​ຄໍ່ກໍ​ຍິ່ງ​ໜ້ອຍ​ລົງ​​ເທົ່າ​ນັ້ນ. ນີ້​ແມ່ນ​ຜົນ​ສະຫຼຸບ​ຂອງ​ນັກວິທະຍາສາດ​ພາຍ​ຫຼັງ​ໄດ້​ດຳ​ເນີນ​ການ​ທົດ​ລອງ​ກັບ330​ຄົນ. ນອກ​ນັ້ນ, ​ເມື່ອ​ເຖົ້າ​ແລ້ວ, ອັດຕາ​​ເປັນ​ປະດົງ​ຄໍ່​ຂອງຜູ້​ທີ່​ມັກ​ກິນ​ຜັກຈະມີ​ແຕ່1​ສ່ວນ4​ຂອງ​ຜູ້​ທີ່​ບໍ່​ມັກ​ກິນ​ຜັກ.

ຂ່າວ​ສຸຂະພາບ​ປະຈຳ​ອາທິດ: ນັກວິທະຍາສາດ​ກ່າວ​ວ່າ​ຖ້າ​ຢາກ​ຮັກສາ​ຄວາມ​ຈຳ​ດີ​ຕ້ອງ​ເບິ່ງ​ໂທລະພາບ​ໃຫ້​ໜ້ອຍ​ແລະ​ອ່ານໜັງສື​ໃຫ້ຫຼາຍໆ

ທ່ານ​ຜູ້​ຟັງ, ນັກວິທະຍາສາດ​ອົສຕຼາລີ​ໄດ້​ຜ່ານ​ຈາກ​ການທົດ​ລອງຄົ້ນຄວ້າ​ຕ່າງ​ໆ​ແລ້ວ​ຊອກ​ເຫັນ​ວ່າ, ຖ້າ​ຢາກ​ມີ​ຄວາມ​ຈື່​ຈຳ​ທີ່​ດີ, ຕ້ອງ​ເບິ່ງ​ໂທລະພາບ​ໃຫ້​ໜ້ອຍ​ແລະ​ອ່ານໜັງສື​ໃຫ້ຫຼາຍໆ, ນອກ​ນີ້​ຖ້າ​ຫຼິ້ນ​ເກ​ມກ່ຽວ​ກັບ​ການ​ໃຊ້​ສັບ​ຄຳ​ເວົ້າ, ​ແລະ​ກິນ​ປາ​ໃຫ້ຫຼາຍ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ນັກວິທະຍາສາດ​ອົສຕຼາລີ​ໄດ້​ດຳ​ເນີນ​ການຄົ້ນຄວ້າ​ອັນໜຶ່ງ​ທີ່​ມີ​ຫົວ​ຂໍ້​ວ່າ​ການ​ສຳ​ຫຼວດຄວາມ​ຈື່​ຈຳ​ຂອງ​ປະຊາກອນ​ແລ້ວປະກົດ​ເຫັນ​ວ່າ, ອ່ານ​ບົດ​ປະພັນ​ສິລະ​ປະວັນນະຄະດີ​ໃຫ້ຫຼາຍ​ຈະ​ເຮັດ​ໃຫ້ຄວາມ​ຈື່​ຈຳ​ຂອງ​ຄົນດີ​ຂຶ້ນ, ​ແຕ່​ຖ້າດື່ມ​ເຫຼົ້າ​​ເລື້ອຍໆເປັນ​ໄລຍະ​ດົນ​ນານ​ກໍຈະ​ກະທົບກະ​ເທືອ​ນຄວາມ​ຈື່​ຈຳ​ຂອງ​ຄົນຢ່າງ​ແຮງ. ນອກ​ນີ້, ທ່າ​ນນຽນ​ສ ພາ​ຮາ​ນາ ນັກ​ຈິດຕະສາດ​​ເສັ້ນ​ປະ​ສາດ​ມະ​ຫາ​ວິ​ທະ​ຍາ​ໄລ​ຄວີນ​ສ​ແລນອົສຕຼາລີ​ກ່າວ​ວ່າ: ປັດ​ໄຈ​ທີ່​ພາ​ໃຫ້​ຄວາມ​ຈື່​ຈຳ​​ເສື່ອ​ມລົງນັ້ນ​ມີຫຼາຍ​ຢ່າງ, ​ການ​ເບິ່ງ​ໂທ​ລະ​ພາບ​ຫຼາຍ​ກໍ​ແມ່ນ​ປັດ​ໄຈ​ທາງ​ລົບ​ຢ່າງ​ໜຶ່ງ. ຄວາມ​ຈື່​ຈຳ​ທີ່​ດີ​ຕ້ອງ​ມີ​ສຸຂະພາບ​ທີ່​ເຂັ້ມ​ແຂງ, ອາຫານ​ການ​ກິນ​ທີ່​​ເໝາະ​ສົມແລະ​ວິທີ​ດຳລົງ​ຊີວິດ​ທີ່​ຖືກຕ້ອງ.